ໃນວັນທີ 19 ມັງກອນ 2021ທີ່ຜ່ານມາ, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີພິທີເປີດ ໂຄງການໃຫ້ຄຳປືກສາດ້ານທຸລະກິດ ( MSME Clinic ) ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, H.E. Jens Peter Lutkenherm ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໂຄງການໃຫ້ຄຳປືກສາດ້ານທຸລະກິດ ( MSME Clinic ) ເປັນໂຄງການທີ່ໃຫ້ຄຳປືກສາທາງດ້ານທຸລະກິດ ແລະ ຈັດຝຶກອົບຮົມໃຫ້ຜູ້ປະກອບກິດຈະການ ຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນ ສປປ ລາວ.


ຈຸດປະສົງແມ່ນເພື່ອຊ່ວຍຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດ COVID-19 ໂດຍອີງໃສ່ຄວາມຕ້ອງການເປັນລາຍບຸກຄົນຂອງຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນ ສປປ ລາວ, ເພື່ອຊ່ວຍໃຫ້ເຂົາເຈົ້າສາມາດຮັບມືກັບສິ່ງທ້າທາຍດ້ານການເງິນ ແລະ ການດຳເນີນທຸລະກິດໃນປະຈຸບັນໄດ້ດີຂຶ້ນ.



ແຫຼ່ງຂໍ້ມູນ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ