ຮ້ານອາຫານແສງລາວ ແລະ ເລີປາແດກ ແບບຢ່າງຮ້ານອາຫານ ທີ່ປອດໂຄວິດ-19

ໜ່ວຍງານກວດກາສະເພາະກິດ COVID-19 ຂອງເມືອງໄຊເສດຖາ ສົມທົບກັບ ບ້ານນາໄຊ ປະຕິບັດຕາມຄຳສັ່ງ ໄດ້ລົງກວດບັນດາຫ້າງຮ້ານ ແລະ ທຸລະກິດທີ່ຈະດຳເນີນການໄດ້ໃນໄລຍະໂຄວິດ-19 ລະບາດຢູ່ ແຕ່ຕ້ອງມີເງື່ອນໄຂ ແລະ ມາດຕະການທີ່ຈະສາມາດເປີດບໍລິການໄດ້ ຕາມຄຳແນະນຳ​ ກ່ຽວກັບເງື່ອນໄຂ ​ແລະ ມາດຕະການສຳລັບການເຄື່ອນໄຫວ ຂອງພາກທຸລະກິດໃນໄລຍະທີ່ມີການລະບາດ ຂອງພະຍາດໂຄວິດ-19​ ຕາມທີໄດ້ກຳນົດ ໃນຄຳແນະນຳ 031/ສພກ,ລົງວັນທີ​ 21​ເມສາ​ 2020 ດັ່ງນີ້:

  1. ມີສະຖານທີ່ບໍ່ແອອັດ
  2. ເວລານັ່ງກິນອາຫານຕ້ອງມີໄລຍະຫ່າງ 1 ແມັດຂຶ້ນ
  3. ພະນັກງານ ຕ້ອງມີຜ້າອັດປາກ-ດັງ, ບ່ອນລ້າງມື, ສະບູ ຫຼື ເຈວລ້າງມື ແລະ ໃສ່ຖົງມື ທຸກຄັ້ງໃນການບໍລິການ
  4. ຕ້ອງມີຈຸດກວດອຸນຫະພູມ ແລະ ສະໜອງເຈວລ້າງມື ໃຫ້ພະນັກງານ ແລະ ແຂກທີ່ເຂົ້າມາບໍລິການ ຢູ່ທາງເຂົ້າ-ອອກ ຖ້າພົບຜູ້ທີ່ມີອາການໄຂ້ (ອຸນຫະພູມສູງກວ່າ 37,5 ອົງສາ) ຫຼື ໄອ, ຈາາມ , ຫາຍໃຈຍາກ ແມ່ນບໍ່ອະນຸຍາດໃຫ້ເຂົ້າ ແລະ ຕ້ອງແຈ້ງແພດຫມໍ ຫຼື ໂທຫາສາຍດ່ວນ 166 ແລະ 156 ເພື່ອຂໍຄຳປຶກສາ.

5. ຕ້ອງອະນາໄມ ເຮັດຄວາມສະອາດ ຫ້ອງອາຫານ, ຫ້ອງຄົວ, ຫ້ອງນໍ້າ ແລະ  ໂຕະຕັ່ງ ທີ່ບໍລິການລູກຄ້າເປັນປະຈຳ

6. ຕ້ອງອຳນວຍຄວາມສະດວກໃຫ້ແກ່ທີມແພດ ແລະ ພາກສ່ວນທີ່ກ່ຽວຂ້ອງ ສາມາດເຂົ້າໄປຕິດຕາມກວດກາ ຫຼື ເຜີຍແຜ່ຄວາມຮູ້ ກ່ຽວກັບພະຍາດ Covid-19 ເປັນໄລຍະ

ແລະ  ໃນມື້ວານນີ້ ວັນທີ 12 ພຶດສະພາ 2020 ທາງໜ່ວຍງານກວດກາສະເພາະຂອງເມືອງຳຊເສດຖາ ແລະ ບ້ານນາໄຊ ກໍໄດ້ລົງໄປກວດຮ້ານອາຫານແສງລາວ ແລະ ເລີປາແດກ  ກໍຊົມເຊີຍກັບການປະຕິບັດການສະກັດກັ້ນ COVID-19 ແບບເຂັ້ມງວດ ຂອງຮ້ານດັ່ງກ່າວ ໄດ້ດີ ພ້ອມປະຕິບັດຄໍາສັ່ງ ແລະ ຄຳແນະນຳຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ Covid-19 ເຊິ່ງເປັນຮ້ານອາຫານແບບຢ່າງທີ່ຈະສາມາດດຳເນີນທຸລະກິດ ແລະ ເປີດບໍລິການໄດ້ ໃນໄລຍະນີ້.

ລາຍລະອຽດ ແຈ້ງການ ຄຳແນະນຳ

 

 

Comments