ຮອງນາຍົກຫ່ວງເລື່ອງງົບປະມານຊົດເຊີຍຊ່ວຍເຫຼືອຜູ້ຖືກຜົນກະທົບຈາກສັນເຂື່ອນແຕກ ຢູ່ເມືອງສະໜາມໄຊ ເກີດມີຊ່ອງຫວ່າງສວຍໂອກາດຕ່າງໆ…

ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ອົງການປົກຄອງແຂວງອັດຕະປື ແລະ ເມືອງສະໜາມໄຊ ເພີ່ມທະວີການກວດກາດ້ານຄວາມໂປ່ງໃສຂອງພາກສ່ວນຕ່າງໆ ໃນການຄຸ້ມຄອງທຶນຮອນ, ຊັບສິນ, ງົບປະມານຊົດເຊີຍ, ຊ່ວຍໃຫ້ຜູ້ຖືກຜົນກະທົບ ຈາກສັນເຂື່ອນເຊປຽນເຊນໍ້ານ້ອຍ ແຕກໃນວັນທີ 23 ກໍລະກົດ 2018 ຜ່ານມາ ບໍ່ໃຫ້ເກີດມີຊ່ອງວ່າງສວຍໂອກາດຕ່າງໆ.

ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການ ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ໄດ້ເປັນປະມານກອງປະຊຸມຖອດຖອນບົດຮຽນກ່ຽວກັບຜົນການກວດກາ, ການສືບສວນ-ສອບສວນ ສາເຫດຄູກັນນໍ້າ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງອັດຕະປື.

ເນື່ອງໃນໂອກາດດັ່ງກ່າວ ທ່ານຮອງນາຍົກໄດ້ເນັ້ນໃຫ້ກະຊວງ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ໃນການອະນຸມັດ, ຮັບຮອງການກໍ່ສ້າງໂຄງການພັດທະນາໄຟຟ້າໃນຕໍໜ້າ, ຫຼີກລ່ຽງການເຮັດແບບຟ້າວຟັ່ງ ຫຼືເອື່ອຍອີງໃສ່ແຕ່ການສະໜອງຂໍ້ມູນຈາກເຈົ້າຂອງໂຄງການ ຫຼືບໍລິສັດພຽງແຕ່ຝ່າຍດຽວ,

ຕ້ອງເພີ່ມທະວີບັນດາວຽກງານຄຸ້ມຄອງ ບັນດາໂຄງການໄຟຟ້າ, ບ່ອນໃດທີ່ໄດ້ມີການອະນຸຍາດໃຫ້ພັດທະນາກໍຕ້ອງມີການຄຸ້ມຄອງ, ຕິດຕາມ-ກວດກາ ໃຫ້ເປັນປົກກະຕິ ແລະ ຖືກຕ້ອງຕາມກົດໝາຍ, ຕ້ອງມີລະບຽບການ ແລະ ມາດຕະການລະອຽດຈະແຈ້ງ, ຂະນະຮັບຜິດຊອບ ແລະ ກະຊວງທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ ປະສານສົມທົບກັບແຂວງອັດຕະປື, ກໍຄືເມືອງສະໜາມໄຊ, ກວດກາຄືນການຈັດສັນທີ່ຢູ່ອາໄສ ແລະ ບ່ອນເຮັດການຜະລິດຂອງປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກເຂື່ອນແຕກໃຫ້ໄວຂຶ້ນຕື່ມ, ເຮັດໃຫ້ປະຊາຊົນມີຄວາມອຸ່ນອ່ຽນ ແລະ ໄດ້ດຳລົງຊີວິດທຳມາຫາກິນເປັນປົກກະຕິໂດຍໄວ, ຄະນະພັກ, ອົງການປົກຄອງ ແຂວງອັດຕະປື ແລະ ເມືອງສະໜາມໄຊ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ໃນການຟື້ນຟູຄວາມເປັນຢູ່ ຂອງປະຊາຊົນທີ່ຖືກຜົນກະທົບຈາກຄູກັນນໍ້າຂອງເຂື່ອນແຕກ, ໃຫ້ກັບຄືນສູ່ສະພາບປົກກະຕິໄວເທົ່າໃດຍິ່ງເປັນການດີ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments