ຕາມຂ່າວຈາກ ຫວຽດນາມ, ເມື່ອບໍ່ດົນມານີ້ ກອງທຶນ ການເງິນ ສາກົນ (IMF) ໄດ້ສະແດງຄວາມຫວັງ ກ່ຽວກັບສະຖານະການເສດຖະກິດໂລກ ປີ2021 ຈະຂະຫຍາຍຕົວຢ່າງສົດໃສ ລະດັບ 5,5% ສູງກວ່າ ຕົວເລກ ທີ່ຄາດການໄວ້ 0,3% ເມື່ອທຽບໃສ່ປີ 2020. ຫລັງຈາກ ທ່ານ ນາງ ກີຕາ ໂກພີນັດ(Gita Gopinath) ຫົວໜ້ານັກເສດຖະສາດຂອງ ໄອເອັມເອຟຄາດການຂະຫຍາຍຕົວ ຈີດີພີ ຂອງໂລກ ຈະຢູ່ລະດັບ 4,2% ພາຍໃນປີ 2022.

ສຳລັບ ການຟື້ນຟູເສດຖະກິດ ໃນປັດຈຸບັນສ່ວນໃຫຍ່ຂຶ້ນຢູ່ກັບການແຂ່ງຂັນລະຫວ່າງ ການກາຍພັນຂອງເຊື້ອພະຍາດໂຄວິດ-19 (SARS-CoV-2)ກັບວັກຊິນປ້ອງກັນໂຄວິດ-19 ເພື່ອຢຸດການແຜ່ລະບາດ ລວມທັງ ຄວາມສາມາດຂອງນະໂຍບາຍສະໜັບສະໜູນທີ່ມີປະສິດທິພາບຫລາຍຂຶ້ນ.

ດັ່ງນັ້ນ, ໄອເອັມເອຟ ຈຶ່ງໄດ້ປັບປຸງ ການຂະຫຍາຍຕົວເສດຖະກິດປີນີ້ ເພື່ອສະແດງໃຫ້ເຫັນເຖິງ ຜົນສະທ້ອນອັນດີ ຂອງການສັກວັກຊິນປ້ອງກັນ ໂຄວິດ-19 ໃນປະເທດຕ່າງໆບວກກັບອີກຫລາຍປະເທດເປັນຕົ້ນ: ສ.ອາເມລິກາ ແລະ ຍີ່ປຸ່ນ ປະກາດໃຊ້ນະໂຍບາຍຊ່ວຍເຫລືອ ເສດຖະກິດ ແລະ ປະຊາຊົນ ໃນທ້າຍປີ2020.

ແຫຼ່ງຂໍ້ມູນ: ຂປລ.