ເງິນໂອນຜິດເຂົ້າບັນຊີ ສົ່ງດີ ຫຼືບໍ່?

ເມື່ອເວລາທີ່ມີເງິນຖືກໂອນເງິນເຂົ້າບັນຊີເງິນຝາກໂດຍບໍ່ຮູ້ວ່າແມ່ນໃຜສົ່ງໃຫ້ ຫຼື ຮູ້ວ່າບໍ່ມີໃຜເປັນໜີ້ຕົນ… ຄົນສ່ວນຫຼາຍມັກຈະຄິດວ່າ ເງິນທີ່ໂອນເຂົ້າບັນຊີຂອງໂຕເອງແບບຫຼົງຜິດແບບນີ້ “ເປັນໂຊກລາບ” ຫຼື “ລາບລອຍ” ແລະ ບໍ່ສົ່ງຄືນ. ບັນຫາແບບນີ້ກົດໝາຍວ່າແນວໃດ?. ໃນມື້ນີ້ພວກເຮົາມາສ້າງຄວາມເຂົ້າໃຈກັນກ່ຽວກັບເລື່ອງນີ້ໃນທາງກົດໝາຍ.

ກ່ອນອື່ນໝົດ ຜູ້ຂຽນຂໍນຳສະເໜີວັກໜຶ່ງຂອງ ມາດຕາ 503 ປະມວນກົດໝາຍແພ່ງລາວ, ຊຶ່ງມີຜົນສັກສິດແຕ່ວັນທີ 27 ພຶດສະພາ 2020 ທີ່ຜ່ານມານີ້, ກຳນົດໄວ້ວ່າ: “ບຸກຄົນໃດຫາກໄດ້ຮັບຊັບສິ່ງຂອງ ຫຼື ຜົນປະໂຫຍດຂອງບຸກຄົນອື່ນໂດຍເຈດຕະນາ ຊຶ່ງຮູ້ວ່າຕົນບໍ່ມີສິດຮັບຊັບສິ່ງຂອງ ຫຼື ຜົນປະໂຫຍດນັ້ນ, ບຸກຄົນດັ່ງກ່າວ ຕ້ອງສົ່ງຊັບສິ່ງຂອງ ຫຼືຜົນປະໂຫຍດນັ້ນຄືນໃຫ້ຜູ້ເປັນເຈົ້າຂອງ ພ້ອມທັງໝາກຜົນ ນັບແຕ່ເວລາທີ່ໄດ້ຮັບເປັນຕົ້ນໄປ”.

ຈາກມາດຕາ 503 ນີ້, ການໄດ້ຮັບເງິນທີ່ຖືກໂອນເຂົ້າຜິດບັນຊີ ຫຼື ຫຼົງບັນຊີ ໂດຍທີ່ຮູ້ວ່າແມ່ນໃຜເປັນຜູ້ໂອນໃຫ້ຖືວ່າເປັນການຮັບຊັບສິ່ງຂອງ ຫຼື ຜົນປະໂຫຍດ ທີ່ບໍ່ມີພື້ນຖານທາງດ້ານກົດໝາຍ, ນັ້ນໝາຍຄວາມວ່າ ຜູ້ຮັບເງິນດັ່ງກ່າວຕ້ອງສົ່ງຄືນ ຫຼື ໂອນຄືນໃຫ້ເຈົ້າຂອງບັນຊີ-ເຈົ້າຂອງເງິນນັ້ນ. ເຈົ້າຂອງເງິນ ຫຼື ເຈົ້າຂອງບັນຊີ ກໍມີສິດຮຽກຮ້ອງໃຫ້ ຜູ້ຮັບໂອນເງິນທີ່ໂອນຜິດນັ້ນກັບຄືນໃຫ້ຕົນໄດ້ເຊັ່ນດຽວກັນ.

ໃນກໍລະນີທີ່ຜົນປະໂຫຍດ ຫຼື ຊັບສິ່ງຂອງນັ້ນຫາກເກີດດອກອອກຜົນ ເຊັ່ນ: ດອກເບ້ຍເງິນຝາກ, ຜູ້ຮັບເງິນທີ່ໂອນເຂົ້າບັນຊີດ້ວຍຄວາມຫຼົງຜິດນັ້ນ ຜູ້ຮັບຊັບດັ່ງກ່າວກໍຕ້ອງໂອນດອກເບ້ຍສົ່ງຄືນເຈົ້ເຈົ້າຂອງເງິນເຊັ່ນດຽວກັນ. ຖ້າຫາກບໍ່ມີການສົ່ງດອກເບ້ຍນັ້ນກັບຄືນໃຫ້ຜູ້ເປັນເຈົ້າຂອງເງິນ – ເຈົ້າຂອງກໍສາມາດຮຽກຮ້ອງໃຫ້ຜູ້ໄດ້ຮັບເງິນນັ້ນສົ່ງເງິນຄືນໃຫ້ຕົນ ແລະ ຄ່າໂອນຄືນນັ້ນຜູ້ຮັບຊັບສິ່ງຂອງ ຫຼື ຜົນປະໂຫຍດດັ່ງກ່າວ ຕ້ອງຮັບຜິດຊອບຈ່າຍເອງ, ຍົກເວັ້ນໄດ້ມີການຕົກລົງເປັນຢ່າງອື່ນຈາກເຈົ້າຂອງບັນຊີ. ຕົວຢ່າງ: ນາງກ ໄດ້ຫຼົງໂອນເງິນເຂົ້າບັນຊີຂອງ ທ້າວຂ ຈຳນວນ 1.000.000 ກີບ. ທ້າວຂ ຕ້ອງໄດ້ສົ່ງ/ໂອນເງິນນັ້ນຄືນໃຫ້ເຈົ້າຂອງບັນຊີ-ໃຫ້ ນາງກ ຄືນ, ແຕ່ໃນນີ້ ທ້າວຂ ອາດຈະຫັກຄ່າທຳນຽມການໂອນ ທີ່ຕ້ອງໄດ້ເສຍໃຫ້ທະນາຄານກໍໄດ້ ເຊັ່ນ ອາດຈະໂອນຄືນ 998.000 ກີບ ຖ້າຄ່າທຳນຽມໃນການໂອນຄືນ ແມ່ນ 2.000 ກີບ. (ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 168 ເດືອນສິງຫາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Should we return the money wrongly transferred into our account?

When the money is transferred into one’s bank account without knowing who a transferor is or with knowledge that no one owes you the money, most people may think that the money wrongly transferred into their accounts is “luck” or “windfall” and do not want to return it. What does the law say about this? Today, we will get to understand this matter in the legal perspective.

Before we get into that, the author would like to introduce one paragraph of Article 503 of the Civil Code which has been effective since 27 May 2020, which states that “A person who intentionally obtains an asset or benefit from others with the knowledge that he/she is not entitled to obtain such asset or benefit shall return such asset or benefit to its owner together with any proceed generated and calculated from the date he/she received the asset or benefit”.

According to the Article 503, the receipt of money wrongly transferred or transferred into an incorrect account without knowing a transferor shall be considered as obtaining asset or benefit without any legal base. It means that the recipient must return or transfer the money back to the transferor or the holder of the transferring account. The transferor or the account holder is also entitled to claim the transferee to return the money.

In case that the asset or benefit generates proceed such as: generating deposit interest, the transferee of the money wrongly transferred to his/her account must also return the interest generated from such money. If the transferee fails to return the interest, the transferor or the holder of the transferring account has the right to claim for such interest from the transferee. The transfer fee shall be borne by the recipient (transferee) of the asset or benefit unless otherwise agreed by the account holder. For example, Ms. A wrongly transferred LAK 1,000,000 into Mr. B’s account. Mr. B must transfer or return such money back to Ms. A. However, Mr. B may deduct some amount for a transfer fee payable to a bank i.e. transferring or returning Ms. B LAK 998,000 if the transfer fee is LAK 2,000.(More interview details can be found in Target Magazine issue 168 August 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments