ເບິ່ງການພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ

ການພັດທະນາຂະ​ແໜງ​ອຸດສາຫະກໍາ​ ​ແລະ ການ​ຄ້າ ໃນໄລຍະຜ່ານມາ ຖືວ່າມີທ່າກ້າວທີ່ໜັກແໜ້ນຂຶ້ນ ຍ້ອນຂະແໜງນີ້ໄດ້ສຸມໃສ່ຜັນຂະຫຍາຍການຈັດຕັ້ງປະຕິບັດນິຕິກຳຂອງລັດຖະບານ ເປັນຕົ້ນແມ່ນ ຄໍາສັ່ງນາຍົກເລກທີ 02/ນຍ ກ່ຽວກັບການປັບປຸງລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ລາວ, ຄໍາສັ່ງນາຍົກເລກທີ 12/ນຍ ດ້ານ 8 ມາດຕະການຊຸກຍູ້ເສດຖະກິດ ຕະຫຼອດເຖິງດໍາລັດເລກທີ 253/ລບ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແຕ່ປີ 2016-2020 ແລະ ດໍາລັດເລກທີ 299/ນຍ ວ່າດ້ວຍການຜັນຂະຫຍາຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກໍຄື ມະຕິຂອງສະພາແຫ່ງຊາດວາງອອກ ໃນແຕ່ລະປີ. ພ້ອມນັ້ນ, ຂະແໜງອຸດສາຫະກໍາ ແລະ ການຄ້າ ໄດ້ຮັບຮອງແຜນດໍາເນີນງານວຽກອໍານວຍຄວາມສະດວກການຄ້າ ປີ 2017-2022 ເພື່ອອຳນວຍຄວາມສະດວກດ້ານການຄ້າ ທັງສ້າງເງື່ອນໄຂເຮັດໃຫ້ການສ້າງຕັ້ງ ແລະ ດໍາເນີນທຸລະກິດສະດວກຫຼາຍຂຶ້ນ ພ້ອມກັບການພັດທະນາເຂດການຄ້າຊາຍແດນ, ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານນໍາເຂົ້າ ແລະ ສົ່ງອອກ, ສ້າງຂີດຄວາມສາມາດວຽກງານການຄ້າພາຍໃນ, ສົ່ງເສີມການກໍ່ສ້າງສູນການຄ້າທັນສະໄໝ ແລະ ຄຸ້ມຄອງລາຄາສິນຄ້າ, ແກ້ໄຂບັນຫາຂັ້ນຂອດການກວດກາການເຄື່ອນຍ້າຍ-ຈໍລະຈອນສິນຄ້າ ໃຫ້ວ່ອງໄວກວ່າເກົ່າ.

ສິ່ງສຳຄັນແມ່ນໄດ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ຫຼືເອັສເອັມອີ ໂດຍສະເພາະນະໂຍບາຍເຂົ້າເຖິງແຫຼ່ງທຶນຂອງເອັສເອັມອີ ລວມທັງສົ່ງເສີມການຜະລິດຫັດຖະກໍາເປັນສິນຄ້າ, ສົ່ງເສີມການຜະລິດເປັນສິນຄ້າລະດັບຊາດ ຕາມນະໂຍບາຍລັດຖະບານ ແລະ ຈັດກອງປະຊຸມພົບປະ-ຖອດຖອນບົດຮຽນລະຫວ່າງຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດ ຢ່າງເປັນປະຈໍາ.​ ນອກນີ້ ຍັງສົ່ງ​ເສີມ ​ແລະ ພັດທະນາເຂດນິຄົມອຸດສາຫະກໍາ ຕະຫຼອດເຖິງກໍ່ສ້າງພື້ນຖານໂຄງລ່າງດ້ານອຸດສາຫະກໍາປຸງແຕ່ງ, ສ້າງຖານຂໍ້ມູນຂ່າວສານກ່ຽວກັບຕົວຊີ້ວັດຂອງຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໃຫ້ມີຄວາມທັນສະໄໝ.

ໃນນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ປະເມີນວ່າມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ 5 ປີ ຜ່ານມາ (ປີ 2016-2020) ຄາດວ່າສາມາດບັນລຸໄດ້ປະມານ 54.845 ຕື້ກີບ, ທຽບໃສ່ໄລຍະດຽວກັນ (2011-2015) ຖືວ່າເພີ່ມຂຶ້ນ 87,3%, ຊຶ່ງທຽບໃສ່ແຜນ ການທີ່ວາງອອກ ແມ່ນປະຕິບັດໄດ້ 113% ຫຼືມີອັດຕາເພີ່ມຂຶ້ນສະເລ່ຍ 14,81% ຕໍ່ປີ.  ໃນນັ້ນ, ການຜະລິດທີ່ພົ້ນເດັ່ນປະກອບດ້ວຍ: ການ​ຜະລິດ​ສະບຽງອາຫານກວມ 32,05%, ການຜະລິດເຄື່ອງດື່ມ ກວມ 21,66%, ການຜະລິດເຄື່ອງນຸ່ງຫົ່ມ ກວມ 10,88%, ການຜະລິດໂລຫະຂັ້ນພື້ນຖານ (ເຫຼັກເສັ້ນ, ຫຼອມເຫຼັກ ແລະ ທາດເຫຼັກອື່ນໆ) ກວມ 5,79%, ການຜະລິດເຄື່ອງເຟີນີເຈີ ກວມ 3,98%, ການຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ກວມ 3,93%. ນອກນ້ັນ ແມ່ນການເລື່ອຍ, ກົບ, ການຜະລິດໄມ້ແປຮູບ ແລະ ຜະລິດຕະພັນຈາກໄມ້, ຫວາຍ; ຜະລິດຕະພັນຈາກເຟືອງ ແລະ ວັດຖຸຈັກສານ, ຍົກເວັ້ນເຄື່ອງເຟີນີເຈີ ກວມ 3,19%, ການຜະລິດຜະລິດຕະພັນເຄື່ອງໜັງ, ການເອືອບ, ການຟອກ ກວມ 2,80%, ການຜະລິດຢາສູບ ກວມ 2,34%, ການຜະລິດແຜ່ນແພ ແລະ ຜະລິດຕະພັນກ່ຽວກັບເຊືອກ, ຕ່າໜ່າງ, ແຫ ແລະ ອື່ນໆ ກວມ 1,32%.

ສ່ວນການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ) ໃນໄລຍະປີ 2016-2020, ຄາດວ່າບັນລຸໄດ້ປະມານ 292.180 ຕື້ກີບ, ທຽບໃສ່ໄລຍະດຽວກັນ (ປີ 2011-2015) ເພີ່ມຂຶ້ນ 95,7%, ທຽບໃສ່ແຜນການທີ່ວາງອອກ ປະຕິບັດໄດ້ 100,30%, ອັດຕາເພີ່ມຂຶ້ນສະເລ່ຍ 12,67% ຕໍ່ປີ. ໃນນັ້ນ,​ ການຈຳໜ່າຍເຄື່ອງກໍ່ສ້າງ ກວມ 12,66%, ສະບຽງອາຫານ ກວມ 12,02%, ນໍ້າມັນເຊື້ອໄຟ ແລະ ອາຍແກັສ ກວມ 10,19%, ເຄື່ອງຫັດຖະກໍາ ແລະ ຈັກສານ ກວມ 9,98%, ສິນຄ້າຮັບໃຊ້ການຜະລິດກະສິກໍາ ກວມ 8,43%, ພາຫະນະ ແລະ ອ່າໄຫຼ່ ກວມ 7,27%, ເຄື່ອງດື່ມ, ເຫຼົ້າ ແລະ ຢາສູບ ກວມ 3,93% ແລະ ແຜ່ນແພ, ເຄື່ອງນຸ່ງຫົ່ມ, ກະເປົາ ແລະ ເກີບ ກວມ 1,48%.(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 168 ເດືອນສິງຫາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

industrial and commercial development outlook

Industrial and commercial sectors in the previous years have been growing strongly due to their effort in enhancing the implementation of regulations issued by the government, particularly the Prime Minister’s Order No. 02/PM on the improvement of rules and coordinated mechanisms associated to the business operation in Laos, Prime Minister’s Order No. 12/PM on 8 measures for stimulating the economy, Decree No. 253/GOV on the approval and promulgation of the 2016-2020 SME Development Plan, the Decree No. 299/PM on the enhancement of the SME Promotion Fund, as well as the resolution annually issued by the National Assembly. Moreover, industrial and commercial sectors have adopted the 2017-2022 commercial plan to help facilitating trade, creating a more favorable condition for establishing and operating business, improving border trade, strengthening import and export, encouraging capacity building in domestic trade, promoting the construction of modern commercial centers and product price control, and addressing the problem associated to the movement of goods to ensure its quicker process.

More importantly, SMEs have been promoted, especially through a policy granting them an easy access to financial sources, with the production of handicraft goods improved in order to produce quality national products based on the government’s policy. There have also been regular meetings between domestic and foreign businesses to exchange lessons learned and experience. Furthermore, industrial parks have been promoted and developed with basic infrastructure constructed for processing industry, as well as an advanced database system containing indicative information for processing industrial and commercial sectors.

Ministry of Industry and Commerce estimates that the production value of processing industry accumulated for the past 5 years (2016-2020) would reach approximately 54,845 billion kip, an 87.3% increase when compares with the previous term (2011-2015). Such number exceeds an annual plan of 113% with an average growth rate of 14.81% per year. To break down, goods made by processing industry comprise food covering 32.05% totally; drink for 21.66%; cloth for 10.88%; base metal (steel rods, steel melting and other metallic types) for 5.79%; furniture for 3.98%; paper for 3.93%; processed wood and wood product, ratten and basketry for 3.19% (excluding furniture); tanned and coated leather for 2.80%; tobacco for 2.34%; and fabric, products related to rope, net, fishing net, etc for 1.32%.

In terms of product movement (wholesale-retail) in the 2016-2020 period, it is expected that the number would reach about 292,180 billion kip, a 95.7% rise when compares with the 2011-2015 term. Such number exceeds annual plan of 100.30% with an average growth rate of 12.67% per year. In that, sales volume of construction material covers 12.66%; food for 12.02%; fuel and gas for 10.19%; handicraft and basketry products for 9.98%; agricultural tool for 8.43%; vehicle and spare part for 7.27%; drink, alcohol and tobacco for 3.93%; and fabric, cloth, purse and shoe for 1.48%.(More interview details can be found in Target Magazine issue 168 August 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments