Elon Musk ແຈ້ງລົດບໍ່ຕ້ອງໃຊ້ຄົນຂັບ ມີໂອກາດພັດທະນາສົມບູນແບບໃນທ້າຍປີນີ້…

ລົດທີ່ບໍ່ຕ້ອງມີຄົນຂັບ ກາຍເປັນເຕັກໂນໂລຊີ ທີ່ຫຼາຍຄົນໃຫ້ຄວາມສົນໃຈ ໂດຍສະເພາະເມື່ອເຕັກໂນໂລຊີ AI ຮວມເຂົ້າກັບການຮັບສົ່ງຂໍ້ມູນດ້ວຍຄວາມໄວສູງໃນລະດັບ 5G ຊ່ວຍໃຫ້ລົດທີ່ບໍ່ຕ້ອງມີຄົນຂັບມີປະສິດທິພາບຫຼາຍຂຶ້ນ ສິ່ງທີ່ສຳຄັນມີຄວາມຖືກຕ້ອງສູງໃນການກວດຈັບສະພາບການຈະລາຈອນໃນຖະໜົນໄດ້ແບບ Real Time ເຊິ່ງຈະຊ່ວຍເພີ່ມຄວາມປອດໄພໃຫ້ກັບການເດີນທາງໃນທ້ອງຖະໜົນ. ເປັນທີຮູ້ກັນດີຢູ່ແລ້ວວ່າ Tesla ຄ່າຍລົດໄຟຟ້າທີ່ສ້າງຂຶ້ນມາຫຼັງປີ 2000 ເປັນຄ່າຍທຳອິດທີ່ໃຫ້ຄວາມສຳຄັນກັບການໃຊ້ເຕັກໂນໂລຊີລົດໃຫຍ່ທີ່ບໍ່ຕ້ອງມີຄົນຂັບ ໂດຍສະເພາະ Fuction Autopilot ທີ່ຊ່ວຍໃຫ້ລົດຢູ່ໃນເລນ ໂດຍໃນປະເທດທີ່ Tesla ເຂົ້າໄປເຮັດການຕະຫຼາດຢ່າງຈິງຈັງ Fuction Autopilot ຈະເຮັດວຽກກ່ຽວກັບລະບົບ  GPS ໃນການຄົ້ນຫາເສັ້ນທາງ ແລະ ເຮັດການເດີນທາງໄປຕາມເສັ້ນທາງທີ່ GPS ກຳນົດໂດຍອັດຕະໂນມັດ.

ໂດຍກ່ອນໜ່ານີ້ Tesla ຫາກໍເປີດໂຕ Fuction ໃໝ່ ຄື: “Smart Summon” ໃນການສັ່ງໃຫ້ລົດ Tesla ອອກຈາກບ່ອນຈອດລົດມາຫາເຈົ້າຂອງລົດແບບບໍ່ຕ້ອງມີຄົນຂັບ ເປັນສິ່ງທີ່ຊ່ວຍຢືນຢັນໃນການພັດທະນາເຕັກໂນໂລຊີຂອງ Tesla ສົ່ງຜົນໃຫ້ເມື່ອບໍ່ດົນມານີ້ຄ່າຍລົດ Tesla ມີມູນຄ່າສູງກວ່າຄ່າຍລົດຍົນໃຫຍ່ຍີ່ປຸ່ນເຊັ່ນ TOYOTA ແລະ ສົ່ງຜົນໃຫ້ Elon Musk ມີສັບສິນຫຼາຍກ່ວາ Warren Buffett  ແລ້ວເຮັດໃຫ້ Elon Musk ກາຍເປັນເສດຖີອັບດັບທີ 7 ຂອງໂລກ.

ນອກຈາກນີ້, Elon Musk  ຍັງຊີ້ໃຫ້ເຫັນວ່າ ລົດທີ່ມີເຕັກໂນໂລຊີໃນລະດັບ 5​G ເຊິ່ງໝາຍເຖິງລົດທີ່ຂັບໄດ້ເອງ ໂດຍບໍ່ຕ້ອງມີການແຊກແຊງຂອງມະນຸດ 100% ຫຼື ມະນຸດ-ຕ້ອງມີໜ້າທີ່ໃນການຄວບຄຸມລົດ ຊ່ວຍໃຫ້ສາມາດສາມາດນອນຫຼັບ ຫຼືເບິ່ງໜັງໃນຂະນະທີ່ລົດເຄື່ອນຍ້າຍໄປຈຸດໝາຍປາຍທາງ ລວມເຖິງການຕັດສິນໃຈຢ່າງອິດສະຫຼະເພື່ອຫຼີກລ້ຽງອຸບັດຕິເຫດ ທີ່ຈະເກີດຂຶ້ນຢ່າງສົມບູນໃນທ້າຍປີນີ້.

ໂດຍນັກວິເຄາະເຫັນວ່າ ລົດທີ່ມີເຕັກໂນໂລຊີໃນລະດັບ 5G ຈະຕ້ອງພົບຄວາມທ້າທາຍຢ່າງຫຼວງຫຼາຍ ບໍ່ວ່າຈະເປັນເລື່ອງຂອງກົດໝາຍ ແລະ ກົດລະບຽບຈຳນວນຫຼາຍ ຍັງບໍ່ລວມເຖິງຄວາມໝັ່ນໃຈຂອງຜູ້ໃຊ້ລົດທີ່ຈະກ້າປ່ອຍໃຫ້ລົດຕັດສິນໃຈເຮັດທຸກຢ່າງດ້ວຍຕົນເອງເຕັມຮູບແບບ ດ້ວຍ Fuction ໃໝ່ໆ ທີ່ມີການເປີດໂຕມາກ່ອນໜ້ານີ້ ເປັນເຄື່ອງທີ່ສະແດງເຖິງວິໄສທັດຂອງ Elon Musk  ໄດ້ຢ່າງຊັດເຈນ.

ແຫຼ່ງຂໍ້ມູນ: Marketing Oops

Comments