ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 27 ມັງກອນ 2021 ນີ້ວ່າ: ໃນທ່າມກາງບັນຍາ ກາດການກະກຽມ ຂະບວນການເລືອກຕັ້ງຢ່າງຟົດຟື້ນ ຂອງຜູ້ລົງສະໝັກເລືອກຕັ້ງ ແລະ ປະຊາຊົນຜູ້ທີ່ມີສິດເລືອກຕັ້ງ, ພ້ອມດ້ວຍທຸກພາກສ່ວນຕ່າງກໍພວມສຸມໃສ່ປະກອບສ່ວນ ໃຫ້ແກ່ເລືອກຕັ້ງສະມາຊິກສະພາ ຊຸດທີ IX, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ນະຄອນຫລວງວຽງຈັນ ຊຸດທີ II ທີ່ຈະຈັດຂຶ້ນໃນເດືອນກຸມພາ 2021 ທີ່ຈະມາເຖິງນີ້ ຢ່າງເປັນຂະບວນຟົດຟື້ນນັ້ນ. ສໍາລັບທີມນັກຮົບເສື້ອຂາວ ຂອງພວກເຮົາແມ່ນໄດ້ກຽມພ້ອມແລ້ວ ເພື່ອປະກອບສ່ວນຮັບໃຊ້ຕໍ່ການເລືອກຕັ້ງດັ່ງກ່າວ, ໂດຍສະເພາະແມ່ນໄດ້ຈັດທີມແພດທີ່ຢູ່ແຕ່ລະແຂວງ ໃຫ້ຈັດຕັ້ງກັນລົງໄປຢູ່ແຕ່ລະເມືອງ ແລະ ແຕ່ລະຈຸດຂອງການເລືອກຕັ້ງ ໃນຂອບເຂດທົ່ວປະເທດ.

ປັດຈຸບັນ, ກະຊວງສາທາ ລະນະສຸກ ພວກເຮົາ ແມ່ນໄດ້ເລີ່ມແຈກຢາຍເຄື່ອງປ້ອງກັນໂຕເອງ ລົງໄປໃຫ້ແຕ່ລະແຂວງແລ້ວ ເປັນຕົ້ນ ຜ້າອັດປາກ-ດັງ ພ້ອມກັບເຈວລ້າງມື. ສະເພາະຢູ່ສູນກາງພວກເຮົາ ກໍໄດ້ກະກຽມທີມແພດຫລາຍຮ້ອຍຄົນໄວ້ຢູ່ຫລາຍຈຸດຂອງການເລືອກຕັ້ງ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງໃນຄັ້ງນີ້ ເຫັນວ່າທີມແພດຂອງພວກເຮົາມີພຽງພໍ.ທ່ານ ດຣ. ບຸນກອງ ສີຫາວົງ ກ່າວຕື່ມວ່າ: ການເລືອກຕັ້ງຄັ້ງນີ້, ຖືເປັນວຽກງານທີ່ສໍາຄັນ ເພາະການເລືອກຕັ້ງສະມາຊິກສະພາແຫ່ງຊາດ ເຊິ່ງມັນໄດ້ເວົ້າເຖິງປະຊາທິປະໄຕ, ເວົ້າເລື່ອງສິດເປັນເຈົ້າຂອງປະເທດຊາດ. ສະນັ້ນ, ພວກເຮົາໝົດທຸກຄົນຈະຕ້ອງໄດ້ເຂົ້າຮ່ວມ. ແພດໝໍຈະຕ້ອງຖື ວ່າການເລືອກຕັ້ງນີ້ມີຄວາມສຳຄັນຫລາຍ ມີໜ້າທີ່ໄປຮັບໃຊ້ ແລະ ໄປໃຊ້ສິດແລ້ວຍັງຕ້ອງໄດ້ຂົນ ຂວາຍໃຫ້ພໍ່ແມ່ພີ່ນ້ອງຂອງຕົນເອງ ໃຫ້ໄປໃຊ້ສິດເລືອກຕັ້ງນຳ ເພື່ອເປັນການປະກອບສ່ວນ ຢູ່ໃນເຂດບ້ານຂອງຕົນເອງ. ນອກຈາກນີ້, ພວກເຮົາກໍໄດ້ມີຕົວແທນຂອງກະຊວງ ສາທາລະນະສຸກ ທີ່ໄດ້ເຂົ້າສະໝັກເລືອກຕັ້ງເປັນຜູ້ແທນ ສະມາຊິກສະພາແຫ່ງຊາດ ໃນຄັ້ງນີ້ອີກດ້ວຍ

ແຫຼ່ງຂ່າວ:ຂປລ.