General

ຣັດເຊຍ ພ້ອມເຈລະຈາແກ້ໄຂຂໍ້ຂັດແຍ່ງກັບ ສ.ອາເມລິກາ

ຕາມ​ຂ່າວ​ຈາກ ​ຫວຽດ​ນາມ(VOVWORLD) ວັນ​ທີ 2​ ມີນາ ທີ່ຜ່ານມາ, ທ່ານ ວາ​ລາ​ດີ​ເມຍ ປູ​ຕິນ(Vladimir Putin), ປະທານາ ທິບໍດີ ຣັດ​ເຊຍ ກຽມຄວາມພ້ອ​ມ​ແລ້ວ ທີ່ຈະ ຮັກສາ ການເຈລະຈາ ແລະ ແກ້ໄຂ ຂໍ້​ຂັດ​ແຍ່ງ ກັບ ສ.ອາເມ ລິກາ ​ເພື່ອ​ຟື້ນຟູ ​ແລະ​ ພັດທະນາ ​ການ​ພົວພັນ​ກັນ ​ຢ່າງ​ຕັ້ງໜ້າ. ກ່ອນໜ້ານີ້, ຣັດເຊຍ ແລະ ສ.ອາເມລິກາ ໄດ້ຕໍ່ກຳນົດ ເວລາ ສັນຍາ ຫລຸດຜ່ອນ ອາວຸດ ບຸກໂຈມຕີ ຍຸດທະສາດໃໝ່ (New START). ພາຍຫລັງ ຮັບດຳລົງ ຕຳແໜ່ງ ປະທານາທິບໍດີ ອາເມລິກາ, ທ່ານ ​ໂຈ​ ໄປ​ເດນ (Joe Biden) ໄດ້ດຳເນີນ ການ ເຈລະຈາ ກັບ ຄູ່ຮ່ວມຕຳແໜ່ງຝ່າຍ ຣັດເຊຍ ໃນທ້າຍ​ເດືອນ ມັງກອນ ທີ່ຜ່ານມາ ...

Read More »

ອິນເດຍ ສົ່ງດາວທຽມບຣາຊິນ ຂຶ້ນສູ່ວົງໂຄຈອນໂລກ

ອ້າງຕາມຂ່າວ ອິນເດຍ, ວັນທີ 28 ກຸມພາທີ່ຜ່ານມາ, ອິນເດຍ ໄດ້ສົ່ງດາວທຽມສຳຫລວດໂລກ ຂອງ ບຣາຊິນ ແອມະຊໍເນຍ-1 ຂື້ນສູ່ວົງໂຄຈອນໂລກເພື່ອກວດກາ ແລະ ສົ່ງຂໍ້ມູນທີ່ກ່ຽວກັບ ການທຳລາຍປ່າ ແລະ ວິເຄາະ ຄວາມຫລາກຫລາຍ ດ້ານກະສິກຳໃນພາກພື້ນອາເມຊອນໃຫ້ແກ່ ໜ່ວຍງານທີ່ກ່ຽວຂ້ອງໃນບຣາຊິນ, ເປັນດາວທຽມດວງທຳອິດ ຂອງ ບຣາຊິນ ທີ່ຍິງຂື້ນສູ່ວົງໂຄຈອນຈາກຖານປ່ອຍໃນອິນເດຍ. ຈະຫລວດສົ່ງດາວທຽມຂອງສຳນັກງານ ອາວະກາດ ອິນເດຍ ໄດ້ສົ່ງດາວທຽມສຳຫລວດໂລກ ຂອງ ບຣາຊິນແອມະຊໍເນຍ-1 ຂື້ນສູ່ວົງໂຄຈອນໂລກ ພ້ອມດາວທຽມດວງອື່ນໆ ອີກ18 ລູກ, ຈາກຖານປ່ອຍຈະຫລວດເມືອງສະຣີຫລີໂກຕາລັດອານທຳປະເທດໄດ້ປະສົບຜົນສຳເລັດໃນປີນີ້.

Read More »

ສປປ ລາວ ເນັ້ນການຊ່ວຍເຫລືອຈາກບັນດາຄູ່ຮ່ວມພັດທະນາ ໃຫ້ມີປະສິດທິຜົນ ແລະ ຕາມທິດການພັດທະນາແບບຍືນຍົງ

ກະຊວງແຜນການ ແລະ ການລົງທຶນ ສະເໜີ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ບັນຫາສຳຄັນຕ່າງໆ ເພື່ອຮັບປະກັນເຮັດໃຫ້ແຜນງານ/ໂຄງການ ທີ່ໄດ້ຮັບການສະໜັບສະໜູນຊ່ວຍເຫລືອຈາກບັນດາຄູ່ຮ່ວມພັດທະນາຢູ່ໃນ ສປປ ລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ຕາມທິດການພັດທະນາແບບຍືນຍົງ. ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວໃນກອງປະຊຸມ ສະຫລຸບຜົນການຈັດຕັ້ງປະຕິບັດວຽກງານຊ່ວຍເຫລືອທາງການເພື່ອການພັດທະນາ ທົ່ວປະເທດ ຄັ້ງທີ IV ໃນອາທິດຜ່ານມາ, ໂດຍເນັ້ນວ່າ: ບັນຫາທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ມີ ຄື: ໃຫ້ເພີ່ມທະວີຄວາມເປັນເຈົ້າການຂອງຂະແໜງການ ໃນການຈັດຕັ້ງປະຕິບັດບັນດາແຜນງານ/ໂຄງການ ທີ່ໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມພັດທະນາ ໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້ ແລະ ທັນເວລາ, ເອົາໃຈໃສ່ໃນວຽກງານການປະສານງານໃຫ້ມີຄວາມວ່ອງໄວ ແລະ ຮອບດ້ານ, ອໍານວຍຄວາມສະດວກໃນຂັ້ນຕອນບໍລິຫານ ແລະ ຮັບປະກັນການຈັດຕັ້ງປະຕິບັດ ບັນດາແຜນງານ/ໂຄງການ ໄປຕາມແຜນການທີ່ວາງໄວ້ແລະ ມີປະສິດທິຜົນ. ຂະນະດຽວກັນ, ກໍໃຫ້ເອົາໃຈໃສ່ໃຫ້ບັນດາຊ່ຽວຊານທີ່ມາປະຈໍາຢູ່ແຕ່ລະແຜນງານ/ໂຄງການ ຖ່າຍທອດຄວາມຮູ້ ຄວາມອາດສາມາດໃຫ້ແກ່ພະນັກງານລັດຖະກອນ ໃນການຈັດຕັ້ງປະຕິບັດແຜນງານ/ໂຄງ ການ ໂດຍສະເພາະແມ່ນການຖ່າຍທອດຄວາມຮູ້ ໃຫ້ແກ່ພະນັກງານທ້ອງຖິ່ນໃນການປະຕິບັດໜ້າທີ່ວຽກງານ ເພື່ອຮັບປະກັນຄວາມຍືນຍົງຂອງແຜນງານ/ໂຄງການຕ່າງໆ, ພ້ອມທັງເອົາໃຈໃສ່ໃນປະຕິບັດດໍາລັດຂອງລັດຖະບານ ສະບັບເລກທີ 357/ລບ, ລົງວັນທີ 9 ຕຸລາ 2019 ວ່າດ້ວຍການຄຸ້ມຄອງ ...

Read More »

ຈີນ ຄົ້ນພົບແຫລ່ງນ້ຳມັນ-ແກັດ 100 ລ້ານໂຕນ

ສຳນັກຂ່າວ ຊິນຮວາຂອງ ຈີນ ລາຍງານວ່າ, ວັນທີ 24 ເດືອນກຸມພາ, ບໍລິສັດ ນໍ້າມັນ ຢູ່ແຄມຝັ່ງ ແຫ່ງຊາດ ຈີນ (CNOOC) ປະກາດວ່າ ປະເທດນີ້ ໄດ້ຄົ້ນພົບ ແຫລ່ງນ້ຳມັນດີບ ແລະ ແກັດ ທຳມະຊາດ ໃນທະເລໂປ໋ໄຫ່. ຄາດວ່າ ຈະມີປະລິມານ ນ້ຳມັນເຖິງ 100 ລ້ານໂຕນ. ພື້ນທີ່ດັ່ງກ່າວ ແມ່ນ ຊື່ໂປ໋ຈົງ 13-2(Bozhong 13-2) ແລະ ມີຄວາມເລິກ ສະເລ່ຍ 23,2 ແມັດ, ຊື່ງຢູ່ໃຈກາງ ທະເລ ໂປ໋ໄຫ່, ຫ່າງຈາກ ນະຄອນທຽນຈິນ ໄປທາງພາກ ເໜືອຂອງຈີນ 140 ກິໂລແມັດ.

Read More »

ການຟື້ນຟູວິສາຫະກິດແມ່ນຫຍັງ? (ຕອນ 2)

ກົດໝາຍວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍຂອງວິສາຫະກິດມີຜົນສັກສິດແຕ່ເດືອນມິຖຸນາ 2020. ໃນເດືອນກ່ອນ, ຂ້າພະເຈົ້າ ໄດ້ສະເໜີກ່ຽວກັບການຟື້ນຟູວິສາຫະກິດເບື້ອງຕົ້ນໄປແລ້ວ, ມື້ນີ້ ຂ້າພະເຈົ້າຂໍສືບຕໍ່ແລກປ່ຽນບາງພື້ນຖານທີ່ສຳຄັນຂອງກ່ຽວກັບການຟື້ນຟູວິສາຫະກິດ ຕາມກົດໝາຍດັ່ງກ່າວ ຄື: 3.       ຜູ້ມີສິດຮ້ອງຂໍຟື້ນຟູ ຫຼື ລົ້ມລະລາຍວິສາຫະກິດ ມີໃຜແດ່? ວິສາຫະກິດເອງ: ວິສາຫະກິດ ທີ່ຢູ່ໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍ;ຂາຮຸ້ນ ຫຼື ຜູ້ຖືຮຸ້ນ: ຂອງວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍທີ່ຕາງໜ້າໃຫ້ຢ່າງໜ້ອຍ 20% ຂອງຮຸ້ນທີ່ມີສິດລົງຄະແນນສຽງທັງໝົດ ໃນກໍລະນີທີ່ວິສາຫະກິດນັ້ນບໍ່ຮ້ອງຂໍຟື້ນຟູ ຫຼື ລົ້ມລະລາຍ;ສະມາຊິກສະຫະກອນ: ຕາງໜ້າໃຫ້ຢ່າງໜ້ອຍໜຶ່ງສ່ວນຫ້າຂອງສະມາຊິກທັງໝົດໃນກໍລະນີທີ່ສະຫະກອນມີຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ບໍ່ສາມາດຊຳລະໜີ້ສິນ.           1. ວິສາຫະກິດແນວໃດ ທີ່ຢູ່ໃນສະພາວະລົ້ມລະລາຍ ຫຼື ໃກ້ຈະຢູ່ໃນສະພາວະລົ້ມລະລາຍ? ວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ ໝາຍເຖິງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກທາງດ້ານການເງິນ ຫຼື ຂາດສະພາບຄ່ອງທາງການເງິນຊຶ່ງຢູ່ໃນສະພາບທີ່ບໍ່ສາມາດຊຳລະໜີ້ສິນຂອງຕົນເມື່ອເຖິງກຳນົດເວລາ. ຕົວຢ່າງ: ໂຮງແຮມ A ປະສົບບັນຫາຈາກສະພາບການລະບາດຂອງພະຍາດປອດອັກເສບໂຄວິດ-19 ບໍ່ມີລູກຄ້າຫຼາຍເດືອນ ເຮັດໃຫ້ວິສາຫະກິດປະສົບບັນຫາຂາດທຶນຮອນຢ່າງໜັກໜ່ວງໃນການດຳເນີນທຸລະກິດ ເຊັ່ນ ຕ້ອງໄດ້ຊຳລະໜີ້ສິນການກູ້ຢືມຈາກທະນາຄານແຕ່ວິສາຫະກິດບໍ່ມີຄວາມສາມາດຊໍາລະໄດ້ແລ້ວ ຫຼື ຕ້ອງຊຳລະຄ່າວັດຖຸເຄື່ອງຂອງທີ່ສັ່ງເຂົ້າມາປະກອບໃນໂຮງແຮມ, ຄ່າແຮງງານພະນັກງານ ແລະ ໜີ້ສິນອື່ນໆ ທີ່ໂຮງແຮມ A ...

Read More »

ພັກຜ່ອນແນວໃດໃຫ້ເກີດປະໂຫຍດ

ທ່ານເຄີຍສັງເກດຕົນເອງ ຫຼື ບໍ່ວ່າ ທ່ານໃຊ້ເວລາວ່າງຂອງທ່ານໝົດໄປກັບຫຍັງເປັນສ່ວນໃຫຍ່ ຊຶ່ງແຕ່ລະຄົນກໍໃຊ້ ເວລາວ່າງໃນການພັກຜ່ອນຢ່ອນອາລົມດ້ວຍວິທີທີ່ແຕກຕ່າງກັນ ເຊັ່ນ ນອນ, ເບິ່ງໂທລະທັດ, ເບິ່ງໜັງ, ຟັງເພງ, ຫຼິ້ນກິລາ, ຫຼິ້ນດົນຕີ, ແຕ່ງກິນ, ເຮັດສວນ, ລ້ຽງສັດ. ຕິດຕາມຂ່າວສານຕາມສື່ສັງຄົມອອນລາຍຕ່າງໆ ແລະ ເຮັດກິດຈະກໍາອື່ນໆກັບຄອບຄົວ ຫຼື ໝູ່ເພື່ອນ. ຄົນເຮົາທຸກຄົນມີເວລາເທົ່າກັນ 24 ຊົ່ວໂມງ ໃນໜຶ່ງມື້ ແລ້ວເປັນຫຍັງຈຶ່ງ ມີຄົນບາງກຸ່ມສາມາດໃຊ້ປະໂຫຍດຈາກເວລາທີ່ມີເທົ່າກັນນີ້ໄດ້ດີກວ່າກຸ່ມຄົນອື່ນ. ຜູ້ຂຽນໄດ້ມີໂອກາດອ່ານປຶ້ມຫົວໜຶ່ງທີ່ໜ້າສົນໃຈຈຶ່ງຂໍນໍາເອົາເລື່ອງລາວມາບອກເລົ່າ ຊຶ່ງອາດເປັນເລື່ອງທີ່ທ່ານຍັງບໍ່ທັນຮູ້ ຫຼື ຮູ້ຢູ່ແລ້ວ ແຕ່ອາດເບິ່ງຂ້າມກໍເປັນໄດ້ ນັ້ນກໍຄື ການພັກຜ່ອນຢ່າງມີປະສິດທິພາບ. ແນ່ນອນວ່າ ເວລາ 24 ຊົ່ວໂມງ ຂອງເຮົາບໍ່ໄດ້ມີໃຫ້ໃຊ້ໄປກັບການເຮັດວຽກທັງໝົດ ເຮົາຈະມີການແບ່ງເວລາ ໃຫ້ແກ່ ວຽກງານ, ສ່ວນຕົວ, ຄອບຄົວ, ໝູ່ເພື່ອນ ເປັນຕົ້ນ ຂຶ້ນກັບວ່າ ແຕ່ລະຄົນຈະບໍລິຫານຈັດການແບບໃດ. ທ່ານເຊື່ອ ຫຼື ບໍ່ວ່າ ນອກຈາກເວລາ ໂດຍສະເລ່ຍ 8 ຊົ່ວໂມງຕໍ່ມື້ ທີ່ຄົນເຮົາໃຊ້ເຮັດວຽກໃຫ້ມີປະສິດທິພາບສູງສຸດແລ້ວ ເຮົາຍັງສາມາດໃຊ້ເວລາທີ່ເຫຼືອທີ່ໃຊ້ໄປກັບການພັກຜ່ອນມາເພີ່ມປະສິດທິພາບໃນການເຮັດວຽກຂອງເຮົາໄດ້ນໍາອີກ, ເພາະຄົນທີ່ມີປະສິດທິພາບນັ້ນ ຈະສາມາດເຮັດໃຫ້ການພັກຜ່ອນຂອງເຂົາມາເພີ່ມປະສິດທິພາບໃນການເຮັດວຽກໄປໃນຕົວ. ຄົນທີ່ມີປະສິດທິພາບ ...

Read More »

ການຟື້ນຟູວິສາຫະກິດແມ່ນຫຍັງ? (ຕອນທີ 1)

ກົດໝາຍວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍຂອງວິສາຫະກິດມີຜົນສັກສິດແຕ່ເດືອນມິຖຸນາ 2020. ມື້ນີ້ ຂ້າພະເຈົ້າຂໍແລກປ່ຽນບາງພື້ນຖານທີ່ສຳຄັນຂອງກ່ຽວກັບການຟື້ນຟູວິສາຫະກິດຕາມກົດໝາຍດັ່ງກ່າວ ຄື: 1. ການຟື້ນຟູວິສາຫະກິດ ແມ່ນຫຍັງ? ການຟື້ນຟູວິສາຫະກິດ ແມ່ນການແກ້ໄຂບັນຫາຂອງວິສາຫະກິດ ທີ່ປະສົບຄວາມຫຍຸ້ງຍາກທາງດ້ານການເງິນ ຊຶ່ງບໍ່ສາມາດຊຳລະໜີ້ສິນໄດ້ຂອງຕົນໄດ້. ຕົວຢ່າງ: ບໍລິສັດບໍລິການຈັດງານປະຊາສຳພັນແຫ່ງໜຶ່ງປະສົບຄວາມຫຍຸ້ງຍາກຈາກການຂາດສະພາບຄ່ອງຂອງທາງດ້ານການເງິນຢ່າງໜັກໜ່ວງ ຍ້ອນສະພາບການລະບາດຂອງພະຍາດປອດອັກເສບໂຄວິດ-19 ຊຶ່ງເຮັດໃຫ້ມີຜົນກະທົບຕໍ່ການດໍາເນີນທຸລະກິດຂອງບໍລິສັດ, ລູກຄ້າຂອງບໍລິສັດຍົກເລີກ ງານປະຊາສຳພັນສິນຄ້າ, ບໍລິສັດຕ້ອງໄດ້ຊໍາລະເງິນກູ້ຢືມຈາກທະນາຄານ, ບໍລິສັດຕ້ອງແບກຫາບເງິນເດືອນກຳມະກອນ ແລະ ພະນັກງານບໍລິສັດ ແລະ ອືື່ນໆ ນີ້ເປັນສະພາບຄວາມຫຍຸ້ງຍາກທາງດ້ານການເງິນ ຊຶ່ງບໍລິສັດ ກຳລັງປະສົບບັນຫາ ແລະ ເຫັນວ່າຕົນເອງອາດຈະຕົກຢູ່ໃນ “ວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ”. ວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ ແມ່ນສະພາບທີ່ວິສາຫະກິດຍັງບໍ່ທັນຢູ່ໃນສະພາວະລົ້ມລະ ລາຍ ແຕ່ວິສາຫະກິດດັ່ງກ່າວຮູ້ວ່າຕົ້ນມີຄວາມຫຍຸ້ງຍາກທາງດ້ານເງິນ ຈະບໍ່ສາມາດໃຊ້ແທນໜີ້ສິນໄດ້ ແລະ ອາດຈະລົ້ມລະລາຍໃນອະນາຄົດອັນໃກ້ໆນີ້. ເມື່ອມີຄວາມຫຍຸ້ງຍາກທາງດ້ານການເງິນ ຫຼື ຢູ່ໃນສະພາບທີ່ໃກ້ຈະຢູ່ໃນສະພາວະລົ້ມລາຍລາຍດັ່ງກ່າວ ວິສາຫະກິດເອງ, ເຈົ້າໜີ້ຂອງວິສາຫະກິດ, ບັນດາກຳມະກອນ, ຫຼື ພະນັກງານ/ກຳມະກອນຂອງວິສາຫະກິດສາມາດຮ້ອງຂໍຕໍ່ສານໃຫ້ຟື້ນຟູວິສາຫະກິດດັ່ງກ່າວ. 2. ເປັນຫຍັງຈຶ່ງຕ້ອງຂໍຟື້ນຟູວິສາຫະກິດ? ການຟື້ນຟູວິສາຫະກິດຈະຊ່ວຍ: (1). ເຮັດໃຫ້ເຈົ້າຂອງກິດຈະການ ຫຼື ບໍລິສັດໃດໜຶ່ງໄດ້ສາມາດສືບຕໍ່ດຳເນີນທຸລະກິດຂອງຕົນໄດ້ຕາມ “ແຜນຟື້ນຟູວິສາຫະກິດ”, ຖ້າໄດ້ຮັບການອະນຸມັດຈາກບັນດາເຈົ້າໜີ້; ແລະ (2). ໄດ້ຮັບການປົກປ້ອງຊັບສິນຂອງຕົນຈາກການດຳເນີນການທາງດ້ານກົດໝາຍຂອງເຈົ້າໜີ້ ເພື່ອເຮັດໃຫ້ລູກໜີ້ໄດ້ສືບຕໍ່ດຳເນີນກິດຈະການຂອງຕົນຕາມແຜນຟື້ນຟູວິສາຫະກິດ, ...

Read More »

ຈີນ ຍິງສົ່ງດາວທຽມສໍາຫຼວດໄລຍະໄກປະສົບຜົນສຳເລັດ

ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ: ໃນວັນທີ 24 ກຸມພາທີ່ຜ່ານມາ, ສູນສົ່ງດາວທຽມ ຈິວສຽນ ໄດ້ຍິງຈະຫຼວດຂົນສົ່ງສາງເຈິງ-4 ເພື່ອສົ່ງດາວທຽມໄປສຳຫຼວດໄລຍະໄກໝາຍເລກ 31 ດວງທີ 3 ເຂົ້າສູ່ວົງໂຄຈອນ ໃນອາວະກາດຢ່າງປະສົບຜົນສຳເລັດ. ດາວທຽມດວງນີ້ ຈະໃຊ້ປະໂຫຍດເຂົ້າໃນການສຳຫຼວດສະພາບແວດລ້ອມຄື້ນແມ່ເຫຼັກໄຟຟ້າ ແລະ ປະຕິບັດການທົດລອງທາງດ້ານເຕັກໂນໂລຊີທີ່ກ່ຽວຂ້ອງ.

Read More »

ສ.ເກົາຫລີ ເລີ່ມສັກວັກຊິນປ້ອງກັນໂຄວິດ-19ໃຫ້ປະຊາຊົນ

ຕາມ​ຂ່າວ​ຈາກ​ ນະຄອນຫລວງ ​ເຊ​ອຸ​ນ,​ ກະຊວງ​ ສາທາລະນະ​ສຸກ​ ຂອງ ສ.​ເກົາຫລີ ​ເລີ່​ມສັກ​ວັກ​ຊິນ ​ປ້ອງ​ກັນ ​ໂຄ​ວິດ-19 ​ໃຫ້​ແກ່​ ປະຊາຊົນ ​ໂດຍ​ສະ​ເພາະ ​ຜູ້​​ເບິ່ງ​ແຍງ​ ຜູ້​ສູງ​ອາຍຸ ບໍ່​ເກີນ 65ປີ ລວມ 5.266 ຄົນ​ ຈາກສູນ​ເບິ່ງ​ແຍງ ​ຜູ້​ສູງ​ອາຍຸ 213​ ແຫ່ງ ທົ່ວ​ປະ​ເທດ ​ເປັນ​ກຸ່ມ​ຄົນ​ ທຳ​ອິດ ທີ່​ໄດ້​ຮັບ ​ວັກ​ຊິນ ຢ່າງ​ເປັນ​ທາງ​ການ ໃນວັນ​ທີ26​ກຸມພາ​ນີ້ ​ເປັນ​ວັກ​ຊິນ ທີ່​ຜະລິດ​ໂດຍ ບໍລິສັດ ​ແອ​ສຕຣາ​ເຊ​ເນ​ກາ-​ເອສ​ເຄ ​ໄບ​ໂອ ຂອງ​ສ.​ເກົາຫລີ ​ໄດ້​ຮັບ​ຮັບ​ຖ່າຍ​ທອດ ​ເຕັກ​ໂນ​ໂລ​ຊີ ຈາກ​ບໍລິສັດ ​ແອ​ສຕຣາ ​ເຊ​ເນ​ກາ ຮ່ວມ​ກັບ ມະຫາ ວິທະຍາ​ໄລ ອ໋ອກສຟອດ ຂອງ​ອັງກິດ. ຂະນະ​ທີ່ ວັນ​ທີ 27ກຸມພາ​ນີ້ ສ.​ເກົາ​ລີ ​ເລີ່​ມສັກ​ ວັກ​ຊິນ​ອີກ 117.000 ຫລອດ ​ຂອງ​ໄຟ​ເຊີ/​ໄບ​​ໂອ ​ເອັນ​ເທ​ັກ ນຳ​ເຂົ້າມາ​ຈາກ ​ຕ່າງປະ​ເທດ ​ໂດຍ​ບຸກຄະລາ​ກອນ ...

Read More »

ຮຽກຮ້ອງໃຫ້ G20 ເພີ່ມທະວີການໜູນຊ່ວຍປະເທດທຸກຍາກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຈົດໝາຍສົ່ງໄປຍັງບັນດາເຈົ້າໜ້າທີ່ການເງິນ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ພົ້ນເດັ່ນຂຶ້ນ (G20), ທ່ານ ນາງ ເຈເນດ ເຢວເລນ ກ່າວວ່າ: ການຈັດແບ່ງ SDR ຄັ້ງໃໝ່ອາດຈະຊ່ວຍເພີ່ມທະວີຄວາມສາມາດໃນການຊຳລະໃຫ້ແກ່ບັນດາປະເທດທຸກຍາກ.ຂ່າວລະບຸວ່າ: ວັນທີ 25 ກຸມພາຜ່ານມາ, ທ່ານ ນາງ ເຈເນດ ເຢວເລນ ລັດຖະມົນຕີກະຊວງການເງິນ ອາເມຣິກາ ໄດ້ສະແດງການສະໜັບສະໜູນການຈັດແບ່ງສິດຖອນເງິນພິເສດ (SDR) ຄັ້ງໃໝ່ ຢູ່ກອງທຶນເງິນຕາສາກົນ (IMF) ເພື່ອແນໃສ່ໜູນຊ່ວຍບັນດາປະເທດທຸກຍາກ. ເຖິງຢ່າງໃດກໍ່ຕາມ, ທ່ານນາງ ເຈເນດ ເຢວເລນ ກ່າວຕື່ມວ່າ: ຕ້ອງມີບັນດາໂຕເລກລວມ ເພື່ອຮັບປະກັນລັກສະນະໂປ່ງໃສ ກ່ຽວກັບວິທີການ ທີ່ໄດ້ຮັບການນຳໃຊ້ ແລະ ແລກປ່ຽນຄ້າຂາຍຈາກ SDR. ໃນຈົດໝາຍສົ່ງໄປຍັງບັນດາເຈົ້າໜ້າທີ່ການເງິນ G20, ທ່ານ ນາງ ເຈເນດ ເຢວເລນ ກ່າວວ່າ: ການຈັດແບ່ງ SDR ຄັ້ງໃໝ່ ອາດຈະຊ່ວຍເພີ່ມທະວີຄວາມສາມາດໃນການຊຳລະໃຫ້ແກ່ບັນດາປະເທດ ທຸກຍາກ ກໍ່ຄືໜູນຊ່ວຍບັນດາຄວາມພະຍາຍາມຟື້ນຟູເສດຖະກິດ ແລະ ສາທາລະນະສຸກທີ່ຈຳເປັນຂອງເຂົາເຈົ້າ. ໂດຍກ່ຽວຂ້ອງເຖິງບັ້ນຕໍ່ສູ້ຕ້ານໂຣກລະບາດໂຄວິດ – 19, ທ່ານ ...

Read More »