ຜູ້ຜະລິດຢາປິ່ນປົວໂຄວິດ-19 ຂອງຈີນ ເຜີຍກຳໄລເຄີ່ງປີທໍາອິດເພີ່ມຂຶ້ນ 50 ສ່ວນຮ້ອຍ

ສຳນັກຂ່າວຊິນຫົວລາຍງານເມື່ອວັນທີ 14 ກໍລະກົດ 2020 ວ່າ ບໍລິສັດ ສືເຈຍຈວງ ອີ໋ຫລິ່ງ ຟາຣມາຊູຕິຄອລ ຈຳກັດ ຜູ້ຜະລິດຢາແຄັບຊູນຫຼຽນຮວາຊິງເວິນ ຊື່ງເປັນຢາທີ່ຄະນະກຳມະການສຸຂະພາບແຫ່ງຊາດຈີນ ແນະນຳວ່າມີປະສິດທິພາບໃນການປິ່ນປົວພະຍາດໂຄວິດ-19 ລາຍງານການເຕີບໂຕຂອງຜົນກຳໄລທີ່ເພີ່ມຂຶ້ນຢ່າງເຫັນໄດ້ຊັດເຈນໃນຊ່ວງເຄີ່ງປີ 2020.

ການປະເມີນການລາຍໄດ້ເບື້ອງຕົ້ນຂອງບໍລິສັດ ທີ່ຍື່ນຕໍ່ຕະຫລາດຫລັກຊັບເຊິນເຈິ້ນ ລະບຸວ່າກຳໄລສຸດທິຂອງກຸ່ມຜູ້ຖືຫຸ້ນໄດ້ເພີ່ມຂື້ນລະຫວ່າງ 50-60 ສ່ວນຮ້ອຍ ເມື່ອທຽບປີຕໍ່ປີ ຢູ່ທີ່ລະຫວ່າງ 682-728 ລ້ານຢວນ (ປະມານ 100 ລ້ານໂດລາ).

ໃນຊ່ວງເຄີ່ງປີທຳອິດ ບໍລິສັດເຜີຍວ່າຍອດຈຳຫນ່າຍຢາແຄັບຊູນຫຼຽນຮວາຊິງເວິນເຕີບໂຕຢ່າງວ່ອງໄວໃນຊ່ວງເຄີ່ງປີທຳອິດ ໂດຍສະເພາະຢ່າງຍິ່ງໃນໄຕມາດ 2 ເນື່ອງຈາກແພດແຜນຈີນ ໄດ້ຮັບການຍອມຮັບຫລາຍຂື້ນທັງໃນແລະຕ່າງປະເທດ ຊື່ງຊ່ວຍກະຕຸ້ນຍອດຈຳຫນ່າຍເພີ່ມສູງຕາມໄປ.

ທັງນີ້ ຢາແຄັບຊູນຫຼຽນຮວາຊິງເວິນໄດ້ຮັບການອະນຸມັດໃຫ້ວາງຈຳຫນ່າຍໃນສິງກະໂປ ຫລັງຂື້ນທະບຽນເປັນຢາຈີນທີ່ມີສິດທິບັດ ໂດຍສຳນັກງານວິທະຍາສາດສຸຂະພາບ ຂອງສິງກະໂປຢ່າງເປັນທາງການ ເມື່ອເດືອນພຶດສະພາທີ່ຜ່ານມາ.

ຂະນະດຽວກັນມູນຄ່າຫຸ້ນຂອງສື່ເຈຍຈວງ ອີ໋ຫລິ່ງ ຟາຣມາຊູຕິຄອລ ຊື່ງເປັນບໍລິສັດຜູ້ຜະລິດຢາທີ່ຈົດທະບຽນໃນຕະຫລາດຫລັກຊັບເຊິນເຈິ້ນເພີ່ມຂື້ນ 4.49 ສ່ວນຮ້ອຍ ປິດທີ່ 35.89 ຢວນ (ປະມານ 50,000 ກີບ) ຕໍ່ຫນ່ວຍເມື່ອວັນສຸກ (10 ກໍລະກົດ) ທີ່ຜ່ານມາ.

Comments