General

ຈີນຄິດລະບົບສາກໄຟໄວແບບສຸດໆແຕ່ປອດໄພແນ່ນອນ ພຽງ 20 ນາທີສາກແບັດເຕີຣີ 4.000 mAh ເຕັມ 100%…

ໂທລະສັບ Smart Phone ເປັນອຸປະກອນທີ່ມີການໃຊ້ງານເລື້ອຍໆ ຈົນເກືອບຈະກາຍເປັນໜຶ່ງໃນອະໄວຍະວະທີ່ສໍາຄັນຂອງຄົນເຮົາໄປແລ້ວ ຈາກການສົມທຽບໃນອະດີດໂທລະສັບ Smart Phone 3G ສາກໃຫ້ເຕັມ 100% ຈະສາມາດຢູ່ໄດ້ປະມານ 1 ມື້ແລ້ວຈະນໍາໄປສາກຕອນກາງຄືນ , ແຕ່ໃນຍຸກ 4G ມີການໃຊ້ງານຫຼາຍຂຶ້ນເລື້ອຍໆ ຂະໜາດພຽງເຄິ່ງມື້ກໍຕ້ອງນໍາກັບໄປສາກຄືນອີກ. ຫຼາຍຄ່າຍໂທລະສັບ Smart Phone ຈຶ່ງພະຍາຍາມອ້າງວ່າ ຕົນເອງມີແບັດເຕີຣີ ທີ່ທົນທານຕໍ່ການໃຊ້ງານໄດ້ຢ່າງຍາວນານ, ແຕ່ໃນຄວາມເປັນຈິງແບັດເຕີຣີທີ່ທົນທານແມ່ນແບັດເຕີຣີຂະໜາດໃຫຍ່ ທີ່ມີປະລິມານບັນຈຸໄຟຟ້າສູງ, ແຕ່ກໍມີຂໍ້ດ້ອຍໃນເລື່ອງຂອງການສາກທີ່ຕ້ອງໃຊ້ເວລາດົນຫຼາຍຂຶ້ນ, ຄ່າຍໂທລະສັບຈຶ່ງພະຍາຍາມຄິດຄົ້ນເຕັກໂນໂລຊີ ໃນການສາກໄຟໃຫ້ມີຄວາມໄວສູງຂຶ້ນທັງໃນຮູບຂອງ Quick Charge, SuperCharge ຫຼື Fast Charge. ໂດຍ OPPO ໃນປະເທດຈີນໄດ້ຄິດຄົ້ນແບັດເຕີຣີ ຂະໜາດ 4.000mAh ພ້ອມດ້ວຍເຕັກໂນໂລຊີ Flash Charge ທີ່ຮອງຮັບການສາກສູງເຖິງ 125 ວັດ ເຊິ່ງສູງທີ່ສຸດໃນຕະຫຼາດ. ໃນຂະນະທີ່ iPhone11 Pro Max ຮອງຮັບການສາກໄວສູງສຸດ 18 ວັດ, ສ່ວນ Huawei ລຸ້ນດີໆຮອງຮັບການສາກໄວສູງສຸດ 22,5 ວັດ, ...

Read More »

ປະຊາກອນ 1 ລ້ານຄົນ ໃນປະເທດອັງກິດໄດ້ເຊົາສູບຢາ ລະຫວ່າງການແຜ່ລະບາດຂອງ Covid-19…

ການວິເຄາະໃໝ່ສະແດງໃຫ້ເຫັນວ່າ ປະຊາຊົນໃນປະເທດອັງກິດຫລາຍກວ່າ 1 ລ້ານຄົນ ຄາດວ່າຈະເຊົາສູບຢາໃນໄລຍະ 4 ເດືອນຜ່ານມາ ເຊິ່ງຢູ່ໃນລະຫວ່າງການແຜ່ລະບາດຂອງພະຍາດ Covid-19. ພ້ອມກັນນັ້ນ, ອີກ 440,000 ຄົນ ໃນປະເທດຍັງໄດ້ນຳໃຊ້ການແຜ່ລະບາດຂອງພະຍາດ Covid-19 ເປັນໂອກາດທີ່ຈະພະຍາຍາມເຊົາສູບຢາ, ອີງຕາມການວິເຄາະໂດຍອົງການ Action on Smoking and Health (ASH) ແລະ ມະຫາວິທະຍາໄລ London London (UCL), ເຊິ່ງໄດ້ໃຊ້ການສຳຫຼວດ YouGov, ໂດຍຮຽກຮ້ອງໃຫ້ຜູ້ສູບຢາທີ່ມີອາຍຸຫຼາຍເຊົາສູບຢາ ເພາະວ່າ Covid-19 ມີຄວາມຮຸນແຮງໃນຜູ້ປ່ວຍຜູ້ສູງອາຍຸຫຼາຍກ່ວາຄົນປົກກະຕິ. ປະຊາຊົນໃນກຸ່ມອາຍຸ 16-29 ປີ ໄດ້ເຊົາສູບຢາໃນອັດຕາຫຼາຍກວ່າອັດຕາການສູບຢາຂອງຜູ້ທີ່ມີອາຍຸຫຼາຍກວ່າ 50 ປີ. ລັດຖະບານອັງກິດໄດ້ແນະນຳວ່າ ຜູ້ສູບຢາອາດຈະມີຄວາມສ່ຽງສູງໃນການເປັນໂຣກຮ້າຍແຮງທີ່ກ່ຽວຂ້ອງກັບ Covid-19. ວິທະຍາສາດໄດ້ເວົ້າກ່ຽວກັບຜົນກະທົບທີ່ແຕກຕ່າງກັນຕໍ່ຜູ້ສູບຢາ ແລະ ຜູ້ທີ່ບໍ່ສູບຢາ. ການສູບຢາເປັນສາເຫດຕົ້ນຕໍຂອງພະຍາດມະເຮັງ, ພະຍາດຫົວໃຈ ແລະ ປອດ. ASH ກ່າວໃນການຖະແຫຼງຂ່າວວ່າຜູ້ຕິດເຊື້ອCovid-19 ທີ່ສູບຢາມີແນວໂນ້ມທີ່ຈະໄດ້ຮັບຜົນທີ່ຮ້າຍແຮງກ່ວາຜູ້ທີ່ບໍ່ສູບຢາ. ທ່ານ ໝໍ Ruth Sharrock, ຜູ້ຊ່ຽວຊານດ້ານຢາປົວພະຍາດລະບົບຫາຍໃຈກ່າວວ່າ "ຂ່າວສານຂອງຂ້າພະເຈົ້າຕໍ່ຜູ້ທີ່ສູບຢາໃນມື້ນີ້ແມ່ນ ກະລຸນາຢ່າລໍຖ້າ". ...

Read More »

ນາຍົກອັງກິດ Boris Johnson ເຈັບຫົວນຳປະຊາຊົນອີກແລ້ວ (ດ້ວຍຄວາມເປັນຫ່ວງແທ້ໆ).

ຜູ້ປະທ້ວງຈຳນວນຫຼາຍ ໄດ້ອອກມາປະທ້ວງລັດຖະບານອັງກິດ ພາຍຫຼັງທີ່ໄດ້ປະກາດມາດຕະການໃຫມ່ ກໍຄື ປະຊາຊົນທຸກຄົນ ທີ່ອອກໄປທີ່ສາທາລະນະ ເປັນຕົ້ນແມ່ນ ບັນດາຮ້ານຄ້າ ແລະ ຫ້າງຊັບພະສິນຄ້າຕ່າງໆ ຕ້ອງໄດ້ໃສ່ໜ້າກາກປ້ອງກັນ (ກ່ອນໜ້ານີ້ ຈຳກັດການໃສ່ໜ້າກາກ ສະເພາະຕອນທີ່ນຳໃຊ້ລະບົບຂົນສົ່ງສາທາລະນະ).ການຊຸມນຸມເລີ່ມຂຶ້ນໂດຍກຸ່ມທີ່ຮ້ອງຕົນເອງວ່າ Keep Britain Free ຊຶ່ງອ້າງໃນເວັບໄຊທາງການວ່າສະໜັບສະໜູນ “ສິດເສລີພາບໃນການສະແດງອອກ ເສລີພາບແຫ່ງການເລືອກ ແລະ ເສລີພາບແຫ່ງຄວາມຄິດ” ເຖິງຢ່າງໃດກໍ່ຕາມ ປະກົດວ່າ ມີຜູ້ຊຸມນຸມຈໍານວນໜຶ່ງ ຍັງໃສ່ໜ້າກາກມາຊຸມນຸມ, ຊຶ່ງສ້າງຄວາມສັບສົນຢູ່ບໍ່ໜ້ອຍ (ເພາະມາຊຸມນຸມຮຽກຮ້ອງເພື່ອບໍ່ໃສ່ໜ້າກາກ No mask ແຕ່ພັດໃສ່ໜ້າກາກ). Johnson ຍັງບອກຕື່ມວ່າ ຜູ້ຝ່າຝຶນ ຈະຖືກເຈົ້າໜ້າທີ່ປັບໄໝສູງສຸດ 100 ປອນ (ປະມານ 1,1 ລ້ານກີບ )#BorisJohnson ເຄີຍຕິດເຊື້ອ Covid ມາກ່ອນ ແລະ ຮັກສາຫາຍດີແລ້ວ.

Read More »

ຢູເອອີ ທີ່ສົ່ງຍານສໍາຫຼວດສູ່ດາວອັງຄານສໍາເລັດ…

ຕາມແຫລ່ງຂ່າວ ຍີ່ປຸ່ນ, ວັນທີ 20 ກໍລະກົດ 2020 ທີ່ຜ່ານມາ, ສະຫະນະຄອນ ເອເມເຣັດອາຣັບ ໄດ້ປະສົບຄວາມສຳເລັດໃນການສົ່ງຍານສຳຫລວດຄົນບໍ່ມີຄົນສູ່ດາວອັງຄານເປັນຄັ້ງທຳອິດ. ຍານສຳຫລວດ ໂຮບ (Hope) ຂອງສະຫະນະຄອນ ເອເມເຣັດອາຣັບ ໄດ້ສົ່ງຂື້ນຈາກ ສູນອາວະກາດ ທາເນະງະຊີມະທາງພາກໃຕ້ຂອງຍີ່ປຸ່ນ ຫຼັງຈາກເລື່ອນມາເປັນເວລາ 2 ຄັ້ງແລ້ວເນື່ອງຈາກສະພາບອາກາດບໍ່ເປັນໃຈ. ເປົ້າໝາຍສຳຄັນຂອງຍານສຳຫລວດໂຮບນີ້ ແມ່ນເພື່ອສົ່ງຂໍ້ມູນຢູ່ດາວອັງຄານລົງໄປສູ່ໂລກ. ຢູເອອີ ສ້າງປະຫວັດສາດເປັນປະເທດທໍາອິດໃນພາກຕາເວັນອອກກາງ ແລະ ໂລກອາຫຼັບ ທີ່ສົ່ງຍານສໍາຫຼວດສູ່ດາວອັງຄານສໍາເລັດ… ຄາດວ່າ ໂຮບຈະເຂົ້າສູ່ວົງໂຄຈອນດາວອັງຄານໃນເດືອນ ກຸມພາ 2564

Read More »

ເທຣນທຸລະກິດອາຫານກັບເຄື່ອງດື່ມໃນປີ 2030 ນະວັດຕະກໍາອາຫານ (Food Innovation) ຈະເປັນອະນາຄົດຂອງອາຫານໂລກ…

ເປັນຫຍັງ ເຮົາຈຶ່ງຕ້ອງມາສ້າງຄວາມເຂົ້າໃຈກ່ຽວກັບເທຣນອາຫານ ແລະ ພຶດຕິກໍາຂອງຄົນທີ່ປ່ຽນໄປ ພ້ອມກັບນະວັດຕະກໍາທີ່ຈະເກີດຂຶ້ນຕະຫຼອດ 10 ປີ ຕໍ່ຈາກນີ້?, ໃນມຸມມອງຂອງຜູ້ບໍລິໂພກທົ່ວໆໄປ ການແຜ່ລະບາດຂອງ COVID-19 ໄດ້ປ່ຽນແປງໃນສ່ວນຂອງພຶດຕິກໍາການກິນຂອງເຮົາໄປແນວໃດແດ່? ເພາະປັດຈຸບັນ ເຮົາໃສ່ໃຈໃນເລື່ອງຂອງອາຫານການກິນໃຫ້ມັນຖືກສຸຂະອະນາໄມຫຼາຍກວ່າເມື່ອກ່ອນແຕ່ກໍມີຄົນຫຼາຍຄົນທີ່ຕ້ອງວ່າງງານກະທັນຫັນເຮັດໃຫ້ເຮົາເຫັນພາບຄົນທີ່ຂາດແຄນທາງດ້ານອາຫານ. ຄວາມຈິງແລ້ວພາວະທີ່ເກີດຄົນຈົນໃນລະດັບອົດຢາກມີສູງຂຶ້ນເລື້ອຍໆໃນທົ່ວໂລກ, ໂດຍສະເພາະໃນອາຊີ ແລະ ອາຟຣິກາ ເຊິ່ງຄົນກຸ່ມນີ້ເປັນຄົນທີ່ຜະລິດອາຫານກວ່າ 70% ຂອງຊັບພະຍາກອນອາຫານໂລກໃຫ້ເຮົາກິນ ແຕ່ເຂົາເອງມີລາຍໄດ້ປະມານ 2$ ຕໍ່ມື້ (ປະມານ 18.000 ກີບ). ນອກຈາກນັ້ນ, ໃນມຸມມອງຂອງຜູ້ປະກອບການຫຼາຍປະເທດທົ່ວໂລກທີ່ມີຂ່າວການຕິດເຊື້ອຂອງຄົນງານໃນໂຮງງານ ຫຼືອຸປະສັກເຮັດໃຫ້ການສະໜອງອາຫານເກີດການຢຸດສະງັກ ເພາະບໍ່ສາມາດໃຊ້ຄົນຜະລິດຕໍ່ໄດ້. ພາບປະກອບເທົ່ານັ້ນ ຈາກບັນຫາດັ່ງກ່າວ, ມັນເຮັດໃຫ້ເທຣນຂອງການກິນ plant-based meat ຫຼືຊີ້ນທີ່ເຮັດມາຈາກພືດເຕີບໂຕແບບກ້າວກະໂດດໃນຊ່ວງທີ່ຜ່ານມາຫຼາຍ ເພາະການຜະລິດຊີ້ນທຽມຈະໃຊ້ພືດ 100%. ພ້ອມກັນນັ້ນ, ຍັງມີອີກຫຼາກຫຼາຍເຫດຜົນທີ່ຈະມາສົງໄສວ່າ ເປັນຫຍັງເຮົາຄວນຫັນມາໃສ່ໃຈເລື່ອງອະນາຄົດຂອງການກິນຕໍ່ຈາກນີ້ ຈາກສະຖິຕິພົບວ່າ ແທ້ໆແລ້ວໂລກຂອງເຮົາມີພືດທີ່ກິນໄດ້ກວ່າ 3 ແສນຊະນິດ, ແຕ່ທີ່ເຮົາບໍລິໂພກກັນຢູ່ມີພຽງ 150 ຊະນິດ ແລະ ຫຼາຍກວ່າ 75% ຂອງການບໍລິໂພກໃນທຸກມື້ນີ້ ຄົນເຮົາກິນພືດຜັກພຽງ 12 ຊະນິດ ເທົ່ານັ້ນ, ຖືໄດ້ວ່າເຮົາມີໂອກາດທີ່ຈະໄດ້ນໍາເອົາພືດພັກທີ່ກິນໄດ້ຕ່າງໆ ຫຼື ສັດທາງເລືອກຊະນິດອື່ນໆ ...

Read More »

ໄຟຟ້າລາວຂໍອະໄພ ແລະ ຊີ້ແຈງບິນຄ່າໄຟເດືອນ 07 …

ໃນວັນທີ 19/7/2020 ຜ່ານມາ ເພຈທາງການຂອງ ລັດວິສາຫະກິດໄຟຟ້າລາວ ໄດ້ອອກໂພດຂໍ້ຄວາມ ຂໍອະໄພ ແລະ ຂໍຊີ້ແຈງ ຄວາມບໍ່ເຂົ້າໃຈທີ່ເກີດຂື້ນໃນສັງຄົມກໍລະນີ ບິນຄ່າໄຟເດືອນ 07 ປະເພດທີ່ຢູ່ອາໃສ (ກຸ່ມລູກຄ້າທີ່ໃຊ້ພະລັງງານລະຫວ່າງ 151-461ກິໂລວັດໂມງ/ເດືອນ) ທີ່ມີການຄິດໄລ່ດ້ວຍຕົວຄູນ 710ກີບ/ກິໂລວັດໂມງ. ອີງຕາມ ແຈ້ງການ ເລກທີ 752/ຫສນຍ, ລົງວັນທີ 14.7.2020 ການປະຕິບັດນະໂຍບາຍຫລຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດ ຂອງພະຍາດ COVID-19 ນັບແຕ່ພະລັງງານໃຊ້ໄຟ ເດືອນ ເມສາ( ໃບບິນເດືອນ ພຶດສະພາ ) ຫາ ເດືອນ ທັນວາ 2020. ຂ່າວກ່ອນໜ້ານີ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການກ່ຽວກັບທິດຊີ້ນຳຕໍ່ການປະຕິບັດນະໂຍບາຍ ຫລຸດລາຄາໄຟຟ້າໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ດັ່ງນີ້: 1. ຫຼຸດຄ່າໄຟຟ້າແຕ່ເດືອນ 4-12 ປີ 2020 ທັງໝົດ 9 ເດືອນ. ການຄິດໄລ່ແບ່ງເປັນ 3 ປະເພດ ດັ່ງຕົວຢ່າງຂ້າງລຸ່ມ 2. ໃຫ້ໄລ່ລຽງຄືນເດືອນທີ່ຜ່ານມາແກ່ຜູ້ຊົມໃຊ້ ທີ່ຈ່າຍໄປແລ້ວ 3. ໃຫ້ປະເມີນຄືນຄ່າໄຟຟ້າ ແລ້ວສະເໜີໃຫ້ລັດຖະບານ ...

Read More »

ເສດຖະກິດ ສປ.ຈີນ ໄຕມາດ 2 ຂະຫຍາຍຕົວເກີນຄາດ

ອີງຕາມອ້າງຂໍ້ມູນຈາກສຳນັກງານສະຖິຕິແຫ່ງຊາດຈີນ ( NBS ) ລະບຸວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື ຈີດີພີ ໄຕມາດ 2 ( ເດືອນເມສາ – ມິຖຸນາ ) ເສດຖະກິດຂອງຈີນ ຂະຫຍາຍຕົວ 3,2% ເຊິ່ງສູງກວ່າທີ່ນັກວິເຄາະຄາດການໄວ້ກ່ອນໜ້ານີ້ຢູ່ທີ່ 2,5% ເຊິ່ງໄຕມາດ 1 ເສດຖະກິດຈີນຕິດລົບ 6,8%. ລາຍງານລະບຸວ່າ: ໄຕມາດ 1 ເສດຖະກິດຈີນຕິດລົບ 6,8% ເມື່ອທຽບກັບໄລຍະດຽວກັນຂອງປີ 2019 ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງເປັນການຫົດຕົວເປັນຄັ້ງທຳອິດ ໃນຮອບເກືອບ 30 ປີ. ແນວໃດກໍຕາມ, ເຖິງວ່າເສດຖະກິດຈະດີຂຶ້ນ ແຕ່ກໍມີສັນຍານບົ່ງບອກວ່າ ອາດຕ້ອງໃຊ້ເວລາອີກໄລຍະໜຶ່ງກວ່າຈະກັບມາສູ່ປົກກະຕິ ເຊິ່ງເຫັນໄດ້ຈາກການບໍລິການ – ການຄ້າຂາຍ ລວມທັງຕົວຊີ້ບອກເຖິງ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກພາຍໃນຍັງຕ່ຳກວ່າທີ່ຄາດການໄວ້ ເຊິ່ງເດືອນມິຖຸນາຜ່ານມາ ຫຼຸດລົງ 1,8% ເມື່ອທຽບກັບໄລຍະດຽວກັນຂອງປີ 2019 ນັ້ນໄດ້ຊີ້ໃຫ້ເຫັນວ່າ ປະຊາຊົນຍັງບໍ່ກ້າອອກໄປຈັບຈ່າຍໃຊ້ສອຍ ເຖິງແມ່ນວ່າຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ແລ້ວກໍຕາມ. ປັດຈຸບັນການບໍລິໂພກພາຍໃນ ຖືວ່າເປັນໜຶ່ງໃນຫົວໃຈຫຼັກໃນການຍູ້ດັນເສດຖະກິດຈີນຂະຫຍາຍຕົວ ...

Read More »

ປະເທດລາວ ຂາດດຸນການຄ້າຕໍ່ເນື່ອງ 80 ລ້ານກວ່າໂດລາສະຫະລັດ…

ການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ ມິຖຸນາ ບັນລຸໄດ້ປະມານ 757 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ 80 ລ້ານກວ່າໂດລາສະຫະລັດ. ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ.ລາວ ປະຈໍາເດືອນ ມິຖຸນາ ບັນລຸໄດ້ປະມານ 757 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 337 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 419 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 82 ລ້ານໂດລາສະຫະລັດ. ໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ເຫຼັກເສັ້ນ ແລະ ...

Read More »

65 ທຶນຮຽນຟຣີ ສຳລັບຄົນຈົບປະຖົມພ້ອມມີເບ້ຍລ້ຽງໃຫ້ …

ສຳລັບຄົນທີ່ສົນໃຈສຶກສາຮໍ່າຮຽນໃນວຽກງານອາຫານ, ການໂຮງແຮມ ແລະ ການບໍລິການ ສາມາດສະໝັດໄດ້ ເນື່ອງຈາກມີການປະກາດຮັບສະໝັກຜູ້ເຂົ້າຮ່ວມຮຽນຟຣີເຖິງ 65 ທຶນ ໂດຍທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ ບຸລິມະສິດພິເສດຂໍຄົນທີ່ຈົບປະຖົມເທົ່ານັ້ນ ຂໍພຽງມີຄວາມຕັ້ງໃຈ ແລະ ຕ້ອງການສຶກສາມັກຮັກໃນສາຍອາຊີບນີ້ແທ້ ການຍື່ນສະໝັກແມ່ນໝົດກໍານົດ 15 ສິງຫາ 2020 ນີ້. ສໍາລັບທຶນທັງ 65 ທຶນມີ: ສາຂາ ວິຊາແຕ່ງອາຫານ 25 ທຶນ, ສາຂາ ວິຊາການໂຮງແຮມ 20 ທຶນ, ສາຂາ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ. ເປັນການຮຽນໄລຍະສັ້ນ ໃຊ້ເວລາພຽງ 3 ເດືອນເທົ່ານັ້ນ ຫຼັງຈົບໄປຈະໄດ້ໃບປະກາດຊັ້ນຕົ້ນ, ສ່ວນການຮຽນແມ່ນຮຽນຫມົດມື້ແຕ່ເຊົ້າ ຫາຄໍ່າ. ສໍາລັບເງື່ອນໄຂຜູ້ສະໝັກຮຽນທຶນ ແມ່ນກຸ່ມຜູ້ທີ່ຮຽນຊັ້ນປະຖົມ ບໍ່ຈົບມັດທະຍົມຕົ້ນ ແລະ ປາຍ, ມີອາຍຸ 18-30 ປີ, ຄອບຄົວຂາດເຂີນທຶນສົ່ງເສີມການຮຽນ, ບໍ່ມີອາຊີບ, ບໍ່ມີວຽກເຮັດງານທຳ, ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ, ມີພາຫະນະທຽວການ (ຢໍ້າວ່າຕ້ອງມີພາຫະນະ). ນອກຈາກນີ້, ສິ່ງທີ່ຜູ້ຮຽນຈະໄດ້ຮັບມີເບ້ຍລ້ຽງ 800.000/ເດືອນ, ...

Read More »

ຈີນພ້ອມຕອບໂຕ້ ປະທານາທິບໍດີ ໂດນັລ ທຣໍາ ຫຼັງຈາກຖອນສະຖານະພິເສດຮົງກົງ…

ການຕອບໂຕ້ລະຫວ່າງຈີນ-ສະຫະລັດອາເມລິກາເລີ່ມແຮງຂຶ້ນເລື້ອຍໆ ຫຼັງປະທານາທິບໍດີ ໂດນັລ ທຣໍາ ລົງນາມໃນກົດໝາຍຂ້ວມບາດຈີນ ແລະ ຖອນສະຖານະພິເສດຂອງຮົງກົງຢ່າງເປັນທາງການ, ຈີນປະກາດໂຕ້ກັບສະຫະລັດາເມລິກາ ເລື່ອງແຊກແຊງກິດຈະການພາຍໃນປະເທດຂອງຈີນ. ໃນວັນທີ 14 ກໍລະກົດ ຜ່ານມາ ຈີນປະກາດລົງໂທດບໍລິສັດ Lockheed Martin ຂອງສະຫະລັດອາເມລິກາທີ່ຂາຍອາວຸດໃຫ້ໄຕ້ຫວັນ ໂດຍບໍ່ໄດ້ໃຫ້ລາຍລະອຽດຫຼາຍກ່ຽວກັບບົດລົງໂທດທີ່ Lockheed Martin ຈະໄດ້ຮັບ ແຕ່ຍໍ້າວ່າ “ຖ້າຫາກບໍ່ຕ້ອງການໃຫ້ຄວາມສໍາພັນສອງຝ່າຍລະຫວ່າງ ຈີນ-ສະຫະລັດອາເມລິກາ ເສື່ອມລົງໄປຫຼາຍກວ່ານີ້, ສະຫະລັດຈະຕ້ອງເຊົາຂາຍອາວຸດໃຫ້ໄຕ້ຫວັນ ລວມທັງໃຫ້ການສະໜັບສະໜຸນທາງການທະຫານແກ່ໄຕ້ຫວັນ”, ຄັ້ງນີ້ ສໍານັກຂ່າວ CNA ສື່ໃຫຍ່ຂອງໄຕ້ຫວັນລາຍງານວ່າ ໃນໄລຍະສະຕະວັດທີ່ຜ່ານມາກະຊວງການຕ່າງປະເທດສະຫະລັດອາເມລິກາໄດ້ອະນຸຍາດຄໍາຂໍຂອງລັດຖະບານໄຕ້ຫວັນ ທີ່ຈະຊືື້ຂີປະນາວຸດມູນຄ່າ 620 ລ້ານໂດລາສະຫະລັດ. ແທ້ຈິງແລ້ວ ຄວາມສໍາພັນລະຫວ່າງ ຈີນ-ສະຫະລັດ ນັ້ນໄດ້ຫຼຸດລົງສູ່ລະດັບຕໍ່າສຸດອີກຄັ້ງ ໂດຍທັງສອງຝ່າຍໄດ້ນໍາມາດຕະການຕອບໂຕ້ ມາໃຊ້ໃສ່ກັນໄປມາໄດ້ໄລຍະໜຶ່ງແລ້ວ ກ່ອນໜ້ານີ້ສະຫະລັດໄດ້ເພິ່ມມາດຕະການກົດດັນບໍລິສັດ HUAWEI ຍັກໃຫຍ່ດ້ານເຕັກໂນໂລຊີຂອງຈີນ ລວມທັງບໍລິສັດອື່ນໆໃນເຄືອ. ໃນຂະນະທີ່ຈີນເອງກໍເພິ່ມການຂ້ວມບາດເຈົ້າໜ້າທີ່ລັດຖະບານສະຫະລັດອາເມລິກາ ເຊິ່ງລວມເຖິງບັນດາວຸດທິສະມາຊິກ ໂທດຖານແຊກແຊງກິດຈະການພາຍໃນຂອງຈີນ ເຊິ່ງລວມເຖິງຮົງກົງ. ກະຊວງການຕ່າງປະເທດຂອງຈີນຖະແຫຼງການ ໃນວັນທີ 15 ກໍລະກົດ ຜ່ານມາວ່າ ລັດຖະບານປັກກິ່ງຈະອອກມາດຕະການຕອບໂຕ້ຕໍ່ “ບຸກຕົນ ແລະ ສະຖາບັນ” ໃນສະຫະລັດອາເມລິກາເພື່ອຕອບໂຕ້ທີ່ສະຫະລັດອາເມລິກາອອກກົດໜາຍ ເນັ້ນເປົ້າໄປທີ່ບັນດາທະນາຄານທີ່ເຮັດທຸລະກິດກັບເຈົ້າໜ້າທີ່ຈີນ, ...

Read More »