General

ສະຖິຕິຜູ້ຕິດເຊື້ອໂຄວິດ-19 ໃນມຽນມາເພີ່ມຂຶ້ນເປັນ 500 ກວ່າຄົນ

ຕາມ​ແຫ​ລ່ງຂ່າວ​ຈາກ ​ຢ່າງ​ກຸ້ງ, ວັນ​ທີ 26 ສິງຫາ​ນີ້, ລັດຖະບານ​ ມຽນມາ ລາຍ​ງານ​ສະຖິຕິ​ ຜູ້ຕິດ​ເຊື້ອ ​ພະຍາດ​ ໂຄ​ວິດ-19 ​ເພີ່ມ​ຂຶ້ນ ​ຢ່າງ​ວ່ອງ​ໄວ 504 ຄົນ​ແລ້ວ.​ໃນ​ນີ້ ພຽງ 5ວັນ​ມີ​ຜູ້​ຕິດ​ເຊື້ອ​ລາຍ​ໃໝ່ ​ເກືອບ 100 ຄົນ. ປັດຈຸບັນນີ້ ປິ່ນປົວ​ດີ​​ແລ້ວ 341 ຄົນ ​ແລະ ​ເສຍ​ຊີວິດ ຢ່າງ​ໜ້ອຍ 6 ຄົນ ​ໂດຍ​ສະຖານະ​ການ ​ໃນ​ລັດ​ຍະ​ໄຂ່ ວິ​ກິດ​ທີ່​ສຸດ ພົບ​ຜູ້​ຕິດ​ເຊື້ອ ​ຕໍ່​ເນື່ອງ. ຫຼ້າສຸດ ມີ​ການ​ຢືນຢັນ ພົບ​ຜູ້​ຕິດ​ເຊື້ອ 30 ຄົນ ​ເປັນ​ສະຖິຕິ​ ລາຍ​ວັນ ​ສູງ​ທີ່​ສຸດ ນັບ​ແຕ່​ເດືອນ​ມີ​ນາ​ ເປັນຕົ້ນມາ.​ໃນ​ນີ້ 29 ຄົນ​ ຮັບ​ເຊື້ອ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ອີກ 1 ຄົນ ​ເດີນທາງ ມາ​ຈາກ ສະຫາລັດອາ​ເມ​ລິ​ກາ. ແຫຼ່ງຂໍ້ມູນ:​ https://www.facebook.com/plugins/post.php?

Read More »

ກອງປະຊຸມພົບປະ ອົງການກາແດງລາວ ຮ່ວມກັບບັນດາສື່ມວນຊົນທຸກພາກສ່ວນ

ໃນວັນທີ 26 ສິງຫາ 2020 ທີ່ໂຮງແຮມເສດຖາປຣັດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມ ກ່ຽວກັບວຽກງານກາແດງ ແລະ ກົດໝາຍວ່າດ້ວຍກາແດງ ໃຫ້ແກ່ບັນດາສື່ມວນຊົນລາວອ້ອມຂ້າງສູນກາງ, ໂດຍການເປັນປະທານຂອງ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ມີ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ທັງເປັນປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ພ້ອມດ້ວຍບັນດາຫົວໜ້າອົງ ການສື່ມວນຊົນ ຈາກໜັງສືພິມ, ວິທະຍຸ, ໂທລະພາບ ແລະ ຂະແໜງການຈໍານວນໜຶ່ງເຂົ້າຮ່ວມ. ທ່ານ ຄໍາຮຸ່ງ ເຮືອງວົງສີ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນ ສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ຂອງພັກ ກໍຄືວັນສ້າງຕັ້ງສື່ມວນຊົນລາວຄົບຮອບ 70 ປີ(13/08/ 1950-13/08/2020) ດ້ວຍບັນຍາກາດຟົດຟື້ນ ແລະ ຖືໂອກາດສໍາຄັນນີ້ ສະແດງຄວາມຂອບໃຈຕໍ່ບັນດາສື່ມວນຊົນທຸກພາກສ່ວນ ທີ່ໄດ້ເອົາໃຈໃສ່ປະກອບສ່ວນໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານວຽກງານກາແດງ ແລະ ການເຄື່ອນໄຫວຂອງອົງການກາແດງ ...

Read More »

ອາເມລິກາແອລາຍ ຈະປັບຫລຸດພະນັກງານຄັ້ງໃຫຍ່ ຫຼາຍກວ່າ 19.000 ຕຳ​ແໜ່​ງ

ຕາມ​ແຫ​ລ່ງຂ່າວ​ຈາກ​ ວໍ​ຊີງ​ຕັນ, ວັນ​ທີ 26 ​ສິງຫາ​ນີ້, ສາຍ​ການບິນ ​ອາ​ເມ​ລິ​ກາ ແອ​ລາຍ ຈະ​ປັບ​ຫລຸດ ​ພະນັກງານ 30% ຫລື 40.000 ຕຳ​ແໜ່​ງ ​ໃນ​ເດືອນ​ຕຸລາ ​ໂດຍ 19.000 ຕຳ​ແໜ່​ງ ຈະ​ຖືກ​ເຊົາຈ້າງ ​ໂດຍ​ບໍ່​ສະໝັກ​ໃຈ ​​ເວັ້ນ​ແຕ່ວ່າລັດຖະບານຈະ​ໃຫ້​ຄວາມ​ຊ່ວຍ​ເຫລືອ ​ກ່ຽວ​ກັບການ​ຈ້າງ ​ພະນັກງານ ​ເນື່ອງ​ຈາກການລະບາດຂອງ ​ໂຄ​ວິດ-19 ຍັງມີ​ຜົນ​ຕໍ່​ການ​ເດີນທາງ ທາງ​ອາກາດ. ສາຍ​ການບິນ​ຕ່າງໆ ​ໄດ້​ຮັບ​ເງິນສະໜັບສະໜູນ ຕາມ​ມາດ​ຕະການ​ກະ​ຕຸ້ນ​ເສດຖະກິດ​ຂອງ​ລັດຖະບານ ສ.ອາ​ເມ​ລິ​ກາ ຈຳນວນ 25 ຕື້​ໂດ​ລາ​ສະຫະລັດ ​ເພື່ອ​ຊ່ວຍ​​ເຫລືອການຈ່າຍ​ເງິນ​ເດືອນ ​ແລະ ຮັກສາ​ຕຳ​ແໜ່​ງໄປ​ຈົນ​ເຖິງ​ເດືອນ​ກັນຍານີ້, ​ແຕ່​​ເມື່ອ​ເງິນ​ໝົດ​ລົງ ​ໂດຍ​ທີ່​ການ​ເດີນທາງຍັງ​ບໍ່​ມີ​ການ​ຟື້ນ​ຕົວ ບັນດາ​ສາຍ​ການບິນ​ ​ແລະ ສະຫະພາບແຮງ​ງານ ຈຶ່ງ​ຮ້ອງ​ຂໍ​ເງິນ​ອີກ 25 ຕື້​ໂດ​ລາສະຫະລັດ ປັດຈຸບັນ ໃນຂັ້ນຕອນ​ການ​ເຈລະຈາ​ທັງ​ສອງ​ຝ່າຍ. ການ​ປັບ​ຫລຸດຕຳ​ແໜ່​ງງານ​ ຕາມ​ແຜນ​ຂອງ​ອາ​ເມ​ລິ​ກາແອ​ລາຍ ປະກອບ​ດ້ວຍພະນັກງານ​​ໃນ​ຕຳ​ແໜ່​ງ ບໍລິຫານ 1.500 ຕຳ​ແໜ່​ງ ​ແລະ ພະນັກງານ ສະຫະພາບແຮງ​ງານ 17.500 ຕຳ​ແໜ່​ງ ລວມມີ​ ພະນັກງານ ...

Read More »

ບໍ່ມີການປ່ຽນແປງ ທົ່ວປະເທດ ກຽມໄຂສົກຮຽນໃໝ່ 2020-2021 ໃນວັນທີ 1 ກັນຍານີ້…

ບັນດາໂຮງຮຽນ ແລະ ສະຖາບັນການສຶກສາ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ໄດ້ກຽມພ້ອມເລີ່ມໄຂສົກຮຽນໃໝ່ (2020-2021) ໃນວັນທີ 1 ກັນຍາ ທີ່ຈະມາເຖິງນີ້ ແລະ ພ້ອມກັນສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດ ໂຄວິດ-19 ຢ່າງເຂັ້ມງວດ. ດ້ານກະຊວງສຶກສາທິການ ແລະ ກິລາ ໄດ້ຮຽກຮ້ອງໃຫ້ສະຖານການສຶກສາທຸກແຫ່ງ ຈົ່ງກຽມຄວາມພ້ອມຂອງບຸກຄະລາກອນ, ຈັດການສຸຂະສຶກສາໃຫ້ຄວາມຮູ້ແກ່ຜູ້ບໍລິຫານ-ຄູອາຈານ ແລະ ນັກຮຽນ-ນັກສຶກສາ ເປັນຕົ້ນ ການປະຕິບັດມາດຕະການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ອັດດັງ, ສົ່ງເສີມການລ້າງມືໃສ່ສະບູເປັນປົກກະຕິ ໃຫ້ກາຍເປັນວັດທະນາທຳ. ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໄດ້ຖະແຫລງ ຂ່າວຕໍ່ສື່ມວນຊົນ ໃນວັນທີ 26 ສິງຫາ 2020 ນີ້ວ່າ: ປະຕິທິນການຈັດການຮຽນ-ການສອນ ສຳລັບສົກຮຽນ 2020-2021 ແມ່ນຈະໄດ້ດຳເນີນໄປເປັນປົກ ກະຕິຄ້າຍກັບທຸກປີ ຄືວັນທີ 1 ກັນຍາ 2020 ເປັນມື້ໄຂສົກຮຽນໃໝ່ໃນຂອບເຂດທົ່ວປະເທດ. ປີນີ້ພວກເຮົາໄດ້ຮັບຜົນກະທົບ ...

Read More »

Elon Musk ບໍ່ຢຸດ ເລັ່ງປັບປຸງຄວາມໜາແໜ້ນຂອງພະລັງງານແບດເຕີຣີ…

Elon Musk ຜູ້ບໍລິຫານບໍລິສັດຜະລິດລົດຍັກໃຫຍ່ Tesla ໄດ້ປັບປຸງຕາຕະລາງເວລາກ່ຽວກັບແບັດເຕີຣີໄຟຟ້າຂອງຍົນເຂົ້າສູ່ລະບົບເຄື່ອງຈັກ. ປັດຈຸບັນ, ລາວຄາດວ່າມັນຈະສາມາດສ້າງສຳເລັດໃນອີກ 3 ຫາ 4 ປີທາງໜ້າ. ຫຼາຍປີກ່ອນ, Musk ເປັນ ຜູ້ບໍລິຫານ ຂອງທັງ Tesla ແລະ SpaceX ໂດຍລາວໄດ້ກ່າວວ່າ ມີການອອກແບບຍົນ ໂດຍການລົງຈອດເປັນແບບຕັ້ງສາຍໄຟຟ້າ (VTOL), ເຖິງແມ່ນວ່າລາວຈະບໍ່ເຄີຍເວົ້າລະອຽດກ່ຽວກັບແຜນການທີ່ຜະລິດຍົນກໍຕາມ. ລາວຍັງໄດ້ເວົ້າຕື່ມອີກວ່າ ເພື່ອໃຫ້ການອອກແບບເປັນໄປໄດ້ຢ່າງມີປະສິດທິພາບ ຕ້ອງປັບປຸງຄວາມໜາແໜ້ນຂອງພະລັງງານແບດເຕີຣີ ເຊິ່ງປະມານ 400 Wh/kg ໃນຂະນະທີ່ແບັດເຕີຣີຂອງ Tesla ໃນຕອນນີ້ ບັນຈຸໄດ້ປະມານ 260 Wh/kg, ລາວເຊື່ອວ່າການປັບປຸງດັ່ງກ່າວ ຈະຕ້ອງໃຊ້ເວລາປະມານ 5 ປີ, ແຕ່ໃນປັດຈຸບັນ ລາວກຳລັງເລັ່ງກຳນົດເວລາໃຫ້ເປັນໄລຍະເວລາ 3 ຫາ 4 ປີ. ຄຳເຫັນດັ່ງກ່າວ ມີຂຶ້ນຫຼັງຈາກທີມຄົ້ນຄວ້າແບັດເຕີຣີຂອງ Tesla ນຳໂດຍ Jeff Dahn ໄດ້ເຜີຍແຜ່ເອກະສານຄົ້ນຄວ້າໃໝ່ ກ່ຽວກັບຄວາມຄືບໜ້າທີ່ເກີດຂຶ້ນໃນແບດເຕີຣີທີ່ບໍ່ມີປະສິດຕິພາບ ເພື່ອບັນຈຸລັງແບັດເຕີຣີໃໝ່ ໃນການປັບປຸງຄວາມໜາແໜ້ນຂອງພະລັງງານ. ນັກຄົ້ນຄວ້າແບດເຕີຣີກ່າວວ່າ ເຖິງຢ່າງໃດກໍຕາມ, ເຕັກໂນໂລຊີໃໝ່ ຍັງກຳລັງປັບປຸງ ...

Read More »

ເພີ່ມເລື້ອຍໆ ຕິດເຊື້ອໂຄວິດ ທົ່ວໂລກ ຢຽບ 24 ລ້ານຄົນ!!!

ສະຖານະການລະບາດ ຂອງເຊື້ອພະຍາດໂຄວິດ-19 ຍັງໜັກ ເພາະໃນວັນທີ 21 ສິງຫາ ນີ້, ມີຜູ້ຕິດເຊື້ອມື້ດຽວເພີ່ມຂຶ້ນ 228,312 ກໍລະນີ ໂດຍມີຜູ້ຕິດເຊື້ອທັງໝົດ 24,031,316 ກໍລະນີ. ໃນຂະນະທີ່ ຍອດຜູ້ເສຍຊີວິດເພີ່ມຂຶ້ນ 5,561 ກໍລະນີ ລວມເປັນ 822,233  ກໍລະນີ ແລະ ປິ່ນປົວດີ 15,492,946 ກໍລະນີ ເຊິ່ງໃນນີ້ ປະເທດອິນເດຍ ຕິດເຊື້ອມື້ໜຶ່ງເກືອບເຄິ່ງແສນ ຫຼື ເກືອບ 50,000 ຄົນ. ສຳລັບ 5 ປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດຍັງເປັນປະເທດລຸ່ມນີ້: 1 ສະຫະລັດອາເມລິກາ ມີຜູ້ຕິດເຊື້ອທັງໝົດ 5,953,173 ກໍລະນີ ໂດຍເພີ່ມຂຶ້ນ  37,543, ເສຍຊີວິດ 182,283 ກໍລະນີ ເພີ່ມຂຶ້ນ 1,169 ກໍລະນີ ແລະ ປິ່ນປົວດີ 3,241,585 ກໍລະນີ. 2 ປະເທດບຣາຊິວ ມີຜູ້ຕິດເຊື້ອທັງໝົດ 3,505,097 ກໍລະນີ ໂດຍເພີ່ມຂຶ້ນ 46,959 ເສຍຊີວິດ 116,666 ...

Read More »

ປີ 2020 ປະເທດລາວເສຍຊິວິດຍ້ອນຕິດເຊື້ອວໍ້ ເຖິງ 8 ຄົນ…

ພະຍາດວໍ້ເປັນພະຍາດຕິດຕໍ່່ທີ່ຮ້າຍແຮງ, ຜູ້ທີ່ຕິດເຊື້ອແລ້ວຈະບໍ່ສາມາດປິ່ນປົວໄດ້ ໂດຍຈະພົບເຊື້ອພະຍາດດັ່ງກ່າວນີ້ ຈາກສັດລ້ຽງລູກດ້ວຍນໍ້ານົມທຸກຊະນິດເຊັ່ນ:​ ໝາ, ແມວ,​ງົວ, ຄວາຍ, ​ໝູ, ກະຕ່າຍ,​ ເຈຍ, ​ລີງ,​ ຮອກ, ​ກະແຕ,​ ເສືອ​, ໝີ ແລະ ຕິດຕໍ່່ຈາກສັດສູ່ຄົນໄດ້. ພາບປະກອບເທົ່ານັ້ນ ຄວາມຮຸນແຮງຂອງພະຍາດວໍ້ຄື: ມີອາການທາງລະບົບປະສາດສະໝອງ ມີການແຜ່ເຊື້ອໃນຮ່າງກາຍສັດ ແລະ ຄົນ,​ ຖ້າຕິດເຊື້ອພະຍາດນີ້ແລ້ວ ແມ່ນຈະພາໃຫ້ເສຍຊີວິດ. ປັດຈຸບັນ, ພະຍາດນີ້ ຍັງບໍ່ມີຢາປິ່ນປົວ ແຕ່ສາມາດປ້ອງກັນໄດ້ ໂດຍການສັກຢາວັກຊີນກ່ອນ ຫຼືຫຼັງການສຳຜັດເຊື້ອພະຍາດນີ້. ສະເພາະປີ 2020 ມີຄົນເຈັບ ຕິດເຊື້ອພະຍາດວໍ້ທັງໝົດ 8 ກໍລະນີ ແລະ ເສຍຊີວິດທັງ 8 ກໍລະນີ. ພາບປະກອບເທົ່ານັ້ນ ສູນວິໄຈພະຍາດສັດ ກະຊວງກະສິກ ແລະ ປ່າໄມ້ ໃຫ້ຮູ້ເມື່ອບໍ່ດົນມານີ້:​ ພະຍາດນີ້ ເປັນພະຍາດທີ່ຮ້າຍແຮງ ເຊິ່ງສະແດງອອກໃນແຕ່ລະປີ ໃນທົ່ວໂລກ ມີຜູ້ເສຍຊີວິດຍ້ອນພະຍາດວໍ້ປະມານ 50-60 ພັນຄົນ, 95% ເກີດຂຶ້ນຢູ່ໃນປະເທດ ທີ່ກຳລັງພັດທະນາ ແລະ 95% ນັ້ນ ...

Read More »

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວປະກາດສ້າງຕັ້ງສະຫະພັນຊາວໜຸ່ມລາວ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຈັດພິທີໂຮມຊຸມນຸມປະກາດສ້າງຕັ້ງສະຫະພັນຊາວໜຸ່ມລາວ ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ໃນວັນທີ 25 ສິງຫາ 2020 ຜ່ານມາ. ໂດຍມີທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາຄະນະບໍລິຫານງານຊາວໝຸ່ມກະຊວງ, ອົງການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວບາງຕອນວ່າ:ສະ ຫະພັນຊາວໜຸ່ມລາວ ແມ່ນການຈັດຕັ້ງສັງຄົມຂອງຊາວໜຸ່ມລາວບັນດາເຜົ່າ, ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງ ແລະ ມອບໝາຍໃຫ້ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນຜູ້ຂົນຂວາຍສ້າງຕັ້ງ ທັງເປັນແກນນໍາໃນການເຄື່ອນໄຫວ, ສະຫະພັນຊາວໜຸ່ມລາວປະກອບດ້ວຍຊາວໜຸ່ມບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ສາຂາອາຊີບທີ່ມີຄວາມຕື່ນຕົວ, ສະໝັກໃຈປະກອບສ່ວນເຂົ້າໃນຂະບວນການລວມ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສະຫະພັນຊາວໜຸ່ມລາວ ແມ່ນການຈັດຕັ້ງສັງຄົມທີ່ກ້ວາງຂວາງຂອງຊາວໜຸ່ມລາວບັນດາເຜົ່າ, ເຄື່ອນໄຫວພາຍໃຕ້ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍແມ່ນ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນແກນນຳ, ສະຫະພັນຊາວໜຸ່ມລາວ ຂຽນຫຍໍ້ວ່າ: ...

Read More »

ໂຕກຽວຮ້ອນຫຼາຍ!!! ເຮັດໃຫ້ເສຍຊີວິດຈາກການເປັນລົມແດດ ຫຼືໂຣກຮີສໂຕຣກ (Heatstroke) ແລ້ວ 79 ກໍລະນີ

ເຈົ້າໜ້າທີ່ທ້ອງຖິ່ນໃຫຮູ້ວ່າ ສະເພາະ 9 ມື້ທີ່ຜານມາ ໃນນະຄອນຫຼວງໂຕກຽວ ເສຍຊີວິດຈາກການເປັນລົມແດດ ຫຼື Heatstroke ແລ້ວ 26 ກໍລະນີ ຫຼັງຈາກທີ່ຄື່ນຄວາມຮ້ອນເພີ່ມຂຶ້ນຕໍ່ເນື່ອງ, ເຊິ່ງໃນຈຳນວນ 26 ກໍລະນີ້ນັ້ນ ມີ 25 ກໍລິນີ ທີ່ເກີດຂຶ້ນໃນຮົ່ມ ແລະ ຜູ້ເສຍຊີວິດ 80% ມີອາຍຸຕັ້ງແຕ່ 70 ປີ ຂຶ້ນໄປ. ໂຕເລກຫຼ້າສຸດ ສົ່ງຜົນໃຫ້ໃນເດືອນນີ້ ມີຜູ້ເສຍຊີວິດຈາກການເປັນລົມແດດ ໃນນະຄອນຫຼວງໂຕກຽວ ລວມທັງໝົດ 79 ກໍລະນີ ກົມອຸຕຸນິຍົມວິທະຍາ ຂອງຍີ່ປຸ່ນເປີດເຜີຍວ່າ ໃນວັນທີ 17 ສິງຫາ ຜ່ານມາ ພື້ນທີ່ ເມືອງຮະມະມະສື ໃນ ແຂວງຊິສືໂອກະ ທາງພາກກາງຂອງປະເທດທີ່ມີອຸນຫະພູມສູງສຸດ ເປັນປະຫວັດສາດຢູ່ທີ່ 41,1 C ເທົ່າກັບອຸນຫະພູມ ໃນເມືອງຄຸມະງະຍະ ໃຫ້ກັບນະຄອນຫຼວງໂຕກຽວ ໃນເດືອນ ກໍລະກົດ 2018. ໄລຍະກາງອາທິດຜ່ານມາ ຍີ່ປຸ່ນຕ້ອງພົບກັບຄື່ນຄວາມຮ້ອນຮຸນແຮງ ອຸນຫະພູມໃນຫຼາຍເມືອງ,​ຫຼາຍແຂວງ ຢູ່ທີ່ 40 ອົງສາ C ...

Read More »

ຂ່າວດີ‼️ ຜູ້ຕິດເຊື້ອໂຄວິດ-19 ກໍລະນີ 21 ອອກໂຮງໝໍມື້ນີ້ ຫຼັງກວດຫາເຊື້ອເປັນລົບ 2 ຄັ້ງຕິດຕໍ່ກັນ

ໃນວັນທີ 25 ສິງຫາ 2020 ນີ້ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ຕິດເຊື້ອພະຍາດໂຄວິດ-19 ກໍລະນີ 21 ແມ່ນບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ, ໃນນມື້ນີ້ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ. ສ່ວນຜູ້ຕິດເຊື້ອກໍລະນີ 22 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ. ທັງນີ້, ວັນທີ 24 ສິງຫາ ຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 513 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 72 ຕົວຢ່າງ, ແຮງງານຈີນ 396 ຕົວຢ່າງ, ແຮງງານລາວມາແຕ່ຈີນ 3 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 3 ຕົວຢ່າງ, ບຸກຄົນທົ່ວໄປບໍ່ມີອາການ 38 ຕົວຢ່າງ, ຜູ້ຕິດເຊື້ອກໍລະນີທີ 21 ມາກວດຄືນ 1 ຕົວຢ່າງ ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ.​ຂ່າວດີຜູ້ຕິດເຊື້ອໂຄວິດ-19 ກໍລະນີ 21 ອອກໂຮງໝໍໄດ້ມື້ນີ້ ຫຼັງກວດຫາເຊື້ອເປັນລົບ ...

Read More »