ຖືກ ຫຼື ແພງ!!! ລາຄາວັກຊິນ Covid-19 ເທື່ອທຳອິດ ຕ້ອງສັກຄົນລະ 2 ເຂັມ…

ປັດຈຸບັນ, ມີການທົດລອງໃຊ້ວັກຊິນປ້ອງກັນ Covid-19 ຫຼາຍປະເທດ, ໃນນັ້ນ ບໍລິສັດ ໄບອອນເທັກ ປະເທດເຢຍລະມັນ ຮ່ວມກັບບໍລິສັດໄຟເຊີ ສະຫະລັດອາເມລິກາ ກໍໄດ້ພັດທະນາວັກຊິນເຂຊັ່ນດຽວກັນ ໂດຍເລື່ອງຮູບແບບຂອງການໃຊ້ງານ ແລະ ລາຄາ ວັກຊີນແຕ່ລະແບບທີ່ກຳລັງທົດສອບຢູ່ຕອນນີ້ໃຫ້ຜົນທີ່ໃກ້ຄຽງກັນ ໂດຍສ່ວນໃຫຍ່ຈະເຫັນຜົນວ່າມີລະດັບພູມຄຸ້ມກັນສູງພຽງພໍຫຼັງສັກວັກຊີນເຂັມທີ 2.

ດ່ັ່ງນັ້ນ, ຈຶ່ງຄາດວ່າຕ້ອງສັກວັກຊີນຄົນລະ 2 ຄັ້ງ ຫ່າງກັນ 1 ເດືອນ ແລະ ເມື່ອບໍ່ດົນມານີ້ໄດ້ມີການເປີດເຜີຍຜົນການເຈລະຈາສຳຄັນທີ່ບົ່ງບອກເຖິງແນວໂນ້ມລາຄາຂອງວັກຊິນ ໂດຍລັດຖະບານສະຫະລັດອາເມລິກາໄດ້ຕົກລົງສັ່ງຊື້ວັກຊິນ ທີ່ພັດທະນາໂດຍບໍລິສັດ ໄບອອນເທັກ ປະເທດເຢຍລະມັນ ຮ່ວມກັບບໍລິສັດໄຟເຊີ ສະຫະລັດອາເມລິກາ ເປັນການກວດຈອງເຊື້ອວັກຊິນລ່ວງໜ້າ, ຫາກວັກຊິນປະສົບຄວາມສຳເລັດໄດ້ມີການລະບຸລາຄາຂອງວັກຊິນໄວ້ເລີຍ ໂດຍໄດ້ສັ່ງຊື້ວັກຊິນຈຳນວນ 100 ລ້ານເຂັມ (ສຳລັບສັກໃນຄົນ 50 ລ້ານຄົນ) ຢູ່ທີ່ລາຄາ 2,000 ລ້ານໂດລາສະຫະລັດ ເທົ່າກັບເຂັມລະ 20 ໂດລາສະຫະລັດ.

ປະເມີນກັນຕອນນີ້ວ່າ ວັກຊິນປ້ອງກັນ Covid-19 ລາຄາເຂັມລະ 20 ໂດລາສະຫະລັດ ຫຼືເປັນເງິນກີບປະມານ 181,500ກີບ (ໄລ່ໃນລາຄາ 1 ໂດລາ 9,069 ກີບ) ເຊິ່ງໃນນັ້ນຕ້ອງສັກຄົນລະ 2 ເຂັມຕົກຢູ່ທີ່ 363,000 ກີບ ນີ້ເປັນເທື່ອທຳອິດທີ່ມີການເປີດເຜີຍການຄາດການລາຄາຂອງວັກຊິນອອກມາ ເພາະກ່ອນໜ້ານີ້ທີ່ມີການຈອງວັກຊິນ, ລາຄາດັ່ງກ່າວນີ້ ໃກ້ຄຽງກັບລາຄາຂອງວັກຊິນໄຂ້ຫວັດໃຫຍ່.

ເລຂາທິການ ວຊ. ກ່າວວ່າ ການທົດສອບໃນໄລຍະຕໍ່ໄປ ຈະຕິດຕາມວ່າພູມຄຸ້ມກັນທີ່ສ້າງຂຶ້ນນີ້ ຈະຢູ່ໄດ້ດົນສໍ່າໃດ ລວມທັງຕິດຕາມໂດຍລະອຽດໃນເລື່ອງຄວາມປອດໄພທັງໃນໄລຍະສັ້ນ ແລະ ໄລຍະຍາວ ແລະ ສິ່ງທີ່ສຳຄັນຕ້ອງຕິດຕາມວ່າຜູ້ທີ່ໄດ້ຮັບວັກຊິນນັ້ນຈະບໍ່ຕິດເຊື້ອ ໂດຍປຽບທຽບກັບກຸ່ມຄົນທີ່ບໍ່ໄດ້ຮັບວັກຊິນ ເພາະໃນການທົບສອບນີ້ ເປັນການກວດໃນຫ້ອງປະຕິບັດວ່າມີລະດັບແອນຕີ້ບໍດີ ຫຼືມີພູມຄຸ້ມກັນດ້ານເຊວເພີ່ມຂຶ້ນ, ແຕ່ຍັງບໍ່ໄດ້ຢືນຢັນວ່າ ພູມຄຸ້ມກັນທີ່ຈະເກີດຂຶ້ນນີ້ຈະສາມາດປ້ອງກັນເຊື້ອໄວຣັສໄດ້ ຫຼືບໍ່ ເຊິ່ງຈະຕ້ອງໄດ້ໃຊ້ເວລາຕິດຕາມພໍສົມຄວນເພື່ອໃຫ້ໝັ້ນໃຈ, ນອກຈາກນີ້ ຍັງຕ້ອງເຂົ້າສູ່ຂັ້ນຕອນການຜະລິດໃຫ້ພຽງພໍຕໍ່ຄວາມຕ້ອງການອີກດ້ວຍ.

ແຫຼ່ງຂໍ້ມູນ: https://clickdoo24.com/6779/

Comments