ທຳລາຍສະຖິຕິສູງສຸດ!!! ອຸນຫະພູມເກີນ 50 ອົງສາ ໃນອີຣັກ …

ຈາກຂໍ້ມູນ BEN DOMENSINO ໃຫ້ຮູ້ວ່າ ໃນວັນທີ 29 ກໍລະກົດ 2020 ຜ່ານມາ ໄດ້ມີມວນອາກາດຮ້ອນທີ່ສຸດໃນບາງພື້ນທີ່ ເຮັດໃຫ້ມີອາກາດຮ້ອນເອົ້າໃນຫລາຍມື້ ໂດຍທຳລາຍສະຖິຕິອຸນຫະພູມສູງສຸດໃນພາກຕາເວັນອອກກາງ. 


ໃນວັນທີ 28 ກໍລະກົດ ຜ່ານມາ, ຢູ່ທີ່ Baghdad ມີອຸນຫະພູມສູງເຖິງ 51,8 ອົງສາ ເຊິ່ງໄດ້ສ້າງສະຖິຕິໃໝ່ສຳລັບນະຄອນຫຼວງຂອງອີຣັກ. ນອກຈາກນັ້ນ, ຍັງມີລາຍງານກ່ຽວກັບອຸນຫະພູມສູງຂຶ້ນຢູ່ໃນເຂດອື່ນໆ ຂອງພາກຕາເວັນອອກກາງໃນໄລຍະຕົ້ນອາທິດນີ້.

ຮູບແບບການຄາດຄະເນຊີ້ໃຫ້ເຫັນວ່າ ອຸນຫະພູມຈະຕໍ່າກ່ວາ 50 ອົງສາ ໃນປະເທດອີຣັກໃນຫຼາຍມື້ຜ່ານມາ, ໂດຍມີອຸນຫະພູມຕໍ່າສຸດໃນເວລາກາງຄືນໃນບາງພື້ນທີ່ ເຊິ່ງອຸນຫະພູມທີ່ສູງທີ່ສຸດຈະເກີດຂື້ນໃນພາກຕາເວັນອອກຂອງປະເທດ ໂດຍທາດບາຫຼອດສາມາດສູງເຖິງປະມານ 53 ອົງສາ

ຮູບພາບ: ການຄາດຄະເນອຸນຫະພູມພື້ນທີ່ ໃນຕາເວັນອອກກາງ ອີງຕາມຮູບແບບ ECMWF-HRES.
ອີງຕາມອົງການອຸຕຸນິຍົມໂລກແມ່ນເຫັນວ່າສະຖິຕິຜ່ານມາ ອຸນຫະພູມທີ່ສູງທີ່ສຸດທີ່ໄດ້ບັນທຶກສຳລັບພາກພື້ນອາຊີແມ່ນຢູ່ທີ່ 53,9 ອົງສາ ທີ່ເມືອງ Mitribah, ໃນວັນທີ 21 ກໍລະກົດ 2016.

ແຫຼ່ງຂໍ້ມູນ: https://www.eldersweather.com.au/news/532200

Comments