ລັດຖະບານລາວ ເປີດໂຕເວັບໄຊ ປັບປຸງຄວາມສະດວກການດຳເນີນທຸລະກິດ ຢູ່ ສປປ ລາວ

ເວັບໄຊ (http://db.investlaos.gov.la) ກ່ຽວກັບວຽກງານປັບປຸງຄວາມສະດວກໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ໄດ້ເປີດໂຕຢ່າງເປັນທາງການ  ໃນວັນທີ 25 ພຶດສະພາ 2020 ທີ່ກະຊວງແຜນການ ແລະ ການລົງທຶນ ໃນນາມເປັນໃຈກາງປະສານກັບຂະແໜງການກ່ຽວຂ້ອງເພື່ອຕິດຕາມຄວາມຄືບໜ້າໃນການແກ້ໄຂຂອດຂັ້ນຫຍຸ້ງຍາກໃນບັນດາ 10 ຕົວຊີ້ວັດ ກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດທີ່ທາງທະນາຄານໂລກວາງອອກໄດ້ເປີດໂຕເວັບໄຊກ່ຽວກັບວຽກງານປັບປຸງຄວາມສະດວກໃນການດຳເນີນທຸລະກິດ ຢູ່ ສປປ ລາວ ຂຶ້ນຢ່າງເປັນທາງການ (http://db.investlaos.gov.la) ໂດຍການສະໜັບສະໜູນຈາກອົງການ ການເງິນສາກົນ (International Finance Corporation-IFC) ເຊິ່ງເປັນຄູ່ຮ່ວມພັດທະນາໃນໂຄງການປັບປຸງສະພາບແວດລ້ອມການລົງທຶນຢູ່ ສປປ ລາວ (Lao Investment Climate Reform Project)

ຈຸດປະສົງໃນການເປີດເວັບໄຊຄັ້ງນີ້ ເພື່ອເປັນການສະໜອງຂໍ້ມູນຄື: 1. ການປັບປຸງບັນດາລະບຽບການ,​ 2. ຂັ້ນຕອນ, 3. ເວລາ ແລະ ຄ່າໃຊ້ຈ່າຍໃນການດຳເນີນທຸລະກິດຢູ່ ສປປ ລາວ.  ພ້ອມດຽວກັນນີ້ ຍັງເປັນຊ່ອງທາງໜຶ່ງເພື່ອໃຫ້ພາກລັດກໍຄືພາກທຸລະກິດ ສາມາດຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ ອີກດ້ວຍ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຄຳເຫັນວ່າ: ລັດຖະບານໄດ້ເອົາໃຈໃສ່ ຢ່າງຕັ້ງໜ້າເພື່ອປັບປຸງບັນຍາກາດໃນການດຳເນີນທຸລະກິດ ຢູ່ສປປ ລາວ ຂຶ້ນ ໂດຍຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ຄ່າໃຊ້ຈ່າຍໃນການອອກໃບອະນຸຍາດຕ່າງໆຂອງຂະແໜງການກ່ຽວຂ້ອງໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ມີຜົນສັກສິດ. ແນ່ໃສ່ດຶງດູດເອົາການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ ທີ່ມີຄຸນນະພາບ, ຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມສາມາດໃນການແຂ່ງຂັນຂອງທຸລະກິດໃຫ້ສູງຂຶ້ນເພື່ອໃຫ້ກາຍເປັນກຳລັງສຳຄັນ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະໃຫ້ບັນລຸຄາດໝາຍທີ່ວາງໄວ້, ສ້າງພື້ນຖານເສດຖະກິດແຫ່ງຊາດໃຫ້ເຕີບໂຕຢ່າງໜັກແໜ້ນ, ໝັ້ນທ່ຽງ, ຕາມທິດຍືນຍົງ ແລະ ສີຂຽວ ທີ່ລະບຸໄວ້ໃນມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ.

Comments