ຊົມເຊີຍ!!! ຮຸ່ງອາລຸນ ຂົນສົ່ງດ່ວນ ຊ່ວຍເຫຼືອສັງຄົມຕ້ານໂຄວິດ-19 ລວມມູນຄ່າ 300 ລ້ານກີບ

ຂໍຊົມເຊີຍ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ (HAL Logistics) ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ສັງຄົມ ໃນໄລຍະການລະບາດຂອງເຊື້ອ ໂຄວິດ-19 ທີ່ຜ່ານມາ ດ້ວຍການປະກອບສ່ວນ ມອບໜ້າກາກອະນາໄມ, ຖົງມື ແລະ ນ້ຳດື່ມ ໃຫ້ແກ່ ອ້າຍນ້ອງທະຫານ, ຕຳຫຼວດ, ຫ້ອງການບ້ານ ແລະ ອາສາສະໝັກ ທີ່ເຮັດໜ້າທີ່ຕ້ານພະຍາດລະບາດ ໂຄວິດ-19 ທີ່ປະຕິບັດໜ້າທີ່ຕາມດ່ານທ້ອງຖິ່ນ ໃນນະຄອນຫຼວງວຽງຈັນ,​ ໜ່ວຍສະເພາະກິດດ່ານຂັ້ນແຂວງ ໃນທົ່ວປະເທດ ແລະ ກະຊວງສາທາລະນະສຸກ.

ການສະໜັບສະໜູນ ໃນເທື່ອນີ້ ປະກອບມີ:  ໜ້າກາກອະນາໄມ ຈຳນວນ 661 ກັບ, ຖົງມື ຈຳນວນ 548 ກັບ, ໜ້າກາກອະນາໄມ N95 ຈຳນວນ 6,500 ອັນ, ນ້ຳດື່ມ ຈຳນວນ 80 ແພັກ. ລວມມູນຄ່າທັງຫມົດ 300.000.000 ກີບ.

ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ເປັນບໍລິສັດທີ່ໃຫ້ບໍລິການຂົນສົ່ງພາຍໃນປະເທດພາຍ ໃນລາຄາເລີ່ມຕົ້ນ 12.0000 ສ້າງຕັ້ງມາໄດ້ພຽງ 1 ປີປາຍເທົ່ານັ້ນ ໃນວັນທີ 29 ມັງກອນ 2019 ໂດຍການບໍລິຫານຂອງ ທ່ານ ສີສະຫວັນ ມ່າຢົງເຊິນ ອາຍຸ 31 ປີ ດ້ວຍວິໄສທັດທີ່ຢາກສົ່ງເສີມຜະລິດຕະພັນພາຍໃນໃຫ້ເຂົ້າເຖິງຕະຫຼາດໃນວົງກວ້າງ ແລະ ອຳນວຍຄວາມສະດວກໃຫ້ຜູ້ປະກອບການໂດຍສະເພາະກຸ່ມຜູ້ຄ້າຂາຍຜ່ານລະບົບອີເລັກໂຕຣນິກ (E-commerce) ຫຼື ກູ່ມຜູ້ຂາຍເຄື່ອງ ອອນໄລ໌ ໃຫ້ສາມາດສະໜອງສິນຄ້າທີ່ວ່ອງໄວໄດ້ມາດຕະຖານ ແລະ ປັບຕົວທ່ວງທັນກັບຄວາມຕ້ອງການຂອງຕະຫຼາດທີ່ປ່ຽນແປງໄປ.

ພາຍໃນເວລາ 1 ປີ ທີ່ບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເປີດໃຫ້ບໍລິການທົດລອງຕະຫຼາດໄດ້ກາຍເປັນທີ່ຮູ້ຈັກຢ່າງກວ້າງຂວາງຈາກການເກັບຄ່າຂົນສົ່ງບໍ່ແພງເກີນໄປ ລາຄາເລີ່ມຕົ້ນພຽງ 12.000 ກີບ ພ້ອມທັງສ້າງຄວາມສະດວກໃນການຂົນສົ່ງ ແລະ ຮັບສິນຄ້າດ້ວຍຈຳນວນພະນັກງານເກືອບ 200 ຄົນ ໃນ 33 ສາຂາ ຢາຍຢູ່ເກືອບທຸກແຂວງທົ່ວປະເທດ ແລະ ເພິ່ນຍັງຈະສືບຕໍ່ຂະຫຍາຍຕື່ມອີກ ເພື່ອໃຫ້ເຂົ້າເຖິງລູກຄ້າຢ່າງທົ່ວເຖິງ ແລ້ວຍັງມີບໍລິການສົ່ງເຄື່ອງຮອດເຮືອນລູກຄ້ານຳອີກ.

ພາຍຫຼັງທີ່ໄດ້ທົດລອງຕະຫຼາດມາໄດ້ 1 ປີເຕັມ ກໍເຮັດໃຫ້ບໍລິສັດ ຮຸ່ງອາລຸນຂົນສົ່ງດ່ວນ ມີຄວາມໝັ້ນໃຈໃນການດຳເນີນທຸລະກິດດ້ານນີ້ພໍສົມຄວນຈຶ່ງໄດ້ຈັດງານເປີດຕົວຢ່າງເປັນທາງການຂຶ້ນໃນວັນທີ 20  ເດືອນກຸມພາ 2020 . ແຜນທຸລະກິດໃນປີ 2020 ກໍລະອຽດຂຶ້ນພວກເຮົາວາງແຜນວ່າຈະຂະຫຍາຍສາຂາໃນເຂດເທສະບານແຂວງອີກ 37 ສາຂາ ລວມທັງໝົດ 70 ສາຂາທົ່ວປະເທດ. ໃນປີ 2021 ຈະຂະຫຍາຍສາຂາໃຫ້ຄອບຄຸມທຸກເມືອງ ທົ່ວປະເທດ

 

Comments