General

ມອບ-ຮັບໜ້າທີ່ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ

ສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງຈຳປາສັກ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ ຜູ້ເກົ່າ ແລະ ສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຜູ້ໃໝ່ ໃນວັນທີ 28 ສິງຫາ 2020 ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ໂອກາດດັ່ງກ່າວ ສະຫາຍ ວິໄລວົງ ບຸດດາຄຳ ໄດ້ສະຫລຸບຕີລາຄາ ໂດຍຫຍໍ້ການປະຕິບັດ ໜ້າທີ່ວຽກງານຂອງສະມາຄົມມິດຕະພາບ ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ມູນເຊື້ອ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ ໃຫ້ນັບໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ. ພ້ອມນັ້ນ, ສະຫາຍ ຄຳໃບ ດຳລັດ ຍັງໄດ້ສະແດງຄວາມຍິນດີ ທີ່ໄດ້ຮັບຕຳແໜ່ງປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ຜູ້ໃໝ່ ແລະ ...

Read More »

ດ່ວນ!!! ນາຍົກຍີ່ປຸ່ນກຽມລາອອກ ຍ້ອນບັນຫາທາງດ້ານສຸຂະພາບ…

ສຳນັກຂ່າວ NHK ຂອງຍີ່ປຸ່ນລາຍງານວ່າ ນາຍົກລັດຖະມົນຕີ ຊິນໂຊະ ອາເບະ ຂອງປະເທດຍີ່ປຸ່ນ ຕັດສິນໃຈລາອອກຈາກຕຳແໜ່ງ ເນື່ອງຈາກບັນຫາທາງດ້ານສະຂະພາບ ເພາະຢ້ານວ່າອາການເຈັບປ່ວຍຈະຮຸນແຮງຂຶ້ນ ແລະ ຈະເປັນອຸປະສັກໃນການບໍລິຫານປະເທດ. ທ່ານ ຊິນໂຊະ ອາເບະ ມີສະຖິຕິດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ດົນນານທີ່ສຸດໃນປະຫວັດສາດ ເຊິ່ງເປັນທີ່ຮູ້ກັນວ່າ ຜູ້ນຳຍີ່ປຸ່ນແມ່ນມີອາການລຳໄສ້ອັກເສບຊຳເຮື້ອມາຫຼາຍປີແລ້ວ. ປັດຈຸບັນ ບັນຫາສຸຂະພາບຂອງລາວ ເປັນທີ່ກັງວົນໃຈຂອງປະຊາຊົນສ່ວນຫຼາຍ ໃນໄລຍະຫຼາຍອາທິດຜ່ານມາ, ຄວາມກັງວົນເລີ່ມເພີ່ມຂຶ້ນເມື່ອບໍ່ດົນມານີ້ ຫຼັງຈາກທີ່ ທ່ານ ອາເບະ ເດີນທາງໄປໂຮງໝໍ ໃນນະຄອນຫຼວງໂຕກຽວ 2 ຄັ້ງ ໃນເວລາໃກ້ຄຽງກັນຄື ວັນທີ 17 ສິງຫາ ແລະ ຖັດມາອີິກ 1 ອາທິດ. ແຫຼ່ງຂໍ້ມູນ:​ https://www.posttoday.com/world/631695

Read More »

ຄວາມຄືບໜ້າຂອງ ເສັ້ນທາງລົດໄຟລາວ-ຈີນ

ໂຄງການລົດໄຟ ລາວ-ຈີນ ໄດ້ເລີ່ມກໍ່ສ້າງເມື່ອເດືອນ ທັນວາ 2016 ໂດຍປັດຈຸບັນ ອຸໂມງ, ຂົວ ແລະ ຄັນທາງ ສຳເລັດແລ້ວຫຼາຍກວ່າ 90% ແລະ ມີກຳນົດເປີດໃຊ້ໃນເດືອນທັນວາ 2021 ນີ້. ສຳນັກຂ່າວຊີນຫົວໄດ້ປະມວນພາບການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງໂຄງການດັ່ງກ່າວຄືບຫນ້າໄດ້ຫລາຍກວ່າ 90% ແລ້ວ ສຳລັບໂຄງສ້າງພື້ນຖານ. ໂຄງການລົດໄຟ ລາວ-ຈີນ ແມ່ນໂຄງການລິເລີ່ມ “ໜື່ງແລວ ໜື່ງເສັ້ນທາງ” ຂອງ ສປ ຈີນ ແລະ ແຜນຍຸດທະສາດຂອງ ສປປ ລາວ ທັງນີ້, ເພື່ອເປັນໃບໜ້າໃໝ່ ຂອງປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນສູນກາງການເຊື່ອມຕໍ່ທາງບົກ ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php?

Read More »

ຈີນ ຈະເປີດຂົວຂ້າມທະເລຍາວທີ່ສຸດໃນໂລກທ້າຍປີນີ້

ຕາມ​ແຫ​ລ່ງຂ່າວ​ຈາກ​ ຊິນ​ຮວາ​ຂອງ​ຈີນ, ວັນ​ທີ 27​ ສິງຫາ​ນີ້, ຈີນ​ ຈະ​ເປີດ​ຂົວ​ຂ້າມ​ທະ​ເລຍາວ​ ທີ່​ສຸດໃນ​ໂລກ​ ​ທ້າຍ​ປີ​ນີ້​ ມີ​ຄວາມ​ຍາວ 88,4 ກິ​ໂລ​ແມັດ ​ເພື່ອ​ເປີດ​ນຳ​ໃຊ້​ ເປັນ​ຂົວ​ລົດແລ່ນ ​ແລະ ຂົວ​ລົດ​ໄຟ ​ເດີນທາງຂ້າມ​ຊ່ອງ​ແຄບ ​ຜີ​ງຖານ ຢູ່​ລະຫວ່າງ ​ການ​ທົດ​ລອງ​ ກຳລັງ​ຮັບ​ນ້ຳໜັກ ​ຂອງ​ເສົາ​ເຂັມ ​ໂດຍ​ຂົວ​ແຫ່ງ​ນິ້ ​ເປັນ​ສ່ວນສຳຄັນ ​ຂອງ​ທາງ​ລົດ​ໄຟ ຝູ​ໂຈ​ວ-ຜີ​ງຖານ ​ໃນ​ມົນທົນ ຝູ້​ຈຽນ ທາງຕາ​ເວັນ​ອອກ​ຂອງ​ຈີນ. ເມື່ອ​ສ້າງ​ສຳ​ເລັດ​ ຂົວ​ແຫ່ງ​ນີ້ ຈະ​ມີ​ຄວາມ​ຍາວ​ທີ່​ສຸດ ​ໃນ​ໂລກ ​ແລະ​ ຊ່ວຍ​ຫລຸດ​ໄລຍະ ​ເວລາ​ເດີນທາງ ​ເມືອງ​ຝູ​ໂຈ​ວ ຂອງ​ມົນທົນ​ຝູຈຽນ ກັບ​ເກາະ​ຜີ​ງຖານ ທີ່ຢູ່​ຫ່າງ​ຈາກ ​ເຂດ​ບໍລິຫານພິ​ເສດ ​ໃຕ​້ຫວັນ ​ຂອງ​ຈີນ ປະມານ 126 ກິ​ໂລ​ແມັດ. ແຫຼ່ງຂໍ້ມູນ:

Read More »

ເດັກນ້ອຍ 463 ລ້ານຄົນ ທົ່ວໂລກ ຍັງຂາດ​ແຄນ​ອຸປະກອນ​ການ​ຮຽນ

ຕາມ​ແຫ​ລ່ງຂ່າວ​ຈາກ ​ນີວຢອກ,ວັນ​ທີ 27ສິງຫາ​ນີ້, ຜົນ​ການ​ສຶກສາ​ຂອງ​ສະຫະ​ປະຊາ​ຊາດ(ສປຊ)ວ່າ: ມີ​ເດັກນ້ອຍ 463 ລ້ານ​ຄົນ​ ທົ່ວ​ໂລກຂາດ​ແຄນ​ອຸປະກອນການ​ຮຽນ ​ເພື່ອ​ໃຊ້​ໃນ​ການ​ຮຽນແບບ​ປົກກະຕິ ຫຼັງ​ຈາກ ​ໂຮງຮຽນປິດ​ໄລຍະ ​ໂຄ​ວິດ-19 ​ແຜ່​ລະບາດ ພາຍຫລັງ ທ່ານ ນາງ ​ເຮັນ ​ເຣຍຕາ ​ໂຟຣ, ຜູ້ອຳນວຍການ ບໍລິຫານ ກອງ​ທຶນ​ເພື່ອ​ເດັກ​ແຫ່ງ ສປຊ ຖະ​ແຫລ​ງວ່າ: ມີ​ເດັກ​ຫລາຍ​ຄົນ ​ໄດ້​ຮັບ​ຜົນ​ກະທົບຈາກ​ການ​ຮຽນ ມາ​ເປັນ​ເວລາ​ຍາວ​ນານ​ຫລາຍ​ເດືອນ ທີ່​ຖື​ເປັນ​ສະຖານະ​ການ​ສຸກ​ເສີນທາງ​ການ​ສຶກສາ​ທົ່ວ​ໂລກ ​ແລະ ອາດ​ສົ່ງ​ຜົນ ກະທົບ​ຕໍ່​ເສດຖະກິດ ​ແລະ ສັງຄົມ​ ໃນ​ອີ​ກຫລາຍສິບ​ປີ​ຕໍ່ໜ້າ. ພາບປະກອບເທົ່ານັ້ນ ຄວາມ​ແຕກ​ຕ່າງ​ກັນ ທາງ​ພູມ​ສາດສ້າງ​ໃຫ້​ເກີດ​ຄວາມ​ແຕກ​ຕ່າງ ​ໃນ​ການ​ເຂົ້າ​ເຖິງ​ການ​ຮຽນທາງ​ໄກ​ຂອງ​ເດັກນ້ອຍ ​ໃນ​ທະວີບອາ​ຟຣິກາ ​ແລະ ບາງ​ພື້ນ​ທີ່ຂອງ​ທະວີບອາຊີຫລາຍ​ກວ່າ​ໃນ​ທະວີບ​ ເອີຣົບ. ພາບປະກອບເທົ່ານັ້ນ ທັງ​ນີ້ ສປຊ ​ໄດ້​ເກັບ​ຂໍ້​ມູນ ​ເຮັດ​ການ​ສຶກສາ​ຈາກ 100 ປະ​ເທດ ​ທົ່ວ​ໂລກ ​ໂດຍ​ປະ​ເມີນ​ຈາກ ການ​ເຂົ້າ​ເຖິງອິນ​ເຕີ​ເນັ​ດ, ​ໂທລະພາບ ​ແລະ ວິທະຍຸ​ສາທາລະນະ. ນອກ​ຈາກນີ້, ຍັງ​ເຕືອນ​ລັດຖະບານ​ ປະ​ເທດ​ຕ່າງໆ ​ໃຫ້​ຄວາມ​ສຳຄັນ​ເຖິງ​ຄວາມ​ປອດ​ໄພເປັນອັນ​ດັບ​ແຖວ​ໜ້າ ​ໃນ​ການ​ຕັດສິນ​ໃຈ​ ...

Read More »

ທ່ານຮູ້ບໍ່? ເຟສບຸກສົ່ງຂໍ້ມູນຜູ້ໃຊ້ໃຫ້ລັດຖະບານສະຫະລັດອາເມລິກາ…

ປັດຈຸບັນ, ເຟສບຸກຖືເປັນເຄື່ອງມີສື່ສານອີກອັນໜຶ່ງ ເພາະເປັນແອັບທີ່ຄົນເຮົາສາມາດບອກເລົ່າເລື່ອງລາວສ່ວນຕົວ ແລະ ສົນທະນາກັບຫຼາຍຄົນໃນໂລກອອນລາຍ ແຕ່ທ່ານຮູ້ບໍວ່າ ເຟສບຸກສົ່ງຂໍ້ມູນຜູ້ໃຊ້ໃຫ້ລັດຖະບານສະຫະລັດອາເມລິກາ ແລະ ລັດຖະບານສະຫະລັດອາເມລິກາ ກໍເປັນປະເທດທີ່ຂໍໃຫ້ເຟສບຸກສົ່ງຂໍ້ມູນຜູ້ໃຊ້ໃຫ້ຫຼາຍທີ່ສຸດໃນໂລກ. ແນ່ນອນວ່າ ບັນດາບໍລິສັດເຕັກໂນໂລຊີຍັກໃຫຍ່ ເຊັ່ນ: Google, Facebook ແລະ Twiter ເກັບຂໍ້ມູນສ່ວນຕົວຂອງຜູ້ໃຊ້ໄວ້ໃໃນປະລິມານມະຫາສານ ແລະ ຫາກຈະເວົ້າວ່າ ບໍລິສັດເຫຼົ່ານີ້ ມີຂໍ້ມູນຢູ່ໃນມືຖືຫຼາຍກວ່າລະບົບສອດແນມອື່ນໆຂອງລັດຖະບານກໍບໍ່ຜິດ. ດ້ວຍເຫດນີ້, ຈຶ່ງບໍ່ແປກທີ່ລັດຖະບານ ຈະຂໍຄວາມຮ່ວມມືກັບບໍລິສັດເຕັກໂນໂລຊີ ສົ່ງມອບຂໍ້ມູນສ່ວນຕົວຂອງຜູ້ໃຊ້ໃຫ້ ທັງທີ່ຜູ້ໃຫ້ຂໍ້ມູນອາດຈະອະນຸຍາດພຽງໃຫ້ Google, Facebook ໃຊ້ຂໍ້ມູນຂອງຕົນເອງເພື່ອປະໂຫຍດໃນການໂຄສະນາເທົ່ານັ້ນ ແຕ່ອາດຈະບໍ່ຮູ້ວ່າສຸດທ້າຍແລ້ວ ລັດຖະບານກໍອາດຈະເຂົ້າເຖິງຂໍ້ມູນຂອງຕົນເອງເຊັ່ນກັນ. President Donald Trump speaks during a Cabinet Meeting in the East Room of the White House, Tuesday, May 19, 2020, in Washington. (AP Photo/Evan Vucci) ເພື່ອສະແດງຄວາມບໍລິສຸດໃຈກັບຜູ້ໃຊ້ ຫຼັງມີການເປີດເຜີຍວ່າ ທາງການສະຫະລັດມີໂຄງການເກັບຂໍ້ມູນຂອງຄົນອາເມລິກາຈາກສື່ງສັງຄົມອອນລາຍຕ່າງໆ ...

Read More »

ນະຄອນຫຼວງພະບາງ ຂາດງົບປະມານໃນການບູລະນະອາຄານ, ວັດ, ເຮືອນ ທີ່ຂຶ້ນບັນຊີເປັນມໍລະດົກໂລກ

ຫ້ອງການມໍລະດົກໂລກນະຄອນຫລວງພະບາງ ແຈ້ງໃຫ້ຮູ້ວ່າ: ການຄຸ້ມຄອງມໍລະດົກໂລກຫລວງພະບາງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍ ໂດຍສະເພາະແມ່ນ ອາຄານ, ວັດທີ່ໂດດເດັ່ນ ແລະ ເຮືອນເກົ່າແກ່ຈຳນວນໜຶ່ງ ທີ່ໄດ້ຂຶ້ນບັນຊີເປັນມໍລະດົກໂລກໄດ້ເປ່ເພ ແລະ ຊຸດໂຊມ ຍ້ອນເຈົ້າຂອງເຮືອນ ແລະ ພາກສ່ວນທີ່ກ່ຽວຂ້ອງຂາດເຂີນງົບປະມານໃນການບູລະນະສ້ອມແປງ. ນອກຈາກນີ້,​ ເຂດສະຫງວນ ທີ່ນອນໃນເຂດປ້ອງກັນມໍລະດົກບາງຈຸດຖືກບຸກລຸກ ແລະ ໜອງນໍ້າທີ່ຂຶ້ນບັນຊີມໍລະດົກໂລກ ຈໍານວນໜຶ່ງຂາດການບົວລະບັດຮັກສາເຮັດໃຫ້ໜອງຈໍານວນໜຶ່ງຖືກຖົມ ແລະ ຈຳນວນໜຶ່ງຖືກປະປ່ອຍ. ທ່ານ ແສງທອງ ລືຢ່າງ ຮອງຫົວໜ້າຫ້ອງການມໍລະດົກໂລກ ນະຄອນຫຼວງພະບາງ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ທາງພາກສ່ວນທີ່ກ່ຽວຂ້ອງຈະຈັດກອງປະຊຸມເພື່ອປຶກສາຫາລືລາຍລະອຽດກ່ຽວກັບການຈັດເກັບລາຍຮັບເຂົ້າໃສ່ກອງທຶນ ເພື່ອບູລະນະ ບັນດາອາຄານ, ວັດ ແລະ ເຮືອນເກົ່າແກ່ທີ່ຂຶ້ນບັນຊີເປັນມໍລະດົກໂລກ. ນອກນັ້ນຈະສືບຕໍ່ສຶກສາອົບຮົມ ແລະ ໂຄສະນາ ກ່ຽວກັບວຽກງານມໍລະດົກໂລກໃຫ້ແກ່ປະຊາຊົນ, ພະສົງ ແລະ ພະແນກການອ້ອມຂ້າງແຂວງ, ຈະສືບຕໍ່ຄຸ້ມຄອງການປຸກສ້າງສ້ອມແປງ ໃຫ້ສອດຄ່ອງຕາມລະບຽບການ, ພ້ອມທັງສົມທົບກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງເຂດປ້ອງກັນ, ຂຶ້ນແຜນສໍາຫຼວດອອກແບບເພື່ອບູລະນະອາຄານທີ່ເກົ່າແກ່, ປັບປຸງເຂດສົດຊື່ນ, ທາງຍ່າງ, ທາງຮ່ອມ ແລະ ສວນສາທາລະນະ ຕາມແຜນພັດທະນາ ຂອງຫ້ອງການມໍລະດົກໂລກ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ປັດຈຸບັນ Jeff Bezos ມີຊັບສິນຫຼາຍກ່ວາ 200 ຕື້ໂດລາສະຫະລັດ…

ທ່ານ Jeff Bezos ຜູ້ບໍລິຫານຂອງບໍລິສັດ Amazon ມີຊັບສິນຫຼາຍກວ່າ 202 ຕື້ໂດລາສະຫະລັດ, ອີງຕາມດັດຊະນີ Bloomberg Billionaires Index ລາວເປັນຄົນທຳອິດທີ່ມີມູນຄ່າຊັບສິນເກີນ 200 ຕື້ໂດລາສະຫະລັດ ແລະ ກາຍເປັນເສດຖີຄົນທຳອິດທີ່ລວຍທີ່ສຸດໃນໂລກ ຂອງປະຫວັດສາດທີ່ຜ່ານມາ ນັບແຕ່ປີ 2018 ເປັນຕົ້ນມາເມື່ອຄວາມຮັ່ງມີສ່ວນຕົວຂອງລາວ ໄດ້ເພີ່ມຂຶ້ນຫຼາຍກວ່າ 150 ຕື້ໂດລາສະຫະລັດ. ປັດຈຸບັນ, ລາວມີຊັບສິນຫຼາຍກວ່າ Bill Gates ຈາກການເປັນຜູ້ຮ່ວມກໍ່ຕັ້ງ Microsoft ມູນຄ່າ 78 ພັນລ້ານໂດລາສະຫະລັດ ແລະ ຄວາມຮັ່ງມີສ່ວນຕົວຂອງລາວສ່ວນໃຫຍ່ແມ່ນຢູ່ໃນຫຸ້ນ Amazon ເຊິ່ງໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນຊຸມປີຜ່ານມາ. ຫຸ້ນ Amazon ໄດ້ສູງເຖິງລະດັບສູງສຸດໃນເດືອນເມສາຜ່ານມາ ຍ້ອນຄວາມຕ້ອງການທີ່ບໍ່ເຄີຍມີມາກ່ອນຈາກຜູ້ບໍລິໂພກ, ແລະ ຫຸ້ນດັ່ງກ່າວໄດ້ສືບຕໍ່ເພີ່ມຂື້ນເປັນມູນຄ່າຫຼາຍຮ້ອຍຕື້ ເຮັດໃຫ້ນັກລົງທຶນໄດ້ກຳໄລຫຼາຍກ່ວາ 86% ໃນປີນີ້. ວັນທີ 26 ສິງຫາ ບໍລິສັດມີມູນຄ່າຫຼາຍກ່ວາ 1,7 ພັນຕື້ໂດລາສະຫະລັດ ເຊິ່ງເຮັດໃຫ້ມັນກາຍເປັນບໍລິສັດທີ່ມີມູນຄ່າຫຼາຍທີ່ສຸດ ອັນດັບ 2 ໃນສະຫະລັດອາເມລິກາ. ການແຜ່ລະບາດຂອງໂຄວິດ-19 ໄດ້ຊ່ວຍກະຕຸ້ນການເຕີບໂຕດັ່ງກ່າວ ຍ້ອນວ່າຜູ້ບໍລິໂພກຫັນໄປຫາຜູ້ຂາຍຍ່ອຍທາງອິນເຕີເນັດ ໃນການຊື້ສິ່ງທີ່ຈຳເປັນເຊັ່ນ: ...

Read More »

ພາຍຸເຮີຣິເຄນ Laura ຮ້າຍແຮງທີ່ສຸດໃນປີນີ້

ສູນພາຍຸເຮີຣິເຄນແຫ່ງຊາດກ່າວວ່າ "ພາຍຸເຮີຣິເຄນ Laura ອັນຕະລາຍຮ້າຍແຮງທີ່ສຸດໄດ້ເກີດຂື້ນໃນຕອນເຊົ້າວັນທີ 27 ສິງຫານີ້ ໃກ້ກັບເມືອງ Cameron, ລັດ Louisiana, ເຊິ່ງເຮັດໃຫ້ເກີດພາຍຸຮຸນແຮງ, ລົມພັດແຮງແລະ ນໍ້າຖ້ວມກະທັນຫັນ". ພາຍຸໜ່ວຍນີ້ ໄດ້ພັດເຂົ້າມາເປັນພາຍຸເຮີຣິເຄນປະເພດ 4 ໃນຂະນະທີ່ມັນພັດເຂົ້າໄປຫາແຄມຝັ່ງລັດ Louisiana ແລະ Texas ແລະ ກຳ ລັງຈະກາຍມາເປັນປະເພດ 5 ໂດຍເປັນປະເພດທີ່ມີພະລັງທີ່ສຸດຂອງສູນພະຍຸເຮີລິເຄນ ເມື່ອມັນພັດເຂົ້າສູ່ພື້ນດິນ. ແຕ່ຄາດວ່າມັນຈະຜ່ອນລົງເມື່ອມັນເຄື່ອນເຂົ້າໄປໃນເຂດນໍ້າ. ກຳລັງລົມມີຄວາມແຮງເຖິງ 150 mph (ໄມຕໍ່ຊົ່ວໂມງ) ເຊິ່ງມັນອາດຈະກາຍເປັນປະເພດ 5 ຢູ່ທີ່ຄວາມແຮງ 157 mph. ແຕ່ວ່າໃນເວລາ 3 ໂມງເຊົ້າຜ່ານມາ ໄດ້ມີລົມແຮງສູງສຸດ 140 mph ທາງທິດຕາເວັນຕົກສຽງໃຕ້ຂອງ Lake Charles, Louisiana ແລະ ທິດຕາເວັນອອກຂອງ Port Arthur, Texas ເຊິ່ງປັດຈຸບັນ ມັນກຳລັງເຄື່ອນໄປທາງທິດເໜືອ. ຄາດວ່າຈະເປັນພະຍຸເຮີລິເຄນທີ່ແຮງທີ່ສຸດທີ່ຈະພັດເຂົ້າສະຫະລັດອາເມລິກາໃນປີນີ້ ສົ່ງຜົນໃຫ້ປະຊາຊົນ ຫຼາຍກວ່າເຄິ່ງລ້ານຄົນໄດ້ຖືກສັ່ງໃຫ້ອົບພະຍົບ. ແຫຼ່ງຂໍ້ມູນ:​ https://www.cbsnews.com

Read More »

ເກີດນ້ຳຖ້ວມກະທັນຫັ່ນ ຢູ່ອັບການິດສະຖານ ເສຍຊີວິດຫຼາຍກວ່າ 100 ຄົນ

ສຳນັກຂ່າວ BBC ລາຍງານວ່າ: ວັນທີ 26 ສິງຫາ 2020 ທີ່ຜ່ານມາ, ເກີດຝົນຕົກໜັກເປັນເວລາຫລາຍວັນ ເຮັດໃຫ້ນ້ຳຖ້ວມ ຢູ່ເມືອງເອກຂອງ ແຂວງ ພາວັນ (Parwan) ທາງພາກເໜືອ ນະຄອນຫລວງ ກາບູນ ຂອງປະເທດອັບການິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 100 ຄົນ ແລະ ມີຜູ້ບາດເຈັບຫຼາຍກວ່າ 10 ຄົນ, ຮືອນຊານປະຊາຊົນ 500 ຫລັງຄາ ໄດ້ຮັບຜົນກະທົບຢ່າງໜັກ. ປັດຈຸບັນ ໜ້ວຍກູ້ໄພ ພວມເລັ່ງໃຫ້ການ ຊ່ວຍເຫລືອກັບຜູ້ທີ່ປະສົບເຄາະຮ້າຍ ໃນຄັ້ງນີ້ຢ່າງຮີບດ່ວນ. ແຫຼ່ງຂໍ້ມູນ: FM 90

Read More »