ມາຮູ້ຈັກກັບ Questionstorm ວິທີ່ລະດົມຄວາມຄິດແບບໃໝ່ ທີ່ອົງກອນໃຫຍ່ໆເຊັ່ນ: Netflix, Airbnb ແລະ ອື່ນໆ ເລືອກໃຊ້…

ເມື່ອເຮົາຕ້ອງການລະດົມຄວາມຄິດເພື່ອແກ້ໄຂບັນຫາເລື່ອງວຽກງານ ຫຼື ທຸລະກິດ ສ່ວນໃຫຍ່ມັກຈະໃຊ້ການ ‘Brainstorm’ ແຕ່ນັ້ນອາດບໍ່ແມ່ນວິທີທີ່ດີ ແລະ ມີປະສິດທິພາບສະເໝີໄປ ເພາະຕອນນີ້ມີ ‘Questionstorm’ ເຊິ່ງເປັນການລະດົມຄວາມຄິດທີ່ອົງກອນລະດັບໂລກທີ່ເຂົ້າມາ Disrupt ທຸລະກິດ ເຊັ່ນ Netflix, Airbnb ແລະ ອີກຫຼາຍໆອົງກອນນິຍົມໃຊ້ກັນ
ເປັນຫຍັງ Brainstorm ແບບເກົ່າເຖິງຍັງບໍ່ດີພໍ?

ບົດຄວາມໜຶ່ງໃນ Harvard Business Review ລະບຸວ່າ: ການ Brainstorm ເປັນການລະດົມຄວາມຄິດເພື່ອຫາຄໍາຕອບເປັນເລື່ອງໜ້າເບື່ອ ເຊິ່ງຄໍາຕອບທີ່ໄດ້ໃນຄັ້ງທໍາອິດນັ້ນບໍ່ຈໍາເປັນຕ້ອງຖືກຕ້ອງ ນອກຈາກນີ້ວິທີດັ່ງກ່າວເປັນການຫາຄໍາຕອບດ້ວຍການລະດົມຄວາມຄິດໃຫ້ໄດ້ຫຼາຍທີ່ສຸດ ຈາກນັ້ນຄ່ອຍມາເລືອກຄໍາຕອບທີ່ດີເໝາະສົມ ຈຶ່ງເຮັດໃຫ້ຫຼາຍຄົນບໍ່ກ້າສະແດງຄວາມຄິດເຫັນ ເພາະຢ້ານໂຕເອງເບິ່ງບໍ່ດີ ຫາກສະເໜີຄວາມຄິດເຫັນບາງຢ່າງອອກໄປ ແລະ ບາງຄົນກໍງົດເວັ້ນສະເໜີຄວາມຄິດດີໆ ເພື່ອຫຼີກລ້ຽງການຖືກມອບໝາຍງານຈາກຫົວໜ້າ.

ໃນຂະນະທີ່ Questionstorm ເປັນການລະດົມຄວາມຄິດດ້ວຍການສ້າງຄໍາຖາມ ຄົນສະແດງຄວາມຄິດເຫັນບໍ່ຕ້ອງຢ້ານຖືກຜິດ ເພາະບໍ່ມີໃຜຮູ້ວ່າຄໍາຕອບທີ່ຖືກຕ້ອງເປັນແນວໃດ ເຮັດໃຫ້ໜ້າຕື່ນເຕັ້ນ ແລະ ສ້າງແຮງບັນດານໃຈໃຫ້ມີໂອກາດເກີດໄອເດຍທີ່ໜ້າສົນໃໝ່.

4 ຂັ້ນຕອນສູ່ Questionstorm
ສໍາລັບ Questionstorm ໄດ້ຖືກກ່າວເຖິງໃນໜັງສື A More Beautiful Question ຂອງ Warren Berger ເຊິ່ງນໍາສະເໜີ 4 ຂັ້ນຕອນທີ່ບໍລິສັດຊັ້ນນໍາໃຊ້ຕັ້ງຄໍາຖາມເພື່ອແກ້ບັນຫາ ແລະ ພັດທະນາທຸລະກິດໃຫ້ເຕີບໂຕໄປເລື້ອຍໆຄື:

1 ເລິ່ມຕົ້ນດ້ວຍຄໍາສັ່ງ
ແທນທີ່ຈະເລີ່ມຕົ້ນດ້ວຍຄໍາຖາມເຊັ່ນ “ເຮົາຈະສ້າງລູກຄ້າໄດ້ຫຼາຍຂຶ້ນໄດ້ແນວໃດ” ໃຫ້ເລີ່ມຕົ້ນດ້ວຍຄໍາສັ່ງເຊັ່ນ “ເຮົາຕ້ອງການລູກຄ້າເພິ່ມ” ເພື່ອໃຫ້ທຸກຄົນຄິດຈາກຄວາມເປັນຈິງ.

2 ບັນທຶກຄໍາຖາມໃຫ້ໄດ້ຫຼາຍທີ່ສຸດ
ເມື່ອບອກເຖິງເປົ້າໝາຍແລ້ວ ຂັ້ນຕໍ່ມາໃຫ້ຄົນໃນທີມຕັ້ງຄໍາຖາມໃຫ້ຫຼາຍທີ່ສຸດ ສາມາດເຮັດໄດ້ເປັນກຸ່ມ ຫຼື ແຍກເປັນລາຍຄົນແລ້ວນໍາມາແບ່ງປັນກັບກຸ່ມຕາມຫຼັງກໍໄດ້ ໂດຍກົດສໍາຄັນ ກໍຄື ໃຫ້ຕັ້ງຄໍາຖາມແບບບໍ່ຕ້ອງຄິດຄໍາຕອບມາເລີຍ ເຊິ່ງຂັ້ນຕອນນີ້ອາດໃຊ້ເວລາປະມານ 15 ນາທີ

3 ປັບຄໍາຖາມປິດໃຫ້ເປັນເປີດ ແລະ ປັບຄໍາຖາມເປີດໃຫ້ເປັນປິດ

ຫຼັງຈາກໄດ້ຄໍາຖາມມາແລ້ວ ສິ່ງຕໍ່ໄປທີ່ຕ້ອງເຮັດຂອງ Questionstorm ກໍຄື ປັບຄໍາຖາມປິດໃຫ້ເປັນເປີດ ແລະ ປັບຄໍາຖາມເປີດໃຫ້ເປັນປິດ ເຊິ່ງການປັບປ່ຽນຈຸດນີ້ ຈະສ້າງຄໍາຖາມເພິ່ມຂຶ້ນໄດ້ 2 ເທົ່າ (ຫຼືຫຼາຍກວ່າ) ແລະ ອາດສົ່ງຜົນໃຫ້ເກີດຄໍາຖາມທີ່ແຕກຕ່າງໄປຈາກເດີມຢ່າງສິ້ນເຊີງສໍາລັບສ້າງຄວາມຄິດໃໝ່ໆ ໄດ້ຍົກຕົວຢ່າງເຊັ່ນ “ການປ່ຽນແປງໃນບໍລິສັດເປັນເລື່ອງຍາກ” ອາດຈະປ່ຽນເປັນ “ເຮົາຈະເຮັດໃຫ້ການປ່ຽນແປງເປັນເລື່ອງງ່າຍໄດ້ແນວໃດ” ເປັນຕົ້ນ.

4 ຈັດລໍາດັບຄວາມສໍາຄັນຂອງຄໍາຖາມ ແລະ ເລືອກຂໍ້ທີ່ຖືກໃຈອອກມາ
ເມື່ອໄດ້ຄໍາຖາມທີ່ຫຼາຍພໍ ໃຫ້ຄົນໃນທີມແຕ່ລະຄົນເລືອກຄໍາຖາມ 3 ຂໍ້ທີ່ພວກເຂົາສົນໃຈ ຫຼື ຄິດວ່າມີປະໂຫຍດຕໍ່ການເຮັດວຽກ ຫຼື ບໍລິສັດອອກມາ ວິທີນີ້ຈະຊ່ວຍໃຫ້ເຮົາສາມາດຈັດລໍາດັບຄວາມສໍາຄັນຂອງຄໍາຖາມທີ່ຈະຂຸດເລິກລົງໄປໄດ້ອີກ ແລະ ບາງຄໍາຖາມທີ່ເຖິງຕອນນີ້ຍັງບໍ່ສາມາດນໍາມາໃຊ້ໃນແຜນງານ ຫຼື ໂຄງການໄດ້ ອາດຈະເປັນປະໂຫຍດຕໍ່ການເຮັດວຽກໃນອານາຄົດ

ແຫຼ່ງຂໍ້ມູນ: https://www.marketingoops.com/news/questionstorm-new-idea/

Comments