Grace Lao ອາຊີບເສີມທີ່ສາມາດເພີ່ມຄຸນຄ່າໃຫ້ກັບຜະລິດຕະພັນຊຸມຊົນ

ຄວາມປ່ຽນແປງຂອງພາວະເສດຖະກິດ ໂດຍສະເພາະເມື່ອເກີດວິກິດການແບບກະທັນຫັນ ດັ່ງການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທີ່ສົ່ງຜົນກະທົບຮ້າຍແຮງໄປທຸກບ່ອນທົ່ວໂລກ ຈົນເຮັດໃຫ້ກິດຈະການຕ່າງໆຕ້ອງຢຸດດຳເນີນການຊົ່ວຄາວ ສ່ຽງຂາດທຶນ ບັນດາລູກຈ້າງກໍມີຄວາມສ່ຽງ ຖືກປົດອອກຈາກວຽກງານໄດ້ຕະຫຼອດເວລາ ໂດຍບໍ່ເລືອກວ່າເປັນສາຍອາຊີບໃດ ສະນັ້ນ ເພື່ອສ້າງຄວາມໝັ້ນຄົງທາງດ້ານເງິນ ການສ້າງລາຍຮັບຈາກຫຼາຍຊ່ອງທາງ ຫຼື ການທີ່ທ່ານມີ “ອາຊີບເສີມ” ຈຶ່ງຊ່ວຍຫຼຸດຜ່ອນຄວາມສ່ຽງຂອງທ່ານລົງ ແລ້ວຍັງຮັບປະກັນຊີວິດການເປັນຢູ່ຂອງທ່ານໃນອະນາຄົດອັນບໍ່ແນ່ນອນໄດ້ນຳອີກ ຄືດັ່ງ ເລື່ອງລາວຂອງສອງສາວ ເຈົ້າຂອງຍີ່ຫໍ້ ເກຣສລາວ (Grace Lao) ຜະລິດຕະພັນບຳລຸງຜິວຈາກທຳມະຊາດ ປາສະຈາກສານເຄມີ ທີ່ຄໍລຳເຮົາຈະມາແນະນຳໃຫ້ທ່ານຜູ້ອ່ານຮູ້ຈັກໃນສະບັບນີ້

ໂດຍແບຣນເກຣສລາວ (Grace Lao) ເລີ່ມຕົ້ນຈາກ ທ່ານນາງ ເທບພະພອນ ບຸນຖາວອນ (ນ້ອຍ) ເພິ່ນເປັນພະນັກງານສັງກັດຢູ່ກົມສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ເພິ່ນມີໂອກາດໄດ້ເດີນທາງໄປຢ້ຽມຢາມຜູ້ຜະລິດສິນຄ້າລາວ ໃນຫຼາຍແຂວງທົ່ວປະເທດ ເຮັດໃຫ້ເພິ່ນໄດ້ເຫັນວ່າ ສິນຄ້າທ້ອງຖິ່ນຫຼາຍປະເພດ ມີຄວາມພິເສດ ໜ້າສົນໃຈ ແລະ ໜ້າຈະໄດ້ຂາຍຫຼາຍກວ່ານີ້ ແຕ່ພວກເຂົາເຈົ້າຍັງມີຂໍ້ຈຳກັດ ເລື່ອງການຕະຫຼາດ, ການໂຄສະນາ ແລະການອອກແບບຫຸ້ມຫໍ່ ຜະລິດຕະພັນ ໃຫ້ໂດດເດັ່ນ ຕ້ອງຕາ ຕ້ອງໃຈຜູ້ຊົມໃຊ້ ເມື່ອເຫັນແນວນັ້ນ ນາງເທບພາພອນ ຈຶ່ງໄດ້ຊັກຊວນໝູ່ສະໜິດອີກຄົນໜຶ່ງກໍຄື ທ່ານນາງ ທິບພະພອນ ເອ້ກັນຫາ ທີ່ຮຽນຈົບສາຂາການອອກແບບຜະລິດຕະພັນມາຮ່ວມກໍຕັ້ງຍີ່ຫໍ້ ເກຣສລາວ ເພື່ອຊ່ວຍກັນແກ້ໄຂບັນຫາເຫຼົ່ານີ້ ໂດຍມີເປົ້າໝາຍ ສົ່ງເສີມຜະລິດຕະພັນພື້ນບ້ານຂອງລາວເຮົາໃຫ້ໂດດເດັ່ນ ເປັນທີ່ນິຍົມຫຼາຍຂຶ້ນ ແລະ ສາມາດແຂ່ງຂັນກັບຕ່າງປະເທດໄດ້  ພ້ອມທັງຢາກສ້າງແຮງບັນດານໃຈໃຫ້ກັບນ້ອງໆນັກອອກແບບຜະລິດຕະພັນລາວນຳອີກ. 

ຜະລິດຕະພັນທຳອິດທີ່ສອງສາວ ນຳອອກມາວາງຂາຍ ກໍຄືກາເຟຂັດຜິວ ເຊິ່ງໄດ້ແຮງບັນດານໃຈມາຈາກ ກາບກາເຟທີ່ຖືກຖິ້ມຢ່າງໄຮ້ຄຸນຄ່າຕາມຮ້ານກາເຟ ໂດຍໄດ້ນຳມາແປຮູບ ໃສ່ຄວາມຄິດສ້າງສັນ ອອກແບບສະຫຼາກຫຸ້ມຫໍ່ໃຫ້ງາມ ແປກຕາ ເພື່ອສ້າງມູນຄ່າ ແລ້ວທັງສອງກໍສົ່ງໃຫ້ໝູ່ຄູ່ທົດລອງໃຊ້ ຂໍຄວາມຄິດເຫັນ ພ້ອມທັງນຳມາປັບປຸງຜະລິດຕະພັນ ຫຼັງຈາກນັ້ນ ທັງສອງສາວກໍໄດ້ຕິດຕໍ່ຫາຊຸມຊົນຜູ້ຜະລິດໃນຕ່າງແຂວງ ທີ່ຜະລິດນ້ຳມັນໝາກພ້າວສະກັດເຢັນ ແລະ ນ້ຳມັນງາດຳສະກັດເຢັນ ເພື່ອນຳມາເພີ່ມມູນຄ່າ ດ້ວຍການອອກແບບພາຊະນະບັນຈຸ ຫຸ້ມຫໍ່ໃຫ້ສິນຄ້າມີຄວາມໜ້າສົນໃຈ ໂດດເດັ່ນ ແລະເປັນຕາຊົມໃຊ້ຫຼາຍຂຶ້ນ ນັບແຕ່ມື້ນັ້ນມາຮອດປະຈຸບັນ ກໍໄດ້ປີປາຍແລ້ວ ທີ່ສິນຄ້າຂອງຍີ່ຫໍ້ເກຣສລາວ ຖືກວາງຈຳໜ່າຍຕາມຮ້ານຄ້າເຄື່ອງຫັດຖະກຳ ແລະ ເຄື່ອງທີ່ລະນຶກຕ່າງໆ ໃນເຂດນະຄອນຫຼວງ ເຊິ່ງມີທັງໝົດ 4 ຜະລິດຕະພັນໄດ້ແກ່: ກາເຟຂັດຜິວ, ລິບມັນນ້ຳມັນໝາກພ້າວ, ນ້ຳມັນໝາກພ້າວສະກັດເຢັນ ແລະນ້ຳມັນງາດຳສະກັດເຢັນ ທີ່ມາຈາກທຳມະຊາດ 100% ສາມາດກິນໄດ້ ແລະບຳລຸງຜິວໄດ້. (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 167 ເດືອນກໍລະກົດ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Grace Lao, a part-time job which could add value to community products

Due to the sudden economic change driven primarily by crises, such as the COVID-19 pandemic, every corner of the world has been adversely affected, especially business disruption causing business losses and risks associated to unemployment. In order to regain financial stability, having more income sources or working “part-time” could be a good option in mitigating risks, while securing your future life. Just like the following story of two female entrepreneurs who run Grace Lao, natural non-chemical cosmetics, that we would like to introduce to you in this issue.

Grace Lao originated from Ms. Thepphaphone Bounthavone (Noy). She is a staff member of the SME Promotion Department, Lao National Chamber of Commerce and Industry. Because of her visit to producers of Lao brand in many provinces, she then realized the uniqueness, interest and potential of local goods which have been hindered by limitations in terms of marketing, advertisement and packaging to boost the attractiveness. Ms. Thepphaphone then decided to co-found Grace Lao with her close friend named Ms. Thipphaphone Aekanha, who graduated with a degree in product design, in order to tackle the above-mentioned restrictions. Grace Lao aims at promoting outstanding Lao traditional products in terms of their popularity and competitiveness, while creating an inspiration for Lao young designers to come up with new creative ideas.

The first product publicly introduced by the two ladies is coffee scrub made from coffee grounds which are usually thrown away by coffee shops. The grounds are processed into coffee scrub packed in a creatively and uniquely designed packaging in order to add more value. Initially, the two women sent some free samples to their friends in exchange for feedbacks used to improve their products. After that, they contacted community producers of cold-pressed coconut and black sesame oil in different provinces to add the ingredients to their products packed in an attractive and user-friendly container to boost value. Since that day, Grace Lao has been displayed for sales at handicraft and souvenir shops in Vientiane for over a year. There are 4 products available now, namely coffee scrub, coconut oil lip balm, cold-pressed coconut and black sesame oil made from 100% natural ingredients which are edible and good for skincare. (More interview details can be found in Target Magazine issue 167 July 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments