ຄາດຄະເນວ່າ!!! ປີ 2021 ນີ້ ສປປ ລາວ ເຮົາຈະຕ້ອງສັກວັກແຊັງປ້ອງກັນໂຄວິດ-19 ໃຫ້ໄດ້ປະມານ 1,5 ລ້ານຄົນ

ລັດຖະບານຕັ້ງເປົ້າ ປີ 2021 ສປປ ລາວ ຕ້ອງສັກວັກແຊັງໃຫ້ໄດ້ 1,5 ລ້ານຄົນ ແລະ ໃນປີ 2023 ໃຫ້ປະຕິບັດໄດ້ກວມ 70%ຂອງປະຊາກອນ, ແຕ່ທັ້ງນີ້ ຕ້ອງໃຊ້ງົບປະມານໃນການຊື້ວັກແຊັງປ້ອງກັນໂຄວິດ-19 ແລະ ງົບປະມານໃນການຈັດຕັ້ງປະຕິບັດທັງໝົດ ຕົກຢູ່ປະມານ 174 ລ້ານກວ່າໂດລາສະຫະລັດ.

ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນໂອກາດຮ່ວມພິທີສັກຢາວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານແພດໝໍ ບຸກຄົນທີ່ມີຄວາມສ່ຽງສູງ ທີ່ໂຮງໝໍມິດຕະພາບ ເມື່ອວັນທີ 27 ມັງກອນ 2021 ວ່າ: ການສັກວັກແຊັງປ້ອງກັນໂຄວິດ-19 ນີ້ ຄາດວ່າປີທຳອິດ ກໍ່ຄື 2021 ນີ້ ສປປ ລາວ ເຮົາຈະຕ້ອງສັກໃຫ້ໄດ້ປະມານ 1,5 ລ້ານຄົນ ກວມເອົາ 22% ຂອງປະຊາຊົນ ໂດຍຄາດວ່າເດືອນມີນາ ວັກຊີນກໍຈະເຂົ້າມາເຖິງລາວເຮົາ ແລະກໍຈະມີທະຍອຍເຂົ້າມາເລື້ອຍໆຮອດປີ 2023 ຈະໃຫ້ປະຊາກອນລາວໄດ້ຮັບການສັກວັກແຊັງກວມເອົາ 70%.

ທັ້ງນີ້, ຄາດຄະເນຈະມີຄວາມຕ້ອງການງົບປະມານຊື້ວັກແຊັງ ແລະ ງົບປະມານໃນການຈັດຕັ້ງປະຕິບັດແຕ່ ປີ 2021 ຫາ 2023 ທັງໝົດປະມານ 174.726.826 ໂດລາສະຫະລັດ.

ແຫຼ່ງຂ່າວ: ຂ່າວເສດຖະກິດ-ການຄ້າ Lao Economic Daily

Comments