ອາເມລິກາເຈັບສາຫັດໃນໄຕມາດ​ 2 ແບບບໍ່ເຄີຍມີມາກ່ອນ…


GDP ຂອງໄຕມາດທີ 2 ໃນຕອນເຊົ້າວັນທີ 30 ກໍລະກົດ ຜ່ານມາ ອາການບາດເຈັບສາຫັດທີ່ບໍ່ເຄີຍມີມາກ່ອນຂອງສະຫະລັດອາເມລິກາ ເພາະເສດຖະກິດກຳລັງປະສົບກັບຄວາມຫຍຸ້ງຍາກຍ້ອນວ່າໄພພິບັດການລະບາດຂອງພະຍາດ Covid-19, ເຊິ່ງມີລາຍງານຄາດວ່າຈະມີການຫຼຸດລົງປະມານ 35% ຂອງລາຍຮັບລວມຍອດຜະລິດຕະພັນພາຍໃນໃນໄຕມາດທີ 2.


ບັນດານັກວິເຄາະກ່າວວ່າ ເສດຖະກິດຂອງສະຫະລັດຈະປະສົບກັບຄວາມຫຍຸ້ງຍາກລວມມີຫຼາຍປັດໄຈ ທັງການໃຊ້ຈ່າຍຂອງຜູ້ບໍລິໂພກ, ການລົງທຶນທາງທຸລະກິດ, ທີ່ຢູ່ອາໃສ, ການຄ້າ ແລະ ລາຍຈ່າຍຂອງລັດຖະບານ.

Scott Anderson ຫົວໜ້ານັກເສດຖະສາດຂອງ Bank of the West ກ່າວວ່າ “ແນ່ນອນ,​ ພວກເຈົ້າຈະພົບເຫັນແຕ່ຕົວເລກຮ້າຍແຮງທີ່ສຸດໄປທົ່ວທຸກກະດານຂ່າວ”.

ເສດຖະກິດທີ່ຫຼຸດລົງທີ່ສຸດຂອງປະເທດ ຍັງຄາດວ່າຈະເປັນໄລຍະສັ້ນທີ່ສຸດ, ດ້ວຍການເຕີບໂຕຂອງການຈ້າງງານ, ການໃຊ້ຈ່າຍຂອງຜູ້ບໍລິໂພກ ແລະ ມາດຕະການທີ່ສຳຄັນອື່ນໆທີ່ໄດ້ກັບມາຢ່າງໄວວາ ໃນເດືອນພຶດສະພາ ແລະ ເດືອນມິຖຸນາ ຫຼັງຈາກຫຼຸດລົງ ໃນເດືອນເມສາ ຍ້ອນວ່າລັດຕ່າງໆໄດ້ອະນຸຍາດໃຫ້ທຸລະກິດເປີດຄືນໃໝ່, ແຕ່ວ່າບັນດາກໍລະນີທີ່ຕິດເຊື້ອ Covid-19 ທີ່ແຜ່ລາມອອກໄປທົ່ວພາກໃຕ້ ແລະ ພາກຕາເວັນຕົກ ໄດ້ສົ່ງຜົນໃຫ້ຢ່າງໜ້ອຍ 20 ລັດຢຸດຊົ່ວຄາວ ຫຼື​ ເລື່ອນແຜນການດຳເນີນທຸລະກິດ ເຮັດໃຫ້ມີຜົນຕໍ່ການຟື້ນຕົວທີ່ຄາດວ່າຈະເກີດຂື້ນໃນປີຕໍ່ໄປ.
ການຫຼຸດລົງບາງສ່ວນຂອງເສດຖະກິດຄາດວ່າ ຈະໄດ້ຮັບການຊີ້ແຈງຈາກບົດລາຍງານ ກ່ຽວກັບການຮຽກຮ້ອງຂອງຜູ້ບໍ່ມີວຽກເຮັດງານທຳ ໃນອາທິດທີ່ຜ່ານມາ ເຊິ່ງເປັນມາດຕະການທີ່ບໍ່ດີຂອງການຢຸດເຊົາການຈ້າງງານ. ຈໍານວນການຮຽກຮ້ອງທີ່ຄາດວ່າຈະເພີ່ມຂຶ້ນມີປະມານ 15,000 ຫາ 1,43 ລ້ານກໍລະນີ, ອີງຕາມການສໍາຫຼວດຂອງ Bloomberg, ເຊິ່ງເປັນການເພີ່ມຂື້ນເປັນຄັ້ງທີ 2 ຫຼັງຈາກການຫຼຸດລົງໃນ 15 ອາທິດ.

ແຫຼ່ງຂໍ້ມູນ:​https://www.usatoday.com/story/money

Comments