ເຂດພັກອາໄສ ເອກກະໄມ ໃນ ກຸງເທບໄດ້ສ້າງຄວາມຟົດຟື້ນໃຫ້ແກ່ພື້ນທີ່ຕົວເມືອງ

ເຂດພັກອາໄສ ເອກກະໄມ ໃນ ກຸງເທບໄດ້ສ້າງຄວາມຟົດຟື້ນໃຫ້ແກ່ພື້ນທີ່ຕົວເມືອງ ໂດຍຜ່ານການນໍາສະເໜີທີ່ພັກອາໄສທີ່ທັນສະໄໝທີ່ສຸດ ແລະ ແທດເໝາະກັບສະພາບຊີວິດໃນຕົວເມືອງ ພ້ອມຄວາມສະດວກສະບາຍໃນການເຂົ້າເຖິງການຄົມມະນາຄົມຂົນສົ່ງໃນຮູບແບບຕ່າງໆ, ບໍ່ວ່າຈະເປັນລົດສ່ວນໂຕໄປຈົນເຖິງລົດໄຟຟ້າ BTS ໃນເສັ້ນທາງຫຼັກຕ່າງໆ, ການເຂົ້າເຖິງພື້ນທີ່ທີ່ເຕັມໄປດ້ວຍກິດຈະກໍາໃນຊຸມຊົມທີ່ມີຫ້າງຮ້ານຄ້າທີ່ຫຼາກຫຼາຍ, ຮ້ານອາຫານ, ຮ້ານກາເຟ, ສູນອອກກໍາລັງກາຍ, ພື້ນທີ່ເຮັດວຽກ, ໂຮງຮຽນ ແລະ ອື່ນໆ.

ບໍ່ໜ້າແປກໃຈເລີຍທີ່ພື້ນທີ່ດັ່ງກ່າວໄດ້ຮັບຄວາມສົນໃຈມາເປັນເວລາດົນນານຈາກຄົນຕ່າງປະເທດ ແລະ ຜູ້ພັກອາໄສທ້ອງຖິ່ນ, ລວມມີບຸກຄົນທົ່ວໄປ, ຄູ່ຮັກ ແລະ ຄອບຄົວທີ່ມີລູກ. ໃນປັດຈຸບັນ, ມັນໄດ້ກາຍເປັນທີ່ຕັ້ງທີ່ເໝາະສົມທີ່ສຸດໃຫ້ແກ່ຫ້ອງພັກສຸດຫຼູແຫ່ງທໍາອິດພາຍໃຕ້ແບຣນ XT, ໂຄງການສົ່ງເສີມຄຸນນະພາບຊີວິດໂດຍ Sansiri, ຜູ້ພັດທະນາການບໍລິການດ້ານອະສັງຫາລິມາຊັບເຕັມຮູບແບບຊັ້ນນໍາຂອງປະເທດໄທ.

ໂດຍມີທີ່ຕັ້ງຫ່າງຈາກສະຖານີ BTS ໃນຖະໜົນສຸຂຸມວິດປະມານ 1.5ກມ, ເຮັດໃຫ້ XT EKKAMAI ໄດ້ກາຍເປັນໜຶ່ງໃນສາມໂຄງການ XT ທີ່ເຂັ້ມແຂງທີ່ສຸດຂອງບໍລິສັດ. ໂດຍແນເປົ້າໝາຍໃສ່ກຸ່ມຄົນໃນຍຸກ Millennial, ອາຄານທີ່ພັກ 38 ຊັ້ນທີ່ປະກອບມີຫ້ອງພັກ 537 ຫ້ອງພ້ອມດ້ວຍຮູບແບບການຈັດວາງທີ່ເປັນລັກສະນະສະເພາະຕົວ, ພື້ນທີ່ສິ່ງອໍານວຍຄວາມສະດວກຮ່ວມກັນ ແລະ ນະວັດຕະກໍາດ້ານເຕັກໂນໂລຊີຕ່າງໆ, ເຮັດໃຫ້ໂຄງການນີ້ສາມາດນໍາສະເໜີຄວາມແປກໃໝ່ສູ່ຕະຫຼາດໄດ້.

ທ່ານ Poomipak Julmanichoti, ຮອງປະທານຝ່າຍພັດທະນາໂຄງການ ແລະ ທຸລະກິດລະຫວ່າງປະເທດຂອງ Sansiri, ກ່າວວ່າ “ຄົນຍຸກ Millennial ໄດ້ເຂົ້າມາປ່ຽນຄວາມຕ້ອງການດ້ານອະສັງຫາລິມາຊັບໄປຈາກເດີມ. ພວກເຂົາກໍາລັງຊອກຫາບໍ່ພຽງແຕ່ສະຖານທີ່ພັກເຊົາ, ແຕ່ຍັງແມ່ນສະຖານທີ່ທີ່ສາມາດຕໍ່ຍອດຮູບແບບການໃຊ້ຊີວິດສ່ວນຕົວໄດ້ນໍາອີກ. ຍ້ອນວ່າພວກເຮົາເປັນຜູ້ບຸກເບີກດ້ານການສະໜອງປະສົບການການໃຊ້ຊີວິດທີ່ມີເອກະລັກໃຫ້ແກ່ຄົນຍຸກໃໝ່ຢູ່ສະເໝີ, XT EKKAMAI ຈຶ່ງໄດ້ນໍາສະເໜີຫ້ອງພັກທີ່ເປັນຈຸດສູນລວມຮູບແບບການໃຊ້ຊີວິດແຫ່ງທໍາອິດທີ່ມີລາຄາສົມເຫດສົມຜົນ ແລະມີການອອກແບບທີ່ສວຍງາມ, ສົ່ງເສີມປະສົບການ“ການເຮັດວຽກ ແລະ ການພັກຜ່ອນ” ທີ່ແທດເໝາະກັບ “ຮູບແບບການໃຊ້ຊີວິດອັນມີສີສັນ”  ຂອງຄົນຍຸກ Millennial.

ໂດຍພັດທະນາຮ່ວມກັບບໍລິສັດ Tokyu ຈາກຍີ່ປຸ່ນ, ແນວຄິດ “ຫ້ອງພັກສົ່ງເສີມຊີວິດຮູບແບບໃໝ່”ຂອງ XT ປະສົມປະສານການອອກແບບພາຍໃນຂອງໂຄງການເຂົ້າກັບການດັດປັບທີ່ມີລັກສະນະສະເພາະຕົວຂອງລູກຄ້າ. ໂຄງການດັ່ງກ່າວປະກອບມີຫ້ອງພັກທີ່ມີໜຶ່ງ ແລະ ສອງຫ້ອງນອນທີ່ສາມາດດັດປັບໄດ້ຕາມຄວາມຕ້ອງການສ່ວນຕົວຂອງລູກຄ້າ. ຍົກຕົວຢ່າງ, ຜູ້ທີ່ມັກໃນການແຕ່ງກິນສາມາດເລືອກຫ້ອງທີ່ມີຫ້ອງຄົວທີ່ກວ້າງຂວາງ ແລະ ມີສິ່ງອໍານວຍຄວາມສະດວກຄົບຖ້ວນໄດ້; ຜູ້ທີ່ມັກທໍາມະຊາດສາມາດເລືອກເອົາຫ້ອງທີ່ມີວິວທິວທັດຂອງສວນໄມ້ສີຂຽວ ແລະ ລະບຽງຮົ່ມແດດໄດ້; ແລະ ຜູ້ທີ່ມັກໃນເລື່ອງຂອງແຟຊັ້ນສາມາດເລືອກເອົາຫ້ອງທີ່ມີຕູ້ເຄື່ອງ ແລະ ຕຽງທີ່ສາມາດພັບເກັບໄດ້, ເຮັດໃຫ້ລູກຄ້າມີຫ້ອງສະເພາະເກັບມ້ຽນເຄື່ອງນຸ່ງ ຫຼື ພື້ນທີ່ຫ້ອງທີ່ກວ້າງຂຶ້ນ.

ສິ່ງອໍານວຍຄວາມສະດວກຮ່ວມກັນຢູ່ທີ່ XT EKKAMAI ສົ່ງເສີມຄວາມຮູ້ສຶກຂອງການເປັນຊຸມຊົນຢ່າງແທ້ຈິງລະຫວ່າງຜູ້ພັກອາໄສ, ທີ່ລວມມີຫ້ອງໂຖງອະເນກປະສົງທີ່ເປັນທັງພື້ນທີ່ເຮັດວຽກ, ຫ້ອງຖ່າຍພາບ, ຫ້ອງຮຽນແຕ່ງກິນ, ຫ້ອງຮຽນງານຝີມື ແລະ ສິລະປະ, ແລະ ພື້ນທີ່ສ້າງສັນຮ່ວມ-ສ່ວນໃຫຍ່ຕັ້ງຢູ່ຊັ້ນດາດຟ້າໃນພື້ນທີ່ທີ່ມີການອອກແບບທີ່ມີພະລັງ ແລະ ສີສັນ ພ້ອມກັບວິວທິວທັດຂອງເມືອງແບບ 360 ອົງສາ. ຜູ້ພັກຍັງສາມາດພັກຜ່ອນທີ່ບາ ແລະ ຫ້ອງສັງສັນ, ຫ້ອງອອກກໍາລັງກາຍ, ພື້ນທີ່ເຮັດກິດຈະກໍາຮ່ວມ, ສະລອຍນໍ້າຍາວ 50 ແມັດ,ໂຮງຮູບເງົາກາງແຈ້ງແຄມສະນໍ້າ, ອ່າງອາບນໍ້າຮ້ອນແລະ ນໍ້າເຢັນ, ແລະ ສວນດອກໄມ້ເທິງດາດຟ້າ. ບັນດາຈຸດພິເສດທີ່ໜ້າສົນໃຈອື່ນໆລວມມີລະບົບກົນໄກການຈອດລົດທີ່ຊັ້ນເກົ້າ ແລະ ການດັດປັບລະບົບເພື່ອໃຫ້ມີແສງໄຟທີ່ພຽງພໍ ແລະ ມີອາກາດຖ່າຍເທ.

ນອກຈາກນັ້ນ, Sansiri ຍັງໄດ້ນໍາໃຊ້ເຕັກໂນໂລຊີລໍ້າໜ້າໃນການເພີ່ມພູມປະສົບການໃຫ້ແກ່ຜູ້ພັກອາໄສ. ໂປຣແກຣມໂທລະສັບ “ສະມາຣ໌ດ” ໄດ້ຊ່ວຍອໍານວຍຄວາມສະດວກໃນການຄຸ້ມຄອງຊັບສິນ, ການຄວບຄຸມລະບົບອັດຕະໂນມັດພາຍໃນບ້ານ,ການຊໍາລະເງິນຜ່ານລະບົບດິຈິຕອນ ແລະ ການສາກໄຟລົດຂັບເຂື່ອນດ້ວຍໄຟຟ້າ. ໃນຂະນະດຽວກັນຍັງມີການນໍາໃຊ້ເຄື່ອງມືອອກກໍາລັງກາຍທີ່ທັນສະໄໝທີ່ສຸດຊື່ວ່າ ICAROS ເພື່ອຊ່ວຍສົ່ງເສີມສຸຂະພາບທີ່ດີໃຫ້ແກ່ຜູ້ພັກອາໄສ.

XT EKKAMAI ໄດ້ລວບລວມບັນດາອົງປະກອບທັງໝົດທີ່ກ່າວມາຂ້າງເທິງເຂົ້າໃນການອອກແບບອັນຮອບດ້ານຂອງຕົນທີ່ສົ່ງເສີມປະສົບການການໃຊ້ຊີວິດ. ລາຄາເລີ່ມຕົ້ນແມ່ນ 6.96 ລ້ານບາດ, ແລະ ຄາດວ່າອັດຕາການປ່ອຍເຊົ່າຫ້ອງພັກແມ່ນຈະຢູ່ໃນລະດັບ 5-6 ສ່ວນຮ້ອຍ ເຊິ່ງເຮັດໃຫ້ໂຄງການນີ້ກາຍເປັນການລົງທຶນໄລຍະຍາວທີ່ເຂັ້ມແຂງ.

Comments