ໄຟໄໜ້ຕະຫຼາດບ້ານແດນສະຫວັນ ເສຍຫາຍເບື້ອງຕົ້ນ 53 ຮ້ານ ມູນຄ່າ 4 ຕື້ກວ່າກີບ…

ການນໍາເມືອງເຊໂປນລົງເກັບກໍາຂໍ້ມູນ, ປະເມີນຄວາມເສຍຫາຍ ແລະ ຊອກວິທີແກ້ໄຂຜົນກະທົບ ຈາກເຫດການໄຟໄໜ້ຕະຫຼາດບ້ານແດນສະຫວັນ, ເມືອງເຊໂປນ,​ ແຂວງສະຫວັນນະເຂດ ໃນວັນທີ 28 ກໍລະກົດ 2020 ວ່າ: ຜ່ານການລົງເກັບກຳຂໍ້ມູນຄວາມເສຍຫາຍເບື້ອງຕົ້ນ ໃນເນື້ອທີ່ 8098 ຕາແມັດ ຮ້ານຄ້າທີ່ຮັບຜົນເສຍຫາຍເບື້ອງຕົ້ນຈຳນວນຈຳນວນ 53 ຮ້ານ ເຂົ້າມາລາຍງານແລ້ວ 30 ຮ້ານ ມູນຄ່າປະມານ 4.320.000.000 ກີບ, ຍັງບໍ່ທັນມາລາຍງານຄວາມເສຍຫາຍ ຈຳນວນ 23 ຮ້ານ.​

ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງໆເຊໂປນ ໄດ້ຊີ້ນຳມອບໝາຍໜ້າທີ່ໃຫ້ຂະແໜງການທີ່ກ່ຽວຂ້ອງ, ປະສານສົບທົບອໍານາດການປົກຄອງບ້ານ, ດ່ານ ຕໍມໍ, ດ່ານພາສີ, ເຂດການຄ້າແດນສະຫວັນ, ລົງກວດກາ ແລະ ເກັບກຳຂໍ້ມູນ ປະເມີນຜົນເສຍຫາຍຈາກອັກຄີໄພ ຕະຫຼາດບ້ານແດນສະຫວັນ ເມືອງເຊໂປນ, ຊອກຫາຈັດສັນຕະຫຼາດຊົ່ວຄາວ ເພື່ອໃຫ້ປະຊາຊົນຄ້າຂາຍ ພືດ, ຜັກ, ອາຫານສົດ-ແຫ້ງ; ສຳລັບຮ້ານຄ້າຂາຍເສື້ອຜ້າ, ຂາຍສິນຄ້າອື່ນທີ່ຈຳເປັນຕ້ອງໄດ້ມີຫ້າງຮ້ານແໜ້ນໜາ ແມ່ນຈະໄດ້ຄົ້ນຄວ້າພາຍຫຼັງ, ສະຖານທີ່ ຕະຫຼາດຊົ່ວຄາວນັ້ນຕ້ອງມີໄຟຟ້າ, ນໍ້າໃຊ້, ຫ້ອງນ້ຳ, ມີຄວາມປອດໄພ, ສຳລັບ ສິ່ງເສດເຫຼືອ ຫຼື ຂີ້ເຫຍື່ອ ການອານາໄມຕ່າງໆແມ່ນໃຫ້ທາງບ້ານແດນສະຫວັນ ຈະເປັນຜູ້ຮັບຜິດຊອບ.

ສ່ວນສາຍເຫດ ການເກີດອັກຄີໄຟ ແມ່ນຢູ່ໃນຂັ້ນຕອນຂອງການສືບສວນສອບສວນ ຂອງເຈົ້າໜ້າທີ່ຕໍາຫຼວດ ແລະ ຈະໄດ້ປິດກັ້ນບໍລິເວນພື້ນທີ່ດັ່ງກ່າວ ຫ້າມບໍ່ໃຫ້ບຸກຄົນເຂົ້າໄປ, ຈົນກວ່າຈະສໍາເລັດຕາມຂະບວນການທາງດ້ານວິຊາສະເພາະ ແລະ ໄດ້ດ້ຮັບອະນຸຍາດຈາກເຈົ້າໜ້າທີ່ເທົ່ານັ້ນ.

Cr: ເສີມໄຊ ເທບທານີ

Comments