ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດຕົ້ນອາທິດນີ້ຈະອຸ່ນຂຶ້ນ 1 ຫາ 3 ອົງສາ ແລະ ໄລຍະກາງ ຫາ ທ້າຍອາທິດຈະກັບມາໜາວເຢັນລົງອີກໃນທົ່ວທຸກພາກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 0087/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 25 ມັງກອນ 2021ຄາດຄະເນສະພາບອາກາດ ໃນໄລຍະວັນທີ 25 – 31 ມັງກອນ 2021 ວ່າ: ໃນໄລຍະວັນທີ 25 – 27 ມັງກອນນີ້ຄວາມກົດດັນສູງຂອງອາກາດໜາວໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ- ຕາເວັນອອກສ່ຽງເໜືອ ພັດປົກຄຸມດ້ວຍກໍາລັງອ່ອນ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດອຸ່ນຂຶ້ນ 1 ຫາ 3 ອົງສາ ຢູ່ໃນແຕ່ລະພາກ; ແຕ່ສະພາບອາກາດຍັງໜາວເຢັນຫຼາຍຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ.

ຈາກນັ້ນ ວັນທີ 28 – 31 ມັງກອນນີ້ ມວນອາກາດເຢັນທີ່ປະເທດຈີນ ຈະເພີ່ມກຳລັງແຮງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດໜາວເຢັນລົງຢູ່ທົ່ວໄປໃນແຕ່ລະພາກ ແລະ ອາກາດຍັງໜາວເຢັນຫຼາຍຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ, ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ແລະ ມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ.

ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:
ພາກເໜືອດ້ານຕາເວັນອອກ: ອາກາດໜາວຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ
ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ ແລະ ຫົວພັນ. ອຸນຫະພູມຕ່ຳສູດ 05 – 10 ອົງສາ ແລະ ສູງສຸດ
22 – 25 ອົງສາ.
ພາກເໜືອດ້ານຕາເວັນຕົກ: ອາກາດໜາວເຢັນ ຫາ ໜາວຫຼາຍ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາ
ປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ໂດຍສະເພາະຢູ່ເຂດພູດອຍ ແລະ ພູສູງ. ອຸນຫະພູມຕ່ຳສຸດ 07 – 13 ອົງສາ ແລະ ສູງສຸດ 29 31 ອົງສາ.
ພາກກາງ: ອາກາດໜາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ ແລະ ໃນຕອນບ່າຍອາກາດຮ້ອນ. ອຸນຫະພູມຕ່ຳສຸດ 11 – 15 ອົງສາ ແລະ ສູງສຸດ 30 - 32 ອົງສາ. ສະເພາະແຂວງໄຊສົມບູນ: ອາກາດໜາວຫຼາຍ ມີໝອກໜາປົກຫຸ້ມຢູ່ທົ່ວໄປ ພ້ອມມີລົມພັດແຮງຢູ່ບາງບໍລິເວນ.ອຸນຫະພູມຕ່ຳສຸດ 05 – 09 ອົງສາ ແລະ ສູງສຸດ 18 – 20 ອົງສາ.
ພາກໃຕ້: ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແລະ ອາກາດຈະຮ້ອນຂື້ນໃນຕອນບ່າຍ. ອຸນຫະພູມຕ່ຳສຸດ 14 – 17 ອົງສາ ແລະ ສູງສຸດ 31 – 34 ອົງສາ.
ສະເພາະເຂດພູພຽງບໍລະເວນ: ອາກາດໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີ
ຝົນຕົກຄ່ອຍລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 05 – 08 ອົງສາ ແລະ ສູງສຸດ 21 -23 ອົງສາ.
ນະຄອນຫຼວງວຽງຈັນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ
ແລະ ໃນຕອນບ່າຍ ອາກາດຈະຮ້ອນຂຶ້ນ, ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ຳສູດ 15 – 18 ອົງສາ ແລະ ສູງສູດ 31 – 33 ອົງສາ