ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວມະຫາຊົນ

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2021 ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວມະຫາຊົນ ໄດ້ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ຢູ່ທີ່ ຫ້ອງປະຊຸມໃຫຍ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ(ສຄອຊ). ໃຫ້ກຽດລົງນາມເຊັນໂດຍ ທ່ານ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ມາກ ລູວັນ ຜູ້ຈັດການທົ່ວໄປ ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວມະຫາຊົນ, ມີຕາງໜ້າຄະນະບໍລິຫານງານ ສຄອຊ, ສະມາຄົມ ແລະ ຫົວໜ່ວຍທຸລະກິດ ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ.



ໃນພິທີດັ່ງກ່າວ, ໄດ້ຕົກລົງເຫັນດີວ່າ: ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວມະຫາຊົນ ຈະເປັນຄູ່ຮ່ວມຍຸດທະສາດ ສະໜັບສະໜູນງານວາງສະແດງ ຜະລິດຕະພັນລາວ Made in Laos, ເປັນເວລາ 3 ປີ, ເລີ່ມແຕ່ປີ 2020-2022 ໂດຍຈະໃຫ້ການສະໜັບສະໜູນເປັນມູນຄ່າ 200,000,000 ກີບ/ປີ.

ການຕົກລົງຮ່ວມມືເປັນຄູ່ຮ່ວມຍຸດທະສາດ ສະໜັບສະໜູນງານວາງສະແດງ ຜະລິດຕະພັນລາວ Made in Laos ໃນຄັ້ງນີ້ ກໍເພື່ອເປັນການຊຸກຍູ້ ຜູ້ປະກອບການ ຫົວໜ່ວຍທຸລະກິດທີ່ໄດ້ຮັບຜົນກະທົບການແຜ່ລະບາດຈາກພະຍາດໂຄວິດ-19. ພ້ອມດຽວກັນນັ້ນ, ກໍຍັງເປັນການສົ່ງເສີມຜະລິດຕະພັນລາວທົ່ວປະເທດ ແລະ ຍົກລະດັບຄຸນນະພາບຂອງຜະລິດຕະພັນລາວໃຫ້ມີຄຸນນະພາບທຽບເທົ່າລະດັບສາກົນ ໂດຍສະເພາະແມ່ນຜະລິດຕະພັນທ້ອງຖິ່ນໃຫ້ກາຍເປັນສິນຄ້າທີ່ໄດ້ມາດຕະຖານສາມາດເປັນທີ່ຍອມຮັບທັງພາຍໃນ ແລະ ຕ່າງປະເທດ.

Comments