ເສດຖະກິດ ແຂວງຄໍາມ່ວນ ສືບຕໍ່ຂະຫຍາຍຕົວສະເລ່ຍ 6,74%.

ສະບັບປິດທ້າຍປີ 2019 ພວກເຮົາໄດ້ຮັບກຽດສໍາພາດທ່ານ ໂອໄດ ສຸດາພອນ ກໍາມະການສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງໆຄໍາມ່ວນ ເຊິ່ງທ່ານໄດ້ແຈ້ງໃຫ້ຮູ້ເຖິງການພັດທະນາເສດຖະກິດ-ສັງຄົມໂດຍລວມຂອງແຂວງ ພ້ອມທັງວິໄສທັດ ແລະ ການແກ້ໄຂສິ່ງທ້າທາຍຕ່າງໆເພື່ອເຮັດໃຫ້ການພັດທະນາຂອງແຂວງບັນລຸຜົນໄປຕາມທິດທາງ ແລະ ຄາດໝາຍຕັ້ງໄວ້ , ທັງເປັນການດຶງດູູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ.

  1. ການພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ​ແຂວງ​ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ແນວ​ໃດ?

ໂດຍລວມແລ້ວ ແຂວງຄໍາມ່ວນກໍເປັນແຂວງໜຶ່ງທີ່ມີການພັດທະນາເສດຖະກິດ-ສັງຄົມ ດີຂຶ້ນເປັນກ້າວໆໃນແຕ່ລະປີ ເຖິງວ່າສະພາບພາຍໃນປະເທດ ແລະ ພາກພື້ນ ເວົ້າລວມ, ຢູ່ພາຍໃນແຂວງ ເວົ້າສະ ເພາະ ຈະພົບກັບຄວາມຫຍຸ້ງຍາກ ເປັນຕົ້ນແມ່ນ ຄວາມຫຍຸ້ງຍາກທາງດ້ານງົບປະມານ, ການແກ້ໄຂຜົນກະທົບຈາກໄພທໍາມະຊາດ, ບັນຫາພະຍາດອະຫິວາໝູ ອາຟຣິກາ ແລະ ໄຂ້ຍຸງລາຍລະບາດ ແຕ່ພວກເຮົາກໍໄດ້ພ້ອມກັນຜ່ານຜ່າ ແລະ ແກ້ໄ​ຂ ສາມາດຮັບປະກັນໃຫ້ແຂວງຄໍາມ່ວນ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ ໂດຍພື້ນຖານ, ດ້ານເສດຖະກິດ ໃນ 9 ເດືອນຜ່ານມາ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍອັດຕາ 6,74% ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 8.176,75 ຕື້ກີບ ລາຍຮັບສະເລ່ຍຕໍ່ຄົນ 2.148 ໂດລາສະຫະລັດ/ຄົນ/ປີ ທຽບກັບ 5 ປີ ຜ່ານມາ ເພີ່ມຂຶ້ນ 464 ໂດລາສະຫະລັດ, ທຽບກັບປີ 2018 ເພີ່ມຂຶ້ນ 27 ໂດລາສະຫະລັດ, ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໄດ້​​ຫັນ​ປ່ຽນ​ໄປ​ຕາມ​ທິດ​ຕັ້ງ​ໜ້າ, ບ້ານທຸກຍາກຍັງເຫຼືອ 7 ບ້ານ ທຽບກັບ 5 ປີ ຜ່ານມາຫຼຸດ​ລົງ 5 ບ້ານ, ທຽບ​ກັບ​ປີ 2018 ຫຼຸດ​ລົງ 3 ບ້ານ, ຄອບ​ຄົວ​ທຸກ​ຍາກ ຍັງ​ເຫຼືອ 763 ຄອບ​ຄົວ ທຽບ​ກັບ 5 ປີ​ຜ່ານ​ມາ ຫຼຸດ​ລົງ 388 ຄອບ​ຄົວ, ທຽບ​ກັບປິ 2018 ຫຼຸດ​ລົງ 131 ຄອບ​ຄົວ, ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ພວກ​ເຮົາກໍໄດ້​ຖື​ສຳ​ຄັນ ​ໃນ​ການພັດ​ທະ​ນາ​ວຽກ​ງານ ວັດ​ທະ​ນະ​ທຳ-ສັງ​ຄົມ ຕາມ​ທິດ​ທີ່​ວາງ​ໄວ້​ໃນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ອົງ​ຄະ​ນະ​ພັກ​ແຂວງ ແລະ ວຽກ​ງານ​ຈຸດ​ສຸມ ໃນ​ປີ 2019.

  1. ສິ່ງ​ພົ້ນ​ເດັ່ນ ແລະ ເປັນ​ທ່າ​ແຮງ​ຂອງ​ແຂວງ​ມີ​ດ້ານ​ໃດ​ແດ່?

ແຂວງຄໍາມ່ວນເປັນແຂວງໜຶ່ງ ທີ່ຖືໄດ້ວ່າເປັນແຂວງທີ່ມີສິ່ງພົ້ນເດັ່ນ ແລະ ມີທ່າແຮງຫຼາຍດ້ານທີ່ສຳຄັນ ທັງທາງດ້ານທີ່ຕັ້ງ, ພູມສັນຖານ, ພື້ນຖານໂຄງລ່າງ.

  1. ທາງດ້ານທີ່ຕັ້ງ: ແຂວງຄໍາມ່ວນ ຕັ້ງຢູ່ລະຫວ່າງກາງຂອງປະເທດລາວ  ມີຊາຍແດນຕິດກັບ ຣາຊະອານາຈັກໄທ ແລະ ສສ.ຫວຽດນາມ, ມີເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຜ່ານແຕ່ທິດເໜືອ-ໃຕ້, ມີເສັ້ນທາງຫຼວງແຫ່ງຊາດ ເລກທີ 12 ຜ່ານແຕ່ ທິດຕາວັນອອກ-ຕາເວັນຕົກ, ນອກນັ້ນ ຍັງນອນຢູ່ໃນໂຄງການປັບປຸງຍົກລະດັບເສັ້ນທາງຫຼວງແຫ່ງຊາດເລກທີ 12 ໃຫ້ເປັນທາງດ່ວນ ແລະ ນອນຢູ່ໃນໂຄງການກໍ່ສ້າງເສັ້ນທາງລົດໄຟ ຈາກນະຄອນຫຼວງວຽງຈັນ-ຫວຽດນາມ ຜ່ານຊາຍແດນແຂວງຄໍາມ່ວນ-ແຂວງກວາງບິ່ງ ເຊື່ອມຕໍ່ໃສ່ທ່າເຮືອນໍ້າເລິກຫວຸ້ງອ່າງ ແຂວງຮ່າຕິ່ງ ສສ.ຫວຽດນາມທີ່ເປັນເສັ້ນທາງສັ້ນທີ່ສຸດພຽງ 350 ກິໂລແມັດ ເຊິ່ງຈະສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການຄົມມະນາຄົມ, ການຂົນສົ່ງສິນຄ້າ, ການທ່ອງທ່ຽວ ແລະ ການໄປ-ມາ ຂອງປະຊາຊົນໄດ້ສະດວກ, ປະຢັດເວລາ ແລະ ມີຄວາມປອດໄພສູງ.

2. ທາງດ້ານພູມສັນຖານ: ແຂວງຄໍາມ່ວນ ມີເນື້ອທີ່ 16.315 ກິໂລຕາແມັດ,ເຂດພູດອຍ ກວມເອົາ 53,70% ຂອງເນື້ອທີ່ທົ່ວແຂວງ ໂດຍສະເພາະ ທາງທິດຕາເວັນອອກຂອງແຂວງ ເຊິ່ງເປັນເຂດຕົ້ນແມ່ນໍ້າລໍາເຊ, ເປັນເຂດທີ່ອຸດົມສົມບູນໄປດ້ວຍຊີວະນາໆພັນ, ມີພູຜາຫີນ-ມີຖໍ້ານໍ້າລອດ ທີ່ໃຫຍ່ ແລະ ສວຍງາມ ເໝາະແກ່ການພັດທະນາ ເປັນແຫ່ງທ່ອງທ່ຽວທາງທໍາມະຊາດ ຕິດພັນກັບການອະນຸຮັກ ເດັ່ນກວ່າໝູ່ແມ່ນ: ຖໍ້າກອງລໍ, ຖໍ້ານໍ້າລອດເຊບັ້ງໄຟ, ປ່າສະຫງວນແຫ່ງຊາດພູຫີນປູນ (ພູຜາມານ), ປ່າສະຫງວນແຫ່ງຊາດພູຫີນໜາມໜໍໍ່ ທີ່ກໍາລັງນໍາສະເໜີເຂົ້າເປັນມໍລະດົກໂລກທາງທໍາມະຊາດ ແຫ່ງທໍາອິດຂອງ ສປປ ລາວ, ອຸທິຍານແຫ່ງຊາດນາກາຍ- ນໍ້າເທີນ ເຊິ່ງເປັນປ່າສະຫງວນແຫ່ງຊາດ ທີ່ໃຫຍ່ທີ່ສຸດຂອງປະເທດລາວ, ເຂື່ອນໄຟຟ້ານໍ້າເທີນ 2, ສ່ວນເຂດທົ່ງພຽງ ກວມເອົາ 46,30% ເຂດດັ່ງກ່າວເໝາະສົມແກ່ການຜະລິດກະສິກໍາເປັນສິນຄ້າ ໂດຍສະເພາະແມ່ນການປູກເຂົ້າ ດ້ວຍເຫດນັ້ນ ລັດຖະບານຈຶ່ງກໍານົດເນື້ອທີ່ເຂດທົ່ງພຽງຂອງແຂວງ ເຂົ້າໃນໂຄງການຄໍ້າປະກັນສະບຽງອາຫານ ແລະ ຜະລິດກະສິກຳເປັນສິນຄ້າ ເຊັ່ນ: ເຂດລຸ່ມເຮືອນຈັກໂຄງການໄຟຟ້ານໍ້າເທີນ 2, ເຂດລຸ່ມເຮືອນຈັກໂຄງການໄຟຟ້າເທີນ-ຫີນບູນ, ເຂດທົ່ງຮາບເຊບັ້ງໄຟ, ເຂດທົ່ງຮາບທ່າແຂກ.

-ທ່າ​ແຮງປະກອບມີ:

+ ດ້ານການທ່ອງທ່ຽວ: ປັດຈຸບັນ ແຂວງຄໍາມ່ວນ ເປັນແຂວງໜຶ່ງທີ່ມີພື້ນຖານໂຄງລ່າງຫຼາຍບ່ອນທີ່ສຳຄັນ ແລະ ມີຈຸດພິເສດທີ່ເປັນເອກະລັກ, ເອື້ອຍອຳນວຍ ແລະ ກາຍເປັນຂໍ້ສະດວກຫຼາຍຢ່າງໃຫ້ແກ່ວຽກງານສົ່ງເສີມ ແລະ ພັດທະນາການທ່ອງທ່ຽວ ບໍ່ວ່າຈະເປັນວຽກງານການທ່ອງທ່ຽວທາງດ້ານທໍາມະຊາດ, ປະຫວັດສາດ ແລະ ດ້ານວັດທະນະທຳ. ເຊິ່ງປັດຈຸບັນ ໄດ້ສໍາເລັດການສຳຫຼວດ ຂຶ້ນສະຖິຕິແຫຼ່ງທ່ອງທ່ຽວໃນທົ່ວແຂວງ ສໍາເລັດແລ້ວ ຈຳນວນ 207 ແຫ່ງ.

+ ດ້ານບໍລິການຂົນສົ່ງ: ແຂວງຄໍາມ່ວນ ມີເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຜ່ານແຕ່ທິດ ເໜືອຫາ ທິດໃຕ້, ມີເສັ້ນທາງຫຼວງແຫ່ງຊາດ ເລກທີ 12 ຜ່ານແຕ່ທິດຕາເວັນອອກ ຫາ ທິດຕາເວັນຕົກ ເປັນເສັ້ນທາງທີ່ສໍາຄັນໃນການນໍາໃຊ້ເປັນເສັ້ນທາງຫຼັກໃນການຂົນສົ່ງສິນຄ້າຈາກປະເທດໄທຫາສສ.ຫວຽດນາມ ໂດຍຜ່ານດ່ານຊາຍແດນສາກົນ ຂົວມິດຕະພາບ 3 ຄໍາມ່ວນ (ລາວ)-ນະຄອນພະນົມ (ໄທ) ແລະ ດ່ານ ຊາຍແດນສາກົນ ນາເພົ້າ (ລາວ)-ຈໍຫລໍ (ຫວຽດນາມ), ມີຈຸດປ່ຽນຖ່າຍສິນຄ້າ ທີ່ສາມາດຕອບສະໜອງ ການຄ່ຽນຖ່າຍສິນຄ້າໄດ້ພຽງພໍ ແລະ ໃນອະນາຄົດ ລັດຖະບານຍັງມີແຜນຈະສ້າງເສັ້ນທາງລົດໄຟເຊື່ອມຕໍ່ ລະຫວ່າງ ສປປ ລາວ ກັບ ສສ.ຫວຽດນາມ ໂດຍຜ່ານແຂວງຄໍາມ່ວນ ອອກໄປໃສ່ແຂວງກວາງບິ່ງ ເຊື່ອມຕໍ່ກັບລະບົບລາງຂອງຫວຽດນາມ ເພື່ອສະດວກໃນການຂົນສົ່ງ ແລະ ພັດທະນາຕາມແລວທາງເສດຖະກິດ ຕາ ເວັນອອກ-ຕາເວັນຕົກ ແລະ ເຂດອານຸພາກພື້ນ.

– ດ້ານການຜະລິດກະສິກໍາ: ແຂວງຄໍາມ່ວນເປັນແຂວງ ໃນແຜນງານຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຜະລິດກະສິກຳເປັນສິນຄ້າ ຂອງລັດຖະບານ ໂດຍສະເພາະແມ່ນການຜະລິດເຂົ້າ ປັດຈຸບັນທົ່ວແຂວງມີເນື້ອທີ່ປູກເຂົ້າ ທັງໝົດ 84.650 ເຮັກຕາ, ສໍາລັບເນື້ອທີ່ນາແຊງ ມີ 10.000 ກວ່າເຮັກຕາ ແລະ ຍັງສາມາດຂະຫຍາຍໄດ້ຕື່ມອີກຫຼາຍພັນເຮັກຕາ, ເຊິ່ງເນື້ອທີ່ບາງເຂດຍັງມີເງື່ອນໄຂສະດວກ ໃຫ້ແກ່ການຜະລິດກະສິກຳ ດ້ວຍລະບົບນໍ້າໄຫຼເຂົ້າຫົດເນື້ອທີ່ປູກເຂົ້າເອງກວມເນື້ອທີ່ຫົດ 20.000 ເຮັກຕາ ໂດຍສະເພາະ ເຂດລຸ່ມເຂື່ອນໄຟຟ້ານໍ້າເທີນ 2 ແລະ ເຂື່ອນແຫ່ງອື່ນໆ, ມີເນື້ອທີ່ປ່າໄມ້ທຳມະຊາດປົກ​ຫຸ້ມ​ກວມ 67% ຂອງ​ເນື້ອ​ທີ່​ທົ່ວ​ແຂວງ, ມີປ່າສະຫງວນແຫ່ງ​ຊາດ 03 ແຫ່ງ ມີເນື້ອທີ່ ລວມ 577.000 ເຮັກຕາ ແລະ ປ່າຜະລິດ ມີ​ເນື້ອ​ທີ່ລວມ 282.000 ເຮັກຕາ.

-ດ້ານ​ພະ​ລັງ​ງານ ແລະ ບໍ່​ແຮ່: ແຂວງຄໍາມ່ວນ ມີເຂື່ອນໄຟຟ້າເທີນ 2 ດ້ວຍກໍາລັງ ການຜະລິດ 1.070 MW, ເຂື່ອນໄຟຟ້າເທີນ-ຫີນບູນ ດ້ວຍກໍາລັງຜະລິດ 200 MW ປັດຈຸບັນໄດ້ຂະຫຍາຍຂຶ້ນເປັນ 500 MW. ນອກ​ນັ້ນ, ຍັງມີ​ໂຄງ ການ​ສຶກສາ​ສໍາ​ຫຼວດ ​ແລະ ກໍ່ສ້າງ​ເຂື່ອນ​ໄຟຟ້າ​ຂະຫນາດ​ກາງ, ຂະຫນາດ​ນ້ອຍ​ຫຼາຍ​ແຫ່ງ​ທີ່ກໍາ​ລັງ​ດໍາ​ເນີນ​ໃນ​ປັດຈຸ​ບັນ.

ແຂວງພວກເຮົາ ມີແຮ່ທາດຫຼາຍຊະນິດ ທີ່ເອື້ອອໍານວຍໃຫ້ແກ່ການສ້າງໂຮງງານອຸດສາຫະກໍາປຸງແຕ່ງ ເປັນຕົ້ນ: ​ໂຮງງານ​ຊີມັງ​ ປັດຈຸ​ບັນ ມີ​ແລ້ວ 03 ແຫ່ງ, ກຳ​ລັງ​ກະ​ກຽມ​ກໍ່​ສ້າງ 01 ​ແຫ່ງ, ຫີນປູນ ກວມເນື້ອທີ່ 5.600 ກິໂລຕາເ​​ແມັດ, ມີບໍ່ກົ່ວ 115 ກິໂລຕາແມັດ, ຫີນກາວມີປະລິມານຫຼາຍກວ່າ 10 ລ້ານໂຕນ, ບໍ່ເກືອ​ໂປຕາສ 2 ​ແຫ່ງ ​ເຊິ່ງ​ເປັນ​ການ​ລົງທຶນ​ຂອງ ສປ.ຈີນ ກວມເນື້ອທີ່ 10.000 ກວ່າເຮັກຕາ. ນອກຈາກນັ້ນຍັງມີ​ແຮ່​ທາດ​ອື່ນໆອີກຫຼາຍ​ຊະນິດ ທີ່ມີຈຸດປະກົດ ແລະ ຍັງບໍ່ທັນສໍາຫຼວດຢ່າງເປັນທາງການ.

  1. ຍຸດ​ທະ​ສາດ ແລະ ວິ​ໄສ​ທັດ ຂອງ​ແຂວງ​ວາງເປົ້າ​ໝາຍ​ໄວ້​ແນວ​ໃດ?

ໂດຍອິງຕາມ ຍຸດທະສາດການພັດທະນາໃນໄລຍະ 10 ປີ ຮອດ​ປີ 2025 (2016-2025) ແລະ ວິໄສທັດ ຮອດປີ  2030  ຂອງແຂວງຄໍາມ່ວນ ສະບັບເລກທີ 373 ລົງວັນທີ  8 ມິຖຸນາ 2017 ໄດ້ມີການກຳນົດແນວທາງແຜນພັດທະນາເສດຖະກິດ-ສັງຄົມພາຍໃນແຂວງ. ນອກນັ້ນ, ຍັງໄດ້ອີງໃສ່ແຜນລວມຂອງລັດຖະບານທີ່ໄດ້ກຳນົດເອົາແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ເປັນແຫ່ງຜະລິດສະບຽງອາ ຫານ ເພື່ອໃຫ້ສາມາດບັນລຸເປົ້າໝາຍທີ່ໄດ້ກຳນົດໄວ້ ໃນມະຕິຂອງອົງຄະນະພັກແຂວງຄັ້ງທີ IX ກໍຄືມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໄດ້ເອກະພາບ ແລະ ຮັບຮອງເອົາ ແຂວງຄໍາມ່ວນ ເປັນແຫຼ່ງຜະລິດສະບຽງອາຫານ  (ຜະລິດເຂົ້າ), ສູນການຄ້າ ແລະ ບໍລິການ-ການທ່ອງທ່ຽວ.

ຮອດ​ປີ 2030 ແຂວງ​ຄຳ​ມ່ວນ ຈະ​ມີ​ລາຍ​ຮັບ​ປານ​ກາງ ລາຍ​ຮັບ​ສະ​ເລ່ຍ 7.893 ໂດ​ລາ​ສະ​ຫະ​ລັດ/

ຄົນ/ປີ, ຮອດປີ 2025 ລາຍ​ຮັບ​ສະ​ເລ່ຍ 4.729 ໂດ​ລາ​ສະ​ຫະ​ລັດ/ຄົນ/ປີ, ອັດ​ຕາ​ແລກ​ປ່ຽນ 8.900 ກີບ/1 ໂດ​ລາ, ພົນ​ລະ​ເມືອງ 483.599 ຄົນ, ປີ 2020 ເສດ​ຖະ​ກິດ​ຂະ​ຫຍາຍ​ຕົວ​ໃນ​ລະ​ດັບ 7% ລາຍ​ຮັບ​ສະ​ເລ່ຍ 2.891 ໂດ​ລາ​ສະ​ຫະ​ລັດ/ຄົນ/ປີ ເພື່ອ​ບັນ​ລຸ​ຄາດ​ໝາຍ​ດັ່ງ​ກ່າວ ແຂວງໄດ້ກຳນົດເອົາ 10 ແຜນຍຸດທະສາດຕົ້ນຕໍ, 32 ແຜນງານ, 127 ໂຄງການ ແລະ 1.173 ໂຄງການຍ່ອຍ ມາ​ຈັດ​ຕັ້ງ​ປະ​ຕິ​ບັດ.

  1. ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ສົ່ງຜົນດ້ານໃດແດ່ ຕໍ່ການພັດທະນາເສດຖະກິດຂອງແຂວງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ?

ສໍາລັບທາງດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ການມີຂົວດັ່ງກ່າວໄດ້ສ້າງເງື່ອນໄຂ ແລະ ສິ່ງອໍານວຍຄວາມສະດວກຫຼາຍຢ່າງ ເປັນຕົ້ນແມ່ນ ໃນດ້ານຄົມມະນາຄົມ, ກໍຄືການຂົນສົ່ງສິນຄ້າລະ ຫວ່າງປະເທດ, ການເຊື່ອມຕໍ່ເສດຖະກິດ ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ ອີກເສັ້ນໜຶ່ງທີ່ສໍາຄັນຂອງປະເທດ, ແກ້ບັນຫາຈາກປະເທດ”ແລນລ໊ອກ” ເປັນ ”ແລນລິ້ງ”, ເປັນຈຸດຈັດເກັບລາຍຮັບທີ່ສໍາຄັນຂອງແຂວງ ທັງເປັນການເປີດປະຕູເຂົ້າ-ອອກ ຕາມນະໂຍບາຍ 3 ເປີດຂອງລັດຖະບານ (ເປີດປະຕູ, ເປີດສິ່ງກີດຂວາງ, ເປີດໃຈ), ນອກນນັ້ນ ຍັງອໍານວຍໃຫ້ແກ່ການໄປ-ມາຂອງປະຊາຊົນ ໄດ້ຢ່າງສະດວກສະບາຍ ແລະ ປະຢັດເວລາ, ສໍາລັບທາງດ້ານການຕ່າງປະເທດ ມັນໄດ້ສະແດງເຖິງການພົວພັນຮ່ວມມື, ການຊ່ວຍເຫຼືອ ເຊິ່ງກັນແລະກັນ ລະຫວ່າງ ລັດຖະບານ ລາວ-ໄທ, ສ່ວນບັນຫາທີ່ເກີດຂຶ້ນຈາກການມີຂົວດັ່ງກ່າວ ຜ່ານມາເຫັນວ່າຍັງບໍ່ທັນມີອັນໃດທີ່ຖືວ່າເປັນບັນຫາ.

  1. ສິ່ງ​ທ້າ​ທາຍ ​ສຳ​ລັບການ​ພັດ​ທະ​ນາ​ຂອງ​ແຂວງ ​ທ່ານ​ຄິດ​ວ່າ​ມີ​ບັນ​ຫາ​ໃດ​ແດ່? ທ່າ​ນວາງ​ທິດ​ທາງ​ແກ້​ໄຂ​ແນວ​ໃດ?

ບັນຫາທ້າທາຍ ທີ່ເປັນອຸປະສັກສຳຄັນ ຕໍ່ການພັດທະນາຂອງ​ແຂວງຄໍາມ່ວນ ປັດຈຸບັນກໍຍັງມີຫຼາຍດ້ານ ແຕ່ຈະຂໍຍົກໃຫ້ເຫັນບາງດ້ານ ດັ່ງນີ້:

1). ດ້ານປະລິມານ ແລະ ຄຸນນະພາບ ຊັບພະຍາກອນມະນຸດ (ທີ່ສັງກັດລັດ) ເນື່ອງຈາກປັດຈຸບັນ ພວກເຮົາຕົກຢູ່ໃນສະພາບພະນັກງານເຫຼືອບໍ່ພໍ ເປັນຕົ້ນ: ຄູສອນ, ແພດໝໍ ໃນເຂດຊົນນະບົດ ຫ່າງໄກສອກຫຼີກ ຕະຫຼອດເຖິງພະນັກງານວິຊາການດ້ານກະສິກຳ ນໍາພາ-ແນະນໍາການປູກ-ການລ້ຽງ, ດ້ານການຜະລິດເປັນສິນຄ້າ ການແປຮູບເປັນຜະລິດຕະພັນ ແລະ ດ້ານການວາງແຜນພັດທະນາ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ປະຊາຊົນ, ກົງກັນຂ້າມພະນັກງານໃນຂົງເຂດຫ້ອງການ-ບໍລິຫານ ຊໍ້າພັດມີພະນັກງານຫຼາຍເກີນຄວາມຕ້ອງການອັນຈໍາເປັນ.

2). ດ້ານການພັດທະນາ ສີມືແຮງງານ ຫຼື ການນໍາໃຊ້ແຮງງານທົ່ວໄປ ອັນນີ້ກໍເປັນບັນຫາທີ່ມີລັກສະນະກວມລວມ ຄືກັບແຂວງອື່ນໆໃນທົ່ວປະເທດ ກຳລັງແຮງງານໃນການພັດທະນາທາງດ້ານວິຊາຊີບ ຫຼື ການສົ່ງເສີມພັດທະນາທາງດ້ານສີມືແຮງງານມີໜ້ອຍ ແລະ ສີມືແຮງງານກໍຕໍ່າຫຼາຍ ບໍ່ມີຄວາມສາມາດແຂ່ງຂັນກັບປະເທດໄກ້ຄຽງ ໃນພາກພື້ນ ແລະ ສາກົນໄດ້.

3). ດ້ານພື້ນຖານໂຄງລ່າງຍັງບໍ່ທັນຕອບສະໜອງໄດ້ ກັບຄວາມຕ້ອງການອັນຈໍາເປັນຂອງການພັດທະນາ ເປັນຕົ້ນ: ພື້ນຖານໂຄງລ່າງທາງດ້ານຖະໜົນຫົນທາງ ເພື່ອເຂົ້າເຖິງເຂດຊົນນະບົດ, ຫ່າງໄກສອກຫຼີກ, ນອກຈາກນັ້ນ ແມ່ນພື້ນຖານໂຄງລ່າງທາງດ້ານການຜະລິດ-ຊົນລະປະທານ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນເຮັດການຜະລິດເປັນສິນຄ້າ ເຊິ່ງເປັນຂໍ້ຈໍາກັດໜຶ່ງຂອງການພັດທະນາ ຫຼື ການບໍລິການປະຊາຊົນຂອງພາກລັດເຮົາ ອັນເນື່ອງຈາກພວກເຮົາມີຂໍ້ຈໍາກັດທາງດ້ານງົບປະມານ.

4). ດ້ານ​ໄພ​ທຳ​ມະ​ຊາດ​ ເປັນອີກບັນຫາທ້າທາຍຫຍຸ້ງຍາກ ທີ່ແຂວງພວກເຮົາໄດ້ປະສົບເກືອບທຸກປີ ,ສະເພາະໃນ 2 ປີ ຜ່ານມານີ້ ເຫັນໄດ້ວ່າ: ປີ 2018 ໄດ້ຮັບຜົນກະທົບຈາກພະຍຸເຊີນຕີນ, ພະຍຸເບີບີນກາ ມີ 10 ເມືອງ 34 ບ້ານ 1.366 ຄອບຄົວ 6.148 ຄົນ, ມີມູນຄ່າຫຼາຍຮ້ອຍຕື້ກວ່າກີບ ແລະ ໃນປີ 2019 ນີ້ ໄດ້ຮັບຜົນກະທົບຈາກພະຍຸໂພດູນ, ພະຍຸຄາຈິກິ, ມີ 6 ເມືອງ 231 ບ້ານ 16.670 ຄອບຄົວ 69.844 ຄົນ, ມີມູນຄ່າເສຍຫາຍເກືອບ 200 ຕື້ກີບ.

– ວິທີການແກ້ໄຂອຸປະສັກມີດັ່ງນີ້:

1). ທຸກຂະແໜງການຕ້ອງສຸມໃສ່ການສົ່ງເສີມການພັດທະນາດ້ານຊັບພະຍາກອນມະນຸດ ທີ່ຕິດພັນ

ກັບຂະແໜງການຂອງຕົນ ຢ່າງຕໍ່ເນື່ອງ, ຖືເອົາການພັດທະນາຊັບພະຍາກອນມະນຸດເປັນບັນຫາສໍາຄັນຕົ້ນ ຕໍໃນການພັດທະນາອົງການ, ເອົາໃຈໃສ່ກວດກາຄືນບັນດາຕໍາແໜ່ງງານ, ການບັນຈຸສັບຊ້ອນບຸກຄະລາກອນ ຕ້ອງໃຫ້ສອດຄ່ອງກັບໜ້າວຽກວິຊາສະເພາະ.

2). ໂຄສະນາດຶງດູດຜູ້ປົກຄອງ ແລະ ລູກຫຼານ ສົ່ງເສີມການເຂົ້າຮຽນໃນສາຂາວິຊາຊີບ ໃຫ້ຫຼາຍຂຶ້ນ ເພື່ອສ້າງກຳລັງແຮງງານທີ່ຕິດພັນກັບວິຊາຊີບ, ເພີ່ມນະໂຍບາຍດຶງດູດການເຂົ້າຮຽນ ດ້ວຍການຮຽນບໍ່ເສຍຄ່າ, ມີເບ້ຍລ້ຽງໃຫ້, ຂະຫຍາຍສູນເຝິກອົບຮົມວິຊາຊີບໃຫ້ທົ່ວເຖິງ.

3). ຈັດສັນບຸລິມະສິດໂຄງການລົງທຶນຂອງລັດ ໂດຍສະເພາະໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ມີຄວາມຈຳເປັນ ແລະ ໄດ້ຮັບຜົນປະໂຫຍດສູງສຸດໃຫ້ແກ່ການພັດທະນາໃນແຕ່ລະດ້ານ, ຖືເອົາການຄົ້ນຄວ້າຄັດເລືອກເອົາຜູ້ຮັບເໝົາດ້ວຍຄວາມໂປ່ງໃສເປັນສໍາຄັນ, ເອົາການກວດກາ, ຕິດຕາມຄຸນນະພາບເປັນຕົ້ນຕໍ, ເຖິງຈະມີງົບປະມານຈໍາກັດ ແຕ່ກໍຕ້ອງຮັບປະກັນທາງດ້ານຄຸນນະພາບ.

4). ບັນຫາໜີ້ສິນຈາກໂຄງການລົງທຶນຂອງລັດ ສືບຕໍ່ຊໍາລະຕາມແຜນການລົງທຶນແຕ່ລະປີ, ສົ່ງ ເສີມການຊໍາລະດ້ວຍຮູບການຕ່າງໆ ເປັນຕົ້ນ: ອ່ວຍໜີ້ສາມແຈ, ການຊື້ພັນທະບັດລັດຖະບານ ແລະ ການ ຊໍາລະດ້ວຍແຫຼ່ງທຶນອື່ນໆຂອງແຂວງ ທີ່ບໍ່ຂັດກັບລະບຽບກົດໝາຍ.

5). ບັນຫາ​ໄພ​ທຳ​ມະ​ຊາດ (ທັງແລ້ງ ແລະ ຖ້ວມ) ຂຶ້ນແຜນກຽມຄວາມພ້ອມໃນການຮັບມື ທັງແຜນວັດຖຸອຸປະກອນ, ກຳລັງແຮງງານ, ງົບປະມານ (ທັງຈາກລັດ ແລະ ການປະກອບສ່ວນຂອງສັງຄົມ), ນໍາສະເໜີລັດຖະບານ ເພື່ອລົງທຶນເຂົ້າໃສ່ການກໍ່ສ້າງພື້ນຖານໂຄງລ່າງທີ່ສາມາດຫຼຸດຜ່ອນຜົນກະທົບ ຢ່າງມີປະສິດທິຜົນ

ທ່ານເຈົ້າແຂວງໄດ້ກ່າວມ້ວນທ້າຍຕື່ມວ່າ:

​ເຖິງວ່າແຂວງຂອງ​ພວກ​ເຮົາ​ຈະ​ມີເງື່ອນ​ໄຂ, ທ່າ​ແຮງ​ຫຼາຍດ້ານ ທີ່​ເອື້​ອ​ອຳ​ນວຍ​ໃຫ້​ແກ່​ການ​ລົງ​ທຶນກໍຕາມແຕ່​ຂອດ​ການ​ໂຄ​ສະ​ນາດຶງ​ດູດການ​ລົງ​ທຶນ ພວກ​ເຮົາ​ເຮັດ​ຍັງ​ບໍ່​ທັນ​ໄດ້​ດີ​ເທົ່າ​ທີ່​ຄວນດັ່ງນັ້ນໃນຕໍ່ໜ້າຈະເພີ່ມທະວີບັນຫານີ້, ເພາະກຳ​ລັງ​ແຮງ​ໃນ​ການ​ພັດ​ທະ​ນາ ແລະ ກຳ​ລັງ​ທຶນ ມັນ​ແມ່ນ​ຢູ່​ນຳ​ທຸກ​ພາກ​ສ່ວນ ເພື່ອເຮັດ​ໃຫ້​ບັນ​ດາ​ທ່າ​ແຮງ​ຕ່າງໆນັ້ນ ໄດ້​ຮັບ​ການຂຸດ​ຄົ້ນ, ​ພັດ​ທະ​ນາ ແລະ ນຳ​ໃຊ້​ໃຫ້​ເກີດ​ຜົນ​ປະ​ໂຫຍດ​ສູງ​ສຸດ​. ສະ​ນັ້ນ,​ ຈຶ່ງຂໍ​ເຊີນ​ຊວນ​ບັນດາ​ນັກ​ທຸ​ລະ​ກິດຕ່າງໆ ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເຂົ້າມາ​ລົງ​ທຶນ​ຢູ່​ແຂວງ​ຄຳ​ມ່ວນ​ໃຫ້​ຫຼາຍໆ ສຳ​ລັບ​ແຂວງ​ຄຳ​ມ່ວນ ຂອງ​ພວກ​ເຮົາ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ, ​ອຳ​ນວຍ​ຄວາມ​ສະ​ດວກ, ໃຫ້​ຄວາມ​ຮ່ວມ​ມື, ໃຫ້ການຊ່ວຍ​ເຫຼືອ ແລະ ໃຫ້​ການສົ່ງ​ເສີມ ການ​ເຂົ້າ​ມາດຳ​ເນີນທຸ​ລະ​ກິດ​ຂອງ​ບັນ​ດາ​ທ່ານ ຕາມ​ລະ​ບຽບ​ກົດ​ໝາຍ.

The economy of Khammouan

will continue to grow at the rate of 6.74%.

 

For this final issue of 2019, we have the honor to interview Mr. Odai Soudaphone, Member of the Party Central Committee, Party Secretary, Governor of Khammouan Province. He will let us know about the overall socio-economic development situation of Khammouan Province including the vision in addressing challenges, which will enable the province to achieve its development goal, while attracting both domestic and foreign investment.

  1. How has the socio-economic development been progressing?

In general, Khammouan is another province experiencing the better socio-economic development year by year. Despite domestic and regional, especially provincial challenges affecting the overall economy, such as budget difficulty, impacts from natural disasters, the outbreak of African swine fever and malaria, we have been able to overcome and tackle all problems, while ensuring political stability, safety and social order in Khammouan Province. During the past 9 months, the provincial economy has continued to grow at the rate of 6.74% with the achieved GDP of 8,175.75 billion kip, GDP per capita of 2,148 US dollar which increases by 464 US dollar comparing to the last 5 years and goes up by 27 dollar comparing to 2018. The economic structure has been steered into a more active direction. Currently, there are only 7 poor villages remaining which decreases by 5 villages comparing to the last 5 years and goes down by 3 villages comparing to 2018. There are 763 poor villages left which has dropped down by 388 families during the past 5 years and declines for 131 families comparing to 2018. The promotion of socio-cultural affairs has been carried out in lines with our economic development effort based on the Resolution of the 9th Party Congress of the Provincial Party Organ and focused tasks to be achieved in 2019.

  1. What are the strengths and potentials of the province?

Khammouan is another outstanding province full of strengths and potentials derived from its location, geography and basic infrastructure.

  1. Location: Khammouan is situated in the central part of Laos sharing borders with the Kingdom of Thailand and the Socialist Republic of Vietnam. The province is crossed from north to south by the national road No. 13 and from east to west by the national road No. 12. Khammouan is another location hosting the Vientiane-Vietnam Railway Project which will run through the Khammouan-Quang Binh border connecting to the Port of Vung Ang, Ha Tinh Province, Vietnam, in the shortest length of only 350 km. This will greatly facilitate the communication, good transportation, tourism and exchange visit of both peoples to be more convenient, time-saving and secured.
  2. Geography: Khammouan has the total area of 16,315 km2 with 53.70% as mountainous, especially in the eastern part of the Province which is the upstream area rich of biodiversity featuring big rock mountains and beautiful underwater caves suitable for eco-tourism development with an aim of preserving the environment. Out of all mountains and caves, Konglor and Xe Bangfay Cave, Phou Hin Poun and Hin Nam No National Biodiversity Conservation Area, which will be nominated as the first World’s Natural Heritage of the Lao PDR, stand out among others. Apart from these, there are also other tourist sites, namely the Nakai-Nam Theun National Biodiversity Conservation Area which is the largest national protected forest area in Laos, Nam Theun 2 Hydropower Dam. On the other hand, plateau covers 46.30% of the total area which is suitable for agricultural production, especially rice. For this reason, the government has incorporated the plateau area of Khammouan as part of the food security and good commercialization project. For instance, the lower area of Nam Theun 2 Hydropower Project, the lower area of Theun-Hinboun Hydropower Project, Xe Bangfay plateau, Thakhaek plateau.

Khammouan has potentials in:

+ Tourism: currently, Khammouan with its well-built basic infrastructure and special characteristic is able to promote and develop tourism in natural, historical and cultural area more conveniently than before. To date, Khammouan has already finished its survey and registration of 207 tourist sites throughout the province.

+ Logistics: Khammouan Province has the national road No. 13 which runs from north to south and the national road No. 12 stretches from east to west as its important routes for transporting products from Thailand to Vietnam via the 3rd Lao (Khammouan)-Thai (Nakhon Phanom) Friendship Bridge and the Nam Phao (Laos)-Cua Lo (Vietnam) International Border Checkpoint. There are sufficient warehouses for products rearrangement and in the future, the government is planning to build a railway linking Khammouan Province of Laos to Quang Binh Province connecting to the railway system of Vietnam. This is to facilitate and contribute the regional economic development along the East-West Economic Corridor.

Agricultural Production: Khammouan Province is included into the food security and agricultural production promotion plan of the government, especially rice. Currently, Khammouan has the total arable land of 84,650 hectares for rice plantation. In that, more than 10,000 hectares have been used for dried-season rice production which could be expanded for several thousands of hectares. Some lands can be used to plant other crops due to their automatic irrigation system which could cover up to 20,000 hectares, especially the lower areas of Nam Theun 2 and other dams. The province has 67% of forest coverage with 3 national biodiversity conservation areas covering 577,000 hectares and production forests totaling 282,000 hectares.

Energy and Mining: Nam Theun 2 and Theun-Hinboun are hydropower projects being operated in Khammouan Province with the generation capacity of 1,070 MW for the former and 200 MW for the latter, which is now upgraded to 500 MW. Moreover, a number of medium and small size hydropower projects are currently being surveyed and constructed in the province.

Our province hosts a large number mineral resources making itself a suitable location for processing factories, for instance cement factories. Currently, there are 3 cement factories with another one now under construction. Mineral resources comprise limestone in the area of 5,600 km2, lead in the area of 115 km2, gypsum for more than 10 million tons, 2 mining sites of potash salt invested by the People’s Republic of China in the area of over 10,000 hectares. There are still other mineral resources which have not yet been officially discovered.

  1. What is your strategy and vision for developing the province? 

According to the 10-year 2025 development strategy (2016-2025) and the 2030 vision of Khammouan Province No. 373 dated June 8, 2017, the provincial socio-economic development direction is stipulated. Furthermore, based on the government’s plan in making Khammouan and Savannakhet as a production base to guarantee food security and achieve goals as stipulated in the Resolution of the 9th Provincial Party Organ as well as the Resolution of the 10th Party Congress which unanimously approved Khammouan as a source for food (rice), trade and service-tourist hub.

Up to 2030, GDP per capita of Khammouan Province will reach 7,893 US dollar, 4,729 US dollar in 2025, the exchange rate at 8,900 kip/1 US dollar, population increases to 483,599 people. In 2020, the provincial economy will grow at the rate of 7% with GDP per capital of 2,891 US dollar. In order to achieve such ambitious goal, Khammouan decided to adopt 10 primary strategies, 32 work plans, 127 major projects and 1,173 minor projects to be implemented.

  1. How will the 3rd Lao-Thai Friendship Bridge affect the economic development and living conditions of the province?

As for the economic and socio-cultural aspect, the bridge has created favorable conditions that help facilitating a number of things in the province, such as communication, cross-border transportation of goods, and economic integration along the East-West Economic Corridor which is another crucial route of the country. The bridge helps transforming the country from “landlocked” to “land linked,” serves as an important income collecting point, and an entry-exit based on the 3-open policy of the government (open doors, open barriers and open minds). Moreover, the checkpoint help making exchange visits between peoples more convenient and time-saving. In the foreign affairs term, the bridge is an excellent demonstration of mutual relations, cooperation and assistance between the Lao and Thai government. Since the opening day, there has never been any problem related to the operation of the bridge.

  1. What do you think are challenges hindering the provincial development?

At the moment, there are many challenges hindering the development of Khammouan Province. However, let us focus on some as following:

  • The province is now experiencing issue in human resources in both quantity and quality (public officials). Currently, we are in the situation of personnel shortage, especially teachers and doctors in remote areas as well as technical officers helping people with good agricultural practices, guiding them in product commercialization and providing them with a development plan for micro, small and medium enterprises. On the contrary, there are surplus number of office staff in the governance and administration area.
  • In terms of skill development or labor usage in general, Khammouan is experiencing similar labor-related problems just like other provinces, such as issues related to vocational development. There has not been much of vocational promotion resulted in the province having low number of skill laborers to supply, which cannot compete regionally and internationally.
  • The available basic infrastructure has not yet been able to meet the development need of the province, especially in terms of road accessing rural and remote areas. Furthermore, Khammouan lacks production and irrigation infrastructure to support people’s product commercialization effort which, in collaboration with budget restriction, serves as a problem hindering development and public service.
  • Natural disasters serve as another complicated issue for our province every year, especially during the past 2 years. It could be seen that in 2018, 10 districts including 34 villages, and 1,366 families comprising 6,148 people were affected by the Tropical Storm Son-Tinh and Bebinca inflicted several hundred billions of kip in damage. In 2019, the province was hit by the Tropical Storm Podul and Kajiki affecting 6 districts, 231 villages, and 16,670 families comprising 69,844 people inflicted nearly 200 billion kip in damage.

Problem solving methods:

  • All sectors must concentrate on promoting human resources development in their sector continuously, considering human resources development as an important task in developing their organization, paying attention on re-examining working positions, placing/reshuffling personnel matching their technical specialty.
  • Encourage parents and their children to enroll in vocational study more in order to increase vocational labor supply. Offer incentives to attract vocational enrollment in terms of free study and student allowance, and further expand vocational training centers to ensure their wide coverage.
  • Prioritize public investment, especially on necessary basic infrastructure projects that yield more benefits to the development in various areas, consider and select contractors in a transparent manner, inspect and monitor investment project to ensure high quality implementation due to our restricted budget.
  • Continue to repay all debts associated to public investment projects according to our yearly plan, promote different methods of debt repayment, for instance triangle-debt diversion, government bond and mobilization of funds from other financial sources of the province that does not conflict with laws.
  • Come up with a plan in dealing with natural disasters (drought and flood) in terms of supplies, labor, budget (from the government and social contribution), propose the government to invest in basic infrastructure that will help minimizing impacts from disaster in an effective way.

The Governor adds his final words that:

Although our province has a number of potentials suitable for investment, we have not done well in attracting such investment. In the future, we will increase our effort in collaboration with all concerned sectors to further encourage investment in order for all the potentials we have to be discovered, developed and made maximum use. Therefore, we would like to invite all investors both within and outside of Laos to invest more in Khammouan Province. We are ready to help easing, facilitating, cooperating, assisting and promoting your business in the province in compliance with the Lao laws.

 

Comments