ທຸລະກິດຂາຍຍ່ອຍຂອງຍີ່ປຸ່ນກະຕຸ້ນບົດບາດ “ຜູ້ສູງອາຍຸ” ເພີີ່ມອາຍຸກະສຽນເປັນ 80 ປີ ໃຊ້ວິທີຕໍ່່ສັນຍາລາຍປີ…

ຍີ່ປຸ່ນ ເປັນປະເທດທີ່ມີຜູ້ສູງອາຍຸສົມບູນຫຼາຍ ແລະ ຍັງເປັນປະເທດທີ່ປະສົບກັບບັນຫາຂາດແຄນພະນັກງານຢ່າງຕໍ່່ເນື່ອງ, ເພາະວິກິດບັນຫາອັດຕາການເກີດຕ່ໍາ ເຮັດໃຫ້ຫຼາຍໆທຸລະກິດປະກາດເພີ່ມອາຍຸກະສຽນວຽກເປັນ 65 ປີ ໃນປັດຈຸບັນ ລວມເຖິງທຸລະກິດຄ້າຂາຍຍ່ອຍ ເຊິ່ງທີ່ຜ່ານມາ ເກືອບຈະທຸກຮ້ານຄ້າໄດ້ປິດໃຫ້ບໍລິການໄວຂຶ້ນ ເພາະບໍ່ມີພະນັກງານ ເຮັດວຽກກະເດິກ.

ຫຼ້າສຸດ ຮ້ານຄ້າໃນຍີ່ປຸ່ນ ປະກາດກຽມຈະເພີ່ມອາຍຸການເຮັດວຽກຂອງພະນັກງານ ໃຫ້ສາມາດເຮັດວຽກໄດ້ຮອດ 80 ປີ ຈາກການລາຍງານຂອງ Nikkei Asian Review ລະບຸວ່າ: ຮ້ານຄ້າຂາຍເຄື່ອງໃຊ້ໄຟຟ້າ Nojima ໃນຍີ່ປຸ່ນ ເປັນຮ້ານທຳອິດ ທີ່ເພີ່ມອາຍຸຄົນເຮັດວຽກຈາກ 65 ເປັນ 80 ປີ ແຕ່ຂຶ້ນກັບຄວາມສະມັກໃຈຂອງຜູ້ເຊັນສັນຍາ. ພ້ອມກັນນັ້ນ, ຂໍ້ສະເໜີດັ່ງກ່າວໄດ້ເລີ່ມໃຊ້ກັບພະນັກງານທຸກຄົນ ປະມານ 3,000 ຄົນແລ້ວ ເຊິ່ງຄວບຄຸມທຸກຕຳແໜ່ງງານ ໄປຈົນເຖິງພະນັກງານຂາຍໃນຮ້ານ.

ກ່ອນໜ້ານີ້, ລັດຖະບານຍີ່ປຸ່ນໄດ້ຍົກບັນຫານີ້ໃຫ້ເປັນວາລະແຫ່ງຊາດ ເພາະຫຼາຍອຸດສາຫະກຳ ຂາດແຄນຄົນເຮັດວຽກຈຳນວນຫຼາຍ ຈົນເຮັດໃຫ້ລັດຖະບານປະກາດຮັບສະມັກພະນັກງານຕ່າງປະເທດ ໂດຍແຕ່ລະປີເປີດໃຫ້ໂຄຕ້າເພີ່ມຂຶ້ນ (ພາຍໃຕ້ເງື່ອນໄຂຂອງທັກສະວຽກນັ້ນໆ).

Mature worker writing on clipboard in supermarket

ໃນຂະນະທີ່ ທຸລະກິດສ່ວນໃຫຍ່ ທີ່ອອກນະໂຍບາຍເພີ່ມອາຍຸກະສຽນວຽກ ປັບເພີ່ມອາຍຸເປັນ 70 ປີ ແລະ ສ່ວນໜຶ່ງເປັນ 65 ປີ, ແຕ່ສຳລັບຮ້ານຄ້າ ໂດຍສະເພາະຮ້ານຂາຍເຄື່ອງໃຊ້ໄຟຟ້າ ນັກເສດຖະສາດຂອງຍີ່ຢຸ່ນເຫັນວ່າ ຂາດແຄນພະນັກງານຫຼາຍທີ່ສຸດ ເມື່ອທຽບກັບ retail ປະເພດອື່ນ, ສິ່ງທີ່ສຳຄັນ ການເພີ່ມອາຍຸການເຮັດວຽກສາມາດເຮັດໃຫ້ ຜູ້ສູງອາຍຸໄດ້ເພີ່ມທັກສະ ແລະ ປະສົບການການເຮັດວຽກໄດ້ຢ່າງເຕັມທີ່ຫຼາຍຂຶ້ນ.

ແຫຼ່ງຂໍ້ມູນ:​ Martketing Oops

Comments