ສປ ຈີນ ເລີ່ມທົດລອງ ໃຊ້ເງິນດິຈິຕ໋ອລຢວນ ອານາຄົດໃຫມ່ໃນເສດຖະກິດໂລກ

ຈີນເລີ່ມທົດລອງໃຊ້ເງິນດິຈິຕ໋ອລຢວນ ທີ່ພັດທະນາຂຶ້ນເອງ ແລະ ນັບເປັນປະເທດທໍາອິດທີ່ໃຊ້ເງິນສະກຸນດິຈິຕ໋ອລໃນລະບົບການເງິນໃນຕົວຈິງ

ດ້ານຂະໜາດເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຍີ, ການທະຫານ, ການເມືອງ ຈີນໄດ້ຍົກສູງບົດບາດຂອງຕົນທຽບທັນອາເມລິການແລ້ວ, ບາງດ້ານກໍພັດທະນາກວ່າ ແລະ  ບາງດ້ານກໍຫຼຸດລື່ນກັນໜ້ອຍໜຶ່ງ.  ແຕ່ວ່າ ດ້ານສະກຸນເງິນນັ້ນ,  ເງິນຢວນແມ່ນ ກວມບໍ່ຮອດ 2% ຂອງການຊໍາລະສະສາງຕ່າງໆໃນໂລກ.  ສະນັ້ນ, ເງິນດີຈິຕ໋ອລຂອງ ສປ ຈີນ ທີ່ກຳລັງພັດທະນານີ້ ຈຶ່ງເປັນໄມ້ຕາຍທີ່ຈີນຕ້ອງນໍາມາໃຊ້ ເພື່ອສູ້ຕໍ່ກອນກັບເງິນໂດລາ. ທາງອາເມລິກາເອງກໍຢາກສ້າງ ລີບຣາ ມາຕໍ່ກອນເຊັ່ນກັນ… ສົງຄາມເສດຖະກິດໃນຍຸກໃໝ່ແມ່ນການແຂ່ງຂັນດ້ານການພັດທະນາເຕັກໂນໂລຍີ ການນຳໃຊ້ສະກຸນສຳລັບຊຳລະສະສາງໃນໂລກແມ່ນ  USD 42.22% , Euro 31.69%,  Pond 6.96%,  Yen 3.46%,  RMB 1.94% (ສະຖິຕິໃນປີ 2019 ອ້າງອີງຈາກ Swift)

ສຳນັກຂ່າວ Chaina Daily  ລາຍງານວ່າຈີນເລີ່ມທົດລອງໃຊ້ເງິນດີຈີຕ໋ອລຢວນທີ່ພັດທະນາຂຶ້ນເອງກັບລະບົບການເງິນແທ້ໃນຕົວຈິງ ນັບວ່າເປັນປະເທດທຳອິດທີ່ເລີ່ມທົດລອງໃຊ້ໂດຍມີຈຸດປະສົງເພື່ອເປັນທາງເລືອກ ໃຫ້ແກ່ນັກລົງທຶນ ແລະ ນັກທຸລະກິດ ນອກຈາກການໃຊ້ເງິນໂດລາ ທີ່ເປັນສະກຸນເງິນຫຼັກຂອງໂລກ. ເງິນດິຈິຕ໋ອລຢວນ ໄດ້ ຖືກນຳໄປທົດລອງໃຊ້ຢ່າງເປັນທາງການໃນລະບົບການເງິນຂອງ4 ເມືອງຂອງຈີນແລ້ວ ຄື: ເຊິນເຈິ້ນ, ຊູໂຈວ, ເຊິງຕູ ແລະ ສົງອັນ,   ໂດຍສ່ວນໜຶ່ງຂອງເງິນເດືອນ ແລະ ຄ່າຈ້າງຂອງໜ່ວຍງານຂອງພາກລັດ ໃນທັງ 4  ເມືອງ ຈະຈ່າຍເປັນເງິນສະກຸນເງິນດິຈິຕ໋ອລທີ່ເລີ່ມຕົ້ນໃນເດືອນເມສາທີ່ຜ່ານມາ.

ເປົ້າໝາຍຂອງ ສປ ຈີນ ທີ່ພັດທະນາ ສະກຸນເງິນ ດິຈິຕ໋ອລຢວນ ແມ່ນເພື່ອແຂ່ງຂັນ ຕອບໂຕ້ການໃຊ້ເງິນໂດລາ  ແລະ ເພື່ອໃຫ້ນັກລົງທຶນ, ທຸລະກິດຂອງໂລກມີທາງເລືອກການໃຊ້ສະກຸນເງິນ ລວມທັງເປັນການພັດທະນາຂອງລະບົບການຊຳລະເງິນທາງດ້ານການຄ້າທີ່ໃຊ້ເງິນຢວນ ເປັນທາງເລືອກໃນການຊໍາລະແທນເງິນໂດລາ ແລະ  ທີ່ສຳຄັນຄື ການພັດທະນາ ແລະ ປັບໃຊ້ສະກຸນເງິນດິຈິຕ໋ອລພາຍໃນປະເທດຈີນ ແມ່ນພັດທະນາຢ່າງໄວວາ ແລະ ຈາກນັ້ນຕາມດ້ວຍການຍອມຮັບໃນລະດັບພາກພື້ນ.

ເສລີພາບຂອງເງິນຢວນ ໃນໄລຍະວິກິດການລະບາດຂອງໂຄວິດ-19 ຕອກຢໍ້າຄວາມນິຍົມເງິນຢວນຈາກນັກລົງທຶນ, ການຊໍາລະເງິນທັງສອງສະກຸນ ທັງເງິນໂດລາ ແລະ ດິຈິຕ໋ອລຢວນ ອາດຈະໃຊ້ຄູ່ກັນໄດ້ ແລະ ຫາກຈຳເປັນກໍແຍກກັນໃຊ້ໄດ້. ​ເງິນດິຈິຕ໋ອລຢວນທີ່ໃຊ້ໃນ ຊູໂຈ ຈະເນັ້ນໄປໃນດ້ານການຂົນສົ່ງ,  ສ່ວນຢູ່ສົງອັນ ຈະໃຊ້ກັບສິນຄ້າປະເພດອາຫານ ແລະ ຄ້າຍ່ອຍ.

ໃນເດືອນເມສາ ທີ່ຜ່ານມາ ສະຖາບັນວິໄຈ ສະກຸນເງິນດິຈິຕ໋ອລ ແຫ່ງທະນາຄານກາງຂອງຈີນ ເຊິ່ງຮັບຜິດຊອບການພັດທະນາລະບົບ ໄດ້ເປີດເຜີຍວ່າ ການວິໄຈ ແລະ ການພັດທະນາເງິນດິຈິຕ໋ອລຢວນມີຄວາມຄືບໜ້າ ເປັນລະດັບ ແລະ ໂຄງສ້າງຂອງລະບົບລວມທັງການແກ້ໄຂຂໍ້ບົກຜ່ອງສ່ວນໃຫຍ່ສຳເລັດແລ້ວ.

ນີ້ເປັນພາບໜ້າຈໍໂທລະສັບພ້ອມໜ້າຕາ ແອັບພິເຄຊັນ ສຳລັບຮ້ານຄ້າ ແລະ ຮອງຮັບເງິນດິຈິຕ໋ອລຢວນໄດ້ມີການເປີດເຜີຍແຕ່ກາງເດືອນເມສາ ທີ່ຜ່ານມາ.

ຂໍ້ມູນ: www. thaipublica.org

www.profit-loss.com

 

 

Comments