ທີມນັກວິໄຈ 2 ກຸ່ມ ຄືປະເທດເນເທີແລນ ແລະ ປະເທດ ອິດສະລາເອວ ອ້າງພວກເຂົາຄົ້ນພົບສານພູມຕ້ານທານ ທີ່ປ້ອງກັນການຕິດເຊື້ອໄວຣັດໂຄວິດ-19 ສຳເລັດ ເຊິ່ງເປັນບາດກ້າວສຳຄັນໃນການພັດທະນາວິທີຮັກສາພະຍາດເຊື້ອໄວຣັດໂຄວິດ-19
ສຳນັກຂ່າວ the guardian ລາຍງານວ່າ ທີມນັກວິທະຍາສາດເນເທີແລນ ລະບຸວ່າ ພວກເຂົາຄົ້ນພົບສານພູມຕ້ານທານ ຫຼື ແອນຕິ້ບໍດີ້ (antibody) ທີ່ສາມາດຢຸດຢັ້ງບໍ່ໃຫ້ໄວຣັດໂຄວິດ-19 ຕິດຕໍ່ກັບເຊວໄດ້ໃນການທົດລອງໃນຫ້ອງແລັບ. ສ່ວນ ກະຊວງປ້ອງກັນຊາດຂອງປະເທດອິດສະລະເອວ ປະກາດວ່າ : ສູນວິໄຈຂອງລັດ ແມ່ນໄດ້ສານພູມຕ້ານທານທີ່ສາມາດຕໍ່ຕ້ານໄວຣັດໂຄວິດໃນຮ່າງກາຍໄດ້.
ຜົນການວິໄຈຂອງເນເທີແລນ ຖືກເຜີຍແຜ່ໃນວາລະສານ ‘Nature Communications’ ໃນວັນຈັນ ທີ 4 ພຶດສະພາ ທີ່ຜ່ານມາວ່າ ທີມນັກວິໄຈຈາກມະຫາວິທະຍາໄລ ອູເທຣຕ໌ ແລະ ສູນການແພດ ເອຮາສມັນ ໃນເມືອງຮອຕເທີດາມ ສີດແທ່ງໂປຣຕີນ ທີ່ຍື່ນອອກມາຈາກເຍື່ອຫຸ້ມຂອງໄວຣັດໂຄວິ-19 ສາຍພັນຕ່າງໆ ລວມທັງຕົວທີ່ກໍໃຫ້ເກີດພະຍາດ SARS ແລະ MERS ເພື່ອຍືດເກາະກັບເຊວ ເຂົ້າໄປໃນໂຕໜູທົດລອງເພື່ອໃຫ້ຕິດຕໍ່ກັບເຊວ
ຂະບວນການດັ່ງກ່າວເປັນການສ້າງພູມຕ້ານທານ ເຮັດໃຫ້ເຊວສາມາດຜະລິດສານພູມຕ້ານທານອອກມາຕໍຕ້ານໄວຣັດ ເຊິ່ງນັກວິໄຈໄດ້ນຳເອົາມາເຮັດໃຫ້ບໍລິສຸດແລ້ວນຳໄປໃຊ້ຕ້ານໄວຣັດໂຄວິດ-19 ແລະ ໄວຣັດພະຍາດ ຊາສ໌ ແລະ ພົບແອນຕີ້ບໍດີ້ຊື່ວ່າ‘47D11’ ສາມາດຢຸດຢັ້ງໄວຣັດທັງ 2 ສາຍພັນ ບໍ່ໃຫ້ແທ່ງໂປຣຕີນຍືດເກາະກັບເຊວໄດ້.
ເຖິງຢ່າງໃດກໍຕາມ ນີ້ເປັນພຽງການທົດລອງໃນຫ້ອງແລັບ ຍັງບໍ່ຜ່ານການທົດລອງໃນສັດ ຫຼື ໃນມະນຸດໄດ້ ເຊິ່ງທີມວິໄຈຍັງລະບຸວ່າ ຍັງຕ້ອງສຶກສາອີກຫຼາຍຢ່າງເພື່ອລະບຸວິທີການເຮັດວຽກຂອງສານພູມຕ້ານທານ ຕົວນີ້ໃຫ້ຊັດເຈນ ເຊິ່ງອາດຈະຊ່ວຍໃນການພັດທະນາວິທີຮັກສາພະຍາດໂຄວິດ-19 ໄດ້ໃນອານາຄົດ
ສຳລັບ ປະເທດອິດສະລາເອວ ທ່ານ ນາຟຕາລີ ເບນເນດ ລັດຖະມົນຕີ ວ່າການກະຊວງປ້ອງກັນປະເທດ ອ້າງວ່າ ສະຖາບັນເພື່ອການວິໄຈຊີວະວິທະນາ ແຫ່ງອິດສະລາເອວ (IIBR) ບັນລຸຜົນລັບຄັ້ງສຳຄັນໃນການວິໄຈ ສານພູມຕ້ານໄວຣັດໂຄວິດ-19 ໂດຍສ້າງແອນຕີ້ບໍດີ້ ທີ່ສາມາດກຳຈັດໄວຣັດໂຄວິດ-19 ໃນຕົວຂອງມະນຸດໄດ້ແລ້ວ ແລະ ຕອນນີ້ ກຳລັງຢູ່ລະຫວ່າງການຈົດສິດທິບັດ ສານພູມຕ້ານທານດັ່ງກ່າວ ແລະ ຫາທາງຜະລິດເປັນຈຳນວນຫຼາຍ.
ທັ້ງນີ້, ທີມນັກວິໄຈຂອງເນເທີແລນ ແລະ ອິດສາລະເອວ ຕ່າງກໍໃຊ້ສານພູມຕ້ານທານ (monoclonal antibodies) ເຊິ່ງເປັນໂປຣຕີນທີ່ສ້າງຂຶ້ນໃຫ້ຄືກັບສານພູມຕ້ານທານຕາມມະຊາດໃນລະບົບພູມຄຸ້ມກັນຂອງມະນຸດ.
ຂອບໃຈ: ຂໍ້ມູນຈາກ ໄທຣັດ