ການບໍລິຫານໜີ້ສິນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ)

ການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ໂດຍການສ້າງໜີ້ດ້ວຍການກູ້ຢືມເງິນຈາກທະນາຄານທຸລະກິດ ແລະ ສະຖາບັນການເງິນ ຖືເປັນທາງເລືອກໜຶ່ງທີ່ເປັນທີ່ນິຍົມກັນ ແລະ ສາມາດສ້າງເງື່ອນໄຂຕົວຈິງໃຫ້ທະນາຄານສາມາດອະນຸມັດເງິນກູ້ໃຫ້ແກ່ ວນກ ໄດ້. ເມື່ອທຸລະກິດມີໜີ້ສິນໃນໂຄງສ້າງຖານະການເງິນຂອງຕົນ, ຖ້າບໍ່ສາມາດຄຸ້ມຄອງໄດ້ເໝາະສົມ ກໍຈະສົ່ງຜົນກະທົບຕໍ່ກັບການຢູ່ລອດ ແລະ ຂະຫຍາຍຕົວຂອງທຸລະກິດຕົວຈິງໄດ້. ສະນັ້ນ, ເຈົ້າຂອງທຸລະກິດ ວນກ ຈຳເປັນຕ້ອງໄດ້ສຶກສາກ່ຽວກັບການຄຸ້ມຄອງໜີ້ສິນຂອງຕົນເອງ ເພື່ອໃຫ້ຮູ້ວ່າຈະນຳໃຊ້ເງິນກູ້ແບບໃດຈຶ່ິງຈະແທດເໝາະກັບລັກສະນະທຸລະກິດຂອງຕົນ ທັງນີ້ກໍເພື່ອຮູ້ຈັກວິທີຈັດສັນບໍລິຫານໃຫ້ສາມາດປ້ອງກັນການຂາດສະພາບຄ່ອງ ແລະ ຫຼີກລ່ຽງການມີໜີ້ສິນຫຼາຍເກີນໄປຈົນບໍ່ສາມາດແບກຫາບພາລະເງິນຕົ້ນ ແລະ ດອກເບ້ຍໄດ້. ດັ່ງນັ້ນ, ບົດຄວາມນີ້ ຈະໄດ້ແນະນຳໃຫ້ແກ່ຜູ້ອ່ານໄດ້ຮັບຮູ້ແນວທາງການນຳໃຊ້ເງິນກູ້ຢືມ ແລະ ການບໍລິຫານໜີ້ສິນຂອງ ວນກ ໃຫ້ເໝາະສົມຕາມຈຸດປະສົງຂອງການນຳໃຊ້ຕົວຈິງຂອງ ວນກ.

ເມື່ອ ວນກ ໄດ້ກູ້ຢືມເງິນເພື່ອການລົງທຶນຂັບເຄື່ອນຂອດການຜະລິດ ແລະ ການບໍລິການຂອງຕົນ ບໍ່ວ່ານຳໃຊ້ເຂົ້າໃນການຊື້ເຄື່ອງຈັກ, ພາຫະນະ, ປຸກສ້າງອາຄານຫ້ອງການ, ຊື້ວັດຖຸດິບ, ລົງທຶນໃນປັດໄຈການຜະລິດອື່ນ ແລະ ເປັນເງິນທຶນໝູນວຽນຂອງທຸລະກິດ, ພັນທະການຊຳລະຄືນເງິນຕົ້ນ ແລະ ດອກເບ້ຍຖືເປັນພາລະທີ່ເປັນເງົາຕາມຕົວຂອງ ວນກ ທີ່ຕ້ອງໄດ້ມີເງິນສົດພຽງພໍເພື່ອສົ່ງມອບຄືນໃນແຕ່ລະໄລຍະຕາມທີ່ໄດ້ກຳນົດໄວ້ໃນສັນຍາເງິນກູ້ ໂດຍການບໍລິຫານໜີ້ສິນຂອງຕົນໃຫ້ເໝາະສົມຕາມປະເພດເງິນກູ້ ແລະ ວົງເງິນສິນເຊື່ອ ດັ່ງນີ້: 

1. ນໍາໃຊ້ເງິນກູ້ໃຫ້ສອດຄ່ອງກັບປະເພດໜີິ້ສິນ: ເຈົ້າຂອງ ວນກ ຕ້ອງໄດ້ພິຈາລະນາ ແລະ ຄຳນຶງເຖິງປະເພດການກູ້ຢືມເງິນໃຫ້ກົງກັບເປົ້າໝາຍການນຳໃຊ້ຕົວຈິງ. ເງິນທຶນທີ່ໄດ້ຈາກການກູ້ຢືມເງິນໄລຍະສັ້ນ ໂດຍສະເພາະແມ່ນການເບີກເກີນບັນຊີ (O/D), ເງິນກູ້ແບບໝູນວຽນ, ເງິນກູ້ລ່ວງໜ້າ ແລະ ການຄໍ້າປະກັນຕ່າງໆ ຕ້ອງນຳໃຊ້ເປັນເງິນທຶນໝູນວຽນເພື່ອຊື້ວັດຖຸດິບ, ຈ່າຍຄ່າແຮງງານ ແລະ ຄ່າໃຊ້ຈ່າຍໃນການຜະລິດສິນຄ້າ-ບໍລິການຂອງຕົນ. ເມື່ອການຜະລິດເປັນສິນຄ້າສຳເລັດແລ້ວ ກໍສາມາດຂາຍຜະລິດຕະພັນດັ່ງກ່າວ ແລະ ໄດ້ຮັບເງິນກັບຄືນມາເພື່ອໝູນວຽນຊື້ວັດຖຸດິບ ແລະ ປັດໄຈການຜະລິດອື່ນອີກຄັ້ງ. ສະນັ້ນ, ເງິນທີ່ໄດ້ໃຊ້ໄປ ແລະ ໄດ້ກັບຄືນມາຈະມີລັກສະນະເປັນເງິນໄລຍະສັ້ນ, ເປັນເງິນໝູນວຽນທີ່ຈະໝູນກັບມາໃນແຕ່ລະຮອບບໍ່ເກີນ 1 ປີ ຂຶ້ນກັບໄລຍະເວລາທີ່ທຸລະກິດປ່ອຍໃຫ້ສິນເຊື່ອການຄ້າແກ່ລູກຄ້າຂອງຕົນ. ສຳລັບເງິນທຶນທີ່ໄດ້ຈາກການກູ້ຢືມໄລຍະຍາວ ໂດຍສະເພາະແມ່ນການກູ້ຢືມເປັນທຶນຄົງທີ່ (Fixed Term Loan) ກໍຕ້ອງນໍາໄປລົງທຶນໃນຊັບສິນຄົງທີ່ ເຊັ່ນຕົວຢ່າງ ໃຊ້ເງິນກູ້ 1-5 ປີລົງທຶນໃນເຄື່ອງຈັກ ແລະ ພາຫະນະ, ແຕ່ຖ້າຈະລົງທຶນໃນອາຄານໂຮງງານ ຫຼື ເຄື່ອງກົນຈັກໜັກ ກໍຕ້ອງໄດ້ໃຊ້ເງິນກູ້ 5-10 ປີ ເພື່ອໃຫ້ທຸລະກິດມີຄວາມສາມາດຊໍາລະໜີ້ສິນຄືນໄດ້.

2. ບໍລິຫານວົງເງິນ ຫຼື ຈໍານວນເງິນກູ້ໃຫ້ເໝາະສົມກັບທຸລະກິດ: ຜູ້ປະກອບການ ວນກ ມັກມີແນວຄິດວ່າຂໍກູ້ເງິນໄດ້ຫຼາຍເທົ່າໃດກໍຍິ່ງຈະດີ ເຊິ່ງນີ້ແມ່ນຄວາມເຂົ້າໃຈທີ່ບໍ່ຖືກຕ້ອງສະເໝີໄປ ເພາະການໃຊ້ເງິນກູ້ຈຳນວນຫຼາຍເພື່ອດຳເນີນທຸລະກິດຈະເຮັດໃຫ້ທຸລະກິດຕ້ອງໄດ້ຊຳລະດອກເບ້ຍຫຼາຍເຊັ່ນດຽວກັນ ແລະ ໃນທີ່ສຸດທຸລະກິດກໍອາດຈະບໍ່ມີກຳໄລເຫຼືອເລີຍ ເພາະຕ້ອງໄດ້ຈ່າຍດອກເບ້ຍຄືນໃຫ້ແກ່ທະນາຄານທັງໝົດ. ດັ່ງນັ້ນ, ເຈົ້າຂອງທຸລະກິດ ຄວນຮັກສາສັດສ່ວນໂຄງສ້າງທາງດ້ານການເງິນຂອງບໍລິສັດໃຫ້ມີສົມດຸນ ລະຫວ່າງ ການລົງທຶນດ້ວຍເງິນທຶນຂອງຕົນເອງ ແລະ ການລົງທຶນດ້ວຍເງິນທຶນຈາກການກູ້ຢືມ ເພາະຖ້າທ່ານນໍາໃຊ້ທຶນຕົນເອງພຽງຢ່າງ ດຽວທຸລະກິດຂອງທ່ານກໍອາດຖືກຈໍາກັດໂອກາດໃນການຂະຫຍາຍຕົວ ເນື່ອງຈາກຂໍ້ຈໍາກັດທາງດ້ານເງິນທຶນທີ່ບໍ່ພຽງພໍ  ແຕ່ຖ້າທ່ານກູ້ຢືມຫຼາຍເກີນໄປ ບໍລິສັດກໍຕ້ອງແບກພາລະລາຍຈ່າຍດອກເບ້ຍຫຼາຍຂຶ້ນນໍາ ເຊິ່ງສົ່ງຜົນ ກະທົບຕໍ່ຜົນກໍາໄລຂອງທຸລະກິດນັ້ນເອງ.

ເຖິງຢ່າງໃດກໍຕາມ, ໃນໄລຍະຜ່ານມາ ທຸລະກິດ ວນກ ແມ່ນໄດ້ອາໄສເງິນທຶນຈາກການກູ້ຢືມຈາກທະນາຄານ ແລະ ສະຖາບັນການເງິນຕ່າງໆເປັນສ່ວນຫຼາຍ ເຊິ່ງອາດຈະຫຼາຍກວ່າເຄິ່ງໜຶ່ງຂອງໂຄງສ້າງຊັບສິນຂອງທຸລະກິດ ເຮັດໃຫ້ທຸລະກິດມີພາວະທີ່ສ່ຽງສູງທີ່ຈະຜິດນັດຊໍາລະຈາກພາລະໜີ້ສິນດັ່ງກ່າວ. ດັ່ງນັ້ນ ເພື່ອຮັບປະກັນໃຫ້ທຸລະກິດ ວນກ ສາມາດບໍລິຫານໜີ້ສິນດັ່ງກ່າວໃຫ້ມີປະສິດທິພາບ ແລະ ເກີດປະໂຫຍດກັບທຸລະກິດສູງທີ່ສຸດ; ຄຽງຄູ່ກັບການນຳໃຊ້ເງິນໃຫ້ສອດຄ່ອງກັບປະເພດໜີ້ສິນ ແລະ ການບໍລິຫານວົງເງິນກູ້ຕາມຂ້າງເທິງນີ້ແລ້ວ, ເຈົ້າຂອງທຸລະກິດ ກໍຄືຜູ້ບໍລິຫານຂອງ ວນກ ຕ້ອງໄດ້ຄວບຄຸມສະພາບໜີ້ສິນຂອງຕົນ ໂດຍຄວນຄຳນຶງແນວທາງ ແລະ ໝູນໃຊ້ວິທີການສຳຄັນໆດັ່ງນີ້:​(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 168 ເດືອນສິງຫາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

debt management of small and medium-sized enterprises (SMEs)

Loan from commercial banks and financial institute is a common form of financial source for SMEs which they can access easily. However, if they cannot properly manage their own debt, it will affect their actual ability to survive and expand. Therefore, SME owners must carefully study on how to properly manage their debt by knowing how to spend their loan in the most beneficial way for their business. This will help us avoiding liquidity risks and preventing us from having too much debt both in terms of principal and interest to bear. In this article, the writer would like to offer some suggestions for SMEs on how to spend loan and manage debt based on their actual business objectives.

When SMEs take out loan to drive their production and service, for instance to buy machines or vehicles, to build offices, to purchase materials, to invest in other production factors or to serve as a circulating fund for their business, they will have the obligation to repay both principal and interest based on the timeframe set in a facility agreement. SMEs can properly manage their loan and debt as following:

1. Spend loan based on its actual purpose: SME owners must take into consideration of what type of loan to take based on their actual spending intention. Short-term loan, especially overdraft, revolving credit, advance loan and any form of suretyship, shall be utilized as a circulating fund for material purchase, labor wage and other forms of expenditure related to production and service. Once SMEs have their final products ready to be sold, income gained from the sales can be used as a circulating fund to support material purchase and other production factors all over again. As a result, the money spent and received in return serve as a short-term fund which will circulate within business not more than 1 year per round. For a fixed term loan, such fund is suitable for a long-term investment. For example, if you have a 1-5 year fixed term loan, you can spend on fixed assets, such as machines and vehicles. However, if you would like to invest on buildings or heavy machinery, 5-10 year fixed term loan is recommended to grant your business enough time for debt repayment.

2. Manage financial or loan amount properly base on your type of business: many SME owners think that it is better to take as many loans as possible which is not always the case. Taking too many loans to support your business means that you also have to bear huge interest burden. Eventually, you might end up spending your income repaying interest to banks without having any profit left. Thus, business owners must keep their company’s financial structure balance between investment from their own pocket and investment from bank loan. If you only spend from own pocket, your business growth might be limited due to your limited funding capability. Nevertheless, if you focus too much on loan, your firm will suffer from high interest which could affect your business profitability.

Despite such fact, it can be seen that SMEs in Laos have been heavily dependent on loans from banks and financial institutes which cover over half of their debt structure. With such high debt, SMEs are now facing with risks of not being able to repay. To ensure that SMEs are able to effectively manage their debt, maximize its benefit upon their business, spend loan based on its actual purpose as well as manage financial or loan amount properly as mentioned above, entrepreneurs, particularly SME owners, must take control of their own debt by taking into consideration of important direction and methods as following:(More interview details can be found in Target Magazine issue 168 August 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments