ຟີລິບປິນ ຂ້າໄກ່ ເກືອບ 39.000 ໂຕ ພາຍຫລັງ ກວດພົບ ເຊື້ອໄວຣັສ ໄຂ້ຫວັດໃຫຍ່ ໃນຟາມໄກ່…

ຕາມແຫຼ່ງຂ່າວ ມານິລາ ຂອງ ຟີລິບປິນ, ວັນທີ 29 ກໍລະກົດ ຜ່ານມາ ໃຫ້ຮູ້ວ່າ ໃນໄລຍະເວລາ 4 ເດືອນຜ່ານມາ ພາຍຫລັງກວດພົບເຊື້ອໄວຣັສ ໄຂ້ຫວັດໃຫຍ່ຊະນິດ A, ສາຍພັນໃໝ່ H5N6 ໃນຟາມໄກ່  ຢູ່ເມືອງ ຊານຫລຸຍ ແຂວງ ປັມປັງກາ  ທາງພາກເໜືອຂອງນະຄອນຫລວງມານີລາ ເຮັດໃຫ້ຕ້ອງຂ້າໄກ່ ເກືອບ 39.000 ໂຕ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໄຂ້ຫວັດສັດປິກ.

ພາບປະກອບຂ່າວເທົ່ານັ້ນ

ທີມງານແພດ ແລະ ເຈົ້າໜ້າທີ່ສັດຕະວະແພດ ໄດ້ນຳໃຊ້ມາດຕະການຄວບຄຸມຢ່າງຮີບດ່ວນ ເພື່ອກຳຈັດເຊື້ອໄວຣັສ ດັ່ງກ່າວ.

ໃນເດືອນ ມີນາ ທີ່ຜ່ານມາ, ກະຊວງກະສິກຳຟິລິບປີນ ໄດ້ກວດພົບ ການແຜ່ລະບາດຂອງພະຍາດໄຂ້ຫວັດສັດປີກຈາກເຊື້ອໄວຣັສ ສາຍພັນດຽວກັນ ຢູ່ຟາມນົກກະທາ ໃນເມືອງ ນາເອນ, ແຂວງ ນູເວບາເອຊີຮາ ເຮັດໃຫ້ນົກກະທາຕາຍ ປະມານ 1.500 ໂຕ ແລະ ອີກ 12.000 ຕ້ອງຖືກຂ້າ.

ພາບປະກອບຂ່າວເທົ່ານັ້ນ

ແຫຼ່ງຂໍ້ມູນ: ຮຽບຮຽງຈາກ ຂປລ

Comments