ອົດສະຕຣາລີ ຮ່ວມມືກັບ ສປປ ລາວ ເພີ່ມທະວີ ວຽກງານການຕອບໂຕ້ ແລະ ຟື້ນຟູຜົນກະທົບຈາກພະຍາດໂຄວິດ-19

ໃນວັນທີ 25 ມັງກອນ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ເຈນ ຊານເດີເລີ ອຸປະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າພົບປະ ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນ ຕີ ກະຊວງແຜນການ ແລະ ການລົງທຶນ ເພື່ອສືບຕໍ່ຢັ້ງຢືນຄຳໝັ້ນສັນຍາຂອງລາວ ແລະ ອົດສະ ຕຣາລີ ໃນການຮ່ວມມືເພື່ອການຕອບໂຕ້, ຟື້ນຟູ ແລະ ກ້ຽມພ້ອມໃນການຮັບມື, ເຊິ່ງທັງສອງຝ່າຍ ໄດ້ຕົກລົງທີ່ຈະປະສານສົມທົບກັນ ກັບທຸກຂະແໜ່ງການທີ່ກ່ຽວຂ້ອງຂອງພາກລັດ ເພື່ອຮັບປະກັນ ການລະດົມຊັບພະຍາກອນແບບມີປະສິດທິຜົນ ເພື່ອບັນລຸເປົ້າໝາຍການພັດທະນາຂອງ ສປປ ລາວ.

ในภาพอาจจะมี 1 คน, กำลังนั่ง, ตาราง, ห้องรับแขก และสถานที่ในร่ม

ທ່ານ ນາງ ເຈນ ຊານເດີເລີ ກ່າວວ່າ: ວັນຊາດອົດສະຕຣາລີ ວັນທີ 26 ມັງກອນ 2021 ທີ່ຈະມາເຖິງນີ້, ເປັນໂອກາດທີ່ພວກເຮົາຮ່ວມກັນສະເຫລີມສະຫລອງທຸກຢ່າງ ທີ່ຈົບງາມຂອງອົດສະຕຣາລີ ແລະ ວິຖີຊິວິດຂອງຄົນອົດສະຕຣາລີ ລວມເຖິງ ສາຍພົວພັນມິດຕະພາບອັນແໜ້ນແຟ້ນ, ການຮ່ວມມື ແລະ ຄວາມໄວ້ເນື້ອເຊື່ອໄວ້ ທີ່ໄດ້ເປັນຮາກຖານຂອງວັດທະນາທຳອົດສະຕຣາລີ. ປະຊາຊົນອົດສະຕຣາລີ ມີຄວາມມຸ່ງໜັ້ນທີ່ຈະຕັ້ງໜ້າຮ່ວມມືກັບທຸກຝ່າຍ ໃນທຸກສະຖານະການ ລວມທັງໃນຍາມມີວິກິດ, ເຊັ່ນ: ພວມປະເຊີນກັບສະພາບການແຜ່ລະບາດຂອງໂຄວິດ-19 ທົ່ວໂລກໃນໄລຍະປັດຈຸບັນ.ທ່ານ ນາງ ເຈນ ຊານເດີເລີ ກ່າວຕື່ມວ່າ: ປະເທດອົດສະຕຣາລີ ແລະ ສປປ ລາວ ມີສາຍພົວພັນມິດຕະພາບອັນເລິກເຊິ່ງ ແລະ ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພວກເຮົາກຳລັງເຮັດວຽກຮ່ວມກັນ ເພື່ອເອົາຊະນະສິ່ງທ້າທາຍອັນໃຫຍ່ຫລວງ, ເຊິ່ງຍ້ອນຜົນກະທົບຈາກພະຍາດໂຄວິດ-19 ແລະ ພວກເຮົາກໍາລັງເຮັດວຽກຮ່ວມກັນ ແນ່ໃສ່ເພື່ອບັນລຸວິໄສທັດທີ່ມີຮ່ວມກັນ ໃນດ້ານການພັດທະນາຄຸນນະພາບຊີວິດໃຫ້ດີຂຶ້ນ ແກ່ພົນລະເມືອງຂອງສອງຊາດພວກເຮົາ, ໂດຍຜ່ານການພັດທະນາດ້ານເສດ ຖະກິດ, ຄວາມໝັ້ນຄົງດ້ານສຸຂະພາບ ແລະ ຄວາມໝັ້ນຄົງໃນພາກພື້ນຂອງພວກເຮົາ.

ในภาพอาจจะมี 7 คน, ผู้คนกำลังยืน และสถานที่ในร่ม

ອົດສະຕຣາລີ ມີຄວາມພາກພູມໃຈ ທີ່ໄດ້ຢືນຄຽງຂ້າງ ສປປ ລາວ ແລະ ໃຫ້ການສະໜັບສະໜູນ ເພື່ອເປົ້າໝາຍການພັດທະນາເຊິ່ງກັນ ແລະ ກັນ, ໂດຍຜ່ານຍຸດທະສາດ ການຮ່ວມມືເພື່ອການຟື້ນຟູຂອງອົດສະຕຣາລີ, ເຊິ່ງໄດ້ກຳນົດບົດບາດ ຂອງອົດສະຕຣາລີ ໃນການສະໜັບສະໜູນ ການຕອບໂຕ້ ແລະ ການຟື້ນຟູຜົນກະທົບ ຈາກພະຍາດໂຄວິດ-19 ໃນຂົງເຂດອິນໂດ-ປາຊີຟິກ. ອົດສະຕຣາລີ ຍັງໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໂດຍຜ່ານແຜນງານຕອບໂຕ້ດ້ວຍວັກແຊັງ ແລະ ແຜນງານຕອບໂຕ້ ດ້ານການພັດທະນາຕໍ່ກັບພະຍາດໂຄວິດໂຄວິດ-19. ອົດສະຕຣາລີຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ສປປ ລາວ ໂດຍຜ່ານຂອບອາຊຽນ ແລະ ໃນຖານະເປັນສະມາຊິກຂອງອົງການອະນຸພາກພື້ນລຸ່ມແມ່ນໍ້າຂອງ ເພື່ອແນ່ໃສ່ແກ້ໄຂສິ່ງທ້າທາຍດ້ານສຸຂະພາບ, ສັງຄົມ ແລະ ເສດຖະກິດ ທີ່ໄດ້ຮັບຜົນກະທົບມາຈາກ ໂຄວິດ-19

ແຫລ່ງຂໍ້ມູນ: ຂປລ.

Comments