ຜູ້ປະກອບການລາວຕ້ອງຮູ້! ວິທີເອົາໃຈກຸ່ມລູກຄ້າອາວຸໂສ…

ໃນການເຮັດທຸລະກິດຍຸກປັດຈຸບັນນີ້ ທີ່ມີການແຂ່ງຂັນສູງຫຼາຍ ເນື່ອງຈາກເປັນຍຸກທີ່ສື່ສັງຄົມອອນລາຍກໍາລັງມາແຮງ ເຮັດໃຫ້ບັນດານັກທຸລະກິດຫັນມາໃຫ້ຄວາມສົນໃຈນໍາເອົາມາໃຊ້ໃຫ້ເກີດປະໂຫຍດຕໍ່ທຸລະກິດ ໂດຍສະເພາະໃນທາງການຕະຫຼາດ, ການເຮັດໂຄສະນາຕ່າງໆ ຫຼາຍຄົນອາດຈະສັງເກດເຫັນໄດ້ທົ່ວໄປເຊັ່ນ: Facebook, You tube ແລະ Website ຕ່າງໆທີ່ມີຄົນເຂົ້າເບິ່ງເປັນປະຈຳ; ເຊິ່ງວິທີນີ້ເອີ້ນວ່າເປັນການຕະຫຼາດແນວໃໝ່ ແລະ ກໍໃຊ້ໄດ້ຜົນດີພໍສົມຄວນກັບກຸ່ມລູກຄ້າສະໄໝໃໝ່, ທີ່ມັກຄວາມສະດວກສະບາຍ ໂດຍສະເພາະກຸ່ມໄວໝຸ່ມ.

ແຕ່ຍຸດທະສາດການຕະຫຼາດແບບນີ້ບໍ່ສາມາດເຂົ້າເຖິງກຸ່ມລູກຄ້າທີ່ອາວຸໂສ ຫຼືອາຍຸສູງໄດ້ ເພາະເປັນກຸ່ມທີ່ບໍ່ໄດ້ເຕີບໃຫຍ່ມາກັບອິນເຕີເນັດ ແລະເຕັກໂນໂລຊີ ພວກເຂົາມີປະສົບການຊີວິດຫຼາຍ ອາດຈະຍາກທີ່ຈະເຂົ້າເຖິງ, ບາງຄົນທີ່ເຂົ້າເຖິງ ກໍຍາກທີ່ຈະຕັດສິນໃຈຊື້ສິນຄ້າ ຍິ່ງຖ້າເປັນຜູ້ປະກອບການໜຸ່ມຍິ່ງຍາກໃນການເຂົ້າເຖິງ ແລະເຂົ້າໃຈຄວາມຕ້ອງການລູກຄ້າກຸ່ມນີ້ ອີກທັງອາດຈະບໍ່ມີຄວາມໜ້າເຊື່ອຖືພຽງພໍ. ສະນັ້ນ ຜູ້ປະກອບການຈະຕ້ອງມີທັກສະ “ເອົາໃຈພິເສດ” ສໍາລັບລູູກຄ້າລຸ້ນອາວຸໂສເຫຼົ່ານີ້ … ຄືດັ່ງ 3 ທັກສະທີ່ ຜູ້ຂຽນຈະຍົກມາໃຫ້ຜູ້ປະກອບການລາວໄດ້ອ່ານໃນມື້ນີ້ ຫວັງວ່າຈະເປັນປະໂຫຍດ ແລະ ນໍາໄປປັບໃຊ້ໃນທຸລະກິດຕົນເອງໄດ້!!!

ຮູ້ຈັກ ແລະ ເຂົ້າໃຈຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ: ບໍ່ມີຫຍັງທີ່ຈະເຮັດໃຫ້ລູກຄ້າຮູ້ສຶກວ່າສິນຄ້າ ແລະ ບໍລິການຂອງທ່ານຕອບໂຈດເຂົາໄດ້ດີໄປກວ່າ ການທີ່ເຮົາເວົ້າເຖິງບັນຫາທີ່ພວກເຂົາກໍາລັງພົບ ເຊິ່ງການທີ່ຈະເຂົ້າໃຈບັນຫາເຫຼົ່ານັ້ນໄດ້ ຜູ້ປະກອບການຕ້ອງຮູ້ຈັກໃກ້ຊິດກັບກຸ່ມເປົ້າໝາຍຂອງຕົນເອງ ສອບຖາມ ຕິດຕາມ ແລະຊອກຫາວິທີແກ້ບັນຫາທີ່ເໝາະສົມໃຫ້ກັບເຂົາເຈົ້າ

ອ້າງອິງຄວາມໜ້າເຊື່ອຖືຈາກຄົນອື່ນ ເມື່ອລູກຄ້າອາວຸໂສຍັງບໍ່ເຊື່ອໃຈຄົນຂາຍທີ່ເປັນໄວໜຸ່ມ  ກໍຢ່າຟ້າວຖອດໃຈ ໃຫ້ລອງຍົກເອົາຄວາມຄິດເຫັນຂອງຄົນອື່ນມາບອກເລົ່າກໍໄດ້ເຊັ່ນ: ການບອກປະສົບການທີ່ຄົນອື່ນໄດ້ຮັບຈາກສິນຄ້າ ແລະ ບໍລິການ ຫຼືອ້າງອິງຕົວເລກສະຖິຕິທີ່ເກີດຂຶ້ນແທ້ຈາກແຫຼ່ງຂໍ້ມູນທີ່ເຊື່ອຖືໄດ້. ເຊິ່ງບາງຄັ້ງ ການຣີວິວຈາກລູກຄ້າທີ່ເຄີຍໃຊ້ສິນຄ້າ ແລະ ບໍລິການກໍເປັນເລື່ອງທີ່ສໍາຄັນຫຼາຍ ທີ່ຈະເຮັດໃຫ້ທ່ານສາມາດສື່ສານກັບລູກຄ້າໃໝ່ໄດ້ງ່າຍຂຶ້ນເຊັ່ນກັນ.

ນໍາສະເໜີດ້ວຍຄວາມໝັ້ນໃຈ ວິທີທີ່ໃຊ້ສື່ສານກໍມີຄວາມສໍາຄັນບໍ່ໜ້ອຍກວ່າສິ່ງທີ່ຈະເວົ້າ ຖ້າທ່ານນໍາສະເໜີສິນຄ້າ ແລະ ບໍລິການດ້ວຍຄວາມໝັ້ນໃຈ, ສະແດງໃຫ້ເຂົາເຫັນວ່າ ນີ້ບໍ່ແມ່ນສິ່ງທີ່ທ່ອງຂຶ້ນໃຈມາ ແຕ່ເປັນຄວາມຮູ້ສຶກແທ້ໆກ່ຽວກັບສິນຄ້າ ແລະ ບໍລິການ. ແລະ ສາມາດບອກໄດ້ວ່າ ເໝາະສົມກັບລູກຄ້າແນວໃດ?

ບັນດາທ່ານ ທັງໝົດນີ້ເປັນພຽງທັກສະການເອົາໃຈລູກຄ້າລຸ້ນອາວຸໂສ ທີ່ຜູ້ຂຽນຢາກຍົກມາໃຫ້ເບິ່ງເປັນຕົວຢ່າງເທົ່ານັ້ນ; ເພາະຖ້າຫາກທ່ານຕ້ອງການໃຫ້ລູກຄ້າຮູ້ສຶກວ່າ ພວກເຂົາສາມາດໄວ້ວາງໃຈສິນຄ້າ ແລະ ບໍລິການໄດ້ ກໍຕໍ່ເມື່ອລູກຄ້າຮູ້ສຶກວ່າ ຜູ້ຂາຍເຄົາລົບໃນຄວາມອາວຸໂສ, ປະສົບການຊີວິດຂອງພວກເຂົາ ດັ່ງນັ້ນ, ບໍ່ວ່າຈະຂາຍຫຍັງກໍຕາມ ສິ່ງສໍາຄັນຄື ຕ້ອງຟັງຫຼາຍກວ່າເວົ້າ, ຖາມໃຫ້ຫຼາຍ ແລະ ເຮັດໃຫ້ລູກຄ້າຮູ້ສຶກວ່າທ່ານກໍາລັງຮຽນຮູ້ຈາກເຂົາເຈົ້າ ຍິ່ງເຮັດຫຼາຍເທົ່າໃດເຂົາກໍຍິ່ງເຊື່ອໃຈໃນຜະລິດຕະພັນຂອງທ່ານຫຼາຍຂຶ້ນເທົ່ານັ້ນ.

(ວາລະສານທາເກັດ ສະບັບ 161 ເດືອນທັນວາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Lao entrepreneurs should know

how to make senior customers happy

In the mid of the highly competitive business environment with a number of online media tools available, companies have been making use of such tools for the benefit of their business. They are used in marketing and advertising as many of people might have seen before through applications, such as Facebook, Youtube and other common websites. This method is called a new marketing approach which works well in attracting young customers who prefer convenience. Nevertheless, this strategy will not be able to attract senior clients as they grew up without the Internet and technology. Their extensive life experience might make it hard to reach and understand them, and gain their trust. Therefore, entrepreneurs are required to have “special” talents to make them happy. In this article, the writer would like to discuss 3 skills for such purpose and hope that they will be useful for entrepreneurs to use in their business.

Truly know and understand what customers need: nothing can make customers feel that your products and services are right for them more than your ability to identify what problems they are facing. Understanding what issues customers are dealing with, entrepreneurs must be close to their target group so that they can ask, monitor and seek proper ways to help addressing their difficulties.

Refer to others for credibility: when your senior customers do not trust young business team, do not give up yet. You should share with them other people’s feedbacks, for instance experience of your customers who use your products and services or refer to statistical studies from reliable sources. Sometimes, a practical review from customers who use your products and services can be very important which will make communication with clients much easier.

Present your business with confidence: this way of communication is one of the most crucial things to consider. When you present your products and services with confidence, it shows your customers that you are not speaking from your memory, but from your heart reflecting your true feeling of the products and services. You can then explain how they are suitable to your customers.

Dear readers, all of these are just some skills used to please senior customers that the writer used as an example. Your senior clients will trust your products and services only if they feel that you respect them and admire their life experience. Thus, no matter what you are selling, the most vital thing is to listen to your customers more. You should ask them a lot making them feel that you are getting to know them better. The more you do this, the higher trust in your goods you will gain from them.

Comments