UN ຄາດເສດຖະກິດໂລກປີນີ້ຫຼຸດລົງ 3,2% ຜົນກະທົບໂຄວິດ-19

ລາຍງານສະຖານະການ ແລະ ແນວໂນ້ມເສດຖະກິດໂລກ ( WESP) ຂອງສະຫະປະຊາຊາດ  UNITED NATIONS (UN) ຄາດການວ່າ ເສດຖະກິດໂລກຈະຫຼຸດລົງ 3,2% ໃນປີນີ້ ແລະ ມູນຄ່າ ເສດຖະກິດໂລກຈະຫຼຸດລົງເກືອບ 8.5 ລ້ານລ້ານໂດລາ ໃນໄລຍະ 2 ປີຕໍ່ໜ້າ ໂດຍໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັດໂຄວິດ-19.

ການທີ່ມູນຄ່າເສດຖະກິດທີ່ຫຼຸດລົງ ແມ່ນໄດ້ລົບລ້າງການເພີ່ມຂຶ້ນຂອງມູນຄ່າເສດຖະກິດໃນໄລຍະ 4 ປີຜ່ານມາ ແລະ ເສດຖະກິດຫຼຸດລົງໃນປີນີ້ ມີຄວາມຮຸນແຮງຫຼາຍທີ່ສຸດ ນັບຕັ້ງແຕ່ສະພາວະເສດຖະກິດຕົກຕໍ່າຄັ້ງໃຫຍ່ໃນປີ 1930

ກ່ອນໜ້ານີ້ WSP ໄດ້ຄາດການ ໃນໄລຍະຕົ້ນປີນີ້ວ່າ ເສດຖະກິດໂລກຈະມີການຂະຫຍາຍຕົວ 2,1% ໃນປີນີ້.

ໃນລາຍງານຄາດການວ່າ ການຂະຫຍາຍຕົວຂອງເສດຖະກິດຂອງກຸ່ມປະເທດທີ່ພັດທະນາແລ້ວ ຈະຫຼຸດລົງສູ່ລະດັບ -5% ໃນປີນີ້ ແລະ ຂະຫຍາຍຕົວ 3,4% ໃນປີໜ້າ ຂະນະທີ່ຄາດວ່າການຄ້າໂລກຈະຫຼຸດລົງເກືອບ 15% ໃນປີນີ້ ທ່າມກາງອຸປະສົງທີ່ຕົກຕໍ່າ ແລະ ຫ່ວງໂຊ່ອຸປະທານທີ່ຢຸດສະງັກລົງ.

ນອກຈາກນີ້, ຄາດວ່າ ຈະມີປະຊາກອນໂລກຈຳນວນ 34.3 ລ້ານຄົນທີ່ມີຄວາມເປັນຢູ່ທີ່ຕໍ່າກວ່າລະດັບເສັ້ນຄວາມທຸກຍາກໃນປີນີ້ ໂດຍໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໄວຣັດໂຄວິດ-19  ປະຊາກອນເຫຼົ່ານີ້ 56% ຢູ່ໃນທະວີບອາຟຣິກາ ແລະ ປະຊາກອນໃນກຸ່ມດັ່ງກ່າວຈະມີຈຳນວນເພີ່ມຂຶ້ນອີກ 130 ລ້ານຄົນ 2030.

 

Comments