ການຊື້ຫວຍ ແລະ ການລົງທຶນໃນຮຸ້ນ ອັນໃດສ່ຽງກວ່າກັນ

“ຄົນທຸກຫຼິ້ນຫວຍ ຄົນລໍ້າລວຍຫຼິ້ນຮຸ້ນ” ຖືເປັນປະໂຫຍກທີ່ຄຸ້ນຫູຂອງຫຼາຍໆທ່ານ ແລະ ໃນປັດຈຸບັນປະໂຫຍກດັ່ງກ່າວອາດຈະກາຍເປັນຄວາມເຊື່ອໜຶ່ງໃນສັງຄົມໄປແລ້ວ ເພາະຖືເປັນສິ່ງທີ່ສັງເກດໄດ້ງ່າຍໃນສັງຄົມທຸກມື້ນີ້ ຢູ່ບ່ອນວ່າຄົນທີ່ມີລາຍໄດ້ປານກາງລົງມາແດ່ສ່ວນໃຫຍ່ມັກຈະຊື້ຫວຍເພື່ອສ່ຽງໂຊກສ່ຽງລາງວັນ ເພາະຜົນໄດ້ ຫຼື ຜົນເສຍແມ່ນສາມາດຮັບຮູ້ ແລະ ເຫັນໄດ້ກັບບາດພາຍໃນມື້.

ແຕ່ຄົນທີ່ມີລາຍຮັບຫຼາຍແດ່ກໍມັກແບ່ງສ່ວນເງິນຂອງຕົນມາລົງທຶນຢ່າງຫຼາກຫຼາຍ, ໃນນັ້ນ ການຊື້ຮຸ້ນກໍຖືເປັນອີກທາງເລືອກໜຶ່ງທີ່ກຸ່ມຄົນທີ່ມີຖານະມັກນິຍົມ ລົງທຶນກັນ. ໃນຄວາມເປັນຈິງແລ້ວ ບໍ່ວ່າທ່ານຈະມີຖານະໃດກໍສາມາດລົງທຶນດ້ວຍການຊື້ຫວຍ ຫຼື ຊື້ຮຸ້ນໄດ້, ພຽງແຕ່ທ່ານຮູ້ ແລະ ເຂົ້າໃຈໃນລາຍລະອຽດຄຸນລັກສະນະ ແລະ ຜົນຕອບແທນຂອງການລົງທຶນແຕ່ລະປະເພດ.

ໃນບົດຄວາມນີ້ຜູ້ຂຽນຈຶ່ງຂໍນຳສະເໜີກ່ຽວກັບຄວາມແຕກຕ່າງລະຫວ່າງການຊື້ຫວຍ ແລະ ການຊື້ຮຸ້ນ, ຄວາມຍາກງ່າຍໃນການລົງທຶນ, ຮູບແບບຜົນຕອບແທນ, ເງິນລົງທຶນ ພ້ອມທັງຍົກໃຫ້ເຫັນຄວາມສ່ຽງຂອງການລົງທຶນທັງສອງປະເພດນີ້ ໂດຍຍົກເອົາຫວຍລະດົມທຶນທີ່ອອກຈຳໜ່າຍໂດຍ ລັດວິສະຫະກິດຫວຍພັດທະນາ ແລະ ຮຸ້ນທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ ມາປະກອບການນຳສະເໜີ.

ຫວຍ ເປັນການລົງທຶນທີ່ບໍ່ມີຄວາມຊັບຊ້ອນຫຼາຍພໍປານໃດ. ຜູ້ຊື້ຫວຍພຽງແຕ່ຕ້ອງເລືອກຊື້ໝາຍເລກທີ່ຕ້ອງການ ແລ້ວລໍຖ້າຟັງຜົນການອອກລາງວັນ. ໃນນັ້ນ, ການເລືອກຊື້ໝາຍເລກໃດໜຶ່ງນັ້ນ ຜູ້ຊື້ອາດຈະໄດ້ມາຈາກຄວາມມັກ, ຄວາມຄາດຫວັງສ່ວນຕົວ, ການຄາດເດົາ, ຄວາມຝັນ ຫຼື ແຮງສັດທາສະເພາະຕົວໃດໜຶ່ງເປັນບ່ອນອີງ ໂດຍທີ່ບໍ່ໄດ້ນຳໃຊ້ເຄື່ອງມືທາງດ້ານເຕັກນິກໃດໆມາຊ່ວຍຕັດສິນໃຈເລືອກຊື້ໝາຍເລກນັ້ນ. ຖ້າເລກທີ່ຊື້ຫາກກົງກັບທີ່ປະກາດຜົນລາງວັນກໍສາມາດເອົາໃບຫວຍນັ້ນໄປຂຶ້ນເງິນໄດ້ຕາມຈຳນວນ ແລະ ປະເພດຜົນລາງວັນຂອງໃບຫວຍທີ່ໄດ້ຊື້; ກົງກັນຂ້າມ, ຖ້າເລກທີ່ຊື້ຫາກບໍ່ກົງກັບທີ່ປະກາດກໍຖືວ່າເສຍເງິນ. ຫວຍທີ່ອອກຈຳໜ່າຍໃນປັດຈຸບັນມີຢູ່ 3 ປະເພດຫຼັກໆຄື: ຫວຍເລກ 2 ໂຕ, ຫວຍເລກ 3 ໂຕ ແລະ ຫວຍເລກ 4 ໂຕ ໂດຍຈະມີການຈຳໜ່າຍໃບຫວຍ ແລະ ອອກຜົນລາງວັນທຸກໆວັນພຸດ (ອາທິດລະຄັ້ງ). ໃນດ້ານຄວາມສ່ຽງແລ້ວ ຫວຍຖືເປັນການລົງທຶນທີ່ມີຄວາມສ່ຽງສູງ ເມື່ອທຽບກັບການລົງທຶນຮູບແບບອື່ນ ເນື່ອງຈາກໂອກາດທີ່ຈະຖືກລາງວັນມີໜ້ອຍ ຕ້ອງອາໄສສ່ຽງໂຊກສ່ຽງດວງເທົ່ານັ້ນ ໂດຍສະເພາະຍິ່ງຊື້ເລກຫຼາຍໂຕເທົ່າໃດ ໂອກາດທີ່ຈະຖືກລາງວັນກໍຍິ່ງມີໜ້ອຍເທົ່ານັ້ນ. ໃນທາງເຕັກນິກແລ້ວບໍ່ມີຫຍັງທີ່ຈະສາມາດນຳໃຊ້ເຂົ້າໃນການວິເຄາະຄາດການວ່າ ເລກຈະອອກຫຍັງໄດ້. ແຕ່ຖ້າເບິ່ງໃນດ້ານຮູບແບບຂອງຜົນຕອບແທນ, ຫວຍ ຈະໃຫ້ຜົນຕອບແທນຫຼາຍ, ຜູ້ຊື້ຈະໄດ້ເງິນເປັນກ້ອນທັນທີທີ່ຖືກຫວຍລາງວັນ ໂດຍລາງວັນທີ່ຈະໄດ້ແມ່ນແຕກຕ່າງກັນ ຂຶ້ນກັບປະເພດຜົນລາງວັນຂອງໃບຫວຍ ເລີ່ມຈາກ 60.000 – 20.000.000 ກີບ/ໃບ. ໃນນັ້ນ, ຖ້າຫາກເງິນລາງວັນມີມູນຄ່າຫຼາຍກວ່າ 5.000.000 ກີບ ຂຶ້ນໄປຈະຕ້ອງໄດ້ປະກອບສ່ວນເສຍອາກອນລາຍໄດ້ໃຫ້ແກ່ລັດຖະບານ.

ຮຸ້ນ ເປັນການລົງທຶນທີ່ອາດມີຄວາມຊັບຊ້ອນແດ່ ເນື່ອງຈາກວ່າເປັນການລົງທຶນທີ່ຕິດພັນກັບການວິເຄາະ ແລະ ຕັດສິນໃຈບົນພື້ນຖານການນຳໃຊ້ຂໍ້ມູນປະກອບ. ໃນນັ້ນ, ຮຸ້ນ ເປັນເຄື່ອງມືທາງການເງິນໜຶ່ງທີ່ບໍລິສັດອອກຈໍາໜ່າຍໃຫ້ແກ່ມວນຊົນ ເພື່ອລະດົມທຶນໄປຂະຫຍາຍທຸລະກິດຂອງຕົນເອງ ໂດຍທີ່ຜູ້ຖືຮຸ້ນຈະມີຖານະເປັນເຈົ້າຂອງບໍລິສັດ, ເຊິ່ງໃນປັດຈຸບັນມີພຽງແຕ່ຮຸ້ນທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວເທົ່ານັ້ນ ທີ່ມວນຊົນທົ່ວໄປສາມາດແລກປ່ຽນຊື້-ຂາຍໄດ້ຢ່າງຖືກຕ້ອງຕາມກົດໝາຍ. ໃນປັດຈຸບັນຮຸ້ນທີ່ຊື້-ຂາຍກັນໃນ ຕະຫຼາດຫຼັກຊັບລາວ ມີເຖິງ 11 ຮຸ້ນ, ແຕ່ລະຮຸ້ນມີລາຄາທີ່ແຕກຕ່າງກັນ ໂດຍທີ່ລາຄາຮຸ້ນຈະມີການເໜັງຕີງຢູ່ຕະຫຼອດເວລາທີ່ມີການຊື້-ຂາຍເກີດຂຶ້ນ ເຊິ່ງຈະເປັນໄປຕາມຫຼັກການພື້ນຖານຂອງເສດຖະສາດຄື “ຄວາມຕ້ອງການ ແລະ ການສະໜອງ” (Demand and Supply) ຖ້າມີຄົນຕ້ອງການຊື້ຫຼາຍ ລາຄາຮຸ້ນກໍຈະເພີ່ມຂຶ້ນ. ກົງກັນຂ້າມ, ຖ້າມີຄົນຕ້ອງການຂາຍຮຸ້ນຫຼາຍ ລາຄາກໍຈະຫຼຸດລົງ ເຊິ່ງກໍຂຶ້ນກັບຂໍ້ມູນຂ່າວສານ ແລະ ຜົນປະກອບການຂອງບໍລິສັດນັ້ນໆເອງ ທີ່ຈະເປັນໂຕຊີ້ວັດການເໜັງຕີີງຂອງລາຄາຮຸ້ນ, ໂດຍທີ່ການຊື້-ຂາຍແຕ່ລະຄັ້ງຈະມີຄ່າທຳນຽມເບື້ອງຊື້ 0,35% ແລະ ຄ່າທໍານຽມເບື້ອງຂາຍ 0,65%. ຄວາມແຕກຕ່າງຂອງການລົງທຶນໃນຮຸ້ນອີກຢ່າງໜຶ່ງແມ່ນ ຖ້າສຶກສາຂໍ້ມູນໃຫ້ດີ ແລະ ມີການລົງທຶນໃນໄລຍະຍາວ ມີໂອກາດສູງທີ່ຈະສາມາດສ້າງກຳໄລໄດ້, ແຕ່ທັງນີ້ທັງນັ້ນກໍຂຶ້ນກັບຄວາມດຸໝັ່ນໃນການຄົ້ນຄວ້າຊອກຫາຂໍ້ມູນຂອງທ່ານເອງ ເພາະວ່າຄວາມສ່ຽງກໍຄືການບໍ່ຮູ້ ຫຼື ບໍ່ມີຂໍ້ມູນພຽງພໍ, ກົງກັນຂ້າມຖ້າທ່ານມີຂໍ້ມູນຫຼາຍ ຄວາມສ່ຽງທີ່ຈະຂາດທຶນກໍຈະມີໜ້ອຍລົງເຊັ່ນດຽວກັນ. ສະນັ້ນ, ຜູ້ຂຽນຂໍແນະນຳວ່າ ຄວນສຶກສາຂໍ້ມູນໃຫ້ລະອຽດຖີ່ຖ້ວນທຸກຄັ້ງກ່ອນທີ່ຈະຕັດສິນໃຈຊື້-ຂາຍຮຸ້ນ ແລະ ບໍ່ຄວນຊື້-ຂາຍຕາມຄົນອື່ນ ເພາະວ່າແຕ່ລະຄົນຄິດບໍ່ຄືກັນ. ໃນດ້ານຜົນຕອບແທນທີ່ເປັນໂຕເງິນ ລົງທຶນໃນຮຸ້ນແມ່ນຈະໄດ້ມາຈາກ 2 ທາງຫຼັກໆຄື: (1) ເງິນປັນຜົນທີ່ບໍໍລິສັດຈະຈ່າຍໃຫ້ແກ່ຜູ້ຖືຮຸ້ນ ເມື່ອມີກໍາໄລ, ເຊິ່ງສ່ວນໃຫຍ່ບໍລິສັດຈະຈ່າຍເງິນປັນຜົນໃນອັດຕາບໍ່ຫຼຸດ 50% ຂອງກໍາໄລສຸດທິຫຼັງຈາກຫຼັກເຂົ້າຄັງຕາມລະບຽບການຕ່າງໆ ແລະ ຈະຈ່າຍທຸກໆ 6 ເດືອນ ຫຼື ທຸກໆ 1 ປີ ຂຶ້ນກັບນະໂຍບາຍການຈ່າຍເງິນປັນຜົນຂອງແຕ່ລະບໍລິສັດ. ນອກຈາກນັ້ນ, ເງິນປັນຜົນ ຍັງໄດ້ຮັບການຍົກເວັ້ນອາກອນ ໝາຍຄວາມວ່າທ່ານຈະໄດ້ເງິນປັນຜົນຈະໄດ້ເຕັມຈຳນວນໂດຍບໍ່ຕ້ອງຫັກອາກອນລາຍໄດ້; (2) ສ່ວນຕ່າງລາຄາຈາກການຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບ ຖ້າຊື້ແລ້ວ ລາຄາຫາກປັບຕົວເພີ່ມຂຶ້ນ ທ່ານກໍສາມາດຂາຍອອກເພື່ອສະແຫວງກຳໄລໄດ້ ແຕ່ຖ້າຊື້ແລ້ວລາຄາຫຼຸດລົງທ່ານກໍຂາດທຶນ. ຜົນຕອບແທນທີ່ໄດ້ຈາກການລົງທຶນໃນຮຸ້ນໃນຮູບແບບເງິນປັນຜົນອາດຈະບໍ່ໄດ້ເງິນເປັນກ້ອນຄືກັບ ຫວຍ. ຈາກສະຖິຕິຂອງຮຸ້ນທີ່ຈ່າຍເງິນປັນຜົນໃນປີ 2018 ແມ່ນຢູ່ລະຫວ່າງ 0,44%-16,1% ຫຼື ສະເລ່ຍປະມານ 6%.

ເພື່ອໃຫ້ເຫັນພາບຄວາມແຕກຕ່າງຂອງການລົງທຶນທັງສອງປະເພດນີ້ ຜູ້ຂຽນຈະຂໍຍົກຕົວຢ່າງ ໂດຍອີງຕາມຫຼັກການທາງຄະນິດສາດງ່າຍໆ ດັ່ງນີ້: ຖ້າຊື້ເລກ ສອງໂຕ 1 ໃບ ໂອກາດທີ່ທ່ານຈະຖືກລາງວັນແມ່ນ 1 ຕໍ່ 100 (ໂຕເລກຈາກ 00-99) ນັ້ນໝາຍຄວາມວ່າທ່ານຕ້ອງຊື້ ເລກສອງໂຕ 100 ໃບ ຈຶ່ງຈະຖືກລາງວັນ 1 ຄັ້ງ. ສົມມຸດວ່າ, ທ່ານຊື້ເລກສອງໂຕ 100 ໃບ ໃບລະ 5.000 ກີບ ລວມເປັນເງິນ 500.000 ກີບ. ໃນນັ້ນ, ຖ້າທ່ານຖືກຫວຍເລກສອງໂຕ 1.000 ກີບ ຈະໄດ້ເງິນລາງວັນ 60.000 ກີບ. ຈາກຕົວຢ່າງຂ້າງເທິງນີ້, ຖ້າຊື້ 100 ໃບ ໃບລະ 5.000 ກີບ ຈະຕ້ອງຖືກ 1 ຄັ້ງ ນັ້ນໝາຍຄວາມວ່າ ທ່ານຈະຖືກລາງວັນ 300.000 ກີບ. ສະຫຼຸບ ຈາກທີ່ທ່ານລົງທຶນໄປ 500.000 ກີບ ທ່ານຈະໄດ້ຄືນມາ 300.000 ກີບ ແລະ ຂາດທຶນ 200.000 ກີບ ຫຼື 40% ຂອງເງິນທີ່ທ່ານລົງທຶນ. ໃນກໍລະນີຂອງຮຸ້ນ, ຖ້າທ່ານຊື້ຮຸ້ນ A ທີ່ມີລາຄາ 5.000 ກີບ/ຮຸ້ນ ໃນຈໍານວນ 100 ຮຸ້ນ, ທ່ານຕ້ອງໃຊ້ເງິນລົງທຶນ 500.000 ກີບ; ສົມມຸດວ່າລາຄາຮຸ້ນທີ່ທ່ານຊື້ ແລະ ຖືຄອງຢູ່ຫຼຸດລົງຈົນເຖິງ 4.000ກີບ/ຮຸ້ນ ທ່ານກໍຈະຂາດທຶນພຽງແຕ່ 100.000 ກີບ ຫຼື 20% ຂອງເງິນທີ່ລົງທຶນໄປ ແຕ່ເງິນລົງທຶນຂອງທ່ານຈະຍັງເຫຼືອຢູ່ 400.000 ກີບ ເຊິ່ງທ່ານສາມາດເລືອກໄດ້ວ່າຈະຂາຍອອກ ເພື່ອບໍ່ໃຫ້ຂາດທຶນຫຼາຍກວ່ານີ້ ຫຼື ຈະຖືຄອງໄວ້ເພື່ອຂາຍ ແລະ ຄາດຫວັງເອົາກຳໄລໃນອະນາຄົດ.

ເຖິງຢ່າງໃດກໍຕາມ ການລົງທຶນທັງສອງປະເພດນີ້ ຖືເປັນການລົງທຶນທີ່ມີຄວາມສ່ຽງສູງ, ຮຸ້ນ ຍັງມີຂໍ້ດີກວ່າ ຫວຍຢູ່ບ່ອນວ່າ ເມື່ອຂາດທຶນ ເງິນລົງທຶນຈະບໍ່ຫຼຸດມູນຄ່າຈົນເຫຼືອສູນ ແລະ ຍັງມີໂອກາດທີ່ລາຄາຮຸ້ນຈະຟື້ນກັບມາສະແຫວງກຳໄລໄດ້ ຫາກບໍລິສັດມີຜົນປະກອບການທີ່ດີຂຶ້ນ, ຕ່າງຈາກຫວຍທີ່ເງິນລົງທຶນຈະກາຍເປັນສູນທັນທີທີ່ບໍ່ຖືກລາງວັນ.

ສຸດທ້າຍນີ້ຜູ້ຂຽນຂໍຝາກໄວ້ອີກຢ່າງໜຶ່ງວ່າ ບໍ່ວ່າຈະຊື້ຫວຍ ຫຼື ຊື້ຮຸ້ນ ກໍຄວນຈະມີການກຳນົດຂອບເຂດຂອງເງິນລົງທຶນໄວ້ໃຫ້ຊັດເຈນ ວ່າຄວນຈະໃຊ້ເງິນໜ້ອຍ ຫຼື ຫຼາຍປານໃດ ແລະ ຕ້ອງໃຫ້ໝັ້ນໃຈວ່າເງິນຈຳນວນດັ່ງກ່າວຈະບໍ່ເຮັດໃຫ້ທ່ານເດືອດຮ້ອນໃນກໍລະນີທີ່ຂາດທຶນ, ເພາະວ່າທຸກການລົງທຶນລ້ວນແຕ່ມີຄວາມສ່ຽງ.

(ວາລະສານທາເກັດ ສະບັບ 161 ເດືອນທັນວາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

between lottery and stock, which one is more risky?

 “Poor people buy lottery, rich people invest in stocks.” This saying might be familiar to many of you. Currently, the saying has become another set of belief in society. It can be seen clearly that middle to low-income people nowadays mostly buy lottery to try their 50/50 luck gambling for prize which can be known within a day. Unlike those with higher income, they would invest their money on diverse things. In these, stock trade is another common alternative for them. In fact, all of us can invest in lottery or stock regardless of our economic status. All we need is knowledge and understanding in characteristics and returns of each investment. In this article, the writer would like to present the differences between investment on lottery and stocks, the ease and difficulty in each kind of investment, type of return, investment fund and risks of each investment demonstrated through the lottery sold by the Lao Development Lottery State-Owned Enterprise and stocks registered with the Lao Securities Exchange.

Lottery is an uncomplicated type of investment. Lottery buyers just choose the number they want and wait for the announcement. Choosing lottery number is based on the buyers’ preference, expectation, assumption, dream or belief in something without using any technical tools in helping themselves make decisions. If the number they choose matches with the number announced, that lottery can be redeemed for prize. On the contrary, if the number they have is different from the announced one, they will win nothing. Nowadays, there are 3 main types of lottery circulated: 2-digit, 3-digit and 4-digit lottery. Every Wednesday, winning numbers will be announced (once a week). Speaking of risks, lottery is highly risky comparing to other types of investment due to the low probability in winning prize. Lottery buyers only depend on luck, especially the bigger prize, there is a very low chance of winning it. Technically, there is nothing we can use to analyze or maximize the possibility of getting the right number. Neverthess, when we look at the return that lottery offers, it is very high and lottery winner will get a big sum money at once depending on what type of prize they win which starts from the lowest of 60,000 kip to the highest of 20,000,000 kip per lottery. If lottery buyers win more than 5,000,000 kip, they will have to pay tax to the Government.

Stock is a complicated type of investment involving extensive analysis of information before making a decision to buy each share. Stock is a financial tool that a certain company offer to the public to mobilize fund to expand their business. Shareholders will become an owner of the company. Currently, only shares registered at the Lao Securities Exchange can be traded legally among public traders. There are 11 stocks at the Lao Securities Exchange which can be traded in different prices. Stock value will fluctuate all the times when traded which is governed by the basic law of economy so called “demand and supply.” If that stock is highly demanded, its price will get higher. On the opposite, if everyone wants to sell the share, its price will get lower. Information and turnover of a company will serve as an indicator for the fluctuation in share value. For each transaction made at the securities market, buyers will be charged for 0.35% and sellers for 0.65%. Another factor that makes stock investment different is that if you study and invest in it long enough, it will make you a profit. However, this depends on your hard work in gathering information because having more information can mitigate risks for you in facing with loss. Thus, the writer would highly recommend that you should study thoroughly before buying each share. You should not engage in any trade by following others as people think differently. Speaking of returns, stock investment makes profits via the following 2 main ways: (1) dividend paid by the firm to its shareholders when they make profit. Most of the time, company will pay dividend at the rate not below 50% of their net profit once in every 6 months or 1 year depending on a dividend payment policy of each company; (2) Profit margin made from selling the stock. If the share you bought later increases in price, you can sell it to make profit. Be careful that the stock value can also decrease and you will lose profit if you sell it. Return from stock investment in the form of dividend does not come in a large sum of money like lottery. According to a statistic, dividend paid in 2018 was at the rate between 0.44%-16.1% or 6% on average.

In order to clearly see how these two investment different, the writer would like to explain via this example of a simple math. If you buy a 2-digit lottery, the possibility of you winning the prize is 1 in 100 (from 00-99). It means that you need to buy 100 2-digit lotteries to win 1 prize. Assuming that you buy 100 2-digit lotteries for 5,000 kip each, you will end up paying 500,000 kip in total. The winning prize for a 2-digit lottery of 1,000 kip is 60,000 kip. Therefore, if you buy the 2-digit lottery for 5,000 kip, you will get 300,000 kip in return. In summary, of the 500,000 kip of your investment, you will get only 300,000 kip in return which means you will lose 200,000 kip or 40% of your total investment. In terms of share, if you buy 100 A shares costing 5,000 kip per share, you total investment will be 500,000 kip. Assuming that the price of shares you bought and possessed reduces to 4,000 kip per share, you will lose only 100,000 kip or 20% of your total investment. In addition, you will still have the remaining 400,000 which you can choose to sell or keep it to make profit in the future.

Although these two types of investment are highly risky, stock has more benefits than lottery. The money you invest in stocks will not become zero instantly when their value go down with the possibility of the shares to regain their value when a company performs well in the future. On the contrary, you will lose the lottery money entirely if you do not win any prize.

Finally, the writer would like suggest that it does not matter if you buy lottery or share, you should set a financial limit of your investment. You have to be sure that the money you invest will not make you in trouble when you lose it. Remember that every investment is risky.

 

Comments