ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອລ້າ ຈຳນວນ 522.221 ໂດລາສະຫະລັດ ໃຫ້ໂຄງການດ້ານສາທາລະນະສຸກ ສອງໂຄງການ ຢູ່ແຂວງຊຽງຂວາງ ແລະ ແຂວງວຽງຈັນ ແລະ ສາມໂຄງການ ດ້ານການສຶກສາ ຢູ່ ແຂວງ ຫລວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ, ໂດຍຜ່ານໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGPs).

ພິທີເຊັນສັນຍາໂຄງການ ໄດ້ຈັດຂຶ້ນທີ່ສະຖານທູດຍີ່ປຸ່ນ ໃນວັນທີ 20 ມັງກອນ 2021 ລະ ຫວ່າງ ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ບັນດາຕົວແທນຈາກການນຳຂັ້ນເມືອງ ແລະ ແຂວງ ທີ່ໄດ້ຮັບໂຄງການດັ່ງກ່າວ.ໜຶ່ງໃນໂຄງການດ້ານສາທາລະນະສຸກ ແມ່ນການສ້າງສູນສຸຂະພາບຫລັງໃໝ່ ຢູ່ບ້ານພຽງດ່ານ ແຂວງຊຽງຂວາງ ເນື່ອງຈາກອາຄານຫລັງເກົ່າເປ່ເພ ຍ້ອນຖືກໄພນ້ຳຖ້ວມ ໃນປີ 2018 ແລະ ອີກໜຶ່ງໂຄງການ ແມ່ນການສ້າງສູນສຸຂະພາບແມ່ ແລະ ເດັກ ຢູ່ ເມືອງຫີນເຫີບ ແຂວງວຽງຈັນ.

ໂຄງການດັ່ງກ່າວ, ມີຈຸດປະສົງ ເພື່ອຍົກລະດັບຄວາມສາມາດ ແລະ ປັບປຸງສະພາບແວດລ້ອມໃນການເບິ່ງ ແຍງແມ່ໃນລະຫວ່າງຖືພາ.ໂຄງການດ້ານການສຶກສາ ແມ່ນການກໍ່ສ້າງອາຄານໃຫ້ໂຮງຮຽນມັດທະຍົມຕອນຕົ້ນນ້ຳບໍ່ ແຂວງ ຫລວງນ້ຳທາ, ມັດທະຍົມຕອນຕົ້ນພູວຽງໄຊ ແຂວງອຸດົມໄຊ ແລະ ໂຮງຮຽນອະນຸບານບ້ານທາດ ແຂວງໄຊຍະບູລີ ເພື່ອປັບປຸງສິ່ງແວດລ້ອມໃນການສຶກສາ, ໂດຍການສ້າງອາຄານຮຽນຫລັງໃໝ່ ພ້ອມສິ່ງອຳນວຍຄວາມສະດວກຕ່າງໆ.ໃນກອງປະຊຸມລັດຖະມົນຕີ ການຕ່າງປະເທດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 13 ທີ່ຈັດຂຶ້ນໃນເດືອນກໍລະກົດ ປີ 2020 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ເນັ້ນໜັກວ່າ: ຈະຈັດຕັ້ງປະຕິບັດໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ ເປັນມູນຄ່າ 1 ຕື້ເຢນ ພາຍໃນໄລຍະທ້າຍເດືອນມີນາ 2021, ໃນຮູບແບບຂອງແຜນລິເລີ່ມ KUNASONE (ຮາກຫຍ້າ) ເພື່ອສົ່ງເສີມເປົ້າໝາຍການພັດທະ ນາທີ່ຍືນຍົງໃຫ້ແກ່ພາກພື້ນແມ່ນ້ຳຂອງ, ຈຸດປະສົງ ແມ່ນເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງ ຄົມຂອງແຕ່ລະທ້ອງຖິ່ນ ຂອງທຸກປະເທດໃນພາກພື້ນແມ່ນ້ຳຂອງ, ເຊິ່ງລວມທັງ ສປປ ລາວ ເພື່ອຮັບ ປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ, ລັດຖະບານຍີ່ ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫລືອລັດຖະບານລາວ ປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ
ຂປລ