ຜົນສຳເລັດທີ່ພົ້ນເດັ່ນ ຂອງການພັດທະນາເສດຖະກິດ – ສັງຄົມໃນໄລຍະເວລາ 5 ປີທີ່ຜ່ານມາ

ການພັດທະນາເສດຖະກິດ – ສັງຄົມ 5 ປີຜ່ານມາ ຂອງລັດຖະບານ ມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ໂດຍບັນລຸຄາດໝາຍສໍາຄັນໃນການນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ການສົ່ງເສີມ ແລະ ດຶງດູດການລົງທຶນຂອງພາກເອກະຊົນໄດ້ມີການປັບປຸງດີຂຶ້ນ. ຢ່າງໃດກໍຕາມ, ຖ້າເບິ່ງບັນຫາຢ່າງພາວະວິໄສ ຈະເຫັນວ່າການເຕີບໂຕຂອງເສດຖະກິດ – ສັງຄົມ ຍັງມີຫຼາຍບັນຫາທີ່ບໍ່ທັນຮັບປະກັນຄວາມຍືນຍົງຕາມທິດທາງທີ່ໄດ້ວາງອອກ, ການປັບປຸງສະພາບແວດລ້ອມດ້ານການລົງທຶນຍັງບໍ່ທັນໄດ້ຮັບການແກ້ໄຂ ດ້ວຍນະໂຍບາຍ, ວິທີການອັນເໝາະສົມ ແລະ ກົນໄກແບບບຸກທະລຸ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ( 2016 – 2020 )  ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ເມື່ອວັນທີ 13 ມັງກອນ 2021 ວ່າ: ໃນ 5 ປີຜ່ານມາ ໂດຍພາຍໃຕ້ການຊີ້ນໍາ – ນໍາພາຢ່າງໃກ້ຊິດຂອງລັດຖະບານ ແລະ ການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງຂອງຂະແໜງການ ແລະ ອໍານາດການປົກຄອງທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນເປັນຢ່າງດີຂອງປະຊາຊົນ ແລະ ຄູ່ຮ່ວມພັດທະນາຜ່ານການຈັດຕັ້ງປະຕິບັດຕົວຈິງ ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ( 2016 – 2020 ) ຈຶ່ງມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ດັ່ງນີ້:

ในภาพอาจจะมี 3 คน
  1. ປະເທດເຮົາຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ລະບົບການບໍລິຫານປົກຄອງໄດ້ກ້າວເຂົ້າສູ່ລະບຽບກົດໝາຍ ແລະ ມີຄວາມທັນສະໄໝຫຼາຍຂຶ້ນ, ສັງຄົມນັບມື້ມີຄວາມເທົ່າທຽມ ແລະ ຍຸຕິທໍາເປັນກ້າວໆ.
  2. ຜົນສໍາເລັດອັນພົ້ນເດັ່ນ ແມ່ນພວກເຮົາສາມາດບັນລຸຄາດໝາຍທີ່ສໍາຄັນໃນການນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ( ສາມາດບັນລຸໄດ້ສອງເງື່ອນໄຂ: ລາຍໄດ້ແຫ່ງຊາດ 1.996 ໂດລາສະຫະລັດຕໍ່ຫົວຄົນ ແລະ ດັດຊະນີຊັບສິນມະນຸດ ແມ່ນ 72,8 ).
  3. ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ SDGs, ຍຸດທະສາດການເຕີບໂຕສີຂຽວຂອງລັດຖະບານ ໄດ້ຫັນເຂົ້າສູ່ພາກປະຕິບັດຕົວຈິງ ແລະ ໄດ້ຮັບການສະໜັບສະໜູນຈາກສາກົນຢ່າງຕັ້ງໜ້າ, ຫຼາຍປະເທດຍັງສືບຕໍ່ຮັກສາລະດັບການຊ່ວຍເຫຼືອ ເພື່ອການພັດທະນາຕໍ່ ສປປ ລາວ, ບາງປະເທດຍັງເພີ່ມການຊ່ວຍເຫຼືອຂຶ້ນຕື່ມຈາກລະດັບເດີມ.
  4. ການພັດທະນາພື້ນຖານໂຄງລ່າງ, ແລວທາງເສດຖະກິດເພື່ອເຊື່ອມຕໍ່ – ເຊື່ອມຈອດກັບພາກພື້ນ ແລະ ສາກົນໄດ້ກາຍເປັນຮູບປະທໍາຂຶ້ນຢ່າງຕັ້ງໜ້າ ເຊັ່ນ: ໂຄງການທາງລົດໄຟ ລາວ – ຈີນ, ທາງດ່ວນວຽງຈັນ – ວັງວຽງ ແລະ ອື່ນໆ ມີ ຄວາມຄືບໜ້າຢ່າງໜ້າພໍໃຈ ເຊິ່ງກາຍເປັນປັດໄຈພື້ນຖານໃຫ້ແກ່ການຜະລິດສິນຄ້າ ແລະການບໍລິການຕາມແລວທາງດັ່ງກ່າວນັ້ນ.
ในภาพอาจจะมี ท้องฟ้า, ต้นไม้ และสถานที่กลางแจ้ง
  1. ການສົ່ງເສີມ ແລະ ດຶງດູດການລົງທຶນຂອງພາກເອກະຊົນໄດ້ມີການປັບປຸງດີຂຶ້ນ, ໂຄງການລົງທຶນຂະໜາດໃຫຍ່ໃນຂົງເຂດໄຟຟ້າ – ບໍ່ແຮ່ ຫຼາຍໂຄງການໄດ້ກ້າວເຂົ້າສູ່ການຜະລິດເພື່ອສົ່ງອອກ, ການສ້າງຄວາມເຂັ້ມແຂງທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸນລະວິສາຫະກິດ ( MSMEs ) ໄດ້ມີທ່າກ້າວໃໝ່ທີ່ດີຂຶ້ນ, ອຸດສາຫະກໍາປຸງແຕ່ງໄດ້ມີໜໍ່ແໜງເພີ່ມຂຶ້ນ ເປັນຕົ້ນ ການຜະລິດວັດສະດຸກໍ່ສ້າງ, ແຜ່ນແພ, ເຄື່ອງດື່ມ, ຜະລິດຕະພັນແຮ່ທາດ, ຜະລິດຕະພັນໄມ້.
  2. ພື້ນຖານຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການແກ້ໄຂ, ຄວາມທຸກຍາກຂອງປະຊາຊົນໄດ້ມີທ່າກ້າວຫຼຸດລົງຢ່າງຕໍ່ເນື່ອງ, ການພັດທະນາພື້ນຖານວັດຖຸ – ເຕັກນິກໃນຂົງເຂດວັດທະນະທໍາ – ສັງຄົມໄດ້ຮັບການເອົາໃຈໃສ່ ເຊັ່ນ: ສ້າງອາຄານ ແລະ ປະກອບວັດຖຸ – ເຕັກນິກຢູ່ໂຮງໝໍໃຫຍ່, ສ້າງໂຮງຮຽນ, ສູນຝຶກວິຊາຊີບ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ນັບມື້ມີຄຸນນະພາບສູງຂຶ້ນ, ບົດບາດຍິງ – ຊາຍໄດ້ມີທ່າກ້າວທີ່ດີ.
  3. ກົງຈັກການຈັດຕັ້ງຂອງລັດ ໄດ້ຮັບການປັບປຸງໃຫ້ກະທັດຮັດ, ສອດຄ່ອງກັບພາລະບົດບາດການເຄື່ອນໄຫວຕົວຈິງ, ພ້ອມທັງການຈັດວາງບຸກຄະລາກອນຂອງແຕ່ລະພາກສ່ວນຄືນໃໝ່.
  4. ການນໍາໃຊ້ຜົນສໍາເລັດດ້ານເຕັກໂນໂລຊີເຂົ້າໃນການບໍລິການສັງຄົມ, ການຫັນໄປສູ່ທັນສະໄໝໃນບາງຂະແໜງຂອງການຜະລິດອຸດສາຫະ ກໍາ, ການບໍລິການດ້ານທະນາ ຄານ – ການເງິນ ແລະ ການບໍລິການການຄຸ້ມຄອງລັດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ກວ້າງຂວາງ.
  5. ການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ໄດ້ຂະຫຍາຍຕົວສູ່ລວງເລິກ, ພ້ອມກັນນັ້ນ ກໍໄດ້ເປີດກວ້າງການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ຫຼາຍຮູບ ແລະ ຫຼາຍລະດັບ ເຊິ່ງເປັນການປະກອບສ່ວນອັນສໍາຄັນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ SDGs, ຍຸດທະສາດການເຕີບໂຕສີຂຽວຂອງລັດຖະບານ ໄດ້ຫັນເຂົ້າສູ່ພາກປະຕິບັດຕົວຈິງ.
  6. ວຽກງານອຸຕຸນິຍົມ ແລະ ອຸທົກກະເສດ ໄດ້ຮັບການພັດທະນາ ແລະ ປັບປຸງດີຂຶ້ນໃນຂອບເຂດທົ່ວປະເທດ, ມີລະບົບການພະຍາກອນການປ່ຽນແປງ ດ້ານດິນຟ້າອາກາດ ແລະ ມີການເຝົ້າລະວັງ ຕິດຕາມສະພາບແຫ້ງແລ້ງ – ນໍ້າຖ້ວມຂັງ ສາມາດລາຍງານ ແລະ ແກ້ໄຂທັນສະພາບການ, ໄດ້ດໍາເນີນການວາງແຜນທົດລອງນໍາໃຊ້ລະບົບຂໍ້ມູນ ແລະ ກຽມພ້ອມໃນການປ້ອງກັນພະຍາດສັດຕາມລະດູການ.

ເຖິງຢ່າງໃດກໍຕາມ ຖ້າເບິ່ງບັນຫາຢ່າງພາວະວິໄສ ຈະເຫັນວ່າການເຕີບໂຕຂອງເສດຖະກິດ-ສັງຄົມ ເຮົາຍັງ ມີຫຼາຍບັນຫາທີ່ມີລັກສະນະບອບບາງ, ບໍ່ທັນຮັບປະກັນຄວາມຍືນຍົງຕາມທິດທາງທີ່ໄດ້ວາງອອກ.

ສ່ວນດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ເອົາໃຈໃສ່ ແມ່ນການຂະຫຍາຍຕົວຂອງເສດຖະກິດ ເຖິງວ່າຍັງຢູ່ໃນລະດັບສູງພໍສົມຄວນ ເມື່ອທຽບໃສ່ປະເທດໃນພາກພື້ນ ແຕ່ກໍຍັງບໍ່ສາມາດປະຕິບັດໄດ້ຕາມຄາດໝາຍກໍານົດໄວ້ ແລະ ມີທ່າອ່ຽງຫຼຸດລົງໃນແຕ່ລະປີ, ຄຸນນະພາບຂອງການເຕີບໂຕບໍ່ສູງ, ຍັງເອື່ອຍອີງໃສ່ຂະແໜງການຊັບພະຍາກອນທໍາມະຊາດເປັນຫຼັກໃນການຂັບເຄື່ອນເສດຖະກິດ, ການຜະລິດເປັນສິນຄ້າຍັງບໍ່ຫຼາກຫຼາຍ ບໍ່ທັນກາຍເປັນທ່າແຮງຂອງການສົ່ງອອກ.

ຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ – ເງິນຕາ ແລະ ບັນດາໜີ້ສາທາລະນະ ຍັງບໍ່ທັນສາມາດແກ້ໄຂໃຫ້ມີການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ, ການເກັບລາຍຮັບບໍ່ໄດ້ຕາມແຜນ, ການຂາດດຸນງົບປະມານຂອງລັດຍັງສູງ ແລະ ເພີ່ມຂຶ້ນຕໍ່ເນື່ອງ, ແຫຼ່ງດຸນດ່ຽງຕໍ່ການຂາດດຸນດັ່ງກ່າວ ສ່ວນໃຫຍ່ແມ່ນອາໄສການກູ້ຢືມຈາກຕ່າງປະເທດ, ບັນຫາໜີ້ສິນພາຍໃນ ແລະ ຕ່າງປະເທດສະສົມເພີ່ມຂຶ້ນ ເຮັດໃຫ້ເພີ່ມຄວາມກົດດັນໃຫ້ແກ່ການຄຸ້ມຄອງບໍລິຫານງົບປະມານຢ່າງໜັກໜ່ວງ, ການປະຕິບັດວິໄນແຜນການ – ການເງິນບໍ່ເຄັ່ງຄັດ, ສະຖຽນລະພາບຂອງລະບົບເງິນຕາຍັງບອບບາງ ໂດຍສະເພາະລະດັບຄັງສໍາຮອງເງິນຕາຕ່າງປະເທດ ຕໍ່າກວ່າແຜນການທີ່ວາງໄວ້ໃນບາງໄລຍະ.

ในภาพอาจจะมี ท้องฟ้า, ต้นไม้, สถานที่กลางแจ้ง และธรรมชาติ

ການປັບປຸງສະພາບແວດລ້ອມດ້ານການລົງທຶນຍັງບໍ່ທັນໄດ້ຮັບການແກ້ໄຂດ້ວຍນະໂຍບາຍ, ວິທີການອັນເໝາະສົມ ແລະ ກົນໄກແບບບຸກທະລຸ, ຍັງຊັກຊ້າ, ຜ່ານຫຼາຍຂອດບໍລິຫານ, ຄຸມເຄືອ, ສັບສົນ, ບໍ່ໂລ່ງລ່ຽນ ກາຍເປັນສິ່ງກົດໜ່ວງໂດຍກົງຕໍ່ຄວາມອາດສາມາດໃນການສ້າງແຮງດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ.

ການປະຕິບັດມາດຕະການຕົວຈິງ ເພື່ອຊຸກຍູ້ສົ່ງເສີມຜູ້ປະກອບການພາຍໃນ ໂດຍສະເພາະວິສາຫະກິດຂະໜາດນ້ອຍ ແລະ ກາງ ( SME ) ແລະ ຈຸນລະວິສາຫະກິດ ( MSME ) ຍັງບໍ່ທັນມີປະສິດທິຜົນ, ບັນດາວິສາຫະກິດພາຍໃນສ່ວນໃຫຍ່ຍັງອ່ອນແອ, ບໍ່ທັນມີຖານການຜະລິດ, ການບໍລິການ ແລະ ການຕະຫຼາດທີ່ໝັ້ນຄົງແຂງແຮງ, ລັດວິສາຫະກິດສ່ວນຫຼາຍດໍາເນີນທຸລະກິດທີ່ຂາດທຶນ ແລະ ເຮັດໃຫ້ມີໜີ້ສິນຄຸມເຄືອ.

ການເສີມຂະຫຍາຍ, ນໍາໃຊ້ທ່າແຮງ ແລະ ຄວາມອາດສາມາດບົ່ມຊ້ອນດ້ານຊັບພະຍາກອນທໍາມະຊາດ, ທີ່ຕັ້ງພູມສັນຖານ ແລະ ປັດໄຈອື່ນໆຂອງຊາດ ຄຽງຄູ່ກັບການນໍາໃຊ້ໂອກາດ, ເງື່ອນໄຂໃໝ່ໆທີ່ເກີດຈາກການຮ່ວມມືສາກົນຍັງບໍ່ທັນແຂງແຮງ, ກົງກັນຂ້າມການປົກປັກຮັກສາສິ່ງແວດລ້ອມຈາກການນໍາໃຊ້ຊັບພະຍາກອນທໍາມະຊາດຍັງບໍ່ຮັດກຸມເທົ່າທີ່ຄວນ.

ການຫັນເປັນທັນສະໄໝຍັງບໍ່ທັນບຸກທະລຸໄດ້ເທົ່າທີ່ຄວນ, ການກໍ່ສ້າງ ແລະ ຍົກລະດັບດ້ານວິຊາການ – ເຕັກນິກໃນຫຼາຍຂົງເຂດຍັງບໍ່ທັນສາມາດຕອບສະໜອງຄວາມຕ້ອງການຂອງບັນດາໂຄງການພັດທະນາໃນແຕ່ລະໄລຍະ.

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ-ການຄ້າ

Comments