Magazine

ກອງປະຊຸມ ສະພາແຫ່ງຊາດ ສະໄໝສາມັນເທື່ອທີ 8

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ໄຂ​ຂຶ້ນ​ເປັນ​ທາງ​ການ ວັນ​ທີ 7 ພະ­ຈິກ ເຖິງວັນທີ 6 ທັນວາ 2019 ຢູ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ຍັງ ວໍ­ລະ​ຈິດ ເລ­ຂາ­ທິ­ການ​ໃຫຍ່ ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ, ປະ­ທານ​ປະ­ເທດ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ດ້ວຍ​ບັນ­ດາ​ຄະ­ນະ​ລັດ­ຖະ­ບານ ອະ­ດີດ​ການ​ນຳ ພັກ-ລັດ ແຂກ​ຖືກ​ເຊີນ ແລະ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ແຕ່​ລະ​ເຂດ​ເລືອກ​ຕັ້ງໃນທົ່ວປະເທດ. ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ພິ­ຈາ­ລະ­ນາ ຕົກ­ລົງ​ຫຼາຍ​ບັນ­ຫາ​ສຳ­ຄັນ​ພື້ນຖານ​ຂອງ​ປະ­ເທດ​ຊາດ ຄື: ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ການ​ສະ­ເໜີ​ແຕ່ງຕັ້ງ​ສະ­ມາ­ຊິກ​ລັດ­ຖະ­ບານ ຕາມ​ການ​ສະ­ເໜີ​ຂອງ​ທ່ານ​ນາ­ຍົກ​ລັດ​ຖະ​ມົນຕີ ຮັບ​ຟັງ ແລະ ພິ­ຈາ­ລະ­ນາ ບົດ​ລາຍ​ງານ​ລັດ­ຖະ­ບານ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແຜນ​ງົບ­ປະ­ມານ ແລະ ແຜນ​ເງິນ­ຕາ ປະ­ຈຳ​ປີ 2019 ແລະ ທິດ​ທາງ​ແຜນ­ການ​ປະ­ຈຳ ປີ 2020 ພິ­ຈາ­ລະ­ນາ ແລະ ...

Read More »

FIRST TSINANDALI FESTIVAL PEACE RESONATES THROUGH MUSIC OVER  THE  CAUCASUS MOUNTAINS IN GEORGIA

I admired to see how he has continued to believe that modern business forms an integral part of the world’s social and cultural community since our cooperation for  “Dialogue with Emperor Qin: China EU Contemporary Sculpture Exhibition” in 2010. Today, with his very bright and efficient team, Martin Engstroem and Avi Shoshani —who are the artistic directors and also founders ...

Read More »

ນະວັດຕະກໍາ Software ທີ່ຈະເຂົ້າມາຊ່ວຍ SME ໃຫ້ສະດວກສະບາຍຍິ່ງຂຶ້ນ.

ໃນຍຸກທີ່ມະນຸດລ້ວນແລ້ວແຕ່ຕ້ອງການຄວາມສະດວກສະບາຍ ບໍ່ວ່າຈະເຮັດຫຍັງ ຈະໄປໃສຂໍໃຫ້ມີຄວາມສະບາຍມາກ່ອນ ຈຶ່ງບໍ່ແປກໃຈເລີຍທີ່ ເຕັກໂນໂລຊີ ເຂົ້າມາມີອິດທິພົນຕໍ່ການໃຊ້ຊີວິດຂອງມະນຸດເຮົາໄດ້ຢ່າງງ່າຍດາຍ ບໍ່ວ່າຈະເປັນນະວັດຕະກໍາທີ່ເຂົ້າມາຊ່ວຍເລື່ອງຄວາມສະດວກສະບາຍໃນການໃຊ້ຊີວິດຂອງມະນຸດເຊັ່ນ: ຫຸ່ນຍົນ AI ທີ່ເຂົ້າມາເປັນຜູ້ຊ່ວຍເກືອບຄົບທຸກໜ້າທີ່ວຽກທີ່ຄົນເຮັດໄດ້… ຫຼືນະວັດຕະກໍາທີ່ເຂົ້າມາຊ່ວຍເລື່ອງການເຮັດທຸລະກິດ ເປັນຕົ້ນແມ່ນ Digital Platform ຕ່າງໆ ທີ່ຊ່ວຍໃນເລື່ອງການຈັດເກັບຂໍ້ມູນທີ່ສໍາຄັນ, ການເພີ່ມປະສິດທິພາບຂອງວຽກໃຫ້ໄວຂຶ້ນ, ມີຄຸນນະພາບຂຶ້ນ ແລະ ທີ່ສໍາຄັນຍັງຊ່ວຍດ້ານແຮງງານຄົນໃຫ້ສາມາດເຮັດວຽກໄດ້ດີຍິ່ງຂຶ້ນອີກດ້ວຍ… ກໍຍ້ອນວ່າ ເຕັກໂນໂລຊີ ໃຫ້ຄວາມສະດວກສະບາຍໃນການດໍາລົງຊີວິດ ແລະ ຍັງສາມາດຊ່ວຍເຫຼືອດ້ານທຸລະກິດໄດ້ແບບນີ້ ຈຶ່ງເຮັດໃຫ້ນັກທຸລະກິດໃນທົ່ວໂລກໃຫ້ການຍອມຮັບ ແລະ ເປີດໃຈຮັບເອົາ ເຕັກໂນໂລຊີ ໃໝ່ໆທີ່ເກີດຂຶ້ນໃນຕະຫຼາດຢູ່ສະເໝີ. ຄືດັ່ງ 4 ນະວັດຕະກໍາຊອບແວ (Software) ຜູ້ຊ່ວຍ SME ທີ່ຜູ້ຂຽນນໍາມາສະເໜີໃນມື້ນີ້ ເຊິ່ງຖືວ່າເປັນເທຣນທີ່ມາໃໝ່ ແລະ ກໍາລັງມາແຮງໃນວົງການທຸລະກິດ (ຕ່າງປະເທດ) ກໍເລີຍຢາກແນະນໍາໃຫ້ນັກທຸລະກິດລາວໄດ້ລອງສຶກສາ ທໍາຄວາມຮູ້ຈັກກັບນະວັດຕະກໍາເຫຼົ່ານີ້ ເພື່ອມາພັດທະນາທຸລະກິດ ແລະ ອົງກອນຂອງທ່ານໃຫ້ມີປະສະດທິພາບຍິ່ງຂຶ້ນ!!! ARSA Framework ອາສາ ເຟຣມເວິກ ເປັນບໍລິສັດທີ່ສາມາດສ້າງເຕັກໂນໂລຊີແບບອະເນກປະສົງ ສາມາດເຊື່ອມໂຍງ ແລະ ຮອງຮັບການປະມວນຜົນ, ສະແດງຜົນ ແລະ ການຕິດຕໍ່ສື່ສານຜ່ານຄລາວ (Cloud) ໄດ້ແບບຜ່ານຊ່ອງທາງດຽວ (One ...

Read More »

ລາວຈະໄດ້ປັບປຸງ 4 ດ້ານ ເພື່ອຍົກລະດັບຄວາມສາມາດດ້ານການແຂ່ງຂັນ

ທ່ານອາດໄດ້ອ່ານບົດລາຍງານປະເມີນຄວາມສາມາດດ້ານການແຂ່ງຂັນສາກົນ (Global Competitiveness Report) ທີ່ຈັດທໍາໂດຍ ອົງການເວທີເສດຖະກິດໂລກ (World Economic Forum) ສຳລັບປີ 2019 ທີ່ຫາກໍໄດ້ພິມເຜີຍແຜ່. ໃນນີ້, ໄດ້ມີການຈັດອັນດັບຄວາມສາມາດດ້ານການແຂ່ງຂັນຂອງປະເທດຕ່າງໆ ບົນພື້ນຖານການສົມທຽບບັນດາປັດໃຈທັງໝົດ 12 ເສົາຄໍ້າ ຊຶ່ງແບ່ງຍ່ອຍອອກເປັນ 103 ຕົວຊີ້ວັດ ທີ່ມີຜົນຕໍ່ການເຕີບໂຕທາງເສດຖະກິດ, ການຍົກລະດັບຜະລິດຕະພາບ ແລະ ການພັດທະນາມະນຸດ. ນີ້ສ່ອງແສງໃຫ້ເຫັນເຖິງຄວາມສໍາຄັນຂອງການຍົກລະດັບຄວາມສາມາດດ້ານການແຂ່ງຂັນ ທີ່ເປັນປັດໄຈຕັດສິນ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ ປະກອບສ່ວນຕໍ່ແນວທາງການພັດທະນາເພື່ອຫຼຸດຜ່ອນຄວາມທຸກຍາກ. ດັ່ງນັ້ນ, ຈຶ່ງຮຽກຮ້ອງເຖິງແນວທາງການພັດທະນາທີ່ຮັບປະກັນຄວາມດຸ່ນດ່ຽງ ລະຫວ່າງການເຊື່ອມສານດ້ານເຕັກໂນໂລຊີ ແລະ ການລົງທຶນດ້ານຊັບພະຍາກອນມະນຸດ ເພື່ອຍົກລະດັບຜະລິດຕະພາບ ທັງສົ່ງເສີມດ້ານນະວັດຕະກຳ ເພື່ອສ້າງມູນຄ່າເພີ່ມແກ່ຂະບວນການຜະລິດ-ການບໍລິການ ແລະ ການປະກອບສ່ວນຂອງທຸລະກິດຂະໜາດນ້ອຍ ແລະ ກາງ ໃນປີ 2019, ລາວເຮົາແມ່ນຖືກຈັດຢູ່ໃນອັນດັບທີ 113 (ຈາກ 141 ປະເທດ ຫຼືເສດຖະກິດໃນໂລກ) ຖືວ່າຕົກໄປໜຶ່ງອັນດັບເມື່ອສົມທຽບກັບປີ 2018. ສຳລັບພາກພື້ນອາຊຽນ​ ສິງກະໂປ ໄດ້ອັນດັບທີ 1, ໄທ ອັນດັບທີ 40, ອິນໂດເນເຊຍ ...

Read More »

ເຄັດລັບຄວາມສໍາເລັດໃນການສ້າງທຸລະກິດ 100 ປີ ແບບຈິດວິນຍານຍີ່ປຸ່ນ

ສະບາຍດີປີໃໝ່ບັນດາທ່ານຜູ້ອ່ານທຸກໆທ່ານ, ຄູເຊັ່ງຫວັງຢ່າງຍິ່ງວ່າທຸກໆທ່ານໄດ້ຕັ້ງເປົ້າໝາຍສ່ວນຕົວ ແລະ ຕັ້ງເປົ້າໝາຍໃນອົງກອນກ່ຽວກັບວຽກງານ, ທຸລະກິດ, ສຸຂະພາບ, ການສ້າງຄວາມຮັກຄວາມສໍາພັນ, ກິດຈະກຳຍາມຫວ່າງ, ການທ່ອງທ່ຽວ, ການຊ່ວຍເຫຼືອສັງຄົມ ແລະ ເປົ້າໝາຍໃນການພັດທະນາຕົນເອງໃນປີ 2020 ຮຽບຮ້ອຍໝົດທຸກຢ່າງແລ້ວ. ຄູເຊັ່ງຂໍອວຍພອນໄຊອັນປະເສີດ ໃຫ້ທຸກໆທ່ານສາມາດພິຊິດເປົ້າໝາຍຢ່າງສໍາເລັດຜົນທີ່ໄດ້ຕັ້ງເອົາໄວ້ໃນປີນີ້ດ້ວຍ. ເມື່ອເອີ່ຍເຖິງການເຮັດທຸລະກິດຂອງຄົນຍີ່ປຸ່ນ ແລະ ອົງກອນໃນບໍລິສັດຍີ່ປຸ່ນ ຈັ່ງແມ່ນເປັນຕາມະຫັດສະຈັນ ແລະ ງຶດງໍ້ເອົາແທ້ເອົາວ່າ ທີ່ຄົນຍີ່ປຸ່ນເຮັດທຸລະກິດ ແລະ ສ້າງບໍລິສັດມາໄດ້ຫຼາຍກ່ວາ 100 ປີຂຶ້ນໄປ, ບາງບໍລິສັດຢູ່ລອດໄດ້ມາຮອດ 1,000 ປີຂຶ້ນໄປ. ອີງຕາມບົດຄົ້ນຄ້ວາກວດສອບຂໍ້ມູນຕົວຈິງຈາກບໍລິສັດຍີ່ປຸ່ນ Teikoku Data Bank (株式会社帝国データバンク) ເຊິ່ງເປັນບໍລິສັດເກັບກໍາຂໍ້ມູນໃນອົງກອນໂດຍສະເພາະ ໄດ້ເປີດເຜີຍໃຫ້ຮູ້ວ່າ: ບໍລິສັດຍີ່ປຸ່ນທີ່ດໍາເນີນທຸລະກິດມາໄດ້ເກີນ 100 ປີ ມີເຖິງ 33,259 ບໍລິສັດ, ແນ່ນອນບໍລິສັດຍີ່ປຸ່ນທີ່ດໍາເນີນທຸລະກິດເກີນ 100 ປີຂຶ້ນໄປ ມີຈໍານວນຫຼາຍກວ່າໝູ່ໃນໂລກ. ພ້ອມດຽວກັນນີ້ອັນດັບ 1,2,3 ທີ່ດໍາເນີນທຸລະກິດເກົ່າແກ່ທີ່ສຸດໃນໂລກຫຼາຍກ່ວາ 1,000 ປີຂຶ້ນໄປກໍຢູ່ໃນປະເທດຍີ່ປຸ່ນເຊັ່ນກັນ. ອັນດັບທີ 1​ ຂອງບໍລິສັດທີ່ເກົ່າແກ່ທີ່ສຸດໃນໂລກແມ່ນ ບໍລິສັດຄົງໂກະ ກຸມິ ຈໍາກັດ (Kongo Gumi ...

Read More »

ການສ້າງໂອກາດໃນການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດ ຂະໜາດນ້ອຍ ແລະ ກາງ (ວນກ)

ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ຖືເປັນແຜນວຽກບຸລິມະສິດໜຶ່ງຂອງລັດຖະບານແຫ່ງ ສປປ ລາວ ທີ່ໄດ້ຖືກຍົກມາສົນທະນາກັນທັງໃນພາກລັດ ແລະ ພາກເອກະຊົນ ເຊິ່ງປັດຈຸບັນ ຈຳນວນວິສາຫະກິດດັ່ງກ່າວໄດ້ກວມເອົາສັດສ່ວນຫຼາຍກວ່າ 90 ສ່ວນຮ້ອຍ ຂອງຈຳນວນບັນດາຫົວໜ່ວຍທຸລະກິດໃນ ສປປ ລາວ ແລະ ເປັນພາກສ່ວນທີ່ສາມາດຊ່ວຍເສີມສ້າງຮາກຖານຄວາມເຂັ້ມຂອງຂອງເສດຖະກິດລາວ ກໍຄືການສ້າງວຽກເຮັດງານທຳໄດ້ຢ່າງຫຼວງຫຼາຍ, ສາມາດປັບປຸງຄຸນນະພາບຂອງການຜະລິດ, ສ້າງລາຍຮັບ ແລະ ປະກອບສ່ວນເຂົ້າໃນການເຮັດໃຫ້ປະຊາຊົນລາວ ຢູ່ດີກິນດີຍິ່ງຂຶ້ນ. ແຕ່ສິ່ງທ້າທາຍຕໍ່ກັບການສົ່ງເສີມ ວນກ ນັ້ນ ກໍແມ່ນເລື່ອງສະພາບແວດລ້ອມທາງດ້ານທຸລະກິດ ເຊິ່ງຂໍ້ຫຍຸ້ງຍາກຕົ້ນຕໍທີ່ ວນກ ກຳລັງປະເຊີນຢູ່ ນັ້ນກໍຄື ການເຂົ້າເຖິງແຫຼ່ງທຶນ. ໃນບົດຄວາມນີ້ຜູ້ຂຽນຈຶ່ງຂໍນຳສະເໜີກ່ຽວກັບສະພາບ ແລະ ຄວາມສາມາດໃນການເຂົ້າເຖິງແຫຼ່ງທຶນ ລວມເຖິງປັດໄຈ ແລະ ເງື່ອນໄຂທີ່ຈະເສີມສ້າງຄວາມເຂັ້ມແຂງທາງການເງິນໃຫ້ແກ່ການເຄື່ອນໄຫວທຸລະກິດຂອງ ວນກ ໃນ ສປປ ລາວ. ອີງຕາມກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 061/ປປທ ລົງວັນທີ 16/01/2012 ໄດ້ສະແດງອອກໃຫ້ເຫັນເຖິງເຈດຈໍານົງຂອງລັດຖະບານໃນການສົ່ງເສີມ ແລະ ກໍ່ສ້າງພື້ນຖານເສດຖະກິດລາວ ຜ່ານ 13 ກິດຈະກຳສົ່ງເສີມຄວາມເຂັ້ມແຂງຂອງ ວນກ ເຊິ່ງໜຶ່ງໃນນັ້ນກໍແມ່ນປະກອບມີ ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ, ...

Read More »

ເຊື່ອວ່າ ຫຼາຍໆຄົນຕ້ອງມີພຶດຕິກຳການຊື້ ທີ່ບໍ່ມີເຫດຜົນ ແມ່ນບໍ່?

ສະບາຍດີ ທ່ານຜູ້ອ່ານວາລະສານທາເກັດທັງຫຼາຍ ໃນປີທີ່ຜ່ານມາທ່ານໄດ້ເຫັນແລ້ວວ່າ ບ້ານເຮົາມີທຸລະກິດຫຼາຍປະເພດທີ່ເປີດຂຶ້ນມາໃໝ່ ແລະກໍມີທຸລະກິດຈຳນວນຫຼວງຫຼາຍ ທີ່ທົນຕໍ່ສະພາບການແຂ່ງຂັນທີ່ດຸເດືອດ, ປັບຕົວກັບການປ່ຽນແປງຂອງຕະຫຼາດ ແລະພຶດຕິກຳຂອງຜູ້ບໍລິໂພກ ຍຸກ 5.0 ບໍ່ທ່ວງທັນ ຈົນຕ້ອງຈຳໃຈປິດກິດຈະການໄປ. ເຊິ່ງເມື່ອວິເຄາະແລ້ວ ບັນຫາຫຼັກໆ ທີ່ເຮັດໃຫ້ທຸລະກິດເຫຼົ່ານັ້ນ ຕ້ອງຕົກຢູ່ໃນສະພາບຝືດເຄືອງ ຍອດຂາຍຕົກຕ່ຳແບບຕໍ່ເນື່ອງ ສາຍເຫດມາຈາກການຂາດຄວາມຮູ້ທາງການຕະຫຼາດ ບໍ່ວ່າຈະເປັນ ການຂາດການວາງຍຸດທະສາດ ແລະການປະເມີນຜົນທີ່ເໝາະສົມ, ບໍ່ມີການເຈາະຈົງກຸ່ມເປົ້າໝາຍທີ່ແນ່ນອນ ຈຶ່ງເຮັດໃຫ້ບໍ່ເຂົ້າໃຈຄວາມຕ້ອງການ ແລະພຶດຕິກຳການຊື້ ຂອງກຸ່ມເປົ້າໝາຍສະເພາະ ແລ້ວຍັງປ່ຽນແປງໄປຕາມປັດໄຈພາຍນອກ ແລະຄວາມກ້າວໜ້າທາງເຕັກໂນໂລຊີນຳອີກ. ນອກຈາກນີ້ ໃນປີທີ່ຜ່ານມາ ບັນດາທ່ານກໍອາດເຄີຍໄດ້ຍິນຜ່ານໆຫູ ກ່ຽວກັບຄວາມຮູ້ທາງການຕະຫຼາດແບບໃໝ່ ທີ່ເອີ້ນວ່າ: ການຕະຫຼາດແບບປະສາດວິທະຍາ (Neuroscience / Neuromarketing) ທີ່ໃຊ້ເຄື່ອງມືທາງວິທະຍາສາດ ເຂົ້າມາສຶກສາການເຮັດວຽກຂອງສະໝອງຄົນ ສາມາດຈັບຄື່ນສະໝອງ ຈັບສັນຍານ ຄວາມເຄື່ອນໄຫວຂອງສາຍຕາ ອັດຕາການເຕັ້ນຂອງຫົວໃຈ ອາລົມຄວາມຮູ້ສຶກ ແລະອື່ນໆ. ເຮັດໃຫ້ເຂົ້າໃຈຂະບວນການຄິດຂອງຄົນ ປະຕິກິລິຍາຕອບສະໜອງຕໍ່ໂຄສະນາສິນຄ້າຕ່າງໆ. ສະນັ້ນ, ຄວາມຮູ້ຂະແໜງນີ້ ຈຶ່ງກາຍເປັນອີກເຄື່ອງມືໜຶ່ງທີ່ຖືກກ່າວເຖິງຢ່າງຫຼວງຫຼາຍ ໃນວົງການການຕະຫຼາດ ຖືກນຳໃຊ້ວິເຄາະເພື່ອຊອກຫາ ຂໍ້ມູນລູກຄ້າແບບເຈາະເລິກ (Customer insights) ເຊິ່ງເຮັດໃຫ້ການວາງແຜນການຕະຫຼາດ ການຜະລິດສື່ໂຄສະນາມີປະສິດທິພາບຫຼາຍຂຶ້ນ. ຈາກການສຳຫຼວດພຶດຕິກຳການຊື້ ໂດຍໃຊ້ການຕະຫຼາດແບບປະສາດວິທະຍາ ເຫັນວ່າ 75% ...

Read More »

ການຈັດເກັບລາຍຮັບປະຈໍາປີ 2019

ບັນດາທ່ານ ສະບັບກ່ອນ ພວກເຮົາໄດ້ນໍາສະເໜີວຽກງານພົ້ນເດັ່ນ ແລະ ການພະຍາຍາມຂອງລັດຖະບານໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມໃນປີ 2019; ໃນສະບັບເລີ່ມຕົ້ນປີ 2020 ນີ້ ພວກເຮົາຂໍນໍາສະເໜີການຈັດເກັບລາຍຮັບປະຈໍາປີ 2019 ຂອງລັດຖະບານ ເຊິ່ງຂໍ້ມູນຈາກບົດລາຍງານຂອງ ທ່ານຮອງນາຍົກລັດຖະມົນຕີ; ລັດຖະມົນຕີກະຊວງການເງິນທີ່ເພິ່ນນໍາສະເໜີໃນກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII. ຂໍອານຸຍາດຄັດຈ້ອນເອົາແຕ່ເລື່ອງລາຍຮັບດັ່ງນີ້: ອິງຕາມງົບປະມານແຫ່ງລັດທີ່ສະພາຮັບຮອງປະຈໍາປີ 2019 ປະກອບມີ: ແຜນລາຍຮັບທັງໝົ 26.502,29 ຕື້ກີບ, ໃນນັ້ນລາຍຮັບພາຍໃນ 24.240,00 ຕື້ກີບ; ລາຍຮັບຈາກການຊ່ວຍເຫຼືອລ້າ: 2.065,29 ຕື້ກີບ ແລະ ລາຍຮັບຈາກການປະກອບສ່ວນຂອງສັງຄົມ 197 ຕື້ກີບ. ສໍາລັບການຈັດຕັ້ງປະຕິບັດທັງໝົດ: ຮອດວັນທີ 31 ຕຸລາ 2019 ປະຕິບັດໄດ້: 19.439,39 ຕື້ກີບ ເທົ່າກັບ 73,53% ຂອງແຜນການປີ, ໃນນັ້ນ; ລາຍຮັບພາຍໃນປະຕິບັດໄດ້: 18.558,17 ຕື້ກີບ, ເທົ່າກັບ 76,56% ຂອງແຜນການປີ. ຄາດຄະເນ ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໝົດປີ 2019: ຄາດຄະເນລາຍຮັບງົບປະມານທັງໝົດ: ...

Read More »

ຜະລິດຕະພັນກະສິກຳສົ່ງອອກ ຍີ່ຫໍ້ “ບ້ານເກີນ”

“ລາວເຮັດ ລາວໄດ້ ລາວໃຊ້ ລາວຈະເລີນ” ຄໍາຂວັນນີ້ຄົງຈະຄຸ້ນຫູຫຼາຍໆຄົນ ເພາະຖືວ່າເປັນຄໍາຂວັນທີ່ຢູ່ຄູ່ສັງຄົມລາວມາ 60 ກວ່າປີແລ້ວ ນັບຕັ້ງແຕ່ສະໄໝລັດຖະບານປະສົມ ໃນເຫດການໂຮມລາວຄັ້ງທີ 1 ປີ 1957 ທີ່ມີເປົ້າໝາຍຕ້ອງການກະຕຸ້ນໃຫ້ຄົນລາວຮູ້ສຶກຕື່ນຕົວ ວ່າຄວນຫັນມາເປັນຜູ້ຜະລິດ ພ້ອມທັງຊົມໃຊ້ສິນຄ້າ ແລະບໍລິການຂອງຄົນລາວເອງ ເພື່ອສ້າງຄວາມເຂັ້ມແຂງທາງເສດຖະກິດ ຫຼຸດຜ່ອນການຂາດດຸນການຄ້າຂອງຊາດ ເມື່ອເວລາຜ່ານເລີຍໄປຫຼາຍທົດສະວັດ ເຫັນວ່າບັນຫາການຂາດດຸນການຄ້າຂອງລາວເຮົາກໍຍັງຄົງປະກົດໃຫ້ເຫັນຢູ່ ເນື່ອງຈາກການຜະລິດສິນຄ້າພາຍໃນທີ່ຍັງບໍ່ທັນເຂັ້ມແຂງ ຕ້ອງນຳເຂົ້າສິນຄ້າຈາກຕ່າງປະເທດຫຼາຍຂຶ້ນເລື້ອຍໆ ພາໃຫ້ຄວາມຕ້ອງການເງິນກີບຫຼຸດລົງ ສົ່ງຜົນໃຫ້ເງິນກີບອ່ອນຄ່າຢ່າງຕໍ່ເນື່ອງ ແລະທະວີຄວາມຮຸນແຮງຂຶ້ນນັບແຕ່ຕົ້ນປີ 2019 ທີ່ຜ່ານມາ ເຊິ່ງກະທົບໂດຍກົງຕໍ່ຄ່າຄອງຊີບຂອງປະຊາຊົນ ແລະຕົ້ນທຶນຂອງທຸກໆຫົວໜ່ວຍທຸລະກິດ ທີ່ເພີ່ມສູງຂຶ້ນ ສະນັ້ນ ມື້ນີ້ ຄໍລຳ Entrepreneurship ຈະຂໍນຳສະເໜີເລື່ອງລາວຂອງຜູ້ປະກອບການທ່ານໜຶ່ງ ທີ່ມີວິໄສທັດ ມຸ່ງຫວັງຢາກໃຫ້ສິນຄ້າລາວຫຼາກຫຼາຍ ແລະເຕີບໃຫຍ່ຂະຫຍາຍຕົວ… (ລາຍລະອຽດສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 162 ເດືອນມັງກອນ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 ...

Read More »

“ອີຄອມເມີສ” ສ້າງໂອກາດຄຳແກ່ສິນຄ້າຫັດຖະກຳ

ການຄ້າທາງອີເລັກໂຕຣນິກ ຫຼື ອີຄອມເມີສ ຖືວ່າກຳລັງມາແຮງໃນໄລຍະນີ້ ຊຶ່ງໄດ້ເປີດໂອກາດທອງໃຫ້ທຸລະກິດຂະໜາດນ້ອຍ ສາມາດເຮັດການຕະຫຼາດ ຫຼື ໂຄສະນາ ແລະ ວາງຂາຍສິນຄ້າທາງອອນລາຍໄດ້ ຢ່າງສະດວກ ແລະ ວ່ອງໄວຫຼາຍຂຶ້ນ. ຜູ້ປະກອບການຫັດຖະກຳລາວ ນອກຈາກໃຊ້ອີຄອມເມີສເຂົ້າໃນການໂຄສະນາ ແລະ ຂາຍຜະລິດຕະພັນຂອງຕົນ ບໍ່ວ່າຈະເປັນການສ້າງເວັບໄຊ ຫຼື ບັນຊີເຟສບຸກຂອງຕົນ ຫຼືອີກຊ່ອງທາງໜຶ່ງ ແມ່ນການຝາກຂາຍຜ່ານ platform ອັນເປັນທີ່ຮູ້ຈັກ ທັງໄດ້ຮັບຄວາມເຊື່ອໝັ້ນຈາກລູກຄ້ານອກປະເທດ ນໍາອີກ. ການໃຊ້ອີຄອມເມີສໃນປະຈຸບັນ ແມ່ນມີຄ່າໃຊ້ຈ່າຍຖືກຫຼາຍ ແຕ່ສາມາດສົ່ງເສີມການຂາຍໄດ້ຢ່າງກວ້າງຂວາງທົ່ວໂລກ. ພວກເຮົາມາຮູ້ຈັກກັບ 2-3 ເວັບໄຊ້ ທີ່ບັນດາທ່ານສາມາດເຂົ້າໄປໃຊ້ບໍລິການກັນໄດ້. ເວັບໄຊ້ ແລະ ແອບພລີເຄຊັນ Etsy.com ເນັ້ນຈໍາໜ່າຍສິນຄ້າທີ່ເປັນເອກະລັກສະເພາະຕົວ ຫຼືສ້າງສັນ ບໍ່ວ່າຈະແມ່ນສິນຄ້າຫັດຖະກຳຈົນເຖິງຂອງເກົ່າສະສົມ ດັ່ງສະໂລແກນທີ່ວ່າ  “If it’s handcrafted, vintage, custom or unique, it’s on Etsy”. ເຖິງແມ່ນວ່າ ຍຸກອີຄອມເມີສຈະໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍານັບມື້ນັບຫຼາຍຂຶ້ນ ແຕ່ເວັບໄຊ້ນີ້ ຍັງເນັ້ນວິໄສທັດທີ່ຄົງຮັກສາການພົວພັນສື່ສານໂດຍກົງ ລະຫວ່າງຜູ້ຂາຍກັບຜູ້ຊື້ ໃຫ້ເປັນໝາກຫົວໃຈຂອງການຊື້ຂາຍ. ດັ່ງນັ້ນ, ...

Read More »