ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນວົງແຄບ ແບບທາງໄກ

ໃນວັນທີ 21 ມັງກອນ 2021 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີ ຕ່າງປະເທດອາຊຽນ ແບບທາງ ໄກ ເຊິ່ງເປັນກອງປະຊຸມທຳອິດພາຍໃຕ້ການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ (ສຳລັບ ປີ 2021) ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.

ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດ ບັນດາຄໍາຕົກລົງຂອງຜູ້ນໍາອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ຜ່ານມາ ລວມທັງການສຳເລັດການທົບທວນກາງສະໄໝ ແຜນແມ່ບົດການສ້າງປະຊາຄົມອາຊຽນຮອດ ປີ 2025; ການປັບປຸງຂອດປະສານງານລະຫວ່າງຂະແໜງ ການກ່ຽວຂ້ອງພາຍໃນເສົາຄໍ້າ ແລະ ລະຫວ່າງເສົາຄໍ້າປະຊາຄົມອາຊຽນ; ການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫລັງປີ 2025. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ສືບຕໍ່ຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານອາຊຽນ; ການນຳໃຊ້ສ່ວນໜຶ່ງຂອງກອງທຶນຕ້ານໂຄວິດ-19 ອາຊຽນ ເພື່ອຈັດຊື້ຢາວັກແຊັງ ແລະ ອຸປະກອນການແພດສໍາລັບປະຊາຊົນອາຊຽນ; ການສ້າງຕັ້ງແລວການເດີນທາງພິເສດອາ ຊຽນ ແລະ ອື່ນໆ. ພ້ອມນັ້ນ, ຍັງໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບຕໍ່ບັນດາບູລິມະສິດການເປັນປະທານອາຊຽນຂອງບຣູໄນ ດາຣູຊາລາມ ປີ 2021 ພາຍໃຕ້ຄໍາຂວັນ “ພວກເຮົາຫ່ວງໄຍ, ພວກເຮົາ ກຽມພ້ອມ, ພວກເຮົາພ້ອມກັນຈະເລີນ” ໂດຍສຸມໃສ່ຄວາມເປັນເອກກະພາບ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມກົມກຽວ ໂດຍມີປະຊາຊົນເປັນແກນກາງ; ການກະກຽມຄວາມພ້ອມ ແລະ ການປັບຕົວເພື່ອຮັບມື ແລະ ຍາດເອົາກາລະໂອກາດອັນໃໝ່ທີ່ອາດຈະເກີດຂຶ້ນ; ການເພີ່ມທະວີຄວາມສະມັກຄີເປັນປຶກແຜ່ນພາຍໃນອາຊຽນ ແລະ ສືບຕໍ່ສົ່ງເສີມການຮ່ວມມືກັບພາຍນອກ.

ในภาพอาจจะมี 1 คน

ກອງປະຊຸມຄັ້ງນີ້, ຍັງໄດ້ປຶກສາຫາລືການຮ່ວມມື ລະຫວ່າງອາຊຽນ ກັບພາຍນອກ, ເຊິ່ງໃນນີ້ ໄດ້ພິຈາລະນາ ຂໍ້ສະເໜີຂອງບັນດາປະເທດ ທີ່ສົນໃຈເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ການເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ຂອງປະເທດນອກພາກພື້ນຈຳນວນໜຶ່ງ. ໃນໂອກາດນີ້, ບັນດາລັດຖະມົນຕີ ຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ເປັນຕົ້ນ ການກໍ່ການຮ້າຍ, ຄວາມປອດໄພທາງໄຊເບີ, ໄພພິ ບັດທາງທໍາມະຊາດ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ການຄ້າມະນຸດ, ຄວາມປອດໄພທາງທະເລ ແລະ ອື່ນໆ

ໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ການເປັນປະທານອາຊຽນຂອງ ສສ ຫວຽດນາມ ໃນປີ 2020 ໂດຍສະເພາະຄວາມຄືບໜ້າໃນການຜັນຂະຫຍາຍ ບັນດາຂໍ້ຕົກລົງຂອງຜູ້ນໍາອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນຜ່ານມາ ພ້ອມທັງສະແດງຄວາມຊົມເຊີຍຕໍ່ການຮັບໜ້າທີ່ເປັນປະທານອາ ຊຽນຂອງ ບຣູໄນ ດາຣູຊາລາມ ສຳລັບປີ 2021.

ນອກນັ້ນ, ກໍໄດ້ຊຸກຍູ້ໃຫ້ຂະແໜງການກ່ຽວຂ້ອງຂອງອາຊຽນ ເລັ່ງລັດຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ ທີ່ກ່ຽວພັນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ເປັນຮູບປະທໍາ ລວມທັງການຜັນຂະຫຍາຍແຜນຟື້ນຟູຮອບດ້ານອາຊຽນ ແລະ ການນໍາໃຊ້ກອງທຶນຕ້ານໂຄວິດອາຊຽນ ເພື່ອຈັດຊື້ຢາວັກແຊັງ ແລະ ຢາປົວພະຍາດສໍາລັບປະຊາ ຊົນອາຊຽນ, ເຊິ່ງທັງໝົດນີ້ ຈະປະກອບສ່ວນເຂົ້າໃນການຫລຸດຜ່ອນຜົນກະທົບທາງດ້ານເສດຖະກິດ-ສັງ ຄົມ ແລະ ສຸຂະພາບໃນພາກພື້ນ. ພ້ອມນັ້ນ, ທ່ານລັດຖະມົນຕີ ຍັງໄດ້ເນັ້ນຕື່ມວ່າ: ອາຊຽນຄວນສືບຕໍ່ສົ່ງເສີມບົດບາດຄວາມເປັນແກນກາງ ຂອງຕົນໃນການພົວພັນຮ່ວມມືກັບພາຍນອກ ແລະ ໃນໂຄງສ້າງພາກພື້ນທີ່ພວມຜັນແປ ໂດຍສະເພາະໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຫລັງໂຄວິດ-19.

ຂປລ

Comments