ວິທີການສ້າງທີມ Digital Marketing ສຳລັບຜູ້ປະກອບການ

ເຖິງວ່າຈະຜ່ານມາຮອດເດືອນສິງຫາ 2020 ແລ້ວ ປະເທດລາວເຮົາກໍຄືທົ່ວໂລກ ກໍຍັງບໍ່ທັນຜ່ານພົ້ນວິກິດການ ໂຄວິດ-19 ທີ່ສົ່ງຜົນກະທົບຮ້າຍແຮງຕໍ່ລະບົບເສດຖະກິດ ອຸດສາຫະກຳຫຼາຍຂະແໜງຕ້ອງໂຈະການດຳເນີນກິດຈະການ ບັນດາຫົວໜ່ວຍທຸລະກິດຈຳເປັນຕ້ອງໄດ້ພາກັນປັບຕົວ ຫັນມາເປັນອອນລາຍແບບໄຮ້ທາງເລືອກ ທັງທີ່ຍັງບໍ່ທັນມີຄວາມພ້ອມ ແລະບໍ່ທັນໄດ້ສຶກສາ ທຳຄວາມເຂົ້າໃຈ ຫຼືກະກຽມຊັບພະຍາກອນເພື່ອລົງທຶນໃສ່ກັບການຕະຫຼາດໃນໂລກດິຈິຕອນຫຼາຍພຽງພໍ ສະນັ້ນ ມື້ນີ້ຄໍລຳການສ້າງຍີ່ຫໍ້ ແລະການຕະຫຼາດ ປະຈຳເດືອນສິງຫານີ້ ເຮົາຈະມານຳສະເໜີວິທີການສ້າງທີມການຕະຫຼາດດິຈິຕອນ ເພື່ອໃຫ້ບັນດາບໍລິສັດ ຜູ້ປະກອບການຕ່າງໆໄດ້ນຳເອົາໄປປັບໃຊ້ໃຫ້ເກີດປະໂຫຍດສູງສຸດ ເພື່ອຄວາມຢູ່ລອດໃນພາວະວິກິດຄັ້ງນີ້ໄປພ້ອມໆກັນ

ທາງອອກຂອງການເຮັດການຕະຫຼາດດິຈິຕອນ ບາງບໍລິສັດກໍເລືອກສ້າງຕັ້ງທີມຂອງຕົນເອງຂຶ້ນ ເພື່ອຄວາມສະດວກ ແລະຄຸ້ມຄ່າ ປະຢັດງົບປະມານໃນໄລຍະຍາວ ແຕ່ບາງບໍລິສັດກໍເລືອກທີ່ຈະຈ້າງບໍລິສັດທີ່ປຶກສາທາງການຕະຫຼາດດິຈິຕອນມາຊ່ວຍ ໂດຍອາດຈະຈ້າງເປັນໂຄງການຍ່ອຍ ຫຼືຈ້າງເປັນລັກສະນະສັນຍາໄລຍະຍາວ ເຊິ່ງກໍແລ້ວແຕ່ເງື່ອນໄຂ ວິໄສທັດ ເປົ້າໝາຍ ຄວາມຄາດຫວັງ ແລະຂະໜາດຂອງແຕ່ລະບໍລິສັດເອງ.   ເຊິ່ງແນ່ນອນວ່າ ການທີ່ບໍລິສັດໃດໜຶ່ງມີທີມການຕະຫຼາດຂອງຕົນເອງ ຈະເຮັດໃຫ້ທີມງານສຸມໃສ່ແຕ່ເປົ້າໝາຍດຽວ ກໍຄືຂອງບໍລິສັດ ຜົນໄດ້ຮັບຈຶ່ງມີປະສິດຕິພາບກວ່າ ການໄປຈ້າງບໍລິສັດທີ່ປຶກສາ ທີ່ຮັບວຽກຈາກລູກຄ້າທີ່ແຕກຕ່າງກັນ ຄວາມເຕັມທີ່ຕໍ່ວຽກງານກໍອາຈະຫຼຸດໜ້ອຍຖອຍລົງກໍເປັນໄດ້. ສຳລັບບໍລິສັດໃດທີ່ກຳລັງຄິດສ້າງທີມການຕະຫຼາດດິຈິຕອນຂຶ້ນມາໃນບໍລິສັດ ຈະຕ້ອງໄດ້ຄຳນຶງເຖິງໜ້າວຽກອີງຕາມ 6 ຕຳແໜ່ງ ດັ່ງຕໍ່ໄປນີ້:

  1. ນັກວາງແຜນຍຸດທະສາດ ຫຼື ຫົວໜ້າທີມການຕະຫຼາດດິຈິຕອນ (Stratgic Planner or Head of Digital Marketing)

      ນັກວາງແຜນຍຸດທະສາດ ເປັນຜູ້ທີ່ຄຶດຄົ້ນແຜນ ສ້າງກິດຈະກຳກະຕຸກຊຸກຍູ້ (Campaign) ຕ່າງໆ ເປັນຜູ້ຄວບຄຸມພາບລວມ ແລະຍັງເປັນນັກວິເຄາະ ເຊິ່ງໜ້າວຽກຂອງນັກວາງແຜນຍຸດທະສາດ ມີຄື:

  • ວິເຄາະລັກສະນະຂອງຍີ່ຫໍ້ ໂດຍໃຊ້ແຫຼ່ງຂໍ້ມູນຈາກ ຄູ່ມືຍີ່ຫໍ້ (Brand Manual) ໃນການນຳລັກສະນະຂອງຍີ່ຫໍ້ທີ່ໄດ້ອອກແບບໄວ້ແລ້ວ ມາສ້າງເປັນ: ຄຳສຳຄັນ (Key word), ບຸກຄະລິກຂອງຍີ່ຫໍ້ (Brand Charactoristic) ແລະ ຜູ້ສື່ສານຍີ່ຫໍ້ຂຶ້ນມາ ເຊິ່ງໃນນີ້ໝາຍເຖິງ ແອັດມິນ (Admin) ຂອງແພລັດຟອມອອນລາຍຕ່າງໆ.
  • ເປັນຜູ້ວິເຄາະຈຸດອ່ອນ ແລະຈຸດແຂງຂອງຍີ່ຫໍ້.
  • ວິເຄາະຂໍ້ມູນເຊີງເລິກກ່ຽວກັບລູກຄ້າ (Customer Insights) ໃນດ້ານ: ເສັ້ນທາງຂອງລູກຄ້າທີ່ມີປະສົບການກ່ຽວກັບຍີ່ຫໍ້ (Customer Journey), ການບໍໂພກເນື້ອໃນ (Content) ຂອງກຸ່ມເປົ້າໝາຍ, ຜູ້ມີອິດທິພົນ (Influencer) ທີ່ກຸ່ມເປົ້າໝາຍພວມຕິດຕາມຢູ່.
  • ຕັ້ງເປົ້າໝາຍໃຫ້ກັບທີມງານ
  • ເປັນຜູ້ດຳເນີນກອງປະຊຸມ ແລະລະດົມຄວາມຄິດຂອງສະມາຊິກໃນທີມງານ
  • ມອບໝາຍການເຮັດວຽກໃຫ້ກັບທີມງານ
  • ເປັນຜູ້ຕິດຕາມ ກວດກາ ແລະປະເມີນຜົນການເຮັດວຽກ

ຄຸນສົມບັດທີ່ນັກວາງແຜນຍຸດທະສາດ ຕ້ອງມີ:

  • ຕ້ອງມີປະສົບການໃນການວາງແຜນການຕະຫຼາດອອນລາຍ ຢ່າງໜ້ອຍ 5 ປີ
  • ມີທັກສະການເຈລະຈາຕໍ່ລອງ
  • ມີທັກສະການໃຊ້ສື່ສັງຄົມອອນລາຍ (Social Media) ແລະ ການວາງແຜນການຕະຫຼາດອອນລາຍ (Online) ແລະອອບລາຍ (Offline)
  • ມີຄວາມເປັນຜູ້ນຳ ແລະສາມາດຄາດການລ່ວງໜ້າໄດ້
  • ເປັນນັກວິເຄາະ ແລະນັກວາງແຜນ
  • ຜູ້ສ້າງເນື້ອໃນ / ນັກຂຽນ (Content Creator)

      ຜູ້ສ້າງເນື້ອໃນ ຫຼື ບ້ານເຮົາມັກເອີ້ນວ່າ ນັກຂຽນ ແມ່ນຜູ້ມີໜ້າທີ່ໃຊ້ຄວາມຄິດສ້າງສັນ ຄຶດເລື່ອງລາວ ຫຼືຂໍ້ຄວາມ ທີ່ຈະຕ້ອງສື່ສານໄປຫາລູກຄ້າເປົ້າໝາຍ ຫຼັງຈາກໄດ້ຮັບມອບໝາຍວຽກຈາກ ນັກວາງແຜນຍຸດທະສາດ ເຊິ່ງໜ້າທີ່ຫຼັກໆຂອງຜູ້ສ້າງເນື້ອໃນມີດັ່ງນີ້:

  • ວາງໂຄງຮ່າງຂອງເລື່ອງລາວ ຫຼືຂໍ້ຄວາມຂອງເນື້ອໃນ (Content) ທີ່ຈະສື່ສານອອກໄປ ປະກອບກັບ ເສັ້ນທາງຂອງລູກຄ້າທີ່ມີປະສົບການກັບຍີ່ຫໍ້ (Customer Journey) ເພື່ອສາມາດເພີ່ມຍອດຂາຍໃຫ້ກັບຍີ່ຫໍ້ໄດ້ຕາມຄາດໝາຍ
  • ຂຽນເນື້ອໃນ (Content) ກຽມໄວ້ລ່ວງໜ້າ 1 ເດືອນ ເພື່ອເປັນແຜນໃຫ້ກັບທີມງານ ແລະ ຍັງເອົາໄວ້ກະກຽມການສ້າງກິດຈະກຳສົ່ງເສີມການຂາຍ (Promotion) ປະກອບເຂົ້າກັບເນື້ອໃນດັ່ງກ່າວ
  • ເຮັດວຽກຮ່ວມກັບທີມອອກແບບກຣາຟຟິກ ເພື່ອສ້າງພາບປະກອບເນື້ອໃນທີ່ໄດ້ເຮັດໄວ້(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 168 ເດືອນກໍລະກົດ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

how to form a digital marketing team for entrepreneurs

Although we are now in August 2020, Laos as well as the world are still suffering from the COVID-19 crisis which has been severely affecting the global economy. The crisis has forced numerous industries to stop and business units to make use of online platforms without time to properly get ready, study, understand or prepare human resources to sufficiently support digital marketing. Therefore in this branding and marketing column for August 2020, we would like to suggest you ways to create a digital marketing team so that entrepreneurs can apply to their business for the best possible outcome and to survive this crisis together.

To conduct the effective digital marketing, some companies choose to build their own marketing team as it is more convenient and cost-saving in a long run. However, some firms decide to hire a marketing consultant to help with sub-projects or for a long term depending on their condition, vision, goal, expectation and size of the companies. Obviously, creating a marketing team on our own which focuses mainly on achieving a company’s goal will be more effective than hiring an external consultant who works for all kinds of customers, not just for us. Therefore, their focus would be scattered. For those who are planning to build their own marketing team, please consider the following 6 positions:

  1. Strategic Planner or Head of Digital Marketing.

Strategic Planner is a person who designs and controls the overall promotion campaigns, while serving as an analyst carrying out the following duties:

  • Analyzes brand qualities using information gained from a brand manual. Then, use the designed qualities to form a key word, brand characteristic and brand communicator or admin for different online platforms.
  • Analyzes customer insights in terms of customer journey, content that a target group prefers as well as influencers that a target group is following.
  • Sets goals for a team.
  • Hosts meetings and help members of a team brainstorming.
  • Designates tasks to a team.
  • Monitors, inspects and assesses work performance

Qualifications that a Strategic Planner should have:

  • At least 5-year experience in planning online marketing.
  • Negotiation skill.
  • Skills in social media communication, and planning online and offline marketing.
  • Leadership skill with the ability to forecast unforeseen situations.
  • Ability to analyze and set plans.
  1. Content Creator

Content Creator or generally referred in Laos as a writer is a person with creativity who would come up with stories or messages to convey to his/her target group as instructed by a Strategic Planner. Content Creator has the following duties:

  • Structures his/her stories or messages matching customer journey before communicating to a target group with an aim of boosting sales for a particular brand.
  • Prepares a content 1 month in advance as a plan for a team to use in promoting sales.
  • Works in collaboration with a graphic team in order to create graphics supporting each content.
  • Write a content guideline for a team in order to maintain the consistency of language and writing style for every content, while clearly communicate brand messages to the online world.

Qualification that a Content Creators should have:

  • Creativity.
  • Coordinating skill.
  • Ability to come up with catchy advertising terms.
  • 2-3 years of professional experience. (More interview details can be found in Target Magazine issue 168 July 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments