ຕາມຂ່າວສານ ຫວຽດນາມ, ວັນທີ 25 ເດືອນມັງກອນ, ອົງການແຮງງານ ສາກົນ(ILO) ໃຫ້ຮູ້ວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງ ໃຫ້ແກ່ ຕະຫລາດວຽກເຮັດງານທຳທົ່ວໂລກ, ເຮັດໃຫ້ທົ່ວໂລກຕ້ອງສູນເສຍວຽກເຮັດງານທຳຫລາຍກວ່າ 250 ລ້ານ ຕຳແໜ່ງໃນປີ 2020. ຕາມການຄົ້ນຄ້ວາຄັ້ງຫລ້າສຸດຂອງອົງການແຮງງານສາກົນລະບຸວ່າ: ຍອດຈຳນວນຊົ່ວໂມງ ເຮັດວຽກ ໃນທົ່ວໂລກ ໄດ້ຫລຸດລົງ 8,8% ໃນປີ 2020 ເມື່ອທຽບໃສ່ໄຕມາດ 4 ໃນປີ 2019. ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ປີ 2020 ທົ່ວໂລກໄດ້ສູນເສຍວຽກເຮັດງານທຳເຖິງ 255 ລ້ານຕຳແໜ່ງ ກວມເອົາ 4 ເທົ່າເທຶ່ອ ຂອງຈຳນວນວຽກເຮັດງານທຳທີ່ຫລຸດລົງໃນໄລຍະວິກິດການເສດຖະກິດໂລກ ໃນປີ 2009

ຂປລ