ການລະບາດຂອງພະຍາດໂຄວິດ-19 ເປັນເຫດການສຸກເສີນທີ່ເກີດຂຶ້ນທົ່ວໂລກ ແລະ ສປ ຈີນ ເປັນປະເທດທີ່ປະສົບບັນຫາກ່ອນໝູ່ ທັ້ງມີການສູນເສຍຊີວິດເປັນຈຳນວນຫຼາຍ ແຕ່ດ້ວຍມິດຕະພາບ ແລະການຮ່ວມມືຖານປະເທດເພື່ອນມິດຍຸດທະສາດ ສປ ຈີນໄດ້ເດີນໜ້າຊ່ວຍເຫຼືອລາວເຮົາຢ່າງຕໍເນື່ອງ ນອກຈາກການສົ່ງຜູ້ຊ່ຽວຊານມາແລ້ວຍັງສົ່ງວັດຖຸອຸປະກອນມາຊ່ວຍເສີມອີກໜຶ່ງແຮງ ເວົ້າສະເພາະກອງທັບປະຊາຊົນຈີນແມ່ນເປັນຄັ້ງທີສອງແລ້ວ. ຫຼ້າສຸດເຊົ້າວັນທີ 2 ມິຖຸນາ 2020, ຄະນະນໍາກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຊ່ວຍເຫຼືອດ້ານອຸປະກອນການແພດຕອບໂຕ້ພະຍາດໂຄວິດ-19 ຈາກກອງທັບປົດປ່ອຍປະຊາຊາຊົນຈີນ ກະຊວງປ້ອງກັນປະເທດ ສປ ຈີນ ຢູ່ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ຕາງໜ້າຄະນະສະເພາະກິດກະຊວງປ້ອງກັນປະເທດລາວຮັບເຄື່ອງໂດຍ ສະຫາຍ ບົວສິງ ອິນທະວົງ ຫົວຫນ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ແລະຕາງໜ້າມອບໂດຍສະຫາຍ ເສີນ ຢົງຈິ່ງ ທີ່ປຶກສາປ້ອງກັນຊາດ ແຫ່ງສະຖານທູດຈີນປະຈໍາລາວ, ມີສະຫາຍ ວົງຄໍາ ພົມມະກອນ ຫົວຫນ້າກົມໃຫຍ່ພະລາທິການ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ. ການຊ່ວຍເຫຼືອຄັ້ງນີ້ເປັນຄັ້ງທີ 2 ຂອງກອງທັບປົດປ່ອຍປະຊາຊົນຈີນເຊິ່ງປະກອບມີ ອຸປະກອນປ້ອງກັນຕົວທາງການແພດ, ເຄື່ອງຊ່ວຍຫາຍໃຈ, ເຄື່ອງວັດແທກສະພາບຮ່າງກາຍຄົນເຈັບ ແລະອື່ນໆ. ໂອກາດນີ້, ທ່ານ ວົງຄໍາ ພົມມະກອນ ໄດ້ຕາງໜ້າກອງທັບປະຊາຊົນລາວ ສະແດງຄວາມຂອບອົກຂອບໃຈມາຍັງກອງທັບປົດປ່ອຍປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອີກຄັ້ງໜຶ່ງ ເຊິ່ງເປັນການສະໜັບສະໜູນທີ່ເຂັ້ມແຂງໃຫ້ແກ່ຝ່າຍລາວໃນການຕ້ານກັບພະຍາດໂຄວິດ-19 ແລະໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບຖານສະຫາຍກໍ່ຄືອ້າຍນ້ອງທີ່ສະໜິດແໜ້ນລະຫວ່າງສອງກອງທັບລາວ-ຈີນ. ...
Read More »General
ເປັນຫຍັງຄົນຈີນເຮັດການຄ້າ ຈຶ່ງຮັ່ງມີ?
ສະບາຍດີບັນດາທ່ານຜູ້ອ່ານທີ່ຮັກແພງ ຜູ້ຂຽນຂໍອະນຸຍາດຂຽນບົດຄວາມກ່ຽວຫຼັກປັດຊະຍາການຄ້າ ຫຼື ອາດຈະວ່າເປັນເຄັດລັບໃນການເຮັດທຸລະກິດທີ່ໄດ້ຊອກຮູ້ຜ່ານການອ່ານວາລະສານຈາກຕ່າງປະເທດໂດຍສະເພາະຂອງຄົນ 3 ຊາດທີ່ຖືກໂລກຂະໜານນາມໃຫ້ວ່າ: ເປັນຊົນຊາດທີ່ເຮັດການຄ້າຂາຍເກັ່ງທີ່ສຸດໃນໂລກ. ເມື່ອ 18 ປີກ່ອນໄດ້ມີໂອກາດໄປເຝິກອົບຮົມ ແລະເຮັດວຽກຢູ່ທີ່ປະເທດ ສ.ເກົາຫລີ ມີນັກທຸລະກິດທີ່ປະສົບຄວາມສຳເລັດທ່ານໜຶ່ງບອກຂ້າພະເຈົ້າວ່າ: “ຖ້າໄປເປີດຮ້ານຄ້າໃກ້ຄົນ 3 ຊາດນີ້ຂໍໃຫ້ເຈົ້າຈົ່ງຍ້າຍໄປບ່ອນໃໝ່ ເພາະບໍ່ມີທາງທີ່ເຈົ້າຈະຄ້າຂາຍແຂ່ງຂັນກັບພວກເຂົາໄດ້ເພາະພວກເຂົາເຫຼົ່ານີ້ຈະຖ່າຍທອດຫຼັກປັດຊະຍາໃນການເຮັດການຄ້າໄປຊົ່ວລູກຊົ່ວຫຼານຂອງເຂົາເຈົ້າ”. ສ່ວນຄົນ 3 ຊາດທີ່ວ່ານັ້ນກໍຄື: ຈີນ, ອິນເດຍ ແລະ ຢິວເຊິ່ງບົດຄວາມທຳອິດ ຜູ້ຂຽນຈະຂໍເລີ່ມທີ່ຄົນຈີນກ່ອນ. ເຊິ່ງບົດຄວາມທຳອິດ ຜູ້ຂຽນຈະຂໍເລີ່ມທີ່ຄົນຈີນກ່ອນ. ຄົນຈີນ ເປັນຊົນຊາດໜຶ່ງທີ່ມີຄວາມຮັ່ງມີ ແລະ ປະສົບຄວາມສໍາເລັດໃນການສ້າງທຸລະກິດຂອງຕົນເອງ, ບໍ່ວ່າພວກເຂົາຈະດໍາລົງຊີວິດຢູ່ແຫ່ງໃດໃນໂລກນີ້ພວກເຂົາກໍຈະສາມາດສ້າງຖານະຂອງຕົນເອງຈົນປະສົບຄວາມສໍາເລັດ. ສະນັ້ນ, ຄົນຝຣັ່ງຈິ່ງໄດ້ປຽບທຽບຄົນຈີນທີ່ອາໄສຢູ່ໃນປະເທດຝຣັ່ງວ່າ “ຄົນຝຣັ່ງເປັນຄືດັ່ງຄົນລ້ຽງງົວ ແຕ່ຄົນຈີນເປັນຄືດັ່ງຄົນບີບເອົານໍ້ານົມງົວ” ຖືວ່າເປັນຄໍາເວົ້າທີ່ມີຄວາມເໝາະສົມຫຼາຍຕໍ່ຄົນຈີນໃນປັດຈຸບັນນີ້ ເພາະເມື່ອກ່ອນຄົນຝຣັ່ງເປັນຜູ້ຄິດຄົ້ນ ແລະ ຜະລິດສິນຄ້າ ອອກມາແລ້ວ ຄົນຈີນກໍຈະເປັນຜູ້ທີ່ນໍາເອົາສິນຄ້າດັ່ງກ່າວໄປຈໍາໜ່າຍຕໍ່ຈົນເຮັດໃຫ້ຄົນຈີນຮັ່ງມີຫຼາຍກວ່າຜູ້ທີ່ເປັນຄົນຜະລິດ ກໍຄືຄົນຝຣັ່ງຕັ້ງຫຼາຍເທົ່າ. ເພື່ອເປັນການວິເຄາະເລິກເຖິງກົກເຖິງຮາກວ່າເປັນຫຍັງຄົນຈີນຈິ່ງເກັ່ງໃນເລື່ອງການຄ້າ ຜູ້ຂຽນຈິ່ງຂໍອະນຸຍາດນຳບັນດາທ່ານຊ່ວຍຕິດຕາມອ່ານໃຫ້ຈົບທັງສີ່ຕອນ(ສີ່ສະບັບ)ໃນວາລະສານ ທາເກັດເພາະເປັນບົດຄວາມທີ່ຂ້ອນຂ້າງຍາວ ຕ້ອງອ່ານຕໍ່ເນື່ອງກັນຈິ່ງຈົບທັງນີ້ກໍເພື່ອຄວາມເຂົ້າໃຈເຖິງແກ່ນແທ້ທີ່ບໍ່ເຄີຍເປີດເຜີຍມາກ່ອນ. ຄົນຈີນເກັ່ງເລື່ອງເຮັດການຄ້ານັ້ນກໍເພາະປະເທດຈີນມີປະຫວັດສາດທີ່ຍາວນານທີ່ສຸດແຫ່ງໜຶ່ງຂອງໂລກ ພວກເຂົາຮູ້ຈັກເລື່ອງການລົງທຶນເຮັດການຄ້າມາໄດ້ດົນກວ່າ 2.000 ປີແລ້ວ, ນັບໄດ້ຕັ້ງແຕ່ສະໄໝຣາຊະວົງຊິນ (Qin dynasty) ປີ 221 ກ່ອນ ຄສ. ທີ່ເປັນອານາຈັກທຳອິດຂອງຈີນ, ເຊິ່ງກ່ອນໜ້ານັ້ນ ...
Read More »ຄະນະສະເພາະກິດ!!! ຈະໂຈະການຖ່າຍທອດສົດຖະແຫຼງຂ່າວ COVID-19 ນັບແຕ່ມື້ອື່ນເປັນຕົ້ນໄປ
ວັນທີ 3 ມິຖຸນາ 2020 ນີ້ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດຄວບຄຸມ COVID-19 ແຈ້ງໃຫ້ຊາບວ່າ ການຖ່າຍທອດສົດ ການຖະແຫຼງຂ່າວປະຈຳວັນຄວບຄຸມ COVID-19 ຈະໄດ້ໂຈະໄວ້ກ່ອນ ຖ້າມີສະຖານະການໃໝ່ຮີບດ່ວນ ຈຶ່ງຈະກັບມາຖ່າຍທອດສົດຄືນໃໝ່. ຂໍໃຫ້ບັນດາທ່ານຕິດຕາມຂ່າວ ຈາກພາກປົກກະຕິຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ ສາມາດຕິດຕາມໄດ້ຈາກເວັບໄຊ www.covid19.gov.la ແລະ ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ. ດ້ານສະພາບການລະບາດ COVID-19 ຢູ່ປະເທດເຮົາ ແລະ ປະເທດທີ່ມີຊາຍແດນຕິດຈອດກັບປະເທດລາວ ແມ່ນຜ່ອນຄາຍລົງຫຼາຍແລ້ວ. ສະເພາະຢູ່ ສປປ ລາວ 52 ມື້ແລ້ວ ບໍ່ມີຜູ້ຕິດເຊື້ອໃໝ່, ຜູ້ຕິດເຊື້ອສະສົມ 19 ຄົນ ກໍ່ປິ່ນປົວດີ 18 ຄົນແລ້ວ ແລະ ຍັງເຫຼືອພຽງ 1 ຄົນ ທີ່ຍັງຕິດຕາມຢູ່ໂຮງໝໍ.
Read More »ມາຮູ້ຈັກກັບ!!! New Normal ຄວາມປົກກະຕິໃນຮູບແບບໃໝ່ຂອງການເຮັດວຽກ ແລະ ການສຶກສາ
1.ລັກສະນະການເຮັດວຽກ “ໄລຍະໄກ” ຈະກາຍເປັນຮູບແບບ ການເຮັດວຽກທີ່ປົກກະຕິ ການເຮັດວຽກໄລຍະໄກ ທີ່ຖືກນໍາມາໃຊ້ເພື່ອແກ້ໄຂບັນຫາການເຮັດວຽກຊ່ວງ Covid-19 ເມື່ອຄົນສາມາດປັບຕົວໃຫ້ເຂົ້າກັບການເຮັດວຽກແບບນີ້ໄດ້ແລ້ວ ຈຶ່ງມີວຽກບາງປະເພດທີ່ຫັນມາໃຊ້ການເຮັດວຽກໄລຍະໄກເປັນເລື່ຶອງປົກກະຕິ. 2.ການປະຊຸມ “Online” ຈະເປັນຮູບແບບທີ່ອົງກອນນິຍົມໃຊ້ຫຼາຍຂຶ້ນ ຊ່ວຍຫຼຸດຜ່ອນບັນຫາທົ່ວໄປທີ່ເກີດຈາກການປະຊຸມໄດ້ເຊັ່ນ: ສາມາດຫຼຸດບັນຫາດ້ານຄວາມກົດດັນໃນສະຖານທີ່ປະຊຸມໄດ້ ພ້ອມທັງຍັງຫຼຸດຜ່ອນເລື່ອງຂອງຄວາມບໍ່ສະດວກໃນການເດີນທາງມາສະຖານທີ່ປະຊຸມ ຫຼືການສື່ສານກັບລູກຄ້າໄດ້ດີ. 3.ການເຊົ່າຫ້ອງການໃນໃຈກາງເມືອຈະຫຼຸດລົງ ເນື່ອງຈາກຮູບແບບການເຮັດວຽກທີ່ປ່ຽນໄປ ເຮັດໃຫ້ການເດີນທາງໄປຫ້ອງການ ອາດຈະບໍ່ຈໍາເປັນສະເໝີໄປເພາະສາມາດເຮັດວຽກຢູ່ໃສກໍໄດ້ ສິ່ງເຫຼົ່ານີ້ເປັນສາເຫດໃຫ້ການເຊົ່າຫ້ອງການໃນຕົວເມືອງມີຈໍານວນນ້ອຍລົງ. 4.ຄົນໃນອົງກອນຈະສຶກສາ ແລະ ໃຊ້ງານເຄື່ອງມືໃນການສື່ສານຫຼາຍຂຶ້ນ ໃນສ່ວນນີ້ ຈະເປັນຄວາມຮູ້ສ່ວນສໍາຄັນທີ່ຈະເຮັດໃຫ້ພະນັກງານສາມາດສື່ສານໄດ້ຢ່າງຫຼາກຫຼາຍ ທັງໃນອົງກອນ ແລະ ການຕີິດຕໍ່ກັບລູກຄ້າດ້ວຍເຊັ່ນ: Application ທີ່ໃຊ້ຕິດຕໍ່ສື່ສານ, Function ການໂຄສະນາຂອງ platform ຕ່າງໆ ແລະ ລະບົບໃນການຮວບຮວມຂໍ້ມູນເປັນຕົ້ນ. 5.ຈະມີການເພີ່ມການຮຽນການສອນຄອສ Online ໃຫ້ກັບພະນັກງານຫຼາຍຂຶ້ນ ຈາກທີ່ຜູ້ຄົນມີຄວາມຄຸ້ນເຄີຍ ແລະ ຊ່ຽວຊານກັບການສື່ສານທາງໄກແລ້ວ ການຮຽນຮູ້ທັກສະໃໝ່ໆ ຜ່ານຄອສສອນ “Online” ກໍຈະເປັນສິ່ງທີ່ເພີ່ມຂຶ້ນເຊັ່ນກັນ. 6.ການທົດສອບບາງຮູບແບບກໍຈະມີການໃຊ້ລະບົບ “Online” ຫຼາຍຂຶ້ນ ເຊັ່ນ: ການສອບເສັງຍ່ອຍຂອງມະຫາວິທະຍາໄລ ໃນການເກັບຄະແນນບາງສ່ວນ ແຕ່ການສອບເສັງໃຫຍ່ຍັງໃຊ້ສະຖານທີ່ໂຕຈິງຢູ່. 7.ຈະມີຫຼັກສູດການຮຽນການສອນກັບຄົນຈໍານວນຫຼາຍ ໃນລະບົບ “Online” ຫຼາຍຂຶ້ນ ໃນເມື່ອລະບົບ “Online” ສາມາດສື່ສານເຖິງກັນໄດ້ຢ່າງມາປະສິດທິພາບຫຼາຍຂຶ້ນ ການຮຽນການສອນເລື່ອງສິດທິຕ່າງໆ ກໍສາມາດໃຊ້ລະບົບ “Online” ໃນການສອນໄດ້. ...
Read More »ມາຮູ້ຈັກກັບ “Facebook Shops” ບໍລິການຂາຍສິນຄ້າ Online ຮູບແບບໃໝ່
Facebook ໄດ້ເປີດບໍລິການໃໝ່ທີ່ຊື່ວ່າ Facebook Shops ຢ່າງເປັນທາງການແລ້ວ ເຊິ່ງການບໍລິການນີ້ຈະເຮັດໃຫ້ທຸລະກິດທີ່ມີ Facebook Page ສາມາດສ້າງໜ້າຮ້ານຂອງຕົນເອງໃນ Facebook ໄດ້ຟຣີ. ນອກຈາກນີ້, ຍັງມີການບໍລິການທີ່ສາມາດເຊື່ອມຕໍ່ກັບ Instagram ເຊິ່ງເຈົ້າຂອງຮ້ານຄ້າສາມາດສົນທະນາກັບລູກຄ້າຜ່ານທາງ Messenger, Instagram Direct ແລະ Whatsapp ໄດ້ຕື່ມອີກ. ການເປີດຕົວບໍລິການໃໝ່ນີ້ມີຄວາມແຕກຕ່າງຈາກ E-Commerce ອື່ນໆແບບໃດ? 1. ຮ້ານຄ້າຕ່າງໆ ບໍ່ຈໍາເປັນຕ້ອງຈ່າຍຄ່າທໍານຽມໃຫ້ Facebook ໂດຍປົກກະຕິແລ້ວການຂາຍເຄື່ອງ Online ໃນ Amazon, Alibaba ແລະ Lazada ເຮົາຕ້ອງຈ່າຍຄ່າທໍານຽມຈໍານວນໜື່ງໃຫ້ກັບເຈົ້າຂອງຮ້ານຢູ່ແລ້ວ ແຕ່ສຳລັບບໍລິການນີ້ Mark Zuckerberg ໝັ່ນໃຈວ່າຄົນທີ່ຈະຂາຍເຄື່ອງໃນ Facebook Shops ຈະຕ້ອງຊື້ໂຄສະນາເພີ່ມຢູ່ແລ້ວ ຈຶ່ງບໍ່ມີການເກັບຄ່າທໍານຽມໃດໆເພີ່ມຈາກການຂາຍເຄື່ອງ 2. Facebook ບໍ່ມີບໍລິການແບບ End-to-End Service ຄືກັບ Amazon ອະທິບາຍງ່າຍໆຄື ບໍລິການນີ້ໃຫ້ໃຊ້ Facebook Shops ເປັນບ່ອນວາງສະແດງສິນຄ້າເທົ່ານັ້ນ ເລື່ອງຂອງການເກັບເງິນ ແລະ ການສົ່ງສິນຄ້າ ຫຼືຂໍ້ມູນອື່ນໆ Facebook ຈະບໍ່ມີບໍລິການແບບນີ້ໃຫ້ ເຊິ່ງເຈົ້າຂອງຮ້ານຕ້ອງຈັດການເລື່ອງນີ້ດ້ວຍຕົນເອງ. 3. Facebook Shops ມີຂໍ້ດີຄືລູກຄ້າສາມາດໂອ້ລົມສົນທະນາກັບເຈົ້າຂອງຮ້ານຜ່ານທາງ Messenger ໄດ້ໂດຍກົງ ສິ່ງເຫຼົ່ານີ້ ເປັນຂໍ້ໄດ້ປຽບຂອງ Facebook ທີ່ເໜືອກວ່າ E-commerce ອື່ນໆ. 4. ...
Read More »ຂ່າວດີ!!! ຜູ້ຕິດເຊື້ອໂຄວິດ-19 ລາວ ປິ່ນປົວດີອີກ 2 ຄົນ…
ຂ່າວດີ !! ວັນທີ 3 ມິຖຸນານີ້ ມີຜູ້ປິ່ນປົວດີເພີ່ມ 2 ຄົນ ເບີ 10 ເພດຍິງ ອາຍຸ 21 ປີ ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນເຂົ້າຮັບການປິ່ນປົວວັນທີ 31 ເດືອນ ມີນາ ໃຊ້ເວລາ ປິ່ນປົວ 64 ວັນ ເບີ 17 ເພດຍິງ ອາຍຸ 32 ປີ ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຂົ້າຮັບການປິ່ນປົວວັນທີ 11 ເມສາ ໃຊ້ເວລາປິ່ນປົວ 54 ວັນ
Read More »ລັດຖະບານກຽມຊື້ອຸຸປະກອນຈຳເປັນໃນການຕ້ານພະຍາດໂຄວິດ-19 ໃນງົບປະມານ 33 ຕື້ກວ່າກີບ !!!
ລັດຖະບານກຽມຈັດຊື້ເຄື່ອງມືດ້ານການແພດຈໍານວນໜຶ່ງຍັງຂາດເຂີນ ແລະ ມີຄວາມຕ້ອງການຈໍາເປັນຮີບດ່ວນ ໂດຍຄາດວ່າຈະນຳໃຊ້ເງິນບ້ວງປະກອນສ່ວນຂອງສັງຄົມ 9,54 ຕື້ກີບ ແລະ ສະເໜີນຳໃຊ້ເງິນບ້ວງງົບປະມານຂອງລັດ 23,98 ຕື້ກີບ. ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າໜ່ວຍງານງົບປະມານ ແລະ ພາລາທິການ ກ່າວໃນພິທີຖະແຫຼງຂ່າວຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 1 ມິຖຸນາ 2020 ຜ່ານມາວ່າ: ອີງຕາມການຄົ້ນຄວ້າດ້ານວິຊາການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ເຫັນວ່າ ເຄື່ອງມືດ້ານການແພດຈໍານວນໜຶ່ງຍັງຂາດເຂີນ ແລະ ມີຄວາມຕ້ອງການຈໍາເປັນຮີບດ່ວນເຊັ່ນ: ອຸປະກອນການແພດ, ເຄື່ອງມືປ້ອງກັນການຕິດເຊື້ອ, ພາຫະນະຮັບ-ສົ່ງຄົນເຈັບ ແລະ ຢາປົວພະຍາດ ຊຶ່ງຈະຕ້ອງຈັດຊື້ຢ່າງຮີບດ່ວນດັ່ງນີ້: ເງິນບ້ວງປະກອບສ່ວນຈາກຂອງສັງຄົມ ຄາດຄະເນນຳໃຊ້ທັງໝົດ 9,54 ຕື້ກີບ ( ປັດຈຸບັນກໍາລັງດຳເນີນການປະມູນ ຈັດຊື້-ຈັດຈ້າງ ) ປະກອບມີເຄື່ອງຕິດຕາມອາການຄົນເຈັບ ຈຳນວນ 23 ເຄື່ອງ ເພື່ອປະກອບໃຫ້ໂຮງໝໍສູນກາງ, ເຄື່ອງຊ່ວຍຫາຍໃຈ 14 ເຄື່ອງ ເພື່ອປະກອບໃຫ້ໂຮງໝໍສູນກາງ 7 ເຄື່ອງ ແລະ ...
Read More »ການຫັນປ່ຽນຂອງໜັງສືພິມຢູ່ອົດສະຕາລີໃນຍຸກ Digital
Rupert Murdoch ໄດ້ໃຫ້ສໍາພາດໃນໜັງສືພິມທຸລະກິດ ຂອງປະເທດອົດສະຕາລີວ່າໜັງສືພິມຈຳນວນ 100 ກວ່າສະບັບ ຈະຕ້ອງກາຍເປັນຮູບແບບ Digital ເທົ່ານັ້ນ ຫລືອາດຈະສູນຫາຍໄປຈາກສື່ສິ່ງພິມ. ປັດຈຸບັນ ມີໜັງສືພິມພາກພື້ນ ແລະ ທ້ອງຖິ່ນ ພຽງແຕ່ 76 ແຫ່ງເທົ່ານັ້ນ ທີ່ເຜີຍແຜ່ທາງອິນເຕີເນັດ ແລະ ໃນເດືອນໜ້າຈະເພີ່ມຂຶ້ນອີກ 36 ສຳນັກພິມ. News Corp Australia ກ່າວວ່າການປ່ຽນແປງຄັ້ງນີ້ ອາດຈະສົ່ງຜົນໃຫ້ພະນັກງານສູນເສຍວຽກເຮັດງານທຳ, ແຕ່ບໍ່ໄດ້ໝາຍຄວາມວ່າໜັງສືພິມຈະມີບົດບາດໜ້ອຍລົງແຕ່ຢ່າງໃດ. ເນື່ອງຈາກການແຜ່ລະບາດຂອງ Covid-19 ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາກອນ ແລະ ການເຜີຍແຜ່ຂໍ້ມູນຂ່າວສານໃນພາກພື້ນ ສົ່ງຜົນໃຫ້ການສ້າງລາຍໄດ້ຈາກການໂຄສະນາ ແລະ ການຂະຫຍາຍຕົວຂອງຂະແໜງສື່ມວນຊົນຂອງປະເທດຊ້າລົງ ບໍລິສັດສື່ມວນຊົນຫຼາຍແຫ່ງໃນປະເທດໄດ້ປິດລົງ ລວມທັງບໍລິສັດ Buzzfeed Australia ແລະ 10 Daily, ເຊິ່ງເປັນເວັບໄຊທ໌ຂ່າວ TencomCBS ທີ່ເປັນເຈົ້າຂອງສະຖານີອອກອາກາດເຄືອຂ່າຍ TencomCBS. ໃນຕົ້ນປີນີ້, ສຳນັກຂ່າວໃນປະເທດອົດສະຕາລີ ທີ່ເປັນສ່ວນໜຶ່ງຂອງ News Corp ໄດ້ປິດສຳນັກຂ່າວລົງຫລັງຈາກເປີດໂຕມາໄດ້ 85 ປີ. ດັ່ງນັ້ນ, ເພື່ອປະຕິບັດຕາມແນວໂນ້ມທີ່ປ່ຽນແປງ ທາງສຳນັກພິມ News Corp Australia ກໍໄດ້ປັບຮູບແບບຂອງໜັງສືພິມເພື່ອສຸມໃສ່ຜູ້ບໍລິໂພກສື່ ແລະ ...
Read More »ຊົມເຊີຍ!!!! ເຈົ້າໜ້າທີ່ລາວ ຈັບຄົນຂາຍເລກເຖື່ອນໄດ້ຈໍານວນຫຼາຍ
ວິທະຍຸກະຈາຍສຽງ ສະຫວັນນະເຂດໄດ້ລາຍງານວ່າ: ປັດຈຸບັນ ມີກຸ່ມຄົນຈໍານວນໜຶ່ງຢູ່ພາຍໃນແຂວງ ກໍຄືທ້ອງຖີ່ນພາກັນລັກລອບເຄື່ອນໄຫວຂາຍເລກເປັນຂະບວນການ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ເອີ້ນວ່າ “ເລກເຖື່ອນ” ເພື່ອໃຫ້ຄົນຊ່ຽງໂຊກເຊີ່ງເປັນລັກສະນະການພະນັນອີກຮູບການໜຶ່ງເປັນຕົ້ນ ເລກລາວ, ເລກຫວຽດ, ເລກໄທ. ແຕ່ອໍານາດການປົກຄອງ ການຈັດຕັ້ງຂັ້ນບ້ານ ໄດ້ເບີ່ງຂ້າມບໍ່ມີການແກ້ໄຂເຮັດໃຫ້ຫາງສຽງໄປໃນທາງທີ່ບໍ່ດີວ່າ ອໍານາດການປົກຄອງເມືອງ ແລະ ບ້ານ ບໍ່ມີການກວດກາຄືປ່ອຍປະລະເຫຼີງ, ຕໍ່ກັບບັນຫານີ້ທາງຫ້ອງຕໍາຫຼວດ ປກສ ແຂວງ ສະຫວັນນະເຂດ ພະແນກຕໍາຫຼວດເສດຖະກິດ ໄດ້ເອົາໃຈໃສ່ຢ່າງຈິງຈັງໃນການແກ້ໄຂ. ຫຼ້າສຸດໃນຫຼາຍເດືອນພຶດສະພາ ທີ່ຜ່ານມາ, ວັນທີ 26 ພືດສະພາ 2020 ຫ້ອງຕໍາຫຼວດ ປກສ ແຂວງ, ພະແນກຕໍາຫຼວດເສດຖະກິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ສຶກສາອົບຮົບຜູ້ຂາຍຫວຍ-ເລກເຖື່ອນ ເພື່ອບໍ່ໃຫ້ມີການກະທໍາຜິດອີກ. ເຊີ່ງການກະທໍາຜິດດັ່ງກ່າວແມ່ນຜິດຕໍ່ລະບຽບກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ກົດໝາຍອາຍາແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ໃນໝວດທີ 2 ການກະທໍາຜິດກ່ຽວກັບຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕາມມາດຕາ 141 ການຫຼິ້ນການພະນັນທີ່ຕ້ອງຫ້າມໄດ້ລະບຸໄວ້ວ່າ: ບຸກຄົນໃດຫາກມີການຫຼິ້ນການພະນັນທີ່ຕ້ອງຫ້າມຈະຖືກປັບໄໝແຕ່ 5.000.000 ກີບ ຫາ 10.000.000 ກີບ. ບຸກຄົນໃດຫາກໄດ້ສົມຍອມໃຫ້ຫຼິ້ນການພະນັນທີ່ຕ້ອງຫ້າມຢູ່ໃນເຮືອນຂອງຕົນ ຫຼືເປັນເຈົ້າມື ຫຼືເປັນຜູ້ກະທໍາຜິດທີ່ບໍ່ເຂັດຫຼາບຈະຖືກລົງໂທດຕັດອິດສະຫຼະພາບແຕ່ ...
Read More »ການແຂ່ງຂັນ ລາວລີກ ຈະໄດ້ຮັບເງິນອຸດໜູນ 90 ລ້ານກີບ ຕໍ່ທີມ
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈະມອບເງິນອຸດໝູນໃຫ້ທີມບານເຕະລາວລີກ ທີມລະ 90 ລ້ານກີບ ອີງຕາມແຈ້ງການສະບັບທີ 316 ສຕລ ລົງວັນທີ 1 ມິຖຸນາ 2020 ເລື່ອງ: ນະໂຍບາຍອຸດໜູນສະໂມສອນ ໃນການແຂ່ງຂັນບານເຕະ ເປັບຊີ ລາວລີກ 1 ປະຈໍາປີ 2020 ທີ່ໄດ້ລະບຸວ່າ: ສະຫະພັນບານເຕະແຫ່ງຊາດລາວ ຂໍແຈ້ງມາຍັງ ບັນດາ ສະໂມ ສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນເປັບຊີ ລາວລີກ 1 ລະດູການ 2020 ທີ່ປະກອບດ້ວຍ ສະໂມສອນ ລາວໂຕໂຢຕາ ເອັຟຊີ, ສະໂມສອນ ມາສເຕີເຊເວັນ ເອັຟຊີ, ສະໂມສອນຊ້າງນ້ອຍ ເອັຟຊີ, ສະໂມສອນ ກະຊວງປ້ອງກັນຄວາມສະຫງົບ ເອັຟຊີ, ສະໂມສອນ ວຽງຈັນ ເອັຟທີ, ສະໂມສອນ ວຽງຈັນ ເອັຟຊີ (ແຂວງວຽງຈັນ) ແລະ ສະໂມສອນ ເອສຣາ ເອັຟຊີ ຊາບກ່ຽວກັບນະໂຍບາຍການອຸດໜູນສະໂມສອນໃນການແຂ່ງຂັນໃນປີ 2020 ທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງ ໂຄວິດ-19. ເຊິ່ງລາຍລະອຽດຂອງແຈ້ງການບາງສ່ວນໄດ້ຂຽນວ່າ: ທຸກສະໂມສອນໃນການແຂ່ງຂັນເປັບຊີ່ ລາວລີກ1 ...
Read More »