ຫວຽດນາມ ພົບເຊື້ອ Covid-19 ທີ່ຕິດຕໍ່ກັນ ແບບທີ່ບໍ່ເຄີຍພົບມາກ່ອນ…

“ການລະບາດຂອງເຊື້ອໄວຣັສ Covid-19 ນັ້ນສົ່ງຜົນກະທົບຕໍ່ຄົນທັງໂລກ ແລະ ຍັງຄົງແພ່ລະບາດຢ່າງຕໍ່ເນື່ອງ ເຮັດໃຫ້ມີຍອດຜູ້ຕິດເຊື້ອເພິ່ມຂຶ້ນ ແລະ ທີ່ໜ້າເປັນຫ່ວງລ່າສຸດມີລາຍງານວ່າ ຫວຽດນາມພົບຜູ້ຕິດເຊື້ອ Covid-19 ສາຍພັນໃໝ່ທີ່ບໍ່ເຄີຍພົບມາກ່ອນ”

This image has an empty alt attribute; its file name is tauxe-1586431604-1586431621-8300-1586431639_680x0.jpg

ການແພ່ລະບາດຂອງ Covid-19 ໃນຫວຽດນາມກໍາລັງເປັນທີ່ກັງວົນ ເພາະກ່ອນໜ້ານີ້ເກືອບ 100 ວັນ ທີ່ຫວຽດນາມບໍ່ມີຜູ້ຕິດເຊື້ອລາຍໃໝ່ແຕ່ວ່າພໍມີຜູ້ຕິດເຊື້ອ ກໍພົບຜູ້ຕິດເຊື້ອເພີ່ມຢ່າງຕໍ່ເນື່ອງ.

This image has an empty alt attribute; its file name is f36f75f5e6386ea5ff2f136a0672cb57.jpg

ຫຼ້າສຸດທາງດ້ານສະຖານກົງສຸນໃຫຍ່ທີ່ ເມືອງໂຮຈິມິນ ລາຍງານສະຖານະການການແພ່ລະບາດຂອງ Covid-19 ໃນເຂດກົງສຸນ ສະຖານະເວລາ 16:00 ໂມງ ວັນທີ 30 ກໍລະກົດ 2020 ໄດ້ໃຫ້ຂໍ້ມູນວ່າ ຫວຽດນາມພົບຜູ້ຕິດເຊື້ຶອ Covid-19 ລາຍໃໝ່ລະຫວ່າງວັນທີ 24-30 ກໍລະກົດ 2020 ຈໍານວນ 43 ຄົນ ໂດຍທັງໝົດໄດ້ຮັບເຊື້ຶອສາຍພັນທີ່ບໍ່ເຄີຍມີການກວດພົບໃນຫວຽດນາມດັ່ງນີ້:

  1. ຜູ້ຕິດເຊື້ອ ໃນເມືອງດານັງ 33 ຄົນ
  2. ຜູ້ຕິດເຊື້ອ ໃນແຂວງກວາງຫງາຍ 2 ຄົນ
  3. ຜູ້ຕິດເຊື້ອ ໃນແຂວງກວາງນາມ 3 ຄົນ
  4. ຜູ້ຕິດເຊື້ອ ໃນເມືອງໂຮຈິມິນ ທີ່ໄດ້ຮັບເຊື້ອຈາກເມືອງດານັງ 2 ຄົນ
  5. ຜູ້ຕິດເຊື້ອໃນ ຮ່າໂນ້ຍ 2 ຄົນ
  6. ຜູ້ຕິດເຊື້ອ ໃນແຂວງດັງກລັກ 1 ຄົນ
    
This image has an empty alt attribute; its file name is fad30deefff44fa89f3322a414726d40-1024x576.jpg

ທັງນີ້ຜູ້ຕິດເຊື້ອສ່ວນໃຫຍ່ເປັນຜູ້ທີ່ເຄີຍເດີນທາງ, ເຮັດວຽກ, ເຝິກງານທີ່ໂຮງໝໍຫຼາຍແຫ່ງ ໃນເມືອງດານັງ (ໂຮງໝໍເມືອງດານັງ, ໂຮງໝໍ C ເມືອງດານັງ, ໂຮງໝໍປອດ ດານັງ, ໂຮງໝໍ Giao Thong Van Tai Da Nang) ຫຼືເຄີຍມີປະຕິສໍາພັນກັບຜູ້ທີ່ເຄີຍເດີນທາງໄປທີ່ໂຮງໝໍດັ່ງກ່າວ ຫຼື ເຄີຍເຂົ້າຮ່ວມງານສະຫຼອງແຕ່ງດອງດຽວກັບຜູ້ຕິດເຊື້ອທີ່ເມືອງດານັງ.

This image has an empty alt attribute; its file name is Nga-1590278525-7536-1590278636_680x408-1.jpg

ແຫຼ່ງຂໍ້ມູນ: ​https://www.nationtv.tv/main/content/378787847/

Comments