ປະເທດໄທ ເລີ່ມທົດລອງວັກຊີນໂຄວິດ-19 ໃນລີງແລ້ວ ກ່ອນຈະທົດລອງກັບຄົນໃນເດືອນສິງຫານີ້…

ຜູ້ເສຍຊີວິດຈາກເຊື້ອໄວຣັດໂຄວິດ-19 ທົ່ວໂລກລະທຸ 347,852 ຄົນແລ້ວ ແລະ ມີຜູ້ຕິດເຊື້ອຫຼາຍກວ່າ 5,5 ລ້ານຄົນ ປະຊາຊົນທົ່ວໂລກຕ່າງຄົນຕ່າງລໍຖ້າຂ່າວດີ ກ່ຽວກັບການຜະລິດວັກຊີນປ້ອງກັນໂຄວິດ-19 ເຖິງຮູ້ດີວ່າການພັດທະນາວັກຊີນສຳລັບພະຍາດໃດໜຶ່ງ ຕ້ອງໃຊ້ເວລາຫຼາຍເດືອນ ຫຼື ເປັນປີ ແຕ່ໃນສະຖານະການແບບນີ້ ຄວາມກ້າວໜ້າພຽງເລັກໜ້ອຍກໍສ້າງຄວາມຫວັງໃຫ້ຜູ້ຄົນໄດ້ຫຼາຍພໍສົມຄວນ.

ນັບວ່າເປັນຂ່າວດີ ແລະ ຄວາມສຳເລັດໜຶ່ງ ທີ່ປະເທດໄທ ທ່ານ ສຸວິດ ເມສິນສີ ລັດຖະມົນຕີວ່າການກະຊວງ ການອຸດົມສຶກສາວິທະຍາສາດວິໄຈ ແລະ ນະວັດຕະກຳ ນຳທີມຜູ້ບໍລິຫານ ລົງພື້ນທີ່ສູນວິໄຈໄທເມດແຫ່ງຊາດ ຈຸລາລົງກອນມະຫາວິທະຍາໄລ ເມືອງແກ່ງຄອຍ ຈັງຫວັດ ສະລະບູລີ ເພື່ອຕິດຕາມຄວາມຄືບໜ້າການທົດສອບວັດຊີກໂຄວິດ-19

ວັກຊີນທີ່ໃຊ້ທົດລອງເປັນເຕັກໂນໂລຊີໃຫມ່ຂອງການວິໄຈວັກຊີນ ໂດຍສາຍພັນທຸກຳຂອງເຊື້ອຊະນິດ  mRNA  ທີ່ຜ່ານມາ ການທົດລອງວັກຊີນຊະນິດນີ້ໃນໜູຖືກລະບຸວ່າ: ປະສົບຄວາມສຳເລັດໃນລະດັບດີ ຜູ້ວິໄຈຈຶ່ງເລີ່ມການທົດລອງໃນລີງ ໂດຍໃຊ້ກັບລີງທັງໝົດ 13 ໂຕ ເພດເມຍ ອາຍຸ 4-6 ປີ ຫຼືທຽບໄດ້ກັບຄົນອາຍຸ 12 ປີຂຶ້ນໄປ ເຊິ່ງຢູາໃນໄວຈະເລີນພັນ

ທ່ານ ສຸວິດ ກ່າວວ່າ ຈະທົດລອງ ວັກຊິນໃນລີງ 3 ຄັ້ງ ເຊິ່ງຫຼັງການທົດລອງໃນເຂັ້ມທີ 2 ຈະເຮັດໃຫ້ເຫັນຜົນການປ້ອງກັນພະຍາດໂຄວິດ-19 ໄດ້ແລ້ວ ທັງນີ້, ລີງ ຖືເປັນສັດທີ່ຕອບສະໜອງກັບໄວຣັດໄດ້ໃກ້ຄຽງກັບມະນຸດຫຼາຍທີ່ສຸດ ເຊິ່ງການທົດລອງໃນລີງຈະເບິ່ງໃນເລື່ອງຄວາມປອດໄພ ບໍ່ໃຫ້ເກີດມີພະຍາດແຊກຊ້ອນ ເມື່ອໄດ້ຮັບວັດຊິນ ແລະ ການຕອບສະໜອງຄືສາມາດສ້າງພູມຄຸ້ມກັນໄດ້ຈິງ ກ່ອນນຳວັກຊີນໄປທົດສອບໃນຄົນໃນເດືອນສິງຫານີ້.

ສຳລັບໂຄງການວິໄຈວັດຊີນໂຄວິດ-19 ເປັນຄວາມຮ່ວມມືຂອງສູນວັກຊີນຈຸລາ ສະຖາບັນວັກຊີນແຫ່ງຊາດ ແລະ ກົມວິທະຍາສາດການແພດ

ທ່ານ ສຸວິດກ່າວວ່າ ປະເທດໄທຢູ່ໃນຂັ້ນຕອນທີ່ໄລ່ເລຍກັບທົ່ວໂລກ ນັ້ນຄື ມີການທົດສອບໃນສັດ ມີພຽງ 6-7 ແບບ ເທົ່ານັນທີ່ເລີ່ມທົດລອງໃນມະນຸດໄລຍະທີ 1 ແລ້ວຄື ສປ ຈີນ ແລະ ສະຫະລັດອາເມລິກາ. ທ່ານ ນາຍົກ ພົນເອກ ປະຍູດ ຈັນໂອຊາ ໄດ້ໃຫ້ນະໂຍບາຍວ່າ ປະຊາຊົນໄທ ຕ້ອງມີວັກຊີນໃຊ້ໃນເວລາດຽວກັບປະເທດຊັ້ນນຳອື່ນໆ ຄາດວ່າຂະບວນການທັງໝົດ ຈະສຳເລັດພາຍໃນ 6 ເດືອນ.

ທີ່ມາ: https://www.bbc.com/thai/thailand-52677494

Comments