ທົ່ວໂລກ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນກວ່າ 17 ລ້ານຄົນ

ຕາມ​ຂ່າວຈາກ​ເວັບ​ໄຊ Worldometer ລາຍ​ງານ​ໃນ​ວັນ​ທີ 30 ກໍລະກົດນີ້ ຍອດຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ທົ່ວ​ໂລກ ​ເພີ່ມຂຶ້ນເຖິງ 17.188.001 ຄົນ ​ແລະ ຍອດ​ຜູ້​ເສຍ​ຊີວິດ ​ເພີ່ມ​ຂຶ້ນ 670.207 ຄົນ​ໃນ​ນີ້ ສ.ອາ​ເມລິ​ກາ ມີ​ຜູ້​ຕິດ​ເຊື້ອ ສູງ​ທີ່​ສຸດ​ ໃນ​ໂລກ 4.568.037 ຄົນ, ຮອງ​ລົງ​ມາ ບຣາຊິນ 2.484.649 ຄົນ, ອິນ​ເດຍ 1.535.335 ຄົນ, ຣັດ​ເຊຍ 828.990 ຄົນ ອາ​ຟຣິກາ​ໃຕ້ 459.761 ຄົນ ​ແລະ ​ເມັກ​ຊິກ 402.697 ຄົນ ຕາມ​ລຳດັບ.


ທ່ານ ​ແອນ​ໂທ​ນີ ຟໍຊີ, ຜູ້ອຳນວຍການ ​ສະ​ຖາ​ບັນພູມ​ແພ້ ​ແລະ ​ໂລກ​ຕິດ​ຕໍ່ ​ແຫ່ງ​ຊາດ ສ.ອາ​ເມ​ລິ​ກາ​ ເຕືອນ​ວ່າ: ຊາວ​ອາ​ເມ​ລິ​ກາ ​ໃນ​ຫລາຍ​ລັດ ​ໂດຍ​ສະ​ເພາະ ​ລັດ​ໂດ​ໄຮ​ໂອ, ​ເທ​ນ​ເນສຊີ ​ເຄນ​ທັກ​ກີ ​ແລະ ອິນ​ເດຍນາ ຄວນ​ເຕື່ອນຕົວເພື່ອ​ປ້ອງ​ກັນບໍ່​ໃຫ້​ມີ​ຜູ້​ຕິດ​ເຊື້ອ ​ໂຄ​ວິດ-19 ​ເພີ່ມ​ສູງ​ຂຶ້ນ ດັ່ງ​ທີ່​ເກີດ​ຂຶ້ນໃນ​ລັດ​ທາງ​ພາກ​ໃຕ້ ​ແລະ ຕາ​ເວັນ​ຕົກ​ຂອງ ສ.ອາ​ເມ​ລິ​ກາ ທີ່​ມີ​ການລະບາດ​ຮຸນ​ແຮງ ​ໃນ​ຂະນະ​ນີ້.

Comments