Magazine

ປີຜ່ານມາລວມຍອດການລົງທຶນຫຼາຍກວ່າ 7 ຕື້ ໂດລາ…

ບັນດາທ່ານ ປີຜ່ານມາລວມຍອດການລົງທຶນຫຼາຍກວ່າ 7 ຕື້ ໂດລາ… ຕົວເລກຂ້າງເທິງນັ້ນໄດ້ຮັບການເປີດເຜີຍໃນກອງປະຊຸມວຽກງານ ແຜນການ ແລະ ການລົງທຶນປະຈໍາປີ 2019 ໃນເດືອນ ທັນວາ 2019 ທີ່ຜ່ານມາ. ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ໄລຍະ 9 ເດືອນ 2019 ຜ່ານມາ ລັດໄດ້ອະນຸມັດໃຫ້ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດລົງທຶນຈໍານວນ 37 ໂຄງການ, ມີທຶນຫຼາຍກວ່າ 7 ຕື້ໂດລາ ສະຫະລັດ ແລະ ທຶນຈົດທະບຽນຫຼາຍກວ່າ 2 ຕື້ ໂດລາສະຫະລັດ (ສະເພາະສູນກາງອະນຸມັດ) ແລະ ຕົວເລກການນໍາເຂົ້າທຶນຜ່ານລະບົບທະນາຄານ 6 ເດືອນ ປີ 2019 ມີຈໍານວນປະມານ 223 ລ້ານ ໂດລາສະຫະລັດ; ໄດ້ຂຶ້ນທະບຽນວິສາຫະກິດຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຈໍານວນ 10.200 ຫົວໜ່ວຍ ໃນຈໍານວນທຶນຫຼາຍກວ່າ 74.787 ...

Read More »

Laodi – ເຫຼຼົ້າຣັມ ສັນຊາດລາວ ຜະລິດເປັນສິນຄ້າສົ່ງອອກໄປຫຼາຍປະເທດ

ເມື່ອເວົ້າເຖິງ ເຫຼຼົ້າຣັມ (Rhum: ພາສາຝລັ່ງ ຫຼື Rum: ພາສາອັງກິດ) ຄົນລາວຫຼາຍໆທ່ານອາດບໍ່ຄ່ອຍຄຸ້ນຫູ ເທົ່າກັບເຫຼົ້າຕ່າງຊາດປະເພດອື່ນ ບໍ່ວ່າຈະເປັນ ວິສກີ້ (Whisky), ໂວນກ້າ (Vodka) ແຕ່ທ່ານຮູ້ບໍ່ວ່າ “ເຫຼົ້າຣັມ” ຖືເປັນໜຶ່ງໃນຕະກູນເຫຼົ້າເກົ່າແກ່ທີ່ສຸດໃນໂລກມີປະຫວັດສາດທີ່ຍາວນານ ຕັ້ງແຕ່ສັດຕະວັດທີ 15 ໃນທະວີບອາເມລິກາກາງ-ໃຕ້ ແລະ ທະວີບເອີຣົບ ຕິດພັນເລິກເຊິ່ງກັບຍຸກເດີນເຮືອຂ້າມມະຫາສະໝຸດການລ່າອານານິຄົມທາງທະເລແຖບຄາຣີບ້ຽນ (Caribbean), ການຊອກຫາດິນແດນໃໝ່ຂອງທ່ານຄຣິສໂຕເຟີ ໂຄລໍາບັສ (Christopher Columbus) ທີ່ຄົ້ນພົບທະວີບອາເມລິກາ, ການຄ້ານ້ຳຕານຈາກອ້ອຍ ແລະ ການຄ້າທາດຜິວດຳຈາກທະວີບອາຟາຣິກາ ເພື່ອມາເປັນແຮງງານໃນສວນອ້ອຍ ຈົນເຖິງການປະຕິວັດອາເມລິກາເໜືອເຂດນິວອິງແລນ ອອກຈາກແອກປົກຄອງຂອງອັງກິດ ລ້ວນແລ້ວແຕ່ມີເລື່ອງລາວທີ່ກ່ຽວຂ້ອງກັບເຫຼົ້າຣັມ. ແຕ່ບັນດາທ່ານຮູ້ບໍ່ວ່າປັດຈຸບັນຢູ່ລາວເຮົາກໍມີໂຮງງານ ເຫຼົ້າຣັມ ທີ່ຜະລິດເປັນສິນຄ້າສົ່ງອອກໄປຫຼາຍປະເທດໄດ້ແກ່: ສະວິສເຊີແລນ, ຍີ່ປຸ່ນ, ໄທ, ໄຕ້ຫວັນ ແລະ ໄວໆນີ້ກຳລັງກະກຽມຈະສົ່ງອອກໄປ ປະເທດເຢຍລະມັນ, ອັງກິດ ແລະ ອາເມລິກາ ພາຍໃຕ້ຍີ່ຫໍ້ “Laodi” (ລາວດີ). ໂຮງງານແຫ່ງນີ້ຕັ້ງຢູ່ ບ້ານນາຊອນ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ເຊິ່ງມື້ນີ້ວາລະສານ ທາເກັດເຮົາ ໄດ້ຮັບກຽດຈາກ ທ່ານ ...

Read More »

ການຮັກໃນສິ່ງທີ່ເຮັດ ແລະ ການອົດທົນປະຕິບັດຢ່າງຕໍ່ເນື່ອງ (Passion and Craftsman)

“ທັດສະນະຄະຕິ” ຖືເປັນປັດໄຈສຳຄັນຢ່າງຍິ່ງທີ່ຈະກ້າວໄປສູ່ຜົນສຳເລັດ ທັດສະນະຄະຕິບວກ ຍ່ອມສົ່ງຜົນທີ່ດີກວ່າ ແກ່ການບັນລຸເປົ້າໝາຍທີ່ຕັ້ງໄວ້. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນຳສະເໜີແນວຄວາມຄິດຂອງສອງທັດສະນະຄື (1) ສິ່ງທີ່ທ່ານອາດເຄີຍໄດ້ຍິນເລື້ອຍໆ ກໍຄື Passion ຫຼື ການຮັກໃນສິ່ງທີ່ເຮັດ ແລະ (2) ທີ່ທ່ານອາດຈະບໍ່ຄຸ້ນຫູ ກໍຄື Craftsman ຫຼື ການອົດທົນປະຕິບັດຢ່າງຕໍ່ເນື່ອງ, ເພື່ອໃຫ້ທ່ານເຂົ້າໃຈເຖິງຄວາມກ່ຽວເນື່ອງຂອງທັງສອງທັດສະນະຄະຕິນັ້ນຫຼາຍຂຶ້ນ. ການຮັກໃນສິ່ງທີ່ເຮັດ (Passion) ໝາຍເຖິງ ການສະແດງໃຫ້ເຫັນເຖິງຄວາມຮູ້ສຶກທາງອາລົມທີ່ແຮງກ້າຕໍ່ ສິ່ງທີ່ທ່ານສົນໃຈ ຫຼື ຄວາມເຕັມໃຈທີ່ຈະຕໍ່ສູ້ກັບຄວາມລຳບາກເພື່ອສິ່ງທີ່ຮັກ ເພື່ອຕອບສະໜອງໃຫ້ຕົວເອງເກີດມີຄວາມສຸກ. ຄົນເຮົາຈຳເປັນຕ້ອງມີທັດສະນະຄະຕິນີ້ເປັນພື້ນຖານໃນການເລີ່ມຕົ້ນ ແລະ ສືບຕໍ່ເຮັດກິດຈະກຳທຸກຢ່າງ ຍ້ອນວ່າ ການທີ່ຈະເລີ່ມຕົ້ນເຮັດສິ່ງໃດໜຶ່ງນັ້ນ ນອກຈາກຄວາມສົນໃຈແລ້ວ ທ່ານຍັງຕ້ອງມີຄວາມຮັກ ແລະ ຄວາມປາດຖະໜາທີ່ຈະເຮັດສິ່ງນັ້ນໃຫ້ປະກົດຜົນເປັນຈິງ ແລະ ເພື່ອເຕີມເຕັມຄວາມສຸກທາງໃຈ. ການຮັກໃນສິ່ງທີ່ເຮັດ ຈຶ່ງຖືືເປັນປັດໄຈໜຶ່ງທີ່ສຳຄັນໃນການຂັບເຄື່ອນ ແລະ ເປັນແຮງຜັກດັນໃຫ້ເກີດມີການລົງມື ເຮັດຕົວຈິງ, ເກີດມີຄວາມຄິດສ້າງສັນ ແລະ ມີການພັດທະນາຢູ່ຕະຫຼອດເວລາ. ຫາກທ່ານມີຄວາມຮັກຕໍ່ທຸລະກິດ ທີ່ທ່ານເຮັດຢ່າງແຮງກ້າ ທ່ານຈະບໍ່ຍອມແພ້ຕໍ່ບັນຫາຕ່າງໆ, ພ້ອມທີ່ຈະຄິດຫາທາງແກ້ໄຂ ແລະ ຕໍ່ສູ້ ເພື່ອໃຫ້ ບັນລຸເປົ້າໝາຍທີ່ຕັ້ງໄວ້ ບໍ່ວ່າຕ້ອງພົບຄວາມລຳບາກ, ຄວາມກົດດັນ ແລະ ຄວາມຫຼົ້ມເຫຼວຫຼາຍຄັ້ງ ...

Read More »

ສີມືຜ້າຝ້າຍໄຕລື້ ດັງໄກໄປຕ່າງແດນ Tai Leu cotton to the world

ຮ້ານຫັດຖະກຳໄຕລື້ ດຳເນີນການຜະລິດ ທັງເປັນສູນ​ຫັດຖະກຳຕ່ຳຫູກ ​ຕັ້ງ​ຢູ່​ທີ່ບ້ານ​ປ່າ​ສັກ, ​ເມືອງ​ໄຊ, ແຂວງ​ອຸດົມ​ໄຊ ຊຶ່ງທຳການຜະລິດຜ້າຝ້າຍ ແລະ ຜະລິດຕະພັນຈາກຜ້າຝ້າຍ ທີ່ໃຊ້ວັດຖຸດິບເປັນຝ້າຍທຳມະຊາດ ແລະ ຮັກສາເຕັກນິກການຍ້ອມສີທຳມະຊາດ ຂອງຊົນເຜົ່າໄຕລື້ ທີ່ເປັນລວດລາຍພື້ນເມືອງ ທັງມີຄວາມງົດງາມ ທີ່ເປັນເອກະລັກຂອງຊົນເຜົ່າໄຕລື້. ​​ຫັດຖະກຳຜ້າຝ່າຍຂອງຮ້ານຫັດຖະກຳໄຕ​ລື້ ​ແມ່ນ​ຜະລິດ​ຈາກ​ຝ້າຍ​ເຂັນ​ດ້ວຍ​ມື ຂອງກຸ່ມຫັດຖະກໍຳຊົນເຜົ່າໄຕລື້ ເມືອງໄຊ ແລະ ເມືອງແບງ, ແຂວງອຸດົມໄຊ. ໃນອາດີດ ປະຊາຊົນ​ເຮັດຜະລິດຕະພັນຜ້າຝ້າຍ ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ຊີວິດ​ປະຈຳ​ວັນ​ຂອງຄອບຄົວ ກໍຄືພາຍໃນຊຸມຊົນ ໂດຍບໍ່ທັນ​ມີ​ການ​ຊື້​-ຂາຍ​ແຕ່​ຢ່າງ​ໃດ. ເມື່ອການເວລາມີການປ່ຽນແປງ ການດຳລົງຊີວິດຂອງປະຊາຊົນຊົນເຜົ່າໄຕລື້ ກໍມີການປ່ຽນແປງໄປຕາມຍຸກຕາມສະໄໝ. ໂດຍສະເພາະ ໃນ​ປີ 2003 ຮ້ານຫັດຖະກຳໄຕລື້ ໄດ້ເລີ່​ມ​ຕໍ່າຫູກ​ໃນ​ຄອບຄົວ​ ເພື່ອ​ສ້າງລາຍ​ຮັບໃຫ້ແກ່ສະມາຊິກຄອບຄົວ ໂດຍເລີ່​ມຈາກ 1 ກີ່ ​ເຊິ່ງແມ່ນ​ສະມາຊິກໃນ​ເຮືອນ​ເປັນ​ຜູ້​ຕໍ່າ​ເອງ ແລະ ມີການຕອບຮັບທີ່ດີຈາກຜູ້ຊົມໃຊ້ ຈິ່ງ​ໄດ້​ມີ​ການ​ຂະຫຍາຍຕົວ​ຈາກທີ່ຜະລິດ ເພື່ອໃຊ້ສອຍໃນຊີວິດປະຈຳວັນ ກໍຫັນມາທຳການຜະລິດເພື່ອເປັນສິນຄ້າຈຳໜ່າຍ. (ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 163 ເດືອນກຸມພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee ...

Read More »

ການຟື້ນຟູກິດຈະການ ແລະ ການລົ້ມລະລາຍຂອງວິສາຫະກິດ

ໃນການດຳເນີນທຸລະກິດ ແລກປ່ຽນຊື້ຂາຍ ແລະ ບໍລິການ, ມີຫຼາຍປັດໃຈທີ່ມີຜົນກະທົບຕໍ່ສະພາບການດຳເນີນທຸລະກິດ ແລະ ຖານະການເງິນຂອງວິສາຫະກິດເຮັດໃຫ້ການດຳເນີນວິສາຫະກິດມີຄວາມຫຍຸ້ງຍາກ ໂດຍສະເພາະການຂາດສະພາບເງິນໝູນວຽນ ເພື່ອຊຸກໃຫ້ທຸລະກິດດຳເນີນຕໍ່ໄປ. ມີຫຼາຍກໍລະນີ ທີ່ຜູ້ດຳເນີນທຸລະກິດປະສົບກັບບັນຫາ ການເຂົ້າເຖິງສິນເຊື່ອຈາກສະຖາບັນການເງິນ ຫຼື ທະນາຄານເຮັດ ໃຫ້ການເກີດສະພາບຂາດເງິນໝູນວຽນ ແລະ ບໍ່ສາມາດຊໍາລະໜີ້ສິນໄດ້, ບາງກໍລະນີ ເຈົ້າຂອງກິດຈະການ ກໍຕົກຢູ່ໃນສະພາວະມີໜີ້ສິນຫຼາຍເກີນກວ່າຊັບສິນ (insolvent) ຈົນບໍ່ສາມາດດຳເນີນກິດຈະການຕໍ່ໄປໄດ້ອີກ ຈົນຕ້ອງກ້າວເຂົ້າສູ່ພາວະ “ການລົ້ມລະລາຍ” ຂອງວິສາຫະກິດນັ້ນໃນທີ່ສຸດ. ໃນແງ່ຂອງກົນໄກເສດຖະກິດຕະຫຼາດແລ້ວ, ການປ່ອຍໃຫ້ພາກເອກະຊົນກໍຄືເຈົ້າຂອງກິດຈະການ ໄດ້ບໍລິຫານຈັດການທຸລະກິດຂອງຕົນຢ່າງອິດສະຫຼະ ແລະ ການລົ້ມລະລາຍກໍເປັນກົດເກນຢ່າງໜຶ່ງທີ່ສາມາດເກີດຂຶ້ນໄດ້ກັບວິສາຫະກິດ (ວິສາຫະກິດ ມີເກີດ-ສ້າງຕັ້ງຂຶ້ນ, ມີປ່ຽນແປງຈາກນ້ອຍຫາໃຫຍ່ ຫຼື ໃຫຍ່ຫານ້ອຍ ແລະ ມີສິ້ນສຸດໄດ້) ແຕ່ການປ່ອຍໃຫ້ທຸລະກິດລົ້ມລະລາຍ ກໍອາດຈະທົບຕໍ່ເສດຖະກິດ-ສັງຄົມໄດ້ ທັງໃນວົງກວ້າງ ແລະ ແຄບ ຂຶ້ນກັບຂະໜາດ ແລະ ລັກສະນະຂອງທຸລະກິດນັ້ນ. ດ້ວຍເຫດນີ້, ຢູ່ຫຼາຍປະເທດ ພາກລັດຖະບານຕ້ອງເຂົ້າແຊກແຊງ, ດັດສົມກົນໄກຕະຫຼາດໃຫ້ເໝາະສົມ ທັງໃນລະດັບນະໂຍບາຍ ແລະ ອອກກົດໝາຍ ເພື່ອສະກັດກັ້ນບໍ່ເຮັດໃຫ້ການລົ້ມລະລາຍສ້າງຜົນກະທົບຕໍ່ເສດຖະກິດ-ສັງຄົມໃນວົງກວ້າງຂວາງ. ໜຶ່ງໃນນະໂຍບາຍດັ່ງກ່າວແມ່ນການຊຸກຍູ້ໃຫ້ວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກໄດ້ຮັບການຟື້ນຟູກິດຈະການ ເຮັດໃຫ້ເຈົ້າຂອງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກດັ່ງກ່ວ ໄດ້ສາມາດສືບຕໍ່ກິດຈະການໄດ້; ນອກຈາກນີ້ຍັງຕ້ອງປົກປ້ອງ ແລະ ຄຸ້ມຄອງເຈົ້າໜີ້ຂອງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກ ແລະ ...

Read More »

Alexa ສັ່ງວຽກດ້ວຍສຽງ ເຕັກໂນໂລຊີສື່ສານທີ່ຈະມາແຮງໃນອະນາຄົດ

ເມື່ອກ່ອນເຕັກໂນໂລຊີຖືກນໍາເຂົ້າມາໃຊ້ໃນວົງການຂອງທຸລະກິດ ໂດຍການເຂົ້າມາຊ່ວຍເພີ່ມແຮງງານຄົນໃຫ້ເຮັດວຽກໄວຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນ. ແຕ່ປັດຈຸບັນເຕັກໂນໂລຊີໄດ້ກາຍເປັນສ່ວນໜຶ່ງໃນຊີວິດມະນຸດໄປແລ້ວ, ຄົນສ່ວນຫຼາຍມັກຄວາມສະດວກສະບາຍຈົນກາຍເປັນນິໄສ ຜູ້ຜະລິດເຕັກໂນໂລຊີກໍພັດທະນາຂຶ້ນມາແບບທັນໃຈ ຕອບໂຈດຄວາມຕ້ອງການຂອງລູກຄ້າໄດ້ ຄືດັ່ງຜູ້ຊ່ວຍທີ່ມີຊື່ວ່າ Alexa ນີ້ ມີລັກສະນະຄ້າຍໆກັບ Siri ໃນ Apple Smart Phone ແລະ Google Assistant ໃນ Google ແຕ່ຈະມາໃນຮູບແບບຂອງລໍາໂພງ ແລະ ເພີ່ມປະສິດທິພາບໃນການໃຊ້ງານຕື່ມອີກ… ເຮົາມາທໍາຄວາມຮູ້ຈັກກັບ Alexa ພ້ອມໆກັນເບິ່ງວ່າແມ່ນຫຍັງແທ້? Alexa ແມ່ນຫຍັງ? Alexa ເປັນລໍາໂພງສຽງ ທີ່ຖືກພັດທະນາມາຈາກ Amazon Echo ເຊິ່ງສາມາດໃຊ້ວຽກໄດ້ຄືກັນກັບ Siri ເຊິ່ງຜູ້ໃຊ້ສາມາດຖາມຄໍາຖາມໄດ້ທຸກຢ່າງເພື່ອໃຫ້ Alexa ຕອບ. ໂດຍ Amazon ໄດ້ອອກແບບ Alexa Voice Service (AVS) ເພື່ອຮຽນແບບການສົນທະນາຕົວຈິງ ແຕ່ທ່ານສາມາດໃຊ້ຄໍາສັ່ງສຽງນີ້ເພື່ອໃຊ້ບໍໍລິການ ແລະ ເຮັດວຽກແບບສະເພາະເຈາະຈົງໄດ້; Alexa ເປັນ ເຄື່ອງເຕືອນ ທີ່ຄອຍເຕືອນເວລາ ແລະ ສິ່ງທີ່ທ່ານຕັ້ງໄດ້, ເປັນໂມງປຸກໃນຕອນເຊົ້າ, ເປັນຜູ້ຊ່ວຍໃນການເດີນທາງ…  ພຽງແຕ່ທ່ານຖາມ ...

Read More »

ລັດຖະບານເດີນຫນ້າແກ້ໄຂບັນຫາການເຂົ້າຫາແຫຼ່ງທຶນຂອງ SMEs

ທະນາຄານໂລກ ໄດ້ສໍາຫລວດວິສາຫະກິດ ໃນປີ 2018 ເພື່ອຊອກຮູ້ອຸປະສັກຂອງວິສາຫະກິດຂະຫນາດນ້ອຍ ແລະ ກາງ ຫຼືເອັສເອັມອີ ຢູ່ລາວ. ການສໍາຫລວດດັ່ງກ່າວ ໄດ້ສໍາພາດ 332 ວິສາຫະກິດ; ໃນນັ້ນ 76% ແມ່ນວິສາຫະກິດຂະຫນາດນ້ອຍ, 21 % ແມ່ນວິສາຫະກິດຂະຫນາດກາງ, ແລະ 3 % ແມ່ນວິສາຫະກິດຂະຫນາດໃຫຍ່. ວິສາຫະກິດທີ່ຖືກສໍາຫລວດຄວາມຄິດເຫັນໃນຄັ້ງນີ້ 46% ຢູ່ນະຄອນຫຼວງວຽງຈັນ, 29% ຢູ່ແຂວງສະຫວັນນະເຂດ, 14% ຢູ່ແຂວງຈໍາປາສັກ, 6% ຢູ່ແຂວງຫລວງພະບາງ, ແລະ 5 % ຢູ່ແຂວງຄໍາມ່ວນ. ຖ້າແບ່ງຕາມຂະແຫນງການ ແມ່ນປະກອບດ້ວຍອຸດສາຫະກໍາປຸງແຕ່ງ 17%, ຂາຍຍ່ອຍ 30% ແລະ ຂະແຫນງບໍລິການອື່ນໆ 53%. ຜົນການສໍາຫລວດຊີ້ໃຫ້ເຫັນຫລາຍອຸປະສັກທີ່ກີດຂວາງການຂະຫຍາຍຕົວຂອງເອັສເອັມອີລາວ. ໃນນັ້ນ 36% ເຫັນວ່າ ການເຂົ້າຫາແຫລ່ງທຶນແມ່ນບັນຫາທີ່ຕ້ອງການການແກ້ໄຂຢ່າງເອົາຈິງເອົາຈັງ ຊຶ່ງຖືກຈັດເປັນອຸປະສັກສຳຄັນທີ່ສຸດ ໃນປີ 2018 ເມື່ອທຽບໃສ່ຜົນສໍາຫລວດປີ 2016 ມີເອັສເອັມອີ ພຽງແຕ່ 5% ທີ່ເຫັນວ່າການເຂົ້າຫາແຫລ່ງທຶນແມ່ນຂໍ້ຈຳກັດຂອງການດຳເນີນທຸລະກິດ. ຜູ້ປະກອບກິດຈະການທີ່ເຫັນວ່າ ການເຂົ້າຫາແຫລ່ງທຶນແມ່ນອຸປະສັກຕົ້ນຕໍ ເຖິງວ່າ ມີຄວາມຕ້ອງການທຶນຮອນ ແຕ່ກໍບໍ່ໄດ້ຍື່ນຂໍສິນເຊື່ອຈາກທະນາຄານທຸລະກິດ ຍ້ອນພວກເຂົາມີທັດສະນະຄະຕິດ້ານລົບຕໍ່ກັບການປ່ອຍສິນເຊື່ອຂອງທະນາຄານ ຄື: 1) ອັດຕາດອກເບ້ຍສູງ, 2) ...

Read More »

ບາດກ້າວທຳອິດແຫ່ງຄວາມສຳເລັດ “ການຄົ້ນຫາຕົວຕົນຂອງທ່ານ”

ຈາກບົດຄວາມແນວຄິດການລິເລີ່ມທຸລະກິດໃຫ້ປະສົບຜົນສຳເລັດໃນເດືອນຜ່ານມາ ຜູ້ອ່ານຫຼາຍທ່ານອາດຈະພໍ ຮັບຮູ້ໄດ້ວ່າ ການມີທັດສະນະຄະຕິໃນທາງບວກນັ້ນມີຄວາມສຳຄັນຫຼາຍຕໍ່ການບັນລຸຜົນສຳເລັດທີ່ຕັ້ງໄວ້ ບໍ່ວ່າຈະ ເປັນດ້ານໜ້າທີ່ການງານ ແລະ ຊີວິດສ່ວນຕົວ, ເຊິ່ງບາດກ້າວທຳອິດທີ່ສຳຄັນໃນການສ້າງທັດສະນະຄະຕິໃຫ້ ປະສົບຜົນສຳເລັດ ກໍຄື ການຄົ້ນຫາຕົວຕົນຂອງທ່ານເອງ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຢາກຜັນຂະຫຍາຍເນື້ອໃນ ຈາກບົດຄວາມກ່ອນ ດ້ວຍການນຳເອົາແນວທາງການຄົ້ນຫາຕົນເອງມາແບ່ງປັນ ເພື່ອເຮັດໃຫ້ຜູ້ອ່ານເຫັນພາບ ຍິ່ງຂຶ້ນ ເນື່ອງຈາກການເວົ້າເຖິງທັດສະນະຄະຕິ ແລະ ແນວຄວາມຄິດຂ້ອນຂ້າງມີລັກສະນະເປັນນາມມະທຳ. ຫຼາຍຄົນມັກປະສົບບັນຫາໃນການຄົ້ນຫາວ່າ ຕົນເອງສົນໃຈສິ່ງໃດແທ້ ຫຼື ມີຄວາມສາມາດທາງດ້ານໃດ ຫຼື ຄວນ ເຮັດຫຍັງດີ? ບໍ່ວ່າຈະເປັນນ້ອງໆນັກຮຽນຜູ້ທີ່ກຳລັງຕັດສິນໃຈຮຽນຕໍ່ໃນມະຫາວິທະຍາໄລທີ່ຍັງບໍ່ສາມາດເລືອກໄດ້ວ່າ ຕົນເອງຈະຮຽນຕໍ່ສາຂາໃດ ເພາະບໍ່ຮູ້ຄວາມຕ້ອງການທີ່ແທ້ຈິງຂອງຕົນ ເຊິ່ງກໍບໍ່ຕ່່າງຫຍັງກັບຜູ້ທີ່ຢາກ ເຮັດທຸລະກິດ ເພາະການມີຕົວເລືອກໜ້ອຍວ່າຍາກແລ້ວ ການມີຕົວເລືອກຫຼາຍຍິ່ງຍາກກວ່າ. ການຄົ້ນຫາຕົນເອງ ຈຶ່ງບໍ່ແມ່ນເລື່ອງງ່າຍ ເພາະມັນມີຄວາມລະອຽດອ່ອນ ແລະ ສັບສົນ ເນື່ອງຈາກກ່ຽວກັບຈິດໃຈຂອງມະນຸດ. ດັ່ງນັ້ນ, ເພື່ອຊ່ວຍໃຫ້ທ່ານສາມາດຄົ້ນຫາຕົວຕົນທີ່ແທ້ຈິງ ທ່ານຕ້ອງໄດ້ຕັ້ງຄຳຖາມກັບຕົນເອງ ແລະ ຕອບຄຳຖາມເຫຼົ່ານັ້ນດ້ວຍຄວາມຊື່ສັດ ເຊິ່ງການຊື່ສັດຕໍ່ຕົນເອງເປັນສິ່ງທີ່ສຳຄັນຫຼາຍ ເພາະຫາກທ່ານຕົວະຕົນເອງແລ້ວ ແນ່ນອນວ່າ ທ່ານຈະບໍ່ສາມາດຄາດຫວັງທີ່ຈະໄດ້ຮັບຄຳຕອບທີ່ຖືກຕ້ອງ. ຄຳຖາມຫຼັກອັນທຳອິດແມ່ນ ທ່ານເປັນຄົນແນວໃດແທ້? ການມີບຸກຄົນຕົ້ນແບບໃນການດຳລົງຊີວິດ ຍ່ອມມີອິດທິ ພົນຕໍ່ບຸກຄະລິກ ແລະ ທັດສະນະຄະຕິຂອງທ່ານ ດັ່ງນັ້ນ ທ່ານຕ້ອງຕອບໃຫ້ໄດ້ວ່າ ນິໄສໃຈຄໍທີ່ແທ້ຈິງຂອງທ່ານ ...

Read More »

ທ່ານ ດຣ. ຈິນດາ ວົງສຸລິ ທີ່ປຶກສາສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ

ທ່ານ ດຣ. ຈິນດາ ວົງສຸລິ ທີ່ປຶກສາສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ, ຜູ້ອໍານວຍການໂຮງງານຜະລິດຢາ “ຊີບີເອຟ” ໄດ້ແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງໂຮງງານຕະຫຼອດໄລຍະ 25 ປີຜ່ານມາ ພ້ອມທັງໃຫ້ຮູ້ເຖິງວິໄສທັດເປົ້າໝາຍໃນອະນາຄົດຂອງການດໍາເນີນທຸລະກິດ “ຊີບີເອຟ”. ເລົ່າໂດຍສັງເຂບຕະຫຼອດໄລຍະ 25 ປີ ກ່ຽວກັບຄວາມເປັນມາຂອງທຸລະກິດ ແລະ ການຂະຫຍາຍຕົວໃນແຕ່ລະໄລຍະຈົນເຖິງປັດຈຸບັນ: ບໍລິສັດ ຊີບີເອຟ ຟາຣມາ ຈໍາກັດ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອ ໃນວັນທີ 1 ມັງກອນ 1995, ມາຮອດມື້ນີ້ມີອາຍຸຄົບຮອບ 25 ປີ ພໍດີ. “ຊີບີເອຟ” ໄດ້ກໍາເນີດເກີດຂຶ້ນໃນເງື່ອນໄຂທີ່ປະເທດຊາດພວກເຮົາພວມມີນະໂຍບາຍເປີດປະເທດ,ໂດຍຫັນປ່ຽນເສດຖະກິດແບບເກື້ອກູນໄປສູ່ກົນໄກເສດຖະກິດການຕະຫຼາດຕາມແນວທາງການປ່ຽນແປງໃໝ່ຂອງພັກ. ດ້ວຍການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດຖະບານຢ່າງມີຫົວຄິດປະດິດສ້າງ, ສູ້ຊົນຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ, ມຸ່ງໝັ້ນ ປະຕິບັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, “ຊີບີເອຟ” ຈຶ່ງສາມາດກໍ່ຮ່າງສ້າງຕົວ, ເຕີບໃຫຍ່ເຂັ້ມແຂງຄືໃນປັດຈຸບັນ ແລະ ກ້າວຂຶ້ນເປັນບໍລິສັດທີ່ຈັດຢູ່ໃນລະດັບຊັ້ນນໍາຂອງ ສປປ ລາວ ດ້ານການຜະລິດ ແລະ ຈໍາໜ່າຍຢາປົວພະຍາດ, ເຄມີ ແລະ ອຸປະກອນການແພດ. ຕະຫຼອດໄລຍະ 25 ປີຜ່ານມາ ບໍລິສັດ “ຊີບີເອຟ ...

Read More »

ແຂວງບໍ່ແກ້ວ ເສດຖະກິດສືບຕໍ່ຂະຫຍາຍຕົວ 7,4%

ສະບັບຕົ້ນປີ 2020 ພວກເຮົາໄດ້ຮັບກຽດສໍາພາດທ່ານ ປອ ບົວຄົງ ນາມມະວົງ ເລຂາພັກແຂວງ,ເຈົ້າແຂວງໆບໍ່ແກ້ວ ເຊິ່ງທ່ານໄດ້ແຈ້ງໃຫ້ຮູ້ເຖິງວິໄສທັດ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນສົກປີ 2019-2020 ພ້ອມທັງການກະກຽມດ້ານຕ່າງໆ ໃຫ້ແກ່ກອງປະຊຸມໃຫຍ່ສາມຂັ້ນຂອງພັກ ແລະ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວຄັ້ງທີ VI. -ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ມີບາດກ້າວຂະຫຍາຍຕົວແນວໃດ? -ບັນຍາກາດການລົງທຶນ ແລະ ການຮ່ວມມືກັບຕ່າງປະເທດ ມີບາດກ້າວຂະຫຍາຍຕົວແນວໃດ? ໃນປີ 2019 ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຍັງສືບຕໍ່ຂະຫຍາຍຕົວດ້ວຍຈັງຫວະດີໃນລະດັບ 7,4%,ລວມຍອດຜະລິດຕະພັນພາຍໃນບັນລຸ 3.181,82 ຕື້ກີບ,ທຽບໃສ່ແຜນການປີປະຕິບັດໄດ້ 98,33% ສະເລ່ຍລາຍຮັບຕໍ່ຫົວຄົນພົນລະເມືອງແມ່ນ1.900 ໂດລາ/ຄົນ/ປີ. ໂຄງປະກອບເສດຖະກິດ-ສັງຄົມໄດ້ມີການເພີ່ມຂຶ້ນ ແລະ ຫັນປ່ຽນໄປໃນທາງທີ່ຕັ້ງໜ້າ ໃນນັ້ນຂະແໜງກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 6,3%ກວມ 36,86%,ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 6,5%ກວມ 20,15%,ຂະແໜງບໍລິການເພີ່ມຂຶ້ນ 9,3% ກວມ 42,99% ຂອງGDP. ສະພາບການລົງທຶນທົ່ວສັງຄົມເພື່ອການພັດທະນາ ປະຕິບັດໄດ້ທັງໝົດ 796,64 ຕື້ກີບເຊິ່ງປະກອບມີ 4 ແຫຼ່ງທຶນຄື: ການລົງທຶນຂອງລັດມີ 109 ໂຄງການມູນຄ່າ 99,55 ຕື້ກີບໃນນັ້ນທຶນພາຍໃນ ...

Read More »