ບຣາຊິວ ເດີນໜ້າຮັບນັກທ່ອງທ່ຽວ ເຖິງຈະເປັນປະເທດຜູ້ຕິດເຊື້ອ Covid-19 ອັນດັບທີ 2 ຂອງໂລກ …

ທາງການບຣາຊິວເປີດການສັນຈອນທາງອາກາດລະຫວ່າງປະເທດ ຮັບນັກທ່ອງທ່ຽວຕ່າງປະເທດ ເຖິງແມ່ນວ່າຜູ້ຕິດເຊື້ອ Covid-19 ຍັງພຸ່ງຂຶ້ນສູງເປັນອັນດັບ 2 ຂອງໂລກ.

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ທາງການບຣາຊິວ ເປີດນ່ານຟ້າຮັບນັກທ່ອງທ່ຽວຕ່າງປະເທດເຂົ້າປະເທດ ນັບຕັ້ງແຕ່ວັນທີ 29 ກໍລະກົດຜ່ານມາ ຫຼັງຈາກທີ່ໄດ້ຫ້າມທ້ຽວບິນພານິດເຂົ້າປະເທດຕັ້ງແຕ່ເດືອນ ມີນາ ທີ່ຜ່ານມາ.

ພາຍໃຕ້ກົດໝາຍສະບັບໃໝ່ນີ້ ບຣາຊິວເປີດພົມແດນຮັບນັກທ່ອງທ່ຽວຮັບນັກທ່ອງທ່ຽວຈາກທຸກປະເທດ ໂດຍຕ້ອງມີປະກັນສຸຂະພາບຄວບຄຸມຕະຫຼອດໄລຍະເວລາທີ່ທ່ອງທ່ຽວຢູ່ໃນບຣາຊິວ, ແຕ່ນອກຈາກຂໍ້ກຳນົດດັ່ງກ່າວທາງການບຣາຊິວບໍ່ໄດ້ເປີດເຜີຍລາຍລະອຽດ ໃນການຕັດສິນໃຈ ເປີດພົມແດນທ່າມກາງການລະບາດຢ່າງໜັກຂອງ Covid-19.

ເຖິງຢ່າງໃດກໍຕາມ ເຖິງວ່າບຣາຊິວຈະເປີດຮັບນັກທ່ອງທ່ຽວຈາກທຸກປະເທດ, ແຕ່ຫຼາຍປະເທດສ່ວນໃຫຍ່ຍັງບໍ່ໄດ້ເປີດຮັບນັກທ່ອງທ່ຽວຈາກບຣາຊິວ ເນື່ອງຈາກບຣາຊິວ ເປັນພື້ນທີ່ລະບາດໜັກ. ໃນປັດຈຸບັນ, ບຣາຊິວ ມີຜູ້ຕິດເຊື້ອ Covid-19 ຫຼາຍທີ່ສຸດເປັນອັນດັບທີ 2 ຂອງໂລກ ຮອງຈາກສະຫະລັດອາເມລິກາ ໂດຍຕົວເລກຜູ້ຕິດເຊື້ອສະສົມ ໃນວັນທີ 30 ກໍລະກົດ ຜ່ານມາ ມີທັງໝົດ 2,555,518 ກໍລະນີ ແລະ ຍັງພົບຜູ້ຕິດເຊື້ອທຳລາຍສະຖິຕິລາຍວັນ. ພ້ອມກັນນັ້ນ, ປະເທດເພື່ອນບ້ານຂອງ ບຣາຊິວ ທີ່ມີການລະບາດນ້ອຍກ່ວາບຣາຊິວ ຍັງປິດນ່ານຟ້າ.

ແຫຼ່ງຂໍ້ມູນ:​ Posttoday

Comments