ລັດຖະບານລາວ ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ ກຸ່ມຄົນດ້ອຍໂອກາດ…

ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກປົກປ້ອງສັງຄົມ ໂດຍສະເພາະແມ່ນກຸ່ມຄົນດ້ອຍໂອກາດ ສະແດງອອກໃນໄລຍະຜ່ານມາ ສປປ ລາວ ໄດ້ເປັນພາຄີກັບປະຊາຄົມສາກົນ ແລະ ອາຊຽນ ໃນການຮັບຮອງ ແລະ ຈັດຕັ້ງປະຕິບັດ ບັນດາສົນທິສັນຍາ ແລະ ຂໍ້ແນະນໍາທີ່ພົວພັນເຖິງການປົກປ້ອງທາງສັງຄົມ ເປັນຕົ້ນຖະແຫລງການສາກົນວ່າດ້ວຍສິດທິມະນຸດ, 5 ໃນ 8 ສົນທິສັນຍາສິດທິພື້ນຖານຂອງແຮງງານ, ສົນທິສັນຍາສາກົນ ວ່າດ້ວຍສິດທິດ້ານເສດຖະກິດ-ສັງຄົມ, ວັດທະນະທໍາ ແລະ ຂໍ້ແນະນໍາຂອງອົງການແຮງງານສາກົນວ່າດ້ວຍ ການປົກປ້ອງສັງຄົມຂັ້ນພື້ນຖານ ສະບັບເລກທີ 202 ແລະ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ປີ 2030 ແລະ ຮັບຮອງຖະແຫລງການອາຊຽນວ່າດ້ວຍການເພີ່ມທະວີການປົກປ້ອງສັງຄົມ ແລະ ຖະແຫລງການອື່ນໆໃນຂອບອາຊຽນ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຜ່ານວີດີໂອຄອນຟາເຣນ ຕໍ່ທ່ານ ນາງ ຊີຕາ ສໍາລິດ (SitaSumrit) ຫົວໜ້າພະແນກຫລຸດຜ່ອນຄວາມທຸກຍາກ ແລະ ບົດບາດຍິງ-ຊາຍ, ເພື່ອລົງໃສ່ວາລະສານຂອງອາຊຽນ “The ASEAN”Magazine ພາຍໃຕ້ຫົວຂໍ້: ການປົກປ້ອງທາງສັງຄົມຢູ່ ສປປ ລາວ, ວັນທີ 28 ກໍລະ ກົດ 2020 ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ວ່າ: ສໍາລັບ ສປປ ລາວ ໄດ້ມີຄວາມພະຍາຍາມສູງໃນການຜັນຂະຫຍາຍ ແລະ ບັນຈຸເອົາເນື້ອໃນຈິດໃຈບັນດາສົນທິສັນຍາ, ຂໍ້ຕົກລົງລະດັບພາກພື້ນ ແລະ ສາກົນ ແລະ ຖະແຫລງການ ທີ່ພົວພັນກັບວຽກປົກປ້ອງທາງສັງຄົມ ເຊິ່ງໄດ້ຮັບ ຮອງ ແລະ ປະກາດໃຊ້ຍຸດທະສາດການປົກປ້ອງທາງສັງຄົມແຫ່ງຊາດ ທີ່ມີສາມອົງປະກອບຫລັກ ຄື: ປະກັນສຸຂະພາບ, ປະກັນສັງຄົມ ແລະ ສະຫວັດດີການສັງຄົມ ໂດຍໄດ້ເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດນໍາທີ່ວ່າ: ສ້າງຄວາມກົມກຽວ ແລະ ເຊື່ອມສານ ລະຫວ່າງ ການພັດທະນາດ້ານເສດຖະກິດ ກັບການພັດທະນາດ້ານວັດທະນະທໍາ-ສັງຄົມ ເພື່ອຮັບປະກັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມນີ້, ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ໄລຍະແຕ່ປີ 2016-2020 ແລະ ແຜນ 5 ປີ ຄັ້ງຕໍ່ໄປ ກໍໄດ້ກໍານົດ ກ່ຽວກັບຄວາມຕ້ອງການ ການຊ່ວຍເຫລືອດ້ານສະຫວັດດີການສັງຄົມ ໃຫ້ແກ່ປະຊາຊົນຜູ້ທີ່ດ້ອຍໂອກາດທີ່ສຸດ ເພື່ອຮັບປະກັນການດຳລົງຊີວິດຂັ້ນພື້ນຖານ, ຫລຸດຜ່ອນຄວາມ ທຸກຍາກ ແລະ ມີໂອກາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແບບເທົ່າທຽມກັນ ເຊິ່ງສະແດງເຖິງນະໂຍບາຍ ຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດການສົ່ງເສີມດ້ານສິດທິ ແລະ ການປົກປ້ອງທາງສັງຄົມສໍາລັບກຸ່ມຄົນດ້ອຍໂອກາດ ເພື່ອແນໃສ່ການພັດທະນາແບບມີສ່ວນຮ່ວມ, ລຶບລ້າງຄວາມທຸກຍາກໃນທຸກຮູບແບບ ແລະ ການຫລຸດຜ່ອນຄວາມບໍ່ເທົ່າທຽມກັນຂອງບຸກຄົນ ແລະ ກຸ່ມປະຊາກອນ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫລັງ.

ແຫຼ່ງຂໍ້ມູນ: ຂປລ

Comments