ຜົນສໍາເລັດຂອງກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ VIII(ເນັ້ນຍົກສູງຄຸນນະພາບການບໍລິການສຸຂະພາບ)

ກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ VIII ໄຂຂື້ນຢ່າງເປັນທາງການ ແລະ ໄດ້ດໍາເນີນ ເປັນເວລາ 2 ວັນເຕັມ ແຕ່ວັນທີ 28 ຫາ 29 ມັງກອນ 2021 ທີ່ຫ້ອງປະຊຸມ ICTC, ນະຄອນຫຼວງວຽງຈັນ.ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນບ່າຍວັນທີ 29 ມັງກອນນີ້ ໂດຍການເຂົ້າຮ່ວມຂອງທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຄະນະລັດຖະມົນຕີກະຊວງສາທາລະນະສຸກ, ບັນດາທ່ານຮອງລັດຖະມົນຕີອ້ອມຂ້າງສູນກາງ, ຜູ້ຕາງໜ້າຄະນະກໍາມະທິການວັດທະນະທໍາ-ສັງຄົມສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງລາວ,ສູນກາງສະຫະພັນກໍາມະບານ, ທ່ານຮອງເຈົ້າຄອງນະຄອນຫຼວງ, ຮອງເຈົ້າແຂວງຈາກທົ່ວປະເທດ, ຄະນະອະທິການບໍດີມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ຫ້ອງການ, ກົມ, ສະຖາບັນ, ໂຮງໝໍສູນກາງ, ສູນຕ່າງໆອ້ອມຂ້າງກະຊວງສາທາລະນະສຸກ, ພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ, ວິທະຍາໄລ ວິທະຍາສາດ ສຸຂະພາບ ຈາກແຂວງ., ມີບັນດາອາດີດການນໍາ ແລະ ພະນັກງານອະວຸໂສບໍານານ, ວິລະຊົນແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນທັງໝົດ 285 ທ່ານ.

ในภาพอาจจะมี 1 คน, สถานที่ในร่ม

ທ່ານບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານຜົນສໍາເລັດຂອງກອງປະຊຸມຄັ້ງນີ້ວ່າ ເປັນການເຜີຍແຜ່-ເຊື່ອມຊຶມ ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 5 ປີ ຄັ້ງທີ VIII (2016-2020), ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກປີ 2020 ບົນຈິດໃຈດັ່ງກ່າວ ກອງປະຊຸມໄດ້ຜ່ານ ແຜນການ 5 ປີ ຄັ້ງທີ IX (2021-2025) ແລະ ແຜນການສາທາລະນະສຸກ ປີ 2021, ເຜີຍແຜ່-ເຊື່ອມຊຶມ ການຈັດຕັ້ງປະຕິບັດຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະທີ II (2016-2020) ແລະ ແຜນຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະທີ III (2021-2025); ຕີລາຄາ ສະພາບ ແລະ ຄວບຄຸມການລະບາດຂອງພະຍາດ Covid-19 ປີ 2020 ແລະ ແຜນດຳເນີນງານໃນຕໍ່ໜ້າ;.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และผู้คนอยู่บนเวที

ກອງປະຊຸມໄດ້ຄົ້ນຄວ້າ ແລະ ປະກອບຄວາມຄິດ ຄວາມເຫັນ ຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນໄດ້ ດ້ານດີ, ຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະສາຍເຫດ ຕໍ່ການຈັດຕັ້ງປະຕິບັດວຽກງານໃນໄລຍະ5ປີ ຜ່ານມາ. ໄດ້ເປັນເອກະພາບໃນການຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງອົງຄະນະພັກກະຊວງສາທາລະນະສຸກ, ມະຕິ 03/ກມສພ ຂອງກົມການເມືອງ ວ່າດ້ວຍວຽກງານສາມສ້າງ ແລະ ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 103/ສພຊ ວ່າດ້ວຍການຮັບຮອງເອົາການຊີ້ແຈງຂອງລັດຖະບານ ກ່ຽວກັບການປັບປຸງຄຸນນະພາບການບໍລິການ ການປິ່ນປົວຢູ່ໂຮງໝໍ, ສຸກສາລາ ແລະມະຕິຂອງສະພາແຫ່ງຊາດ ສະບັບເລກທີ 099/ ສພຊ ວ່າດ້ວຍການຮັບຮອງເອົາ 11 ຕົວຊີວັດ ທີ່ມອບໃຫ້ກະຊວງສາທາລະນະສຸກ ເຂົ້າໃນແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX (2021-2025) ແລະ ປະຈໍາປີ 2021 ໃຫ້ເປັນຮູບປະທຳ, ໃນນັ້ນໄດ້ຮັບຮອງເອົາ ບົດສະຫຼຸບການຈັດຕັ້ງປະຕິບັດຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະທີ II (2016-2020) ແລະ ແຜນຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະທີ III (2021-2025);, ຮັບຮອງເອົາ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 5 ປີ ຄັ້ງທີ VIII (2016-2020) ແລະ ວຽກງານປະຈໍາປີ 2020;, ຮັບຮອງເອົາ ແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX (2021-2025) ແລະ ແຜນປະຈໍາປີ 2021. ກອງປະຊຸມສາທາລະນະສຸກທົ່ວປະເທດ 5ປີ ຄັ້ງທີ VIII ຍັງໄດ້ສະເໜີໃຫ້ມີວິທີການຄຸ້ມຄອງແຜນການ ແລະການເງິນໄປຕາມສາຍຕັ້ງຕາມມະຕິສະພາແຫ່ງຊາດ 2018 ຜ່ານມາ, ພ້ອມທັງສະເໜີໃຫ້ຫັນກອງທຶນປະກັນສຸຂະພາບ ໃຫ້ກາຍເປັນກອງທຶນທີ່ສົມບູນແບບບໍ່ໃຫ້ນອນຢູ່ໃນງົບປະມານຈັດສັນຂອງກະຊວງ ສາທາລະນະສຸກ ໂດຍອີງໃສ່ດໍາລັດເລກທີ 470 ຂອງນາຍົກລັດຖະມົນຕີ ແລະສະເໜີໃຫ້ເພີ່ມງົບປະມານໃຫ້ຂະແໜງສາທາລະນະສຸກ ປະມານ 4.800ຕືກີບຕໍ່ປີຕື່ມອີກ. ຈາກນັ້ນ, ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນໍາຕໍ່ກອງປະຊຸມເພື່ອໃຫ້ຜູ້ແທນກອງປະຊຸມນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ມີຜົນສໍາເລັດໃນຕໍ່ໜ້າ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และผู้คนอยู่บนเวที

ແຫຼ່ງຂ່າວ: Lao National Radio

Comments