ໄຊຊະນະເບື້ອງຕົ້ນ ໃນການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ

ຂໍໃຫ້ທ່ານເລົ່າຄືນໂດຍຫຍໍ້ກ່ຽວກັບໄຊຊະນະຂອງປະເທດລາວຕໍ່ກັບການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງ COVID-19 ທີ່ຜ່ານມາແນ່ວ່າພວກເຮົາໄດ້ມີວິທີຮັບມືຕົ້ນຕໍຄືແນວໃດ?

  • ຄືບັນດາທ່ານໄດ້ຮັບຊາບແລ້ວທ່ານນາຍົກລັດຖະມົນຕີໄດ້ຖະແຫຼງຂ່າວກ່ຽວກັບໄຊຊະນະເບື້ອງຕົ້ນໃນການຄວບຄຸມການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນວັນທີ 10 ມິຖຸນາ 2020. ມາຮອດມື້ນີ້ໄດ້ 95 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອຢູ່ໃນປະເທດພວກເຮົາ;
    ມາດຕະການອັນສຳຄັນກໍຄືວິທີການອັນຕົ້ນຕໍໃນການຮັບມືກັບພະຍາດ COVID-19 ຂອງລາວແມ່ນ:
  • 1. ພວກເຮົາໄດ້ມີມາດຕະການປ້ອງກັນແຕ່ຫົວທີ, ເຫັນຄວາມອັນຕະລາຍໄວ້ລ່ວງໜ້າ ແລະ ເລີ່ມສະກັດໄວ້ກ່ອນຄືພວກເຮົາເຄີຍໃຊ້ຄຳເວົ້າວ່າ: ປ້ອງກັນດີກວ່າແກ້ ຫຼື ຕັດໄຟແຕ່ຕົ້ນລົມ….ເປັນຕົ້ນ. ຈຶ່ງໄດ້ອອກບັນດາມາດຕະການປ້ອງກັນໄວ້ເປັນແຕ່ລະໄລຍະຢ່າງມີການຄິດໄລ່;
  • 2. ການນຳຂັ້ນສູງສຸດໃຫ້ຄວາມສຳຄັນ ແລະ ມີການຊີ້ນຳເປັນປົກກະຕິ ແລະ ເປັນເອກະພາບສູງໃນການປະຕິບັດມາດຕະການ ແລະ ໄດ້ຊີ້ນຳຢ່າງຈົດຈໍ່.
  • 3. ທຸກການຈັດຕັ້ງ, ທຸກອົງການຂອງພັກ, ລັດ, ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງສັງຄົມໄດ້ເປັນກຳລັງແຮງໃນການຈັດຕັ້ງປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງແທ້.
  • 4. ປະຊາຊົນທຸກຖ້ວນໜ້າເຂົ້າຮ່ວມຢ່າງມີສະຕິດ້ວຍຄວາມເປັນເຈົ້າ, ດ້ວຍຄວາມຕື່ນຕົວສູງ, ລວມທັງປະກອບສ່ວນທາງດ້ານວັດຖຸປັດໃຈ, ກຳລັງແຮງທັງກາຍ ແລະ ໃຈຫຼາຍຮູບ, ຫຼາຍວິທີທີ່ກວ້າງຂວາງ, ປະດິດສ້າງທີ່ອຸດົມສົມບູນເຂົ້າໃນການຕໍ່ສູ້ກັບ COVID-19 ຢ່າງ
    ເປັນຂະບວນຟົດຟື້ນ ດ້ວຍຄວາມເປັນຈິດໜຶ່ງໃຈດຽວ ແລະ ເສຍສະຫຼະ.
  • 5. ບັນດາໜ່ວຍງານທີ່ມີໜ້າທີ່ຮັບຜິດຊອບເຊັ່ນ: ຄະນະສະເພາະກິດທຸກຂັ້ນ, ທຸກລະດັບ, ພາຫະນະສື່ມວນຊົນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານສາທາລະນະສຸກທຸກຂັ້ນເປັນຕົ້ນ: ແພດໝໍທີ່ໄດ້ຂະໜານນາມວ່າ “ເປັນນັກຮົບເສື້ອຂາວ, ຜູ້ປະຈັນບານ” ໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ແລະ ປະດິດສ້າງ.
  • 6. ພວກເຮົາໄດ້ຮັບການສະໜັບສະໜູນຢ່າງທັນການ ແລະ ມີປະສິດທິຜົນຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ.
  • ຂໍໃຫ້ທ່ານໃຫ້ຄຳເຫັນຕໍ່ກັບເລື່ອງການຈະສືບຕໍ່ຜັນຂະຫຍາຍມາດຕະການສະກັດກັ້ນ ແລະ ປ້ອງກັນ COVID-19 ຢູ່ລາວ ຄືແນວໃດ? ເພາະຢູ່ໃນສາກົນກໍຍັງມີການແຜ່ລະບາດຢູ່ສະນັ້ນປະເທດລາວເຮົາມີມາດຕະການໃນການສືບຕໍ່ສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງ COVID-19 ບໍ່ໃຫ້ເຂົ້າມາໃນ ສປປ ລາວ ຄືແນວໃດ?
  • ເຖິງວ່າປະເທດລາວເຮົາໄດ້ປະກາດໄຊຊະນະເບື້ອງຕົ້ນ ແລະ ເວັ້ນໄລຍະ 95 ມື້ແລ້ວ ບໍ່ມີຜູ້ຕິດເຊື້ອຢູ່ໃນ ສປປ ລາວ, ແຕ່ທົ່ວໂລກກໍ່ຍັງມີການລະບາດຢ່າງກວ້າງຂວາງ, ເປັນໜ້າວິຕົກກັງວົນ, ແຕ່ລະມື້ມີຜູ້ຕິດເຊື້ອໃໝ່ 2 ແສນກວ່າຄົນ ແລະ ເສຍຊີວິດແຕ່ລະວັນ 4 ເຖິງ 5 ພັນຄົນ;

ພວກເຮົາບໍ່ໄດ້ປະໝາດ, ຄະນະສະເພາະກິດຍັງສືບຕໍ່ເຮັດວຽກຢ່າງເປັນປົກກະຕິ, ຕິດຕາມສະ
ພາບການ ແລະ ມີການລາຍງານສ່ອງແສງປະຈໍາວັນຢູ່ຫ້ອງປະຕິບັດງານສຸກເສີນຂອງກະຊວງສາທາລະນະສຸກ. ເຖິງວ່າລັດຖະບານໄດ້ຜ່ອນຜັນຫຼາຍມາດຕະການລົງໃນໄລຍະແຕ່ວັນທີ 1-31 ກໍລະກົດ2020 ນີ້ ແຕ່ຍັງມີບາງມາດຕະການທີ່ຈະຕ້ອງໄດ້ປະຕິບັດຢ່າງເຂັ້ມງວດຕາມຄໍາສັ່ງເລກທີ 06/ນຍ,ລົງວັນທີ 29 ມິນາ 2020 ເປັນຕົ້ນ:

  1. ສືບຕໍ່ປິດບັນດາກິດຈະການຮ້ານບັນເທິງ-ຄາລາໂອເກະ ແລະ ຮ້ານເກມ.
  2. ສືບຕໍ່ປິດດ່ານປະເພນີ ແລະ ດ້ານທ້ອງຖິ່ນສຳລັບບຸກຄົນທົ່ວໄປ, ສຳລັບດ່ານສາກົນແມ່ນອະນຸຍາດໃຫ້ບຸກຄົນທົ່ວໄປເຂົ້າ-ອອກໄດ້ ສະເພາະຜູ້ມີຄວາມຈຳເປັນຮີບດ່ວນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.
  3. ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມສຳລັບບຸກຄົນທີ່ເດີນທາງມາຈາກ ຫຼື ຜ່ານປະເທດທີ່ຍັງມີການລະບາດຂອງພະຍາດ COVID-19. ມາດຕະການອັນສຳຄັນທີ່ສຸດ ແມ່ນການເຝົ້າລະວັງກວດກາຢູ່ຕາມຈຸດຜ່ານແດນຕ່າງໆເປັນຕົ້ນ: ສະໜາມບິນສາກົນ, ຈຸດຜ່ານແດນທາງບົກ-ທາງນ້ຳ, ຊາຍແດນທາງບົກ ແລະ ທາງນ້ຳ ທີ່ຕິດຈອດກັບປະເທດໃກ້ຄຽງ, ການເກັບຕົວຢ່າງມາກວດວິເຄາະຫາເຊື້ອ COVID-19 ທຸກໆຄົນທີ່ເດີນທາງເຂົ້າມາ
    ສປປ ລາວ ເພື່ອຄົ້ນພົບຜູ້ຕິດເຊື້ອໃຫ້ໄດ້ໄວ, ຈຳກັດບໍລິເວນຜູ້ເດີນທາງເຂົ້າມາທຸກຄົນເພື່ອເຝົ້າລະວັງຕິດຕາມອາການຂອງພະຍາດ COVID-19 ຈົນຄົບ 14 ວັນ.
  4. ສະເພາະຢູ່ພາຍໃນປະເທດກໍ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ-ການແຜ່ເຊື້ອ
    ຢູ່ໃນຊຸມຊົນຢ່າງເຂັ້ມງວດເຊັ່ນ: ການປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ, ໝັ່ນລ້າງມືດ້ວຍນ້ຳສະອາດ, ໃສ່ສະບູ ຫຼື ໃຊ້ເຈວຂ້າເຊື້ອ, ການໃສ່ຜ້າອັດປາກ-ດັງເວລາອອກໄປຂ້າງນອກ ຫຼື ໃນຊຸມຊົນ, ແທກອຸນຫະພູມຮ່າງກາຍ ແລະ ໝັ່ນອະນາໄມສະຖານທີ່ໃຫ້ສະອາດຂ້າເຊື້ອພະຍາດ, ປະຕິບັດແບບແຜນດຳລົງຊີວິດແບບໃໝ່ (New Normal) ຂອງແຕ່ລະສາຂາອາຊີບແຕ່ລະສະຖານທີ່ບໍລິການຕ່າງໆເພື່ອປ້ອງກັນການຕິດເຊື້ອ ແລະ ການແຜ່ເຊື້ອ. ໃຫ້ທ່ານປະເມີນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງໃນຂະແໜງສາທາລະນະສຸກວ່າບາດກ້າວຄືບໜ້າ-ສຳເລັດ ແລະ ສິ່ງທ້າຍຄືແນວໃດ?
  1. ໃນຄວາມເປັນຈິງແລ້ວເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຂອງຂະແໜງສາທາລະນະສຸກໃນປີ 2030 ມີເຖິງ 39 ຕົວຊີ້ວັດ ຊຶ່ງຕິດພັນກັບເປົ້າໝາຍທີ II: ລົບລ້າງຄວາມອຶດຫີວ ບັນລຸການຄໍ້າປະກັນຂອງສະບຽງອາຫານ ແລະ ປັບປຸງໂພຊະນາການ ແລະ ສົ່ງເສີມກະສິກຳແບບຍືນຍົງ; ປພຍ III: ຮັບປະກັນການມີສຸຂະພາບທີ່ດີ ແລະ ສົ່ງເສີມ
    ຊີວິດການເປັນຢູ່ທີ່ດີຂອງທຸກຄົນ, ທຸກເກນອາຍຸ; ປພຍ VI: ຮັບປະກັນໃຫ້ມີນ້ຳໃຊ້ ແລະ ການບໍລິຫານນໍ້າແບບຍືນຍົງ ແລະ ສຸຂະອະນາໄມສຳລັບໝົດທຸກຄົນ, ແຕ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດຄັ້ງທີ VIII (2016-2020) ນີ້ສະພາແຫ່ງຊາດຮັບຮອງ ແລະ ໄດ້ມອບໝາຍໃຫ້ຂະແໜງສາທາລະນະສຸກຮັບຜິດຊອບໂດຍກົງ 10 ຕົວຊີ້ວັດ:(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 168 ເດືອນກໍລະກົດ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

First victory against the COVID-19 pandemic in the Lao PDR

Could you brief us on the victory, and how to prevent and control the COVID-19 pandemic?

Just like you have already known, Minister of Health made a statement on the first victory
against the COVID-19 pandemic in the Lao PDR on June 10, 2020. To date, Laos has been
COVID-free for 95 days thanks to the following important preventive measures of Laos:

1. We started to implement preventive measures as earliest as possible in order to prevent future danger from occurring just like in these sayings: “prevention is better than cure or nip inthe bud.” Preventive measures have been issued periodically with the careful calculation.

2. Our supreme leaders have been attaching great importance by taking the lead in
unanimously and actively implementing preventive measures.

3. Party, governmental, village, mass and civil organizations have been unanimously and
actively supporting the implementation of measures issued by the government.

4. Lao people have been highly enthusiastic and aware of the situation. Some people made
donations, while some dedicated their physical and mental energy involving a wide range of
methods and creativity in combating the COVID-19 with a unified and sacrificeable heart.

5. All responsible authorities, namely the taskforce committee at all levels, media, national
defense and public security forces as well as health officials at all levels, such as medical
staff who have been bestowed “white-gown knights in the battle front,” have been
tirelessly performing their duties with high sense of responsibility and creativity.

6. We have received prompt and effective assistance from many friendly countries and
international organizations.

Since the COVID-19 is still persisting overseas, could you give us more information on what measure will the government continue to implement in order to prevent and control the COVID-19 from entering into the Lao PDR?

Despite the first victory and 95 COVID-free days in the Lao PDR, more than 200,000 people get infected with 4,000 to 5,000 casualties elsewhere.

We have never stopped being cautious reflected in the continuous operation of the
taskforce committee in order to keepmonitoring and reporting daily situation at
the emergency operation office, Ministry of Health. Despite further relaxation announced
by the government for the period from July 1 to 31, 2020, some measures will remain strictly mandatory based on the Order No.06/PM, dated June 29, 2020, as following:

• Entertainment venues, karaoke and game centers will remain closed.

• Traditional and local checkpoints will remained closed for general publics, while
international checkpoints may give the entering and exiting permission for those
with emergency purpose who need to acquire permission fromthe taskforce committee beforehand.

• Tourism and visiting visa to Laos will remained suspended for those traveling from or through countries experiencing the COVID-19 pandemic. The most vital measure is to stay vigilant at different border checkpoints, namely international airports, land and water border checkpoints connecting to neighboring countries. Continue to collect samples from every
individual entering the Lao PDR for a COVID-19 test, while enforcing a 14-day self-quarantine on them in order to monitor for the COVID-19 infection;

Domestically, everyone is required to continue implementing preventive measures in their respective community, such as to keep at least 1-meter distance from each other, regularly wash hands with clean water, soap or hand sanitizer, wear a face mask when going outside or being in a crowded place, always check body temperature and keep places clean from germ, and adapt to a New Normal way of life for each career at different service centers in order to prevent virus infection and spreading.

Could you provide us your assessment on the progress of SDGs in the health sector, including achievements as well as challenges found so far?

In fact, SDGs of the health sector to be achieved by 2030 involved 39 indicators that are closely related to the goal number 2: eradicate hunger, while guaranteeing food security, improving nutrition and promoting sustainable agriculture; goal number 3: guarantee healthy and good living condition for people of all ages; and goal number 4: guarantee that all people
have access to clean water and sanitary facilities with sustainable management. Nevertheless, according to the 8th National Socio-Economic Development Plan (2016-2020) which was approved by the National Assembly, health sector has been assigned to take direct responsibility on 10 indicators, namely: (More interview details can be found in Target Magazine issue 168 July 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments